ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ໄດ້ຮັບ​ຄວາມ​ນິຍົມ ໃນປະເທດ ລາວ

09:02 | 06/10/2020

ລາວເປັນປະເທດທີ່ເຕັມໄປດ້ວຍມົນສະເໜ່ແຫ່ງຄວາມສະຫງົບ ລຽບງ່າຍ ມີທຳມະຊາດທ່າມກາງພູຜາປ່າດົງ ທີ່ສວຍສົດງົດງາມ ພ້ອມທັງຍັງອະນຸລັກທໍາມະຊາດຄົງໄວ້ໄດ້ທີ່ຄົນຕ່າງປະເທດມາຮອດຈອດເຖິງຕ່າງກໍ່ອິດສາ ແລະ ຍົກໃຫ້ເປັນອີກໜຶ່ງປະເທດທີ່ໜ້າທ່ອງທ່ຽວ ທີ່ສຸດ. ນອກນັ້ນຍັງມີເມືອງສວຍງາມ ປະຊາຊົນກໍ່ໜ້າຮັກ ແລະ ຈາກການເປັນເມືອງທີ່ໜ້າທ່ອງທ່ຽວແນວນີ້ ນັກທ່ອງທ່ຽວຈຶ່ງບໍ່ພາດມາສຳຜັດທໍາມະຊາດທີ່ຫາເບິ່ງໄດ້ຍາກ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ
ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ ຮັບປະກັນໃຫ້ 100% ຈຳນວນບ້ານມີເຮືອນວັດທະນະທຳ ຫລື ສະຖານທີ່ ເພື່ອການດຳເນີນຊີວິດຂອງຊຸມຊົນ ຢູ່ ຮ່າໂນ້ຍ

ບໍ່​ນໍ້າ​ຮ້ອນ​ເມືອງ​ຮ້ຽມຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ຫ່າງຈາກເທສະບານເມືອງຊໍາເໜືອໄປທາງທິດຕາເວັນຕົກ 155 ກິໂລແມັດ ເປັນສະຖານທີທ່ອງທ່ຽທີ່ມີເສັ້ນທາງເຂົ້າໄປເຖິງທັງສະດວກສະບາຍຕື່ມອີກ​.ກ່າວກັນວ່ານີ້ແມ່ນບໍ່ນໍ້າຮ້ອນໃຫຍ່ທີ່ສຸດຢູ່ ສປປ ລາວ ແລະ ກໍ່ມີຄວາມຮ້ອນສູງສຸດເຖິງ 100 ອົງສາ ຊຶ່ງບໍ່ບອກກໍ່ຮູ້ດີວ່າອຸນຫະພູມຂະໜາດນີ້ສາມາດຕົ້ມໄຂ່ ແລະ ປຸງແຕ່ງອາ ຫານປະເພດອື່ນສຸກໄດ້ພາຍໃນບໍ່ເທົ່າໃດວິນາທີ.ຈາກການເປັນບໍ່ນໍ້າຮ້ອນທີ່ທໍາມະຊາດສ້າງຂຶ້ນ ໂດຍມີນໍ້າພຸ່ງຂຶ້ນເທິງໜ້ານໍ້າຕະຫລອດປີ​​ແລ້ວ​ໄຫລ​ຜ່ານ​ນໍ້າ​ຫ້ວຍທີ່ຖ້າທ່ານໃດຕ້ອງການລົງຫລິ້ນ ຫລື​ ​ອາບ​ນໍ້າກໍ່ໄດ້​ຢ່າງ​ສະບາຍ.ປັດຈຸບັນ​​ໜ່ວຍ​ງານ​ກ່ຽວຂ້ອງ​ໄດ້​ເຂົ້າ​ໄປ​ບູລະນະ ​ແລະ ສ້າງ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ ​ຊຶ່ງພາຍ​ໃນ​ບໍລິ​ເວນ​ບໍ່​ນໍ້າ​ອຸ່ນ​​ມີທັງຕູບໃຫ້ນັ່ງຫລິ້ນນັ່ງພັກຜ່ອນ ຫລື ແມ່ນແຕ່ນອນຫລິ້ນກໍ່ສະບາຍ​ທັງ ເຄື່ອງ​ດື່ມ​ໄວ້​ຄອຍ​ບໍລິການ​ຜູ້​​ເຂົ້າ​ທ່ຽວ​ຊົມຢ່າງພຽງພໍ.ຫລາຍທ່ານອາດຄິດວ່າຄ່າຜ່ານປະຕູຄືຈະແພງແຕ່ບໍ່ແພງດອກພຽງແຕ່​​ຜູ້​ລະ 2.000 ກີບ​ສະ​​ເພາະ​ຄົນ​ພາຍໃນ​ແຂວງ ຫລື ​ເມືອງ,ສ່ວນຄົນ​ຕ່າງປະ​ເທດ​ 5.000 ​ກີບ​ຕໍ່​ຄົນ ແລະ ​ເປີດ​​ບໍລິການ​ແຕ່ວັນ​ຈັນຫາວັນອາທິດແຕ່​ 7:00 ​ໂມງ​ເຊົ້າ​ ຫາ 19:00 ​ໂມງ​ແລງ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ
ນໍ້າ​ຕົກຕາດພະ​ແຈ​ແຫລ້

ປະເທດ​ ລາວ ກໍ​ມີ​ສະຖານທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມແລະໄດ້ຮັບ​ຄວາມ​ນິຍົມໜຶ່ງ​ໃນນັ້ນ​​ນໍ້າ​ຕົກຕາດພະ​ແຈ​ແຫລ້ເປັນ​ນ້ຳຕົກ​ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມແລະໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ເຂົ້າ​ໄປ​ທ່ຽວ​ຊົມຈັດ​ກິດຈະກຳກິນ​ເຂົ້າ​ປ່າ​ສາມັກຄີ​ໃນ​ວັນພັກລັດຖະການເຊິ່ງ​ນ້ຳຕົກຕາດ​ນີ້​​ຕັ້ງ​ຢູ່​ບ້ານ​ນ້ຳ​ຄຽນເມືອງ​ຮົ່ມແຂວງໄຊສົມ​​ບູນ. ຖ້າ​ທ່ານ​ໃດ​ມີ​ໂອກາດ​ໄດ້​ໄປ​ແຂວງ​ໄຊ​ສົມບູນກໍ​ຢ່າ​ລືມ​ໄປ​ສຳຜັດ​ກັບ​ບັນຍາກາດ​ອັນ​ສວຍ​ງາມ​ຂອງ​​ນໍ້າ​ຕົກ​ຕາດ​ແຫ່ງ​ນີ້ຮັບຮອງ​ວ່າ​ທ່ານ​ຈະ​ຕິດ​ໃຈແລະຢາກ​ກັບ​ໄປ​ອີກ​ຢ່າງ​ແນ່​ນອນ. ​​ນໍ້າ​ຕົກ​ຕາດ​ແຫ່ງ​ນີ້ຍັງ​ຮັກສາ​ຄວາມ​ເປັນ​ທຳ​ມະ​ຊາດ​ໄວ້​ໄດ້​ຢ່າງ​ສົມບູນເພາະ​ຍັງ​ບໍ່​ມີ​ກັນ​ດັດແປງຫລືພັດທະນາ​ພໍ​ປານໃດ, ສ່ວນເສັ້ນທາງທີ່ເຂົ້າໄປຫາຕາດນັ້ນແມ່ນຖືກປັບປຸງໃຫ້ສະດວກສະບາຍຫລາຍ ເອົາ​ເປັນ​ວ່າ​ຖ້າ​ທ່ານ​ໃດ​ໄປແລະຕ້ອງການ​ໄປ​ພັກຜ່ອນ​ກິນ​ເຂົ້າ​ປ່າ​​ທ່າມ​ກາງ​ທຳ​ມະ​ຊາດ​ອັນ​ສວຍ​ງາມກໍ​ຕ້ອງ​ໄດ້​ກະກຽມ​ອາຫານ​ການ​ກິນ, ເຄື່ອງ​ດື່ມແລະເຄື່ອງ​ອຳນວຍ​ຄວາ​ມະ​ດວກ​ຕ່າງໆ​ໄປ​ພ້ອມແລະຖ້າ​ໄປ​ໄປ​ຮອດ​ແລ້ວຢ່າ​ລືມ​ລົງ​ຫລິ້ນ​​ນໍ້າ​ໄສໆ​ເຢັນໆທີ່​ໄຫລ​ໄປ​ຕາມ​​ໂຫງ່ນ​ຫີນ​ນ້ອຍ​ໃຫຍ່ເຊິ່ງ​ຈະ​ສ້າງ​ຄວາມ​ເພີດເພີນ​ໃຫ້​ທ່ານ​ຢ່າງ​ແນ່​ນອນ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ
ຕາດຟານ

ຈ​າກ​ຂໍ້​ມູນ​ການ​ທ່ອງ​ທ່ຽວ ກັບ​ນ້ຳ​ຕົ​ກ​ຕາດ​ຟານເມືອງປາກ ຊ່ອງ​ໃຫ້​ຮູ້​ວ່າ: ຕາດ​ດັ່ງ​ກ່າວ ແມ່ນມີ​ທີ່​ຕັ້ງ​ຢູ່​ເຂດ​ຫຼັກ 38 ກຸ່ມ 3 ເມືອງປາກ​ຊ່ອງ ຫ່າງ​ຈາກ​ເທດສະ​ບານ​ເມ​ືອງ​ໄປປະມານ 12 ກິໂລ​ແມັດ, ເສັ້ນ​ທາງໄປຫາ​ຕາດ ແມ່ນ​ມີ​ຄວາມ​ສະ​ດວກ​ສະ​ບາຍລົດ​ນ້ອຍ-ໃຫຍ່ສາມາດ​ຂັບລົດເຂົ້າ​ໄປ​ຮອດ ແລະ ມີ​ບ່ອນຈອດ ລົດ​ກວ້າງ​ຂວາງຮອງ​ຮັບ​ໄດ້​ຫຼາຍ​ຄັນ ເມື່​ອ​ໄປ​ເຖິງ​ບໍ​ລິ​ເວນຂອງ​ຕາດ​ກໍ​ຈະ​ເຫັນ​ປ້າຍ​ໃຫຍ່ຂຽນ​ບອກ​ທີ່​ປະ​ຕູ​ທາງ​ເຂົ້າ​ເປັນ​ຕົວ​ໜັງ​ສື​ລາວ​ຂະ​ໜາດ​ໃຫຍ່ ''ສວນ​ອຸ​ທິຍານ​ນ້ຳ​ຕົກ​ຕາດ​ຟານ'' ​ແລະ ມີທຸງຊາດລາວ​ ປັກ​ຢູ່​ດ້ານເທິງປ້າຍ, ບໍ​ລິ​ເວນ​ຕາດຟານແມ່ນ​ເປັນເດີ່ນ​ຮາບ​ພຽງ​ດີໃນ​ເນື້ອ​ທີ່ 3.250 ຕາ​ແມັດ​ ແລະ ມີ​ສາ​ລາໜຶ່ງ​ຫຼັງ​ເປັນ​ເຮືອນ​ໄມ້, ໃນ​ນັ້ນຍ່າງ​ໄປ​ທາງ​ເບື້ອງ​ຊ້າຍ​ກໍ​ແມ່ນທາງມຸ້ງ​ໜ້າ​ໄປ​ຈຸດ​ຊົມ​ທີວທັດທຳ​ມະ​ຊາດ​ຂອງ​ຕາດ​ຟານ​ທີ່​ມີຄວາມ​ສວຍ​ງາມ ແລະ ຢູ່​ບໍ​ລິ​ເວນ​ທາງ​ເຂົ້າ​ຍັງມີ​ຮົ່ມ​ເຢັນ​ດີ​ມີອູ່​ທີ່​ເຮັດ​ດ້ວຍ​ໄມ້​ໃຫ້​ໄດ້ນັ່ງ​ຫຼິ້ນ ແລະ ຊົມ​ຄວາມ ​ສວຍ​ງາມຢູ່​ບໍລິເວນ​ຕ​າດ. ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ ນີ້ມີ​ຊື່​ສຽງ ແລະ ເປັນ​ທີ່​ຮູ້​ຈັກ​ ຂອງ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ດ້ວຍ​ລັກສະ ນະ​ພິ​ເສດ​ຂອງ​ຕາດ​ຟານ​ທີ່​ມີ ຄວາມ​ສ​ູງ​ຊັນ ​ປະ​ມານ 120 ແມັດ, ມີ​ນ້ຳ​ສອງ​ສາຍ​ຄື: ຫ້ວຍລຽງ ແລະ ຫ້ວຍ​ຈິບ​ຕົກ​ໃສ່​ກັນ, ເຮັດ​ໃຫ້​ມີ​ສຽງ​ດັງ​ທາດໆ​ເປັນ​ລະອອງ​ສີ​ຂາວນວນ​ຟົ້ງ​ກະ​ຈາຍ​ໄປທົ່ວ​ບໍ​ລິ​ເວນ​ຕາດ​ສ່ວນ​ອີກ​ດ້ານ ໜຶ່ງ​ແມ່ນ​ສວນ​ກາ​ເຟ ແລະ ສວນໝາກ​ແໜ່ງ​ຂອງປະ​ຊາ​ຊົນ​ພາຍ ໃນ​ເຂດນີ້. ດັ່ງ​ນັ້ນ ການ​ໄປ​ທ່ຽວຕາດ​ຟານນອກ​ຈາກ​ຈະ​ໄດ້​ເຫັນ ຄວາມ​ອຸ​ດົມ​ສົມ​ບູນ​​ມີທຳ​ມະ​ ຊາດ​ແລ້ວ ຍັງ​ໄດ້​ສຳ​ຜັດ​ແຫຼ່ງ ຜະ​ລິດ​ກະ​ສິ​ກຳ​ທີ່​ສ່ອງ​ແສງ​ໃຫ້ເຫັນ​ມູນ​ເຊື້ອດ​ຸ​ໝັ່ນ​ຂອງ​ຊາວ ເມືອງ​ປາກ​ຊ່ອງ ແລະ ຍັງ​ສາມາດ​ມ່ວນ​ຊື່ນ​ຕ​ື່ນ​ເຕັ້ນ​ກັບ​ກິດຈະ​ກຳ​ອັນ​ທ້າ​ທາຍນັ້ນ​ກໍ​ຄື​ການຂີ່​ສະ​ລິງ​ຈາກ​ຕົ້ນ​ໄມ້​ໃຫຍ່​ເບື້ອງໜຶ່ງ​ໄປ​ຫາ​ອີກ​ຟາກ​ຂອງ​ຫົວຕາດ.

ຕາດ​ຫ່ຽນ ເມືອງ​ນານ ແຂວງ​ຫຼວ​ງ​ພະ​ບາງແມ່ນ​ໜຶ່ງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທາງທຳ​ມະ​ຊາດຊຶ່ງ​ນັກ​ທ່ອງ​ທ່ຽວສາ​ມາດ​ໄປ​ທ່ຽວ​ຊ​ົມ​ໄດ້, ນ້ຳຕົກຕາດ​ດັ່ງ​ ກ່າວ​ເປ​ັນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ມີຄວາມ​ສວຍ​ງາມ ແລະ ມີ​ຄົນເດີນ​ທາງ​ໄປ​ທ່ຽວ​ຊ​ົມ, ພັກຜ່ອນຢ່ອນອາ​ລົມ, ສຳ​ຜັດ​ກັບ​ກິ່ນ​ອາຍທຳມະ​ຊາດ ແລະ ສາຍນ້ຳ​ພ້ອມ​ທັງ​ສາຍ​ລົ​ມ​ເຢັນຢູ່​ສະເໝີເມື່ອ​ໄດ້​ໄປ​ສຳ​ຜັດ​ຕົວ​ຈິງຈະມີ​ຄວ​າມ​ຮູ້​ສຶກ​ເຕັມ​ອີ່ມກັບ​ສະ​ພາບ​ແວດ​ລ້ອມ​ທີ່​ສວຍງາມ ແລ​ະ ມີ​ໂງ່ນ​ຫີນ​ເກາະກ່າຍ, ນ້ຳ​ໃສ​ເຢັນໆ​ໄຫຼ​ຜ່ານຕະຫຼອດ​ປີ, ອ້ອມ​ສອງ​ຟາກ​ຕາດ​ຈະ​ເຕັມ​ໄປ​ດ້ວຍ​ຕ​ົ້ນ​ໄມ້​ໃຫຍ່-ນ້ອຍ​ຕັ້ງ​ຢັ່ງ​ຢາຍ​ຢູ່​ເປັນ​ແຖວ​ຊຶ່ງ​ຕັ້ງ​ຢູ່​ບ້ານ​ນາ​ຟາຍເມ​ືອງນານຫ່າງ​ຈາກຕົວເມ​ືອງນະ​ຄອນ​-ຫຼວງ​ພະ​ບາງ ປະມານ 48 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ ຕົວ​ເມືອງ​ນານ ປະ​ມານ 14 ກິ ໂລ​ແມັດ. ນອກ​ຈາກ​ຄວາມ​ສວຍ​ງາມ​ເຫຼົ່າ​ນັ້ນ​ແລ້ວ, ອາ​ກາດ​ກໍຍັງເປັນ​ມິດ​ກັບ​ຜູ້​ຄົນ​ທີ່​ໄປທ່ອງ​ທ່ຽວ, ອາ​ກາດ​ສົດ​ຊື່​ນເຢັນ​ສະບາຍ​ໃຈ​ ແລະ ສະ​ອາດງາມຕາ ໂດຍ​ລວມແລ້ວຍ​ັງ​ຄົງ​ຮັກ​ສາ​ໄວ້​ທຳ​ມ​ະຊາດບໍ່​ມີ​ການ​ປ່ຽນ​ແປງ ຈຶ່ງ​ກາຍເປັນ​ທີ່​ນິ​ຍົມ​ຂອງ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ ນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ເພື່ອປ້ອງກັນໂລກລະບາດ COVID-19

ຍສໝ - ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ (VSAK) ພວມສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ໃຫ້ນັກສຶກສາຫວຽດນາມທົ່ວປະເທດ ສ.ເກົາຫຼີ.

ສະຖານທ ທ ອງ ທ ຽວ ທຳ ມະ ຊາດ ຫລາຍ ແຫ ງ ທ ມ ຄວາມ ສວຍ ງາມ ແລະ ໄດ ຮ ບ ຄວາມ ນ ຍ ມ ໃນປະເທດ ລາວ ຜູ້ແທນເກືອບ 400 ຄົນໄດ້ເຂົ້າຮ່ວມ "ການເດີນທາງດ້ວຍລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍສີຂຽວປີ 2020"

ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ການແຫ່ຂະບວນລົດຖີບໃນຂອບການເດີນທາງລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວປີ 2020 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.