ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

14:24 | 24/12/2020

ຍ​ສ​ໝ - ແຜນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ CLV ໄດ້​ຮັບ​ການ​ສ້າງ​ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ຈະ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ສາມ​ປະ​ເທດ, ສ້າງ​ບັນ​ດາ​ສາຍ​ກາ​ນ​ທ່ອງ​ທ່ຽວ, ເຊື່ອມ​ໂຍງ​ບັນ​ດາ​ຈຸດ​ນັດ​ພົບ, ສ້າງ​ການ​ແຜ່ຂະ​ຫ​ຍາຍ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດນີ້ ແລະ ຈາກ​ນັ້ນ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ສາມ​ປະ​ເທດ

ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)
ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 9, ກອງປະຊຸມສຸດຍອດ CLMV 10 ແລະກອງປະຊຸມສຸດຍອດ CLV 11
ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ
ວັດທະນະທຳ ຄ້ອງ ໄຕຫງວຽນຂອງ ຫວຽດ​ນາມ (ພາບ: TTXVN)

ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ໃນ​ໄລ​ຍະ 2020 – 2025, ວິ​ໄສ​ທັດ​ມາ​ຮອດ​ປີ 2030 ຫາ​ກໍ່​ໄດ້​ບັນ​ດາ​ການ​ນຳ​ກຳ​ປູ​ເຈຍ, ລາວ, ຫວຽດ​ນາມ (CLV) ໄດ້​ຮັບ​ຮອງ​ເອົາ​ດ້ວຍ​ຄວາມ​ຫວັງ​ຢາກ​ນຳ​ການ​ທ່ອງ​ທ່ຽວ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ເປັນ​ໜ້າ​ດຶງ​ດູດ​ໃຈ​ຂອງ​ໂລກ.

ແຜນ​ການນີ້​ແມ່ນ​ເອ​ກະ​ສານ​ຍຸດ​ທະ​ສາດ​ເຂດ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຢູ່ 13 ແຂວງ​ໃນ​ເຂດ​ເສດ​ຖະ​ກິດ​ພັດ​ທະ​ນາ ຂອງ ລາວ, ກຳ​ປູ​ເຈຍ, ຫວຽດ​ນາມ​ລ​ວມ​ມີ: Ratanakiri, Stung Treng, Mondulkiri, Kraté (ກຳ​ປູ​ເຈຍ), ​ອັດ​ຕາ​ປື, ສາ​ລາວັນ, ເຊ​ກອງ, ຈຳ​ປາ​ສັກ (ລາວ), ກອມ​ຕຸມ, ຢາ​ລາຍ, ດັກ​ລັກ, ດັກ​ນົງ, ບິ່ງ​ເຟືອກ (ຫວຽດ​ນາມ). ແຜນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ CLV ໄດ້​ຮັບ​ການ​ສ້າງ​ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ຈະ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ສາມ​ປະ​ເທດ, ສ້າງ​ບັນ​ດາ​ສາຍ​ກາ​ນ​ທ່ອງ​ທ່ຽວ, ເຊື່ອມ​ໂຍງ​ບັນ​ດາ​ຈຸດ​ນັດ​ພົບ, ສ້າງ​ການ​ແຜ່ຂະ​ຫ​ຍາຍ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດນີ້ ແລະ ຈາກ​ນັ້ນ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ສາມ​ປະ​ເທດ, ຊຸກ​ຍູ້​ເປົ້າ​ໝາຍ​ຂອງ​ຂອບ​ເຂດ​ການ​ຮ່ວມ​ມື​ແມ່ນ “ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ມື​ສາມ​ປະ​ເທດ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ເຂດ”.

ເຂດ​ສາມ​ລ່ຽມ​ພັດ​ທະ​ນາ​ທີ່​ມີ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ອຸ​ດົມ​ສົບ​ບູນ, ພົ້ນ​ເດັ່ນ, ສ່ວນຫຼາຍ​ແມ່ນ​ຍັງ​ຫົວ​ເຮື້ອ ຍັງ​ບໍ່​ທັນ​ໄດ້​ຮັບ​ການຂຸດ​ຄົ້ນ​ໄດ້ຫຼາຍ​ປານ​ໃດ. ເຂດ​ສາມ​ລ່ຽວ​ພັດ​ທະ​ນາ CLV ກໍ່​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ມໍ​ລະ​ດົກ​ລັດ​ຖະ​ນະ​ທຳ​ທີ່​ສຳ​ຄັນ​ໃນ 2 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຂອງ UNESCO: ມໍ​ລະ​ດົກວັດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖຸ (ວັດ​). ປັດ​ຈຸ​ບັນ, ເຂດ​ສາມ​ລ່ຽມ ພັດ​ທະ​ນາ CLV ຫາ​ກໍ່​ດຶງ​ດູດ​ໄດ້​ແຂກ​ທ່ອງ​ທ່ຽວ​ບໍ່ຫຼາຍ​ປານ​ໃດ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ພາກ​ພື້ນ​ຕ່າງໆ​ຂອງ​ທັງ​ສາມ​ປະ​ເທດ. ຍອດ​ຈຳ​ນວນ​ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ ປີ 2018 ມາ​ເຂດນີ້​ພຽງ​ແຕ່​ບັນ​ລຸ​ໄດ້ 1,5 ລ້ານ​ເທື່ອ​ຄົ​ນ. ລະ​ບົບ​ພື້ນ​ຖານ​ວັດ​ຖຸ​ເຕັກ​ນິກ​ຂອງ​ເຂດ ສາມ​ລ່ຽມ​ພັດ​ທະ​ນາ CLV ຍັງ​ທຸກ​ຍາກ. ຈຳ​ນວນ​ແຮງ​ງານ​ທ່ອງ​ທ່ຽວ​ໃນ​ເຂດຫຼາຍ​ທີ່​ສຸດ​ແມ່ນ​ຢູ່ ຫວຽດ​ນາມ​, ໃນ​ນັ້ນ​ຈຳ​ນວນ​ແຮງ​ງານ​ທ່ອງ​ທ່ຽວ​ຂອງ​ລາວ ແລະ ກຳ​ປູ​ເຈຍ​ແມ່ນ​ໜ້ອຍ​ກ່​ວາຫຼາຍ ແລະ ຄຸນ​ນະ​ພາບ​ແຮງ​ງານ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ຍັງ​ມີ​ຄວາມ​ຈຳ​ກັດ​ຢູ່. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ພາກ​ພື້ນ ສາມ​ລ່ຽມ​ພັດ​ທະ​ນາ CLV.

ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 9, ກອງປະຊຸມສຸດຍອດ CLMV 10 ແລະກອງປະຊຸມສຸດຍອດ CLV 11

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນໍ້າ Ayeyavady – ເຈົ້າພະຍາ - ແມ່ຂອງຄັ້ງທີ 9 (ACMECS – 9), ກອງປະຊຸມສຸດຍອດ ຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ...

ຫວຽດ ນາມ ລາວ ກ ຳ ປ ເຈຍ ສ ບ ຕ ປະ ຕ ບ ດ ຮ ບ ແບບ ສາມ ປະ ເທດ ມ ຈ ດ ນ ດ ພ ບ ດຽວ ກ ນ ຫວຽດນາມ ເປັນເຈົ້າການໃນການສ້າງແຜນການປະຕິບັດງານສົ່ງເສີມການຄ້າເຂດສາມຫຼ່ຽມພັດທະນາ CLV

ຍສໝ - ຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃຫ້ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.