| ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ | |
| ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ |
ພາຍໃນການພົບປະ, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ Evgeny Grigoriev ປະທານຄະນະພົວພັນຕ່າງປະເທດນະຄອນ Saint Petersburg ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະຜູ້ແທນລະຫວ່າງຂະແໜງການຂອງ ຫວຽດນາມ, ໃນຂະນະດຽວກັນກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນຣັດເຊຍ.
ຕາມທ່ານລັດຖະມົນຕີແລ້ວ, ຜ່ານໄລຍະເວລາ 76 ປີ ນັບຕັ້ງແຕ່ສອງປະເທດສະຖາປະນາສາຍພົວພັນການທູດຮ່ວມກັນ (30/1/1950-30/1/2026), ສາຍພົວພັນ ຫວຽດນາມ - ສະຫະພັນຣັດເຊຍ ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍບໍ່ຫົວຊາຕໍ່ກັບບັນດາຄວາມຜັນຜວນຂອງສະພາບການໂລກ. ເປັນພິເສດ, ບັນດາການຢ້ຽມຢາມຂັ້ນສູງພາຍໃນຊ່ວງເວລາຜ່ານມາ, ໂດດເດັ່ນແມ່ນການຢ້ຽມຢາມລັດຖະກິດ ຢູ່ທີ່ ຫວຽດນາມ ຂອງ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ (Vladimir Putin) ພາຍໃນເດືອນມິຖຸນາ ປີ 2024 ແລະ ການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ສະຫະພັນຣັດເຊຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ (Tô Lâm) ພາຍໃນເດືອນພຶດສະພາ ປີ 2025, ໄດ້ສ້າງກຳລັງຂັບເຄື່ອນຕື່ມອີກ ເພື່ອຂະຫຍາຍການຮ່ວມມືພາຍໃນຫຼວງຫຼາຍຂົງເຂດ.
ໂດຍຕີລາຄາສູງຕໍ່ບົດບາດ ຂອງ Saint Petersburg ພາຍໃນສາຍພົວພັນ ຫວຽດນາມ - ຣັດເຊຍ, ທ່ານລັດຖະມົນຕີ ຫວາງແທັງຕຸ່ງ ຖືວ່າ ນະຄອນບໍ່ພຽງແຕ່ແມ່ນສູນກາງປະຫວັດສາດ, ວັດທະນະທຳອັນສຳຄັນ ຂອງສະຫະພັນຣັດເຊຍ ເທົ່ານັ້ນ ແຕ່ຍັງແມ່ນສະຖານທີ່ຈັດຕັ້ງຫຼວງຫຼາຍເວທີປາໄສສາກົນທີ່ມີຊື່ສຽງ, ພາຍໃນນັ້ນມີ ເວທີປາໄສນິຕິກຳສາກົນ Saint Petersburg ແລະ ເວທີປາໄສເສດຖະກິດສາກົນ Saint Petersburg.
ທ່ານຍັງໄດ້ແບ່ງປັນບັນດາຄວາມປະທັບໃຈ ກ່ຽວກັບຄວາມງາມຂອງນະຄອນທີ່ຕັ້ງຢູ່ແຄມແມ່ນ້ຳ Neva, ການປົກປັກຮັກສາບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ພ້ອມກັບຄວາມເປັນມິດ, ການຕ້ອນຮັບຢ່າງອົບອຸ່ນ ຂອງອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ. ຕາມທ່ານລັດຖະມົນຕີແລ້ວ, ບັນດາປັດໄຈດັ່ງກ່າວ ໄດ້ປະກອບສ່ວນບົວລະບັດຄວາມຮູ້ສຶກສະໜິດແໜ້ນ ລະຫວ່າງປະຊາຊົນສອງປະເທດ.
ບົນພື້ນຖານສາຍພົວພັນທວິພາຄີ ທີ່ພວມຂະຫຍາຍຕົວໃນທາງບວກ, ທ່ານລັດຖະມົນຕີ ໄດ້ສະເໜີໃຫ້ Saint Petersburg ສືບຕໍ່ເສີມຂະຫຍາຍບົດບາດ ພາຍໃນຖານະແມ່ນໜຶ່ງໃນບັນດາສູນກາງການຕ່າງປະເທດອັນສຳຄັນ ຂອງສະຫະພັນຣັດເຊຍ, ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ ແລະ ບັນດາອົງການຈັດຕັ້ງຂອງ ຫວຽດນາມ.
![]() |
| ຄະນະຜູ້ແທນ ຫວຽດນາມ ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. (ພາບ: ໜັງສືພິມ ເຍີນເຢີນ). |
ຕອບສະໜອງຕໍ່ສິ່ງດັ່ງກ່າວ, ທ່ານ Evgeny Grigoriev ປະທານຄະນະພົວພັນຕ່າງປະເທດ Saint Petersburg ໄດ້ສະແດງຄວາມຮູ້ສຶກອັນພິເສດ ຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ທີ່ມີໃຫ້ແກ່ ຫວຽດນາມ. ທ່ານເນັ້ນຢ້ຽມວ່າ ຫວຽດນາມ ຍາມໃດກໍແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ ພາຍໃນນະໂຍບາຍການຕ່າງປະເທດຂອງ Saint Petersburg ແລະ ມີຄວາມມຸ່ງມາດປາດຖະໜາຢາກໃຫ້ສາຍພົວພັນການຮ່ວມມືລະຫວ່າງນະຄອນ ກັບບັນດາທ້ອງຖິ່ນຂອງ ຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ, ນຳມາຊຶ່ງປະສິດທິຜົນອັນແທ້ຈິງ.
ທ່ານ Vyacheslav Kalganov ຮອງປະທານຄະນະພົວພັນຕ່າງປະເທດ Saint Petersburg ໄດ້ຕີລາຄາສູງຕໍ່ການເດີນທາງເຄື່ອນໄຫວວຽກງານຂອງຄະນະຜູ້ແທນ ຫວຽດນາມ, ໂດຍຖືວ່າການຢ້ຽມຢາມໃນຄັ້ງນີ້ ດຳເນີນໄປພາຍໃນຊ່ວງເວລາທີ່ມີຄວາມໝາຍ ເມື່ອມີພຽງແຕ່ບໍ່ກີ່ວັນ ກໍຈະຮອດໂອກາດສະເຫຼີມສະຫຼອງຄົບຮອບ 103 ປີ ວັນທີ່ປະທານ ໂຮ່ຈີມິນ ເດີນທາງມາຮອດ Petrograd ເປັນຄັ້ງທຳອິດ, ຊຶ່ງປັດຈຸບັນແມ່ນ Saint Petersburg (30/6/1923-30/6/2026). ທ່ານຍັງໄດ້ທົບທວນຄືນຫຼວງຫຼາຍຂີດໝາຍການຮ່ວມມືລະຫວ່າງ Saint Petersburg ກັບ ຫວຽດນາມ ພາຍໃນບັນດາປີຜ່ານມາ ແລະ ສະແດງຄວາມທະນຸຖະໜອມຕໍ່ກັບການປະກອບສ່ວນຂອງຝ່າຍ ຫວຽດນາມ ພາຍໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງຝ່າຍ.
ໜຶ່ງໃນບັນດາເນື້ອໃນທີ່ໜ້າເອົາໃຈໃສ່ ຢູ່ພາຍໃນການພົບປະ ແມ່ນສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບບັນດາທິດທາງການຮ່ວມມືຕົວຈິງ ພາຍໃນໄລຍະຕໍ່ໜ້າ. ທາງຝ່າຍ Saint Petersburg ມີຄວາມມຸ່ງມາດປາດຖະໜາຢາກສົມທົບຮ່ວມກັບ ສະຫະພັນບັນດາອົງການຈັດຕັ້ງຄົນ ຫວຽດນາມ ປະຈຳ ສະຫະພັນຣັດເຊຍ ຜັນຂະຫຍາຍໂຄງການກໍ່ສ້າງອະນຸສາວະລີ ບັນດາຊ່ຽວຊານ ສະຫະພາບໂຊວຽດ (ໃນເມື່ອກ່ອນ) ແລະ ຫວຽດນາມ ຢູ່ທີ່ ຫວຽດນາມ, ໃນຂະນະດຽວກັນກໍສະເໜີໃຫ້ຝ່າຍ ຫວຽດນາມ ສືບຕໍ່ສະໜັບສະໜູນຂໍ້ລິເລີ່ມໃນຄັ້ງນີ້.
ຕາງໜ້າຄະນະພົວພັນຕ່າງປະເທດ Saint Petersburg, ອົງການກົດໝາຍຂອງນະຄອນ ແລະ ທ່ານ ຫງວຽນແຄ໋ງຫງອກ ປະທານສະມາຄົມນັກກົດໝາຍ ຫວຽດນາມ ກໍໄດ້ມີການແລກປ່ຽນກ່ຽວກັບຄວາມສາມາດພາຍໃນການຂະຫຍາຍການຮ່ວມມື ພາຍໃນຂົງເຂດກົດໝາຍ ແລະ ວິຊາຊີບກົດໝາຍ, ມຸ່ງໄປເຖິງການເພີ່ມທະວີການແລກປ່ຽນວິຊາສະເພາະ ແລະ ການເຊື່ອມຕໍ່ລະຫວ່າງບັນດາອົງການນິຕິກຳຂອງສອງຝ່າຍ.
ພາຍຫຼັງການເຮັດວຽກ, ຄະນະຜູ້ແທນ ຫວຽດນາມ ໄດ້ໄປທັດສະນະສຶກສາ ຫໍພິພິທະພັນ "ຫ້ອງຫຼົບໄພ Zhdanov" ຢູ່ກ້ອງພະລາຊະວັງ Smolny, ສະຖານທີ່ຈຳລອງກອງບັນຊາການໃຕ້ດິນຂອງແນວຮົບ Leningrad ພາຍໃນປາງສົງຄາມປ້ອງກັນຊາດອັນຍິ່ງໃຫຍ່, ຜ່ານນັ້ນໄດ້ຊອກຮູ້ຕື່ມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຂອງນະຄອນ Saint Petersburg.
| ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ ຍສໝ - ມະຕິສະບັບເລກທີ 06-NQ/TW ລົງວັນທີ 19 ພຶດສະພາ 2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ວາງເປົ້າໝາຍພັດທະນາການຕ່າງປະເທດພາຍໃນຍຸກສະໄໝໃໝ່ ໃຫ້ສົມຄູ່ກັບລະດັບຄວາມສູງທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທີ່ຕັ້ງຂອງປະເທດຊາດ. |
| ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ. |
