ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ

11:57 | 09/12/2021

ຍສໝ - ຕອນບ່າຍວັນທີ 7 ທັນວາ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງລອງອານ ໄດ້ຈັດຕັ້ງພິທີມອບຮັບເງິນບໍລິຈາກຊ່ວຍເຫຼືອຜູ້ທຸກຍາກ ແລະ ກອງທຶນເດັກ ຈາກສະມາຄົມນັກທຸລະກິດຈີນ ສາຂານະຄອນໂຮ່ຈີມິນ ແລະ ບັນດາວິສາຫະກິດຈີນ ຢູ່ລອງອານ.

ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ
ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19 ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

​ການ​ຕ້ອນຮັບ, ສະມາຄົມວິ​ສາ​ຫະ​ກິດ​ຈີນ ສາຂາ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ວິ​ສາ​ຫະກິດ​ຈີນ​ຢູ່​ນະຄອນລອງອານ ​ໄດ້​ມອບເລິນ 500 ລ້ານດົ່ງ ໃຫ້ແກ່ ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ແຂວງ ລອງ​ອານ ​ແລະ 500 ລ້ານດົ່ງ ໃຫ້ແກ່ ກອງ​ທຶນ​ໜູນ​ຊ່ວຍ​ເດັກທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ ​ຈຽວຄ່ຽນ, ປະທານສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຈີນ ​ສາຂາ​ນະ​ຄອນ​ໂຮ່​ຈິ​ມິນ​ ໃຫ້​ຮູ້​ວ່າ: ນອກຈາກ​ມານະ​ພະຍາຍາມ​ຮັກສາ​ສະຖຽນ​ລະ​ພາບ​ການ​ຜະລິດ ​ແລະ ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ ​ແລະ​ ວິ​ສາ​ຫະກິດ​ຈີນ​ແລ້ວ, ບັນດາວິສາຫະກິດຈີນ ​ດຳ​ເນີນ​ທຸລະ​ກິດ ຢູ່​ນະຄອນ ໂຮ່ຈີ​ມິນ ​ແລະ ລອງ​ອານ ຍາມ​ໃດ​ກໍ່​ມີ​ຄວາມ​ຮັບ​ຮູ້ ​ກ່ຽວ​ກັບ​ການ​ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ສັງຄົມ​ໃຫ້​ປະຊາ​ຄົມ.

ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ
​ສະມາຄົມວິ​ສາ​ຫະ​ກິດ​ຈີນ ສາຂາ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ວິ​ສາ​ຫະກິດ​ຈີນ​ຢູ່​ນະຄອນລອງອານ ​ໄດ້​ມອບເລິນ 500 ລ້ານດົ່ງ ໃຫ້ແກ່ ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ແຂວງ ລອງ​ອານ ​ແລະ 500 ລ້ານດົ່ງ ໃຫ້ແກ່ ກອງ​ທຶນ​ໜູນ​ຊ່ວຍ​ເດັກທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພາບ: baolongan.vn

ດ້ວຍ​ການ​ບໍລິຈາກ​ດັ່ງກ່າວ, ນັກທຸລະກິດ​ຈີນ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ ​ແລະ ຄວາມ​ປາດ​ຖະໜາ​ຢາກ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເຈືອງ​ວັນ​ເນາະ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ລອງ​ອານ ​ ໄດ້​ສະແດງຄວາມຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ວິ​ສາ​ຫະກິດ​ຈີນ ​ໃຫ້​ແກ່ຜູ້​ທຸກ​ຍາກ ​ແລະ​ ເດັກ​ນ້ອຍ​ ​ຢູ່​ແຂວງ ລອງ​ອານ. ພ້ອມ​ກັນ​ນັ້ນ, ທ່ານ​ເຈືອງ​ວັນ​ເນາະ ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ເຮັດ​ວຽກ​ງານ​ການ​ກຸສົນ​ຕື່ມ​ອີກ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ​ ກັນ​ຫຼາຍກວ່າ.

ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຈີນ ​ສາຂາ​ນະ​ຄອນ​ໂຮ່​ຈິ​ມິນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2001. ​ໃນ​ໄລຍະ 20 ປີ​ແຫ່ງ​ການ​ດຳ​ເນີນ​ງານ, ສະມາຄົມ​ໄດ້​ຈັດ​ກິດຈະກຳ​ອາສາ​ສະໝັກ​ ເຊັ່ນ: "ບໍລິຈາກ​ເຮືອນ​ການ​ກຸສົນ", "ກອງ​ທຶນ​ໜູນ​ຊ່ວຍ​ວຽກ​ງານ​ສົ່ງ​ເສີມ​ການ​ສຶກສາ ບັນດາການ​ເຄື່ອນ​ໄຫວ​ໄປ​ຢ້ຽມ​ຢາມສູນບຳລຸງສຸຂະພາບ ​ແລະ ສູນ​ລ້ຽງ​ເດັກ​ກຳພ້າ-ຄົນ​ພິການ​ຫວຽດນາມ”.

ພິ​ເສດ, ​ໃນ​ໄລຍະ​ໂລກ​ລະບາດ​ໂຄ​ວິດ-19 ​ຮອບ​ທີ 4, ສະມາຄົມ ​ໄດ້​ເຄື່ອນ​ໄຫວ​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ​ບໍລິຈາກ ​ແລະ ດຳ​ເນີນ​ບັນດາ​ກິດຈະກຳ​ການ​ກຸສົນ ​ຄື: ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ​ແລະ ຢາ​ໃຫ້​ໂຮງໝໍ​ແພດສາດ​ການຢາມະຫາວິທະຍາ​ໄລ Shingmark ​ແຂວງດົ່ງ​ນາຍ ​ເປັນ​ມູນ​ຄ່າ 710 ລ້ານ​ດົ່ງ; ມອບຖັງອົກຊີ, ໜ້າກາກ ແລະ ອຸປະກອນການແພດໃຫ້ໂຮງໝໍ Becamex Binh Duong ມູນຄ່າ 770 ລ້ານດົ່ງ; ມອບເງິນໃຫ້ກອງທຶນປ້ອງກັນພະຍາດໂຄວິດ-19 ຈຳນວນ 50,000 ໂດລາ. ມອບໃຫ້ໂຮງໝໍທະຫານ 175 ເຄື່ອງ ມູນຄ່າ 525 ລ້ານດົ່ງ; ມອບ​ໃຫ້ “ຕະຫຼາດ​ສູນດົງ” ຂອງ​ສະມາຄົມ​ກາ​ແດງ​ແຂວງ ບິ່ງ​ເຢືອງ ດ້ວຍ​ຍອດ​ຈຳນວນ​ເງິນ 1 ຕື້​ດົ່ງ. ພ້ອມ​ກັນ​ນັ້ນ, ສະມາຄົມ​ຍັງ​ໄດ້​ຈັດ​ຕັ້ງ​ການ​ລົງ​ຢ້ຽມຢາມ​ ສະຖານ​ທີ່​ຊ່ວຍ​ເຫຼືອບຳລຸງສຸຂະພາບ, ບ້ານ​ພັກຄົນຊະລາ, ​ບ້ານ​ເດັກ​ກຳ​ພ້າ ​ຈຳນວນ​ໜຶ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.