ໄຂການຝຶກຊ້ອມລວມດ້ານເສນາຮັກ ຫວຽດນາມ-ຈີນ

06:35 | 13/12/2021

ຍສໝ - ຕອນເຊົ້າວັນທີ 10 ທັນວາ, ການຝຶກຊ້ອມດ້ານເສນາຮັກ ລະຫວ່າງກອງທັບຫວຽດນາມ ແລະ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນມ໊ອງກ໊າຍ, ແຂວງກວາງນິງ.

ຊຸກຍູ້ການພົວພັນຫວຽດນາມ-ຈີນ ໃຫ້ພັດທະນາແບບຍືນຍົງ ຊຸກຍູ້ການພົວພັນຫວຽດນາມ-ຈີນ ໃຫ້ພັດທະນາແບບຍືນຍົງ
ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ເຫດການນີ້ບໍ່ພຽງແຕ່ເປັນຂີດໝາຍຄັ້ງທໍາອິດທີ່ກໍາລັງເສນາຮັກສອງປະເທດເຂົ້າຮ່ວມການຝຶກຊ້ອມລວມເທົ່ານັ້ນ, ຫາກຍັງເປີດໄລຍະຮ່ວມມືທີ່ແທດຈິງ, ເລິກ ເຊິ່ງກວ້າງຂວາງກວ່າລະຫວ່າງກົມກອງເສນາຮັກສອງປະເທດ.

ໂດຍປະຕິບັດໂຄງການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດຫວຽດນາມ-ຈີນ; ບົນພື້ນຖານຂໍ້ສະເໜີຂອງ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ໄດ້ຮັບຄວາມເຫັນດີຈາກ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດສອງປະເທດ, ການຝຶກຊ້ອມແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມື, ຍົກສູງຄວາມສາມາດໃນການບັງຄັບບັນຊາ, ສົມທົບກັນໃນວຽກງານກູ້ຊີບດ້ານການແພດ ແລະ ປ້ອງກັນ, ຕ້ານພະຍາດ; ວຽກງານປະສານງານ ແລະ ຜັນຂະຫຍາຍການຊ່ວຍເຫຼືອມະນຸດສະທໍາສາກົນ ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ເວົ້າລວມ ແລະ ລະຫວ່າງເສນາຮັກສອງປະເທດເວົ້າສະເພາະ.

ໄຂການຝຶກຊ້ອມລວມດ້ານເສນາຮັກ ຫວຽດນາມ-ຈີນ
ບັນຍາກາດທີ່ພິທີໄຂ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ຮອງຫົວໜ້າ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມ ໃຫ້ຮູ້ວ່າ: ໄລຍະເກືອບ 2 ປີຜ່ານມາ, ຫວຽດນາມ ແລະ ຈີນ ໄດ້ມານະພະຍາຍາມປ້ອງກັນ, ຕ້ານພະຍາດໂຄວິດ-19. ດ້ວຍຄວາມຮັບຜິດຊອບຂອງຕົນ, ກອງທັບ ສອງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງພ້ອມກັບຂະແໜງສາທາລະນະສຸກ, ຄະນະພັກ, ອໍານາດການປົກຄອງ, ປະຊາຊົນທ້ອງຖິ່ນຕ່າງໆໃນການປ້ອງກັນ, ຕ້ານພະຍາດໂລກລະບາດ, ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດ ປ່ອຍປະຊາຊົນຈີນ ໄດ້ ແລະ ກໍາລັງມີການເຄື່ອນໄຫວສົມທົບກັນ, ແລກປ່ຽນ ວິຊາສະເພາະ, ຊ່ວຍເຫຼືອວັດຖຸອຸປະກອນການແພດຢ່າງມີປະສິດທິຜົນ, ແທດຈິງ.

ສືບຕໍ່ຜົນສໍາເລັດຂອງລາຍການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 6, ການຝຶກຊ້ອມນີ້ແມ່ນການເຄື່ອນໄຫວ ການທູດການທະການ, ການປ້ອງກັນຊາດທີ່ສໍາຄັນໃນປີ 2021.

ນີ້ແມ່ນກາລະໂອກາດເພື່ອໃຫ້ເສນາຮັກສອງປະເທດພົບປະ, ແລກປ່ຽນ ບົດຮຽນດ້ານວິຊາສະເພາະ, ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານສົ່ງເສີມ, ຮັກສາສຸຂະພາບໃຫ້ແກ່ທະຫານ, ປະຊາຊົນແຕ່ລະປະເທດ ແລະ ການເຄື່ອນໄຫວສາກົນກ່ຽວກັບການຊ່ວຍເຫຼືອມະນຸດສະທໍາ, ຄົ້ນຫາກູ້ໄພ, ກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ, ໄພທໍາມະຊາດ.

ການຝຶກຊ້ອມໄດ້ແບ່ງເປັນ 3 ໄລຍະ, ລວມມີ: ຜັນຂະຫຍາຍກຸ່ມບັນຊາໝວດປະສົມ; ປະຕິບັດການສົມທົບກັນໃນການເຄື່ອນໄຫວຂອງກຸ່ມບັນຊາປະສົມ ໝວດຕ່າງໆ; ທະຫານປະຕິບັດວຽກງານຄົ້ນຫາ, ປະຖົມພະຍາບານຜູ້ຖືກ ເຄາະຮ້າຍ, ຜັນຂະຫຍາຍການຮັບເອົາ, ປະຖົມພະຍາບານ ຜູ້ຖືກເຄາະຮ້າຍຢູ່ໂຮງໝໍພາກສະໜາມຂັ້ນ 2 ຂອງເສນາຮັກສອງປະເທດ ແລະ ປະຕິບັດການປ້ອງກັນ, ຕ້ານພະຍາດຕິດແປດໃຫ້ແກ່ປະຊາຊົນໃນບໍລິເວນ.

ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ ສະເໜີບັນດາອົງການປະຈໍາການຄະນະຊີ້ນໍາ, ຄະນະຈັດຕັ້ງຮັກສາ ແລະ ປະຕິບັດເນື້ອໃນບັນດາໄລຍະຝຶກຊ້ອມຢ່າງເຂັ້ມງວດ: ການຝຶກຊ້ອມໄດ້ຜັນຂະຫຍາຍຕິດແທດກັບສະພາບຕົວຈິງ, ຖືກຕາມຈິດໃຈ ແລະ ແຜນການທີ່ໄດ້ວາງອອກ; ຊີ້ນໍາບັນດາກໍາລັງທະຫານທັງຝຶກຊ້ອມທັງປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ; ປະຕິບັດຂໍ້ກໍານົດການພົວພັນຕ່າງປະເທດຢ່າງເຂັ້ມງວດ; ສາມັກຄີ, ມິດຕະພາບລະຫວ່າງບັນດາກໍາລັງ.

ບູນມີ

302 Found

Found

The document has moved here.