ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ

08:19 | 07/10/2022

ຍສໝ - ກອງ​ປະ​ຊຸມ​ສຳມະນາແນະ​ນຳ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ຢູ່ Kuala Lumpur ​ແມ່ນ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຄັ້ງ​ທຳ​ອິດ ​ໂດຍ​ສະ​ຖານ​ທູດ​ ຈັດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄ​ວິດ-19.

ຈຸດວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ເຫດການໂຄສະນາເຜີຍແຜ່ວັດທະນະທຳສິລະປະມາເລເຊຍ ຈຸດວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ເຫດການໂຄສະນາເຜີຍແຜ່ວັດທະນະທຳສິລະປະມາເລເຊຍ
Google ໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວຫວຽດນາມ Google ໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວຫວຽດນາມ

ເຂົ້າ​ຮ່ວມງານ​ ​ມີ​ທ່ານ​ນາງ Cynthia Tan ຮອງ​ປະທານ MATTA ​ແລະ ຜູ້ຕາງໜ້າ​ບໍລິສັດ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 100 ແຫ່ງ; ປະທານ VNTE, ຜູ້ອໍານວຍການບໍລິສັດທ່ອງທ່ຽວ Nhat Dong Duong, ທ່ານ ຫງວຽນເຊີນຖຸຍ ແລະ ປະມານ 20 ບໍລິສັດທ່ອງທ່ຽວຫວຽດນາມ; ທ່ານນາງ ເຈິ່ນທິຈາງ, ປະທານສະມາຄົມມິດຕະພາບມາເລເຊຍ-ຫວຽດນາມ; ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ມາ​ເລ​ເຊຍ - ຫວຽດ​ນາມ ແລະ ເພື່ອນ​ມິດ​ທ້ອງ​ຖິ່ນເປັນຈຳນວນຫຼວງ​ຫຼາຍ​.

ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ມາເລເຊຍ.

ໃນການ​ພົບ​ປະ ​ແລະ ປຶກສາ​ຫາລື​ກັບ​ບັນດາ​ຄູ່​ຮ່ວມ​ມື​ກ່ອນການຈັດງານ​, ທ່ານ​ເອກ​ອັກຄະ​ລັດຖະທູດ ເຈີ່ນຫວຽດທາຍ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ບໍ່​ພຽງ​ແຕ່​ແນະນຳ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວສານ​ໃໝ່ ​ກ່ຽວ​ກັບ​ຂໍ້ກຳນົດການ​ເຂົ້າເມືອງຫວຽດນາມ, ​ເພື່ອ​ດຶງ​ດູດ​ຊາວ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຊາວ​ມາ​ເລ​ເຊຍ ເວົ້າ​ສະ​ເພາະ​ ໃຫ້​ມາ​ຢ້ຽມຢາມ​ຫວຽດນາມ. ພິ​ເສດ​, ​ເຫດການ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເຊື່ອມ​ໂຍງ ​ແລະ ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ຜ່ານ​ນັ້ນ ກໍ​ຊ່ວຍ​ຟື້ນ​ຟູ​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ 2 ປະ​ເທດ, ຮັດ​ແໜ້ນ​ສາຍ​ພົວພັນ​ອັນ​ດີງາມ ຫວຽດນາມ - ມາ​ເລ​ເຊຍ.

ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ MATTA Cynthia Tan ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ, ກໍ່ຄື​ບັນດາ​ຜົນງານການ​ພັດທະນາ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ. ທ່ານນາງໃຫ້ຮູ້ວ່າ ລາວມີຄວາມປະທັບໃຈເປັນພິເສດ ຕໍ່ບັນດາຫາດຊາຍທະເລທີ່ຍາວ ແລະ ສວຍງາມຢູ່ນະຄອນ ຍາຈາງ ແລະ ຝູ໋ກວກ, ຫວັງວ່າ ຄຽງຄູ່ກັບການຕັດສິນໃຈເປີດເສັ້ນທາງໂດຍກົງ ຈາກ Kuala Lumpur ໄປຫາ ດ່າໜັງ, ນັກທ່ອງທ່ຽວຈາກມາເລເຊຍ ໄປຍັງ ຫວຽດນາມ ຈະເພີ່ມຂຶ້ນ. ທ່ານ​ນາງ​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, MATTA ຈະ​ຊຸກຍູ້​ການ​ຂຸດ​ຄົ້ນ​ຕະຫຼາດ​ທ່ອງ​ທ່ຽວ​ຫວຽດນາມ ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ຜ່ານ​ບັນດາ​ຕົວ​ແທນ​ຂອງ MATTA ທີ່​ມີ​ຢູ່ 13 ລັດ​ຂອງ​ມາ​ເລ​ເຊຍ.

ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ

ຕາງໜ້າ​ໃຫ້ VNTE, ທ່ານ ຫງວຽນເຊີນຖຸຍ ກໍ່​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮ່ວມ​ມື​ກັບ​ສະຖານທູດ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ. ທ່ານ​ກ່າວ​ວ່າ ດ້ວຍ​ການອັບເດດໃໝ່​ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ​ກັບ​ຕະຫຼາດ​ມາ​ເລ​ເຊຍ, ຫວຽດນາມ ຈະ​ມີ​ກາລະ​ໂອກາດເປີດກວ້າງ​ການ​ຮ່ວມ​ມື, ​ຄົ້ນຫາ​ຕະຫຼາດ​ທີ່​ມີ​ຫຼາຍຈຸດະິເສດ​ຄື​ມາ​ເລ​ເຊຍ.

ທີ່ເຫດການ, ແຂກ​ທ່ອງ​ທ່ຽວ​ໄດ້​ຊົມ​ການ​ສະ​ແດງ​ລາຍການສິລະປະ​ເຊັ່ນ: ການ​ຟ້ອນ “ຫວຽດນາມ ບ້ານ​ເກີດ​ຂອງ​ຂ້າພະ​ເຈົ້າ”, “ສະບາຍດີ ຫວຽດນາມ” ​ສະ​ແດງ ​ໂດຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ; ເບິ່ງຮູບເງົາກ່ຽວກັບຄວາມງາມ ແລະ ອາຫານການກິນຂອງຫວຽດນາມ ກໍ່ຄືບັນດາເຂດທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ.

ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ບັນດາຜູ້ແທນ ໄດ້ຖ່າຍຮູບທີ່ລະນຶກ.

ນັບ​ແຕ່​ສອງ​ປະ​ເທດ​ໄດ້​ຍົກ​ເວັ້ນວີ​ຊາສຳລັບ​ຜູ້​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ​ໃນ​ເດືອນ​ກັນຍາ​ປີ 2001 ​ແລະ ປັບປຸງ​ການ​ເຊື່ອມ​ຕໍ່​ທາງ​ອາກາດ, ຈຳນວນ​ນັກ​ທ່ອງ​ທ່ຽວມາ​​ເລ​ເຊຍ​ ໄປຍັງ ​ຫວຽດນາມ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ປີ 2019, ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ໄປ​ຫວຽດ​ນາມ​ບັນ​ລຸ 605.000 ກວ່າເທື່ອ​ຄົນ, ເພີ່ມ​ຂຶ້ນ 12,2% ເມື່ອ​ທຽບ​ໃສ່​ປີ 2018.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.