ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ

16:46 | 28/06/2026

ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ໂຮ່ຈີມິນ, ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 115 ປີ ວັນທີ່ຊາຍໜຸ່ມຜູ້ຮັກຊາດ ຫງວຽນເຕິດແທັງ ເດີນທາງອອກບວດຊອກຫາຫົນທາງກູ້ຊາດ (5/6/1911-5/6/2026) ແລະ ຄົບຮອບ 80 ປີ ການເດີນທາງຢ້ຽມຢາມປະເທດ ຝຣັ່ງ ຂອງປະທານ ໂຮ່ຈີມິນ ພາຍໃນຖານະອາຄັນຕຸກະລາຍໃຫຍ່ ຂອງລັດຖະບານ ຝຣັ່ງ (1946-2026).

ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ
ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ເລທິເຟືອງ ຜູ້ອຳນວຍການເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ເນັ້ນຢ້ຽມວ່າ, ປະເທດ ຝຣັ່ງ ແມ່ນສະຖານທີ່ບັນທຶກຫຼວງຫຼາຍຂີດໝາຍອັນຄຳສຳຄັນ ພາຍໃນຊີວິດການເຄື່ອນໄຫວປະຕິວັດ ຂອງປະທານ ໂຮ່ຈີມິນ. ແມ່ນຢູ່ທີ່ນີ້ເອງ, ເພິ່ນໄດ້ຊອກເຫັນຫົນທາງກູ້ຊາດອັນຖືກຕ້ອງ ແລະ ວາງຮາກຖານໃຫ້ແກ່ພາລະກິດປົດປ່ອຍຊາດ.

ຈຸດເດັ່ນຂອງລະດັບເຫດການ ແມ່ນງານວາງສະແດງສະເພາະກິດ ທີ່ຈຳລອງການເດີນທາງເຄື່ອນໄຫວຂອງ ຫງວຽນອາຍກວ໋ອກ - ໂຮ່ຈີມິນ ຢູ່ບົນຜືນແຜ່ນດິນ ຝຣັ່ງ ຜ່ານລະບົບພາບພົດ ແລະ ເອກະສານ. ງານວາງສະແດງໄດ້ວາດພາບເສັ້ນທາງນັບຕັ້ງແຕ່ຄວາມມຸ່ງມາດປາດຖະໜາຊອກຫາຫົນທາງກູ້ຊາດ, ຂະບວນການຕໍ່ສູ້ເພື່ອສິດເສລີພາບ ຂອງບັນດາປະເທດຫົວເມືອງຂຶ້ນ, ບັນດາຄວາມພະຍາຍາມເຈລະຈາເພື່ອສັນຕິພາບພາຍໃນປີ 1946, ຂີດໝາຍຂອງສັນຍາ ປາຣີ ປີ 1973 ຮອດຄຸນຄ່າມໍລະດົກ ໂຮ່ຈີມິນ ຢູ່ພາຍໃນສາຍພົວພັນມິດຕະພາບ ຫວຽດນາມ - ຝຣັ່ງ ໃນປັດຈຸບັນ.

ທ່ານ ຕິ້ງດຶກຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຢັ້ງຢືນວ່າ, ປະເທດ ຝຣັ່ງ ມີທີ່ຕັ້ງອັນພິເສດ ພາຍໃນການເດີນທາງປະຕິວັດຂອງ ຫງວຽນອາຍກວ໋ອກ - ປະທານ ໂຮ່ຈີມິນ. ບັນດາປີເດືອນທີ່ເຄື່ອນໄຫວຢູ່ທີ່ນີ້ ໄດ້ປະກອບສ່ວນສ້າງຕັ້ງແນວຄິດ ແລະ ຄຸນທາດການເມືອງ ຂອງເພິ່ນ, ຊ່ວຍໃຫ້ເພິ່ນຊອກເຫັນຫົນທາງປົດປ່ອຍຊາດທີ່ເໝາະສົມໃຫ້ແກ່ ຫວຽດນາມ, ໃນຂະນະດຽວກັນກໍເຊື່ອມຕໍ່ຄວາມມຸ່ງມາດປາດຖະໜາເອກະລາດ, ເສລີພາບ ຂອງຊາດ ກັບບັນດາຄຸນຄ່າກ້າວໜ້າຂອງມວນມະນຸດ.

ຕາມທ່ານເອກອັກຄະລັດຖະທູດ ຕິ້ງດຶກຫາຍ ແລ້ວ, ຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຍັງຄົງສືບຕໍ່ແມ່ນສັນຍະລັກຂອງຄວາມຮັກຊາດ, ຈິດໃຈມະນຸດສະທຳ ແລະ ຄວາມມຸ່ງມາດປາດຖະໜາສັນຕິພາບ, ບັນດາຄຸນຄ່າທີ່ຍັງຄົງຮັກສາຄວາມໝາຍຢ່າງຄົບຖ້ວນ ຕໍ່ກັບ ຫວຽດນາມ ພາຍໃນໄລຍະການພັດທະນາປັດຈຸບັນ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ທົບທວນຄືນຫຼວງຫຼາຍສະຖານທີ່ ທີ່ສະໜິດແໜ້ນກັບປະທານ ໂຮ່ຈີມິນ ທີ່ຍັງຄົງໄດ້ຮັບການປົກປັກຮັກສາຢູ່ທີ່ ຝຣັ່ງ ເຊັ່ນ: ສວນສາທາລະນະ Montreau ຢູ່ນະຄອນ Montreuil, ເນື້ອທີ່ ໂຮ່ຈີມິນ ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊີວິດ, ແຜ່ນສີລາຈາລຶກອະນຸສອນຢູ່ Sainte-Adresse ແລະ ແຜ່ນປ້າຍອະນຸສອນຢູ່ນະຄອນທ່າເຮືອ Marseille. ນີ້ແມ່ນບັນດາສັນຍະລັກໃຫ້ແກ່ນ້ຳໃຈມິດຕະພາບ ຫວຽດນາມ - ຝຣັ່ງ, ໃນຂະນະດຽວກັນກໍສະແດງໃຫ້ເຫັນເຖິງຄວາມທະນຸຖະໜອມຂອງອຳນາດການປົກຄອງ ແລະ ປະຊາຊົນ ຝຣັ່ງ ຕໍ່ກັບປະທານ ໂຮ່ຈີມິນ ກໍຄືປະຫວັດສາດສາຍພົວພັນລະຫວ່າງສອງປະເທດ.

ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ
ທ່ານນາງ ເລທິເຟືອງ, ຜູ້ອຳນວຍການເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ມອບປຶ້ມ "ຫວຽນອາຍກວ໋ອກ - ໂຮ່ຈີມິນ ກັບປະເທດຝຣັ່ງ" ໃຫ້ແກ່ບັນດາຜູ້ແທນ. (ພາບ: ໜັງສືພິມລັດຖະບານ).

ພາຍໃນຂອບເຂດແຜນງານ, ຄະນະຈັດຕັ້ງໄດ້ແນະນຳປຶ້ມພາບສອງພາສາ ຫວຽດ - ຝຣັ່ງ "ຫງວຽນອາຍກວ໋ອກ - ໂຮ່ຈີມິນ ກັບປະເທດຝຣັ່ງ" ໂດຍສຳນັກພິມຈຳໜ່າຍສື່ມວນຊົນ (TTXVN) ສົມທົບກັບ ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ຈັດຕັ້ງປະຕິບັດ. ປຶ້ມຫົວດັ່ງກ່າວໄດ້ຮວບຮວມເອົາເກືອບ 300 ເອກະສານ ແລະ ພາບພົດ ທີ່ໄດ້ເກັບກູ້ມາຈາກບັນດາສູນຫໍສະໝຸດແຫ່ງຊາດ, ຫໍພິພິທະພັນ, ຫໍສະໝຸດຂອງ ຫວຽດນາມ ແລະ ຝຣັ່ງ ພ້ອມກັບການປະກອບສ່ວນຂອງຫຼວງຫຼາຍພະຍານບຸກຄົນທາງປະຫວັດສາດ ພາຍໃນຊຸມຊົນຄົນ ຫວຽດນາມ ປະຈຳ ຝຣັ່ງ, ຈຳລອງການເດີນທາງເຄື່ອນໄຫວຂອງ ຫງວຽນອາຍກວ໋ອກ - ໂຮ່ຈີມິນ ຕາມລຳດັບເວລາ, ໃນຂະນະດຽວກັນກໍເຮັດໃຫ້ບົດບາດຂອງເພິ່ນ ພາຍໃນການວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ຝຣັ່ງ ໂດດເດັ່ນຂຶ້ນ.

ເນື່ອງພາຍໃນໂອກາດນີ້, ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ກໍໄດ້ຮັບຮອງເອົາຫຼວງຫຼາຍເອກະສານ, ພາບພົດ ໂດຍຄອບຄົວທ່ານໝໍ ເລວັນກືວ ແລະ ຄອບຄົວຊ່າງພາບ ເລເຕິ້ນຊວນ ມອບໃຫ້. ພາຍໃນນັ້ນມີບັນດາຮູບພາບກ່ຽວກັບປະທານ ໂຮ່ຈີມິນ, ພາບພົດຢູ່ທີ່ຄອບຄົວຂອງທ່ານ ແລະ ທ່ານນາງ Raymond Aubrac, ບັນດາສະບັບໜັງສືພິມ L'Humanité ທີ່ລົງພາບປະທານ ໂຮ່ຈີມິນ ພ້ອມກັບຫຼວງຫຼາຍເອກະສານທີ່ກ່ຽວຂ້ອງເຖິງການຢ້ຽມຢາມປະເທດຝຣັ່ງ ປີ 1946 ແລະ ກິດຈະກຳການທູດ ຫວຽດນາມ - ຝຣັ່ງ ພາຍໃນບັນດາປີຕໍ່ມາ.

ຕາງໜ້າເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໃຫ້ຮູ້ວ່າ ບັນດາວັດຖຸພັນທີ່ໄດ້ຮັບມອບໃນຄັ້ງນີ້ ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ສາງເອກະສານກ່ຽວກັບປະທານ ໂຮ່ຈີມິນ ອຸດົມສົມບູນຂຶ້ນຕື່ມເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງນ້ຳໃຈຂອງຊຸມຊົນຄົນ ຫວຽດນາມ ປະຈຳ ຝຣັ່ງ ຕໍ່ກັບບ້ານເກີດເມືອງນອນ ແລະ ຜູ້ນຳທີ່ເຄົາລົບຮັກ. ບັນດາເອກະສານຈະໄດ້ຮັບການສືບຕໍ່ປົກປັກຮັກສາ, ຄົ້ນຄວ້າ ແລະ ເສີມຂະຫຍາຍຄຸນຄ່າ ຜ່ານກິດຈະກຳການວາງສະແດງ, ການພິມຈຳໜ່າຍ ແລະ ການສຶກສາມູນເຊື້ອ.

ຕາມຄະນະຈັດຕັ້ງແລ້ວ, ລະດັບກິດຈະກຳໄດ້ປະກອບສ່ວນແນະນຳຊີວິດ, ພາລະກິດ ແລະ ມໍລະດົກຂອງປະທານ ໂຮ່ຈີມິນ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງຂຶ້ນຕື່ມ ມາຍັງມວນຊົນຝຣັ່ງ ແລະ ເພື່ອນມິດສາກົນ; ໃນຂະນະດຽວກັນກໍກະຈາຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງ ຫວຽດນາມ, ເພີ່ມທະວີຄວາມສະໜິດແໜ້ນຂອງຊຸມຊົນຄົນ ຫວຽດນາມ ປະຈຳ ຝຣັ່ງ ກັບບ້ານເກີດເມືອງນອນ ແລະ ສືບຕໍ່ບົວລະບັດນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ພາຍໃນໄລຍະເວລາເຄື່ອນໄຫວວຽກງານຢູ່ທີ່ ຝຣັ່ງ, ຄະນະຜູ້ແທນເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະទេດ ກໍໄດ້ໄປຈຸດທູບ, ວາງພວງມາລາ ຢູ່ທີ່ອະນຸສາວະລີລຸງໂຮ່ ຢູ່ສວນສາທາລະນະ Montreau, ໃນຂະນະດຽວກັນກໍໄດ້ປັບປຸງ, ປ່ຽນແປງ, ເພີ່ມເຕີມວັດຖຸພັນຢູ່ທີ່ ເນື້ອທີ່ ໂຮ່ຈີມິນ ພາຍໃນຫໍພິພິທະພັນປະຫວັດສາດແຫ່ງຊີວິດ. ຫຼວງຫຼາຍສິ່ງພິມ ແລະ ເອກະສານກ່ຽວກັບຊີວິດ, ແນວຄິດ, ພາລະກິດ ຂອງປະທານ ໂຮ່ຈີມິນ ໄດ້ຮັບການຈັດວາງ, ເພີ່ມເຕີມ, ປະກອບສ່ວນໂຄສະນາມໍລະດົກຂອງເພິ່ນ ມາຍັງມວນຊົນຝຣັ່ງ ແລະ ປຸກຝັງຄວາມພາກພູມໃຈໃນຊາດ ພາຍໃນຊຸມຊົນຄົນ ຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ພາຍໃນປະເທດນີ້.

ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື

ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.

ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ

ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ