ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ

06:35 | 22/12/2021

ຍ​ສ​ໝ - ​ ເມືື່ອບໍ່ດົນມານີ້, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ສົມທົບ​ກັບ​ສູນ​ຮ່ວມ​ມື​ແລກປ່ຽນ​ພາສາລະຫວ່າງ​ຈີນ​ ແລະ ​ຕ່າງປະ​ເທດ (ກະຊວງ​ສຶກສາ​ຈີນ) ​ແລະ ມະຫາວິທະຍາ​ໄລສ້າງ​ຄູ​ກວາງຊີ (ຈີນ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ສາກົນ “ການ​ສຶກສາ​ພາສາ​ຈີນ​ສາກົນ​ໃນ​ຍຸກສະ​ໄໝໃໝ່".

ນັກຮຽນ ມ 4, ມ 7 ຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປຮຽນຢູ່ໂຮງຮຽນ ນັກຮຽນ ມ 4, ມ 7 ຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປຮຽນຢູ່ໂຮງຮຽນ
ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III
ນັກຮຽນ​ຮູ້ຫວຽດນາມ-ຈີນ ແລກປ່ຽນປະສົບການດ້ານພາສາ
ທ່ານ​ ປອ. ​ເລືອງ​ງອກ​ມິນ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ປອ. ​ເລືອງ​ງອກ​ມິນ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ສຸມ​ໃສ່​ບັນດາ​ບັນຫາ​ຄື:

ທີ​ໜຶ່ງ, ການ​ແປ​ພາສາ​ຈີນ ​ແລະ ການ​ສຶກສາພາ​ສາ​ຈີນ​​ໃນ​ຍຸກ​ໃໝ່: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຄົ້ນ​ຄ້ວາ​ຮອບ​ດ້ານ​ການ​ຮຽບຮຽງ​ຕຳລາການ​ຮຽນ, ທັກ​ສະ​ການ​ແປ​ພາສາ​ຫວຽດນາມ-ຈີນ ​ແລະ ທ່າ​ອ່ຽງພັດທະນາ​ການ​ສອນ​ພາສາ​ຈີນ​ໃນ​ຍຸກ​ໃໝ່.

ທີ​ສອງ, ວັນນະຄະດີ ແລະ ວັດທະນະທຳ: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຄົ້ນ​ຄ້ວາ​ທີ່ປຽບ​ທຽບ​ກັບ​ເອ​ກະ​ສານ ​ແລະ ວັນນະຄະດີ​ຫວຽດນາມ ​ແລະ ຈີນ, ຍົກອອກ​ວິທີ​ການ​ສອນ​ໃນ​ແງ່​ມູມວັດທະນະທຳ ​ແລະ ສະພາບ​ການ​ຮຽນ​ພາສາ​ຈີນ​ຂອງ​ນັກ​ສຶກສາ​ຫວຽດນາມ.

​ທີ​ສາມ, ໄວ​ຍະກອນພາ​ສາ​ຈີນ: ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ການ​ຄົ້ນ​ຄ​້​ວາ​ກ່ຽວ​ກັບ​ໄວ​ຍະ​ກອນພາສາ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ປະ​ເພດ​ຄໍາ​ສັບ​ຕ່າງໆ​ໃນ​ພາ​ສາ​ຈີນ. ນອກ​ນີ້, ຍັງ​ເຕື້ອງ​ເຖິງຂະ​ບວນ​ການ​ຮັບ​ຮູ້​ພາ​ສາ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ.

ທີ​ສີ່, ຕຳລາຮຽນ​ພາສາ​ຈີນ: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຄົ້ນຄວ້າ​ຮຽບຮຽງ​ປຶ້ມຕຳລາ​ແບບຮຽນ​ພາສາ​ຈີນ ​ແລະ ວັດທະນະທຳ​ຫວຽດນາມ ​ເປັນ​ພາສາ​ຈີນ, ​ຜົນສະທ້ອນ​ຂອງ​ຕຳລາ​​ແບບຮຽນ​ຕໍ່ລະດັບ​ຄວາມ​ສາມາດ​ດ້ານພາສາ​ຕ່າງປະ​ເທດ​ຂອງ​ນັກສຶກສາ ຫວຽດນາມ.

ທີ​ຫ້າ, ປຽບທຽບ​ພາສາ​ຫວຽດນາມ-ຈີນ: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ການ​ຄົ້ນຄວ້າ​ປຽບທຽບ​ຄຳ​ສັບ ​ແລະ ​ໄວຍາກອນ​ສອງ​ພາສາ​ຫວຽດນາມ-ຈີນ​ ຈາກ​ແງ່​ມູມຂອງ​ພາສາ​ສາດ​ປຽບທຽບ.

ທີ​ຫົກ, ການ​ຮຽນ-ການ​ສອນ​ພາສາ​ຈີນ: ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ ​ຄົ້ນຄວ້າ​ວິທີ​ການ​ຮຽນ ແລະ ການ​ສອນ​ພາສາ​ຈີນ ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ, ​ຍົກອອກບັນດາຂໍ້ສະເໜີ​ແນະກ່ຽວກັບ​ວິທີ​ການ​ຮຽນ​ ແລະ ການ​ສອນ ເພື່ອ​ບັນ​ລຸ​ໄດ້ໝາກ​ຜົນ​ທີ່​ດີ​ກວ່າ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.