ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ

16:56 | 28/06/2026

ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ.

Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ
ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ
ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ
ຄະນະຜູ້ແທນເຮັດວຽກຮ່ວມກັບກະຊວງຍຸຕິທຳ ບູນກາລີ - ພາບ: ກະຊວງຍຸຕິທຳ

ການເດີນທາງເຄື່ອນໄຫວວຽກງານໃນຄັ້ງນີ້ ແນໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນກ່ຽວກັບການໄກ່ເກ່ຍ, ບັນດາວິທີການແກ້ໄຂຂໍ້ຂັດແຍ່ງທາງເລືອກ, ວຽກງານການເຜີຍແຜ່, ສຶກສາກົດໝາຍ ແລະ ການຫັນເປັນດິຈິຕອນ ພາຍໃນຂົງເຂດຍຸຕິທຳ.

ເລີ່ມຕົ້ນແຜນງານ, ວັນທີ 25 ມິຖຸນາ, ຄະນະຜູ້ແທນໄດ້ເຮັດວຽກຮ່ວມກັບກະຊວງຍຸຕິທຳ ບູນກາລີ ໂດຍແມ່ນທ່ານນາງ Irena Borisova, ຮອງລັດຖະມົນຕີກະຊວງຍຸຕິທຳ ບູນກາລີ ເປັນປະທານ. ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການປະຕິຮູບກົດໝາຍ ແລະ ຍຸຕິທຳ, ການພັດທະນາບັນດາວິທີການແກ້ໄຂຂໍ້ຂັດແຍ່ງທາງເລືອກ, ການບຳລຸງສ້າງຊັບພະຍາກອນມະນຸດດ້ານຍຸຕິທຳ, ການສ້າງຕັ້ງລະບົບຍຸຕິທຳເອເລັກໂຕຣນິກ ແລະ ກົນໄກການພັດທະນາການໄກ່ເກ່ຍທີ່ສະໜິດແໜ້ນກັບລະບົບຍຸຕິທຳ.

ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ
ທ່ານນາງ ຮອງລັດຖະມົນຕີ ຫງວຽນແທັງງອກ ມອບຂອງກຳນັນອະນຸສອນໃຫ້ແກ່ສູນໄກ່ເກ່ຍ ຂຶ້ນກັບສານປະຈຳເຂດ Sofia - ພາບ: ກະຊວງຍຸຕິທຳ

ທ່ານນາງ ຮອງລັດຖະມົນຕີ ຫງວຽນແທັງງອກ ກໍໄດ້ແບ່ງປັນບັນດາໝາກຜົນອັນພົ້ນເດັ່ນຂອງ ຫວຽດນາມ ພາຍໃນການສ້າງຕັ້ງລັດແຫ່ງກົດໝາຍ, ການປັບປຸງລະບົບກົດໝາຍໃຫ້ສົມບູນ, ການປະຕິຮູບຍຸຕິທຳ ແລະ ການຫັນເປັນດິຈິຕອນ; ໃນຂະນະດຽວກັນກໍໄດ້ແນະນຳກິດຈະກຳການເຜີຍແຜ່, ສຶກສາກົດໝາຍ ແລະ ການໄກ່ເກ່ຍຢູ່ຂັ້ນຮາກຖານ. ຜ່ານການແລກປ່ຽນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື, ມຸ່ງໄປເຖິງການລົງນາມແຜນງານການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດ ພາຍໃນໄລຍະຕໍ່ໜ້າໃຫ້ໄດ້ໂດຍໄວ.

ຖັດຈາກນັ້ນ, ຕອນເຊົ້າວັນທີ 26 ມິຖຸນາ, ຄະນະຜູ້ແທນໄດ້ເຮັດວຽກຮ່ວມກັບສູນໄກ່ເກ່ຍ ຂຶ້ນກັບສານປະຈຳເຂດ Sofia ເພື່ອຊອກຮູ້ຮູບແບບການໄກ່ເກ່ຍທີ່ສະໜິດແໜ້ນກັບສານ, ການຜັນຂະຫຍາຍການໄກ່ເກ່ຍແບບອອນລາຍ ແລະ ບັນດາວິທີການຮັບປະກັນຄວາມປອດໄພ, ຄວາມລັບຂອງຂໍ້ມູນພາຍໃນຂະບວນການໄກ່ເກ່ຍ. ຄະນະຜູ້ແທນຕີລາຄານີ້ແມ່ນບັນດາບົດຮຽນຕົວຈິງທີ່ມີຄຸນຄ່າ ເພື່ອໃຫ້ ຫວຽດນາມ ຖອດຖອນບົດຮຽນພາຍໃນຂະບວນການຄົ້ນຄວ້າ, ປັບປຸງກົດໝາຍກ່ຽວກັບການໄກ່ເກ່ຍໃຫ້ສົມບູນ.

ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ
ຄະນະຜູ້ແທນໄປວາງພວງມາລາ ແລະ ຈຸດທູບ ຢູ່ທີ່ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ທີ່ນະຄອນຫຼວງ Sofia. ພາບ: ກະຊວງຍຸຕິທຳ

ເຮັດວຽກຮ່ວມກັບສະມາຄົມຜູ້ໄກ່ເກ່ຍແຫ່ງຊາດ ບູນກາລີ ພາຍໃນຕອນບ່າຍວັນທີ 26 ມິຖຸນາ, ຄະນະຜູ້ແທນໄດ້ແລກປ່ຽນກ່ຽວກັບບົດບາດຂອງອົງການຈັດຕັ້ງສັງຄົມ-ວິຊາຊີບ ພາຍໃນການບຳລຸງສ້າງ, ຍົກສູງລະດັບຄວາມຮູ້ໃຫ້ແກ່ຜູ້ໄກ່ເກ່ຍ, ການພັດທະນາວັດທະນະທຳການໄກ່ເກ່ຍ ແລະ ການເຂົ້າຮ່ວມການສ້າງຕັ້ງນະໂຍບາຍ, ກົດໝາຍ. ສອງຝ່າຍກໍໄດ້ມີການແລກປ່ຽນກ່ຽວກັບຄວາມສາມາດພາຍໃນການເພີ່ມທະວີການຮ່ວມມື ຜ່ານການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງການໄກ່ເກ່ຍຂອງສອງປະເທດ.

ຢູ່ທີ່ສະຖາບັນການໄກ່ເກ່ຍ ແລະ ອະນຸຍາໂຕຕຸລາການແຫ່ງຊາດ ບູນກາລີ ແລະ ສະພາການຄ້າ ແລະ ອຸດສາຫະກຳ ບູນກາລີ, ຄະນະຜູ້ແທນໄດ້ຊອກຮູ້ບົດຮຽນການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານແບບຮ່ວມໝູ່, ກົນໄກການສົມທົບກັນລະຫວ່າງການໄກ່ເກ່ຍ ແລະ ອະນຸຍາໂຕຕຸລາການ ພາຍໃນການແກ້ໄຂຂໍ້ຂັດແຍ່ງທາງການຄ້າ, ປະກອບສ່ວນສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະຖຽນລະພາບ ແລະ ໂປ່ງໃສ.

ຜ່ານບັນດາວາລະການເຮັດວຽກ, ຄະນະຜູ້ແທນຮັບຮູ້ໄດ້ວ່າ ເຖິງວ່າຮູບແບບການໄກ່ເກ່ຍຂອງ ບູນກາລີ ຈະມີລັກສະນະວິຊາຊີບ, ສຸມໃສ່ແກ້ໄຂບັນດາຂໍ້ຂັດແຍ່ງທາງແພ່ງ, ການຄ້າ ແລະ ແຮງງານເປັນຕົ້ນຕໍ, ໃດ໋ໃນຂະນະທີ່ການໄກ່ເກ່ຍຢູ່ຂັ້ນຮາກຖານຂອງ ຫວຽດນາມ ແມ່ນສະຖາບັນການຄຸ້ມຄອງຕົນເອງຂອງຄຸ້ມຊຸມຊົນ ໂດຍແມ່ນບັນດາຜູ້ທີ່ມີຊື່ສຽງເປັນຜູ້ຈັດຕັ້ງປະຕິບັດ, ແຕ່ສອງປະເທດກໍມີຫຼວງຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບທັດສະນະການພັດທະນາການໄກ່ເກ່ຍ, ຕ່າງກໍເຊີດຊູຄວາມສະໝັກໃຈ, ການເຈລະຈາ, ການຕົກລົງຂອງບັນດາຝ່າຍ ແລະ ຖືວ່າການໄກ່ເກ່ຍແມ່ນວິທີການທີ່ມີສະມັດຖະພາບ ເພື່ອຈຳກັດຂໍ້ຂັດແຍ່ງ, ຫຼຸດຜ່ອນພາລະແບກຫາບໃຫ້ແກ່ລະບົບຍຸຕິທຳ. ນີ້ແມ່ນບັນດາບົດຮຽນອັນຄຳສຳຄັນ ເພື່ອຮັບໃຊ້ໃຫ້ແກ່ຂະບວນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການໄກ່ເກ່ຍຢູ່ຂັ້ນຮາກຖານ ແລະ ປັບປຸງນະໂຍບາຍກ່ຽວກັບການໄກ່ເກ່ຍຢູ່ ຫວຽດນາມ ໃຫ້ສົມບູນ.

ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ
ຄະນະຜູ້ແທນເຮັດວຽກຮ່ວມກັບສະຖານທູດ ຫວຽດນາມ ປະຈຳ ບູນກາລີ - ພາບ: ກະຊວງຍຸຕິທຳ

ພາຍໃນຂອບເຂດການເດີນທາງເຄື່ອນໄຫວວຽກງານ, ຄະນະຜູ້ແທນກໍໄດ້ໄປວາງພວງມາລາ ແລະ ຈຸດທູບ ຢູ່ທີ່ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ທີ່ນະຄອນຫຼວງ Sofia ແລະ ເຮັດວຽກຮ່ວມກັບສະຖານທູດ ຫວຽດນາມ ປະຈຳ ບູນກາລີ ກ່ຽວກັບສະພາບການຮ່ວມມືລະຫວ່າງສອງປະເທດ ພາຍໃນຂົງເຂດກົດໝາຍ, ຍຸຕິທຳ, ການສຶກສາ, ການຄ້າ ແລະ ການລົງທຶນ; ໃນຂະນະດຽວກັນກໍສະເໜີໃຫ້ສະຖານທູດສືບຕໍ່ເປັນຂົວຕໍ່ຊຸກຍູ້ສາຍພົວພັນການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ກັບບັນດາອົງການ, ຈັດຕັ້ງຂອງ ບູນກາລີ.

ການເດີນທາງເຄື່ອນໄຫວວຽກງານໄດ້ສຳເລັດບັນດາຄາດໝາຍທີ່ວາງໄວ້, ປະກອບສ່ວນເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງບັນດາອົງການກົດໝາຍ, ຍຸຕິທຳ ຂອງ ຫວຽດນາມ ແລະ ບູນກາລີ, ທັງສະໜອງຫຼວງຫຼາຍບົດຮຽນຕົວຈິງ ເພື່ອຮັບໃຊ້ໃຫ້ແກ່ຂະບວນການຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍການໄກ່ເກ່ຍຢູ່ຂັ້ນຮາກຖານ, ປັບປຸງນະໂຍບາຍກ່ຽວກັບການໄກ່ເກ່ຍ ແລະ ວຽກງານການເຜີຍແຜ່, ສຶກສາກົດໝາຍຢູ່ ຫວຽດນາມ ໃຫ້ສົມບູນ.

ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ

ຍສໝ - ນັບຕັ້ງແຕ່ວັນທີ 28 ຮອດວັນທີ 29 ມິຖຸນາ, ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ຮ່າໂນ້ຍ) ໄດ້ຈັດລະດັບກິດຈະກຳພາຍໃຕ້ຫົວຂໍ້ "ວັນບຸນຄອບຄົວ" ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີ ວັນຄອບຄົວ ຫວຽດນາມ (28/6/2001-28/6/2026), ປະກອບສ່ວນເຊີດຊູບັນດາຄຸນຄ່າມູນເຊື້ອຂອງຄອບຄົວ ຫວຽດນາມ, ໃນຂະນະດຽວກັນກໍແນະນຳເອກະລັກວັດທະນະທຳຂອງຄຸ້ມຊຸມຊົນ 54 ...

ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ

ຍສໝ - ມະຕິສະບັບເລກທີ 06-NQ/TW ລົງວັນທີ 19 ພຶດສະພາ 2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ວາງເປົ້າໝາຍພັດທະນາການຕ່າງປະເທດພາຍໃນຍຸກສະໄໝໃໝ່ ໃຫ້ສົມຄູ່ກັບລະດັບຄວາມສູງທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທີ່ຕັ້ງຂອງປະເທດຊາດ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ