ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ

08:11 | 08/12/2021

ຍສໝ - ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານກຳມະການ​ແຫ່ງ​ລັດ, ລັດຖະມົນຕີກະຊວງຕ່າງປະເທດຈີນ ຫວາງອີ ; ​ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ​ເດີນທາງ​ມາ​ຢ້ຽມຢາມ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 3-4 ທັນວາ 2021.

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຈະໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໃນ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ ແມ່ນ​ຮູບ​ແບບ​ການ​ທູດ​ໂດຍ​ກົງ​ສູງ​ສຸດ​ ເຊິ່ງ​ຈີນ​ພວມ​ຈັດຕັ້ງປະຕິບັດ​ ໃນ​ສະພາບ​ທີ່ຈີນ ​ຍັງ​ດຳ​ເນີນ​ຍຸດ​ທະ​ສາດ " ​ໂຄ​ວິດ Zero ".

ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງພັດທະນາ​ຢ່າງ​ໝັ້ນຄົງ.

ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມຈີນຢ່າງເປັນທາງການ. (ພາບ: TTXVN)

ນັບ​ແຕ່​ກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ຄະ​ນະ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ປະ​ເທດ​ຫວຽດ​ນາມ - ຈີນ ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ດັບ​ສູງ ແລະ​ ບັນດາຂັ້ນ ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ໃນ​ຮູບ​ແບບທີ່ມີໄຫວພິບ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານ​ຈີນ ສີຈິນຜິງ (ເດືອນ​ກັນ​ຍາ 2021), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ສະ​ເຫຼີມ​ສະ​ຫຼອງ​ການ​ພົວ​ພັນ​ອາ​ຊຽນ - ຈີນ ຄົບ​ຮອບ 30 ປີ (ພະ​ຈິກ 2021).

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ ແລະ​ ການ​ລົງ​ທຶນ​ສືບ​ຕໍ່​ຂະ​ຫຍາຍ​ຕົວ. 10 ເດືອນຕົ້ນ​ປີ 2021 ບັນ​ລຸ 133,65 ຕື້ USD (ລື່ນ​ກາຍ​ວົງ​ເງິນ​ການ​ຄ້າ​ທັງ​ປີ 2020), ເພີ່ມ​ຂຶ້ນ 29,23%. ​ໂຄງການ​ທາງ​ລົດ​ໄຟ​ຕົວ​ເມືອງ ກາດລິງ - ຫ່າໂດງ ​ໄດ້​ເລີ່​ມເຂົ້າສູ່ການເຄື່ອນໄຫວ​ການ​ຄ້າ​ຢ່າງ​ເປັນ​ທາງ​ການ. ສອງຝ່າຍ​ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ, ຊຸກຍູ້​ການຈັດຕັ້ງ​ປະຕິບັດບ້ວງ​ທຶນ​ຊ່ວຍ​ເຫຼືອ​ລ້າ ​ໃຫ້ຫວຽດນາມ ​ແລະ ​ເຫັນ​ດີ​ດຳ​ເນີນ​ກອງ​ປະຊຸມກຸ່ມຄະນະປະຕິບັດງານ ກ່ຽວກັບການຫັນເປັນຄວາມສະດວກດ້ານການຄ້າ​ ໂດຍ​ໄວ.

ການ​ຮ່ວມ​ມື​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໄດ້​ຮັບ​ຜົນ​ດີ​ຫຼາຍ​ຢ່າງ. ຫວຽດນາມ​ ໄດ້​ຮັບ​ຢາ​ວັກ​ຊີນ 3,5 ລ້ານ​ໂດ​ສ ​ທີ່​ຈີນ​ຊ່ວຍເຫຼືອ ​ແລະ ​ວັກ​ຊິນ 20 ລ້ານ​ໂດ​ສ ​ທີ່​ລັດຖະບານ​ສັ່ງ​ຊື້. ສອງຝ່າຍ​ໄດ້​ຮັກສາ​ການ​ແລກປ່ຽນ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ເຈລະຈາບັນຫາ​ຢູ່​ທະ​ເລ.

ນອກຈາກນັ້ນ, ການຮ່ວມມືລະຫວ່າງສອງປະເທດ ຍັງມີບາງບັນຫາທີ່ຍັງຄ້າງຄາຢູ່ ເຊັ່ນ: ຜະລິດຕະພັນຂອງຫວຽດນາມບາງປະເພດ ຍັງບໍ່ທັນເຂົ້າສູ່ຕະຫຼາດຈີນໄດ້ ເນື່ອງຈາກມີລະບຽບການໃນການສະກັດກັ້ນພະຍາດລະບາດທີ່ລະອິດລະອ້ຽວ; ຈີນ​ ກຳ​ລັງ​ຈະ​ນຳ​ໃຊ້​ລະ​ບຽບ​ການ​ໃໝ່​ຈຳ​ນວນ​ໜຶ່ງ ​ກ່ຽວ​ກັບ​ການ​ກວດ​ກາ​ສະ​ບຽງ​ອາ​ຫານ ​ແລະ​ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ເຊິ່ງຈະເລີ່ມ​ແຕ່​ເດືອນ​ມັງ​ກອນ​ປີ 2022. ສະຖານະ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ບໍ່ເກີດ​ມີ​ບັນດາ​ເຫດການ​ໃຫຍ່, ​ແຕ່​ຍັງ​ມີ​ການ​ຜັນ​ແປ​ທີ່​ສັບສົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.