ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ

16:51 | 09/12/2021

ຍສໝ - ສະມາຄົມ​ຜັກ ​ແລະ ​ໝາກ​ໄມ້​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຂໍ້​ມູນ​ທີ່​ໜັງສືພິມ​ບາງ​ສະບັບ ​ລົງ​ພິມ​ວ່າ ຈີນ​ຢຸດ​ການ​ນຳ​ເຂົ້າ​ຜັກ ​ແລະ ໝາກ​ໄມ້​ຂອງ​ຫວຽດນາມ ​ເປັນ​ເວລາ 6 ອາທິດ​ ແມ່ນ​ບໍ່​ຖືກ​ຕ້ອງ.

ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ

ໂດຍໂອ້ລົມກັບນັກຂ່າວຕອນຄ່ຳວັນທີ 6 ທັນວາ, ທ່ານ ດັ້ງຝູກງວຽນ, ເລຂາທິການສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທີ່ເວທີປາໄສອອນໄລນ໌ “ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການຕົ້ນໄມ້ໃຫ້ໝາກ” ຈັດຕັ້ງໂດຍ ກຸ່ມບໍລິຫານງານເວທີປາໄສ ຜະລິດຕະພັນກະເສດ 970 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບກົມປຸງແຕ່ງຜະລິດຕະພັນກະເສດ ແລະ ພັດທະນາຕະຫຼາດ, ທ່ານ ສະແດງຄວາມເປັນຫ່ວງວ່າ ການສົ່ງອອກຜັກ ແລະ ໝາກໄມ້ ຈະປະສົບກັບຄວາມຫຍຸ້ງຍາກຢ່າງໜ້ອຍ 6-7 ອາທິດທີ່ຈະມາເຖິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ສົ່ງ​ອອກ​ຜັກ​ ແລະ​ ໝາກ​ໄມ້​ໄປ​ຍັງ​ບັນດາປະ​ເທດ​ ແລະ​ ເຂດ​ແຄ້ວ​ນຜ່ານ​ທ່າ​ກຳ​ປັ່ນປ່ຽນຖ່າຍສິນຄ້າ​ຢູ່​ພາກ​ໃຕ້​ຂອງ​ຈີນ ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກສຳລັບບັນດາປະ​ເທດ​, ບໍ່​ພຽງ​ແຕ່​ກັບ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຄືດັ່ງບາງອົງການສື່​ມວນ​ຊົນ​ໄດ້ນຳສະເໜີຂ່າວ.

ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ
ຈີນບໍ່ຢຸດຊົ່ວຄາວການນຳເຂົ້າຜັກ ແລະ ໝາກໄມ້ຈາກຫວຽດນາມ. (ພາບ: laodong.vn)

ທ່ານ ດັ້ງຝູກງວຽນ ເນັ້ນ​ໜັກ​ວ່າ: ຈີນ​ກຳ​ລັງ​ຮັດ​ແໜ້ນ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕາມ​ຍຸດ​ທະ​ສາດ “ ZERO COVID-19”. ເນື່ອງຈາກກົດລະບຽບການກັກກັນທີ່ເຂັ້ມງວດສໍາລັບຄະນະເດີນເຮືອ (ຄະນະເດີນເຮືອຕ້ອງປະຕິບັດການຈຳກັດບໍລິເວນ 6-7 ອາທິດ ຫຼັງຈາກການເດີນທາງປະຕິບັດງານ), ບັນດາຜູ້​ຂຸດຄົ້ນ​ກຳ​ປັ່ນ​ບັນ​ທຸກ​ຂົນ​ສົ່ງ​ ແລະ ປ່ຽນຖ່າຍສິນຄ້າຢູ່​ທ່າ​ກຳ​ປັ່ນ​ ໃນ​ພາກ​ໃຕ້​ຂອງ​ຈີນ ໄດ້​ຕັດ​ສິນ​ໃຈ​ໂຈະ​ການ​ບໍ​ລິ​ການ​ຢ່າງ​ໜ້ອຍ 6 ອາ​ທິດ​ໃນ​ລະ​ຫວ່າງ​ວັນ​ບຸນປີໃໝ່ປະຈຳຊຊາດ​ປີ 2022.

ບັນດາບໍລິສັດຂົນສົ່ງທະເລໃຫຍ່ຂອງໂລກ ເຊັ່ນ: Ocean Network Express, Hapag-Lloyd ແລະ Evergreen ທັງໝົດໄດ້ແຈ້ງໃຫ້ລູກຄ້າຢຸດການຮັບໃບສັ່ງສິນຄ້າຊົ່ວຄາວ ສໍາລັບສິນຄ້າທີ່ຈະໄປຍັງທ່າກຳປັ່ນຂະຫນາດນ້ອຍໃນເຂດແມ່ນ້ຳ ເຈົາຢາງ ແລະ ແຂວງ Fujian (ປະເທດຈີນ) ເນື່ອງຈາກເຫດຜົນຂ້າງເທິງ. ອີງຕາມກຸ່ມບໍລິສັດ Hapag-Lloyd ແລ້ວ: "ການໂຈະຊົ່ວຄາວນີ້ ແມ່ນເນື່ອງມາຈາກຂໍ້ກໍານົດໃນການຈຳກັດບໍລິເວນ COVID-19 ສໍາລັບຄະນະລູກເຮືອ ທີ່ເດີນທາງລະຫວ່າງພາກໃຕ້ຂອງຈີນ ແລະ ຮ່ອງກົງ ຫຼັງຈາກວັນພັກປີໃຫມ່ປະຈຳຊາດ 2022".

“ສະ​ນັ້ນ, ບໍ່​ມີ​ເລ່ືອງ​ທີ່​ຈີນ ​ຈະ​ຢຸດ​ການ​ນຳ​ເຂົ້າ​ຜັກ​ ແລະ​ ໝາກ​ໄມ້​ຈາກ​ຫວຽດ​ນາມ. ​ແຕ່​ພາຍ​ໃຕ້​ລະບຽບ​ການ​ກັກ​ກັນ​ຍ້ອນພະຍາດ​ໂຄ​ວິດ-19 ທີ່​ເຄັ່ງ​ຄັດ​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ, ​ການ​ຂົນ​ສົ່ງ ແລະ ປ່ຽນຖ່າຍ​ສິນຄ້າ​ຢູ່​ບັນດາ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ​ຂະໜາດ​ນ້ອຍ ຖືກຂາດວັກຂາດຕອນ ອາດ​ຈະ​ສ້າງ​ຄວາມ​ກົດ​ດັນ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາງບົກ” ທ່ານ ດັ້ງຝູກງວຽນ ກ່າວ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.