ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV

22:45 | 31/05/2021

ລົດ ATV ມີແຕ່ສາມລໍ້ ຫາ ສີ່ລໍ້ ລົດປະເພດນີ້ເຄີຍນຳໃຊ້ຢູ່ບັນປະເທດພັດທະນາໃນໂລກ. ເມື່ອບໍ່ດົນມານີ້ ພວກນິຍົມລົດATVຢູ່ ຫວຽດນາມໄດ້ມີໂອກາດຮ່ວມເດີນທາງພ້ອມກັບລົດATV 50 ຄັນ ຢູ່ຕາມສາຍທາງຢູ່ດົງໂມ ດິດສະໂກເວຣີ ຂຶ້ນກັບເຂດທ່ອງທ່ຽວດົງໂມເຊີນເຕິຍຮ່າໂນ້ຍ.

ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່ ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່
ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ” ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

ລົດ ATV ຖືກອອກແບບດ້ວຍຂະໜາດ 300 CC ມີລະບົບ 4 ເກຍຄືຂຶ້ນຄ້ອຍ, ທາງຮາບພຽງ, ເກຍເລກ 0 ແລະ ຖອຍຫຼັງ. ສຳລັບລະບົບເບກ, ໃນພື້ນຖານແລ້ວກໍ່ຄ້າຍຄືກັບລົດໂມໂຕໂດຍທົ່ວໄປ. ພາຍຫຼັງທີ່ໄດ້ປະກອບຄວາມຮູ້ກ່ຽວກັບຄວາມປອດໄພ ແລະ ສ້າງຄວາມຊິນເຄີຍກັບລົດ, ເພື່ອນ ຫງວຽນຮຸ່ງທ໊ວດແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ: “ຄວາມຮູ້ສຶກເມື່ອໄດ້ຂັບລົດກໍ່ແມ່ນຄວາມຮູ້ສຶກຄືໄດ້ກ້າວເຂົ້າສູ່ໂລກສະເພາະຂອງຕົນ. ສຽງດັງຂອງຈັກໄດ້ດຶງດູດໃຈຜູ້ຂັບຂີ່ກໍ່ຄືຜູ້ຊົມ”.

ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV
ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV. (ພາບ: VOV)

ດົງໂມ ດິດສະໂກເວຣີ ຖືກອອກແບບດ້ວຍທາງສາມສາຍມີຍອດລວງຍາວກວ່າ 30 ກິໂລແມັດຖືກແບ່ງເປັນສີ່ໄລຍະທາງ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈ ດ້ວຍທັດຊະນີຍະພາບປ່ຽນແປງຢ່າງຕໍ່ເນື່ອງຈາກພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານຂຽວອຸ່ມທຸ່ມຮົກເຮື້ອຫວ່າງເປົ່າຕະຫຼອດຮອດບັນດາໜອງນ້ຳໃສຂຽວເຢັນ. ຢູ່ແຫ່ງນີ້ມີພຽງແຕ່ແຂກທ່ອງທ່ຽວສາມາດເຊື່ອມຕົວເຂົ້າກັບທຳມະຊາດເທົ່ານັ້ນ. ອ້າຍຫງວຽນແອັງຕ໊ວນ ຜູ້ຮັບຜິດຊອບບໍລິຫານການບໍລິການຂີ່ລົດ ATV ຢູ່ດົງໂມ ດິດສະໂກເວຣີ ໃຫ້ຮູ້ວ່າ:

“ປັດຈຸບັນດົງໂມ ດິດສະໂກເວຣີ ມີສາມສາຍທາງເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາ. ທີໜຶ່ງແມ່ນສາຍທາງໂຣມັນ. ນີ້ແມ່ນສາຍທາງເພື່ອຄົ້ນຫາທິວທັດທຳມະຊາດຜ່ານເນຶ້ອທີ່ປ່າຕ່າງໆ.ສ່ວນສາຍທາງອາເດີວັນແມ່ນສະຫງວນໃຫ້ແກ່ບັນດາເພື່ອນສາມາດຂັບລົດໄດ້ດີກວ່າ. ສະພາບພູມີສັນຖານໃນເສັ້ນທາງນີ້ກໍ່ສັບສົນກວ່າຍ້ອນວ່າມີທາງຄ້ອຍແລະຄົດລ້ຽວ. ສ່ວນສາຍທາງສຸດທ້າຍແມ່ນສາຍທາງ ອ໋ອບນີ້ແມ່ນສາຍທາງທີ່ສັບສົນທາງດ້ານພູມີສັນຖານຜູ້ຂັບລົດຕ້ອງມີທັກສະ ສະເພາະແລະ ຕ້ອງຜ່ານການຄົ້ນຫາຫຼາຍຄັ້ງແລ້ວຈຶ່ງສາມາດຂັບຂີ່ໄດ້”.

ບໍ່ພຽງແຕ່ໄດ້ຄົ້ນຫາທິວທັດທຳມະຊາດເທົ່ານັ້ນ, ແຂກທ່ອງທ່ຽວຍັງສາມາດຖ່າຍເປັນທີ່ລະນຶກພ້ອມກັບລົດATVໃນທັດຊະນີຍະພາບສວຍສົດງົດງາມອາກາດປອດໂປ່ງເຢັນສະບາຍແລະສາມາດເອົາຮູບຖ່າຍເຫຼົ່ານີ້ ລົງເຟດບຸກຂອງຕົນ. ເພື່ອນ ເທືອງງ່ານເປັນຄັ້ງທຳອິດໄດ້ຂັບລົດATVຢູ່ ດົງໂມ ດິດສະໂກເວຣີ ເວົ້າວ່າ:

“ພາຍຫຼັງທີ່ມີຄວາມປະຫຼາດໃຈຕ້ອງສ້າງຄວາມຊິນເຄີຍໃນເບື້ອງຕົ້ນ, ເຮົາກໍ່ເຫັນວ່າມີຄວາມກ້າຫານກວ່າເພື່ອຄົ້ນຫາທິວທັດທຳມະຊາດ. ໃນສາຍທາງນີ້ກໍ່ມີໄລຍະທາງບາງຕອນສະດວກສະບາຍທີ່ສຸດເຮົາກໍ່ສາມາດຊົມປ່າໄມ່ສັດສາວາສິ່ງຢູ່ອ້ອມຂ້າງ.ແຕ່ພັດມີສາຍທາງເຮັດໃຫ້ເຮົາປ່ຽນແປງຄວາມຮູ້ສຶກຄືໃນເວລາຂຶ້ນຄ້ອຍສູງຕ້ອງແລ່ນຜ່ານຂີ້ຕົມເຮົາກໍ່ຮູ້ສຶກມີຄວາມຢ້ານກົວ”.

ຕອນສຸດທ້າຍຂອງການເດີນທາງກໍ່ແມ່ນເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານຖືກປົກຄຸມດ້ວຍຮົ່ມເຢັນບັນດາຕົ້ນໄມ້ໃຫຍ່ ແລະຢູ່ຄຽງຂ້າງໜອງນ້ຳຂຽວໃສເຢັນ. ມຸ່ງສາຍຕາໄປທາງໄກແມ່ນແຈໜຶ່ງຂອງໜອງດ້ວຍບັນດາຕົ້ນໄມ້ຂຽວອຸ່ມທຸ່ມພວມຖອດເງົາລົງໜ້າໜອງອັນໄດ້ສ້າງເປັນຮູບພາບທີ່ສວຍສົດງົດງາມດັ່ງໃນຝັນ. ອ້າຍຫງວຽນແອັງຕ໊ວນໃຫ້ຮູ້ຕື່ມອີກວ່າ: “ໃນໄລຍະທີ່ຈະມາເຖິງໜອງແຫ່ງນີ້ຈະກາຍເປັນໜອງບົວ ແລະ ຈະກາຍເປັນບ່ອນທີ່ເຮົາສາມາດຕັ້ງຄ້າຍພັກຜ່ອນໄດ້ຢ່າງສະບາຍ. ທາງໃນຂອງເຂດປ່ານີ້ ຈະແມ່ນບັນດາເຂດເຮືອນເຮັດເທິງຕົ້ນໄມ້. ຈະມີການລະຫຼິ້ນສະຫງວນໃຫ້ແກ່ເດັກນ້ອຍ.ລະດູຮ້ອນໃກ້ຈະມາເຖິງແລ້ວຮອດຍາມຕອນບ່າຍໃຜໆມີຄວາມຕ້ອງການຢ້ຽມຊົມທິວທັດທຳມະຊາດໃນໜອງກໍ່ມີເຮືອຮັບໃຊ້ໃຫ້ເຮົາ”.

ດົງໂມ ດິດສະໂກເວຣີ ແມ່ນສະຖານທີ່ດູດດື່ມສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບການທ່ອງທ່ຽວພະຈົນໄພພ້ອມກັບຄວາມນິຍົມແຂ່ງລົດ ATV ທັງແມ່ນບ່ອນເພື່ອໃຫ້ບັນດາຄອບຄົວຜູກມັດຄວາມຮັກແພງນຳກັນ ທັງເປັນບ່ອນລະຫຼິ້ນຢ່ອນອາລົມຂອງພວກໄວໜຸ່ມອີກດ້ວຍ.

ບັນດາທ້ອງຖິ່ນຊອກຫາທິດເດີນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ ບັນດາທ້ອງຖິ່ນຊອກຫາທິດເດີນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ

ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ.

​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ໄດ້ຮັບ​ຄວາມ​ນິຍົມ ໃນປະເທດ ລາວ ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ໄດ້ຮັບ​ຄວາມ​ນິຍົມ ໃນປະເທດ ລາວ

ລາວເປັນປະເທດທີ່ເຕັມໄປດ້ວຍມົນສະເໜ່ແຫ່ງຄວາມສະຫງົບ ລຽບງ່າຍ ມີທຳມະຊາດທ່າມກາງພູຜາປ່າດົງ ທີ່ສວຍສົດງົດງາມ ພ້ອມທັງຍັງອະນຸລັກທໍາມະຊາດຄົງໄວ້ໄດ້ທີ່ຄົນຕ່າງປະເທດມາຮອດຈອດເຖິງຕ່າງກໍ່ອິດສາ ແລະ ຍົກໃຫ້ເປັນອີກໜຶ່ງປະເທດທີ່ໜ້າທ່ອງທ່ຽວ ທີ່ສຸດ. ນອກນັ້ນຍັງມີເມືອງສວຍງາມ ປະຊາຊົນກໍ່ໜ້າຮັກ ແລະ ຈາກການເປັນເມືອງທີ່ໜ້າທ່ອງທ່ຽວແນວນີ້ ນັກທ່ອງທ່ຽວຈຶ່ງບໍ່ພາດມາສຳຜັດທໍາມະຊາດທີ່ຫາເບິ່ງໄດ້ຍາກ.

vovworld.vn

ເຫດການ
302 Found

Found

The document has moved here.