ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ

09:08 | 10/04/2021

ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin
ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ

ວັນທີ 25 ມີນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ແຕ່ງຕັ້ງທ່ານ Gennady Bezdetko ເປັນເອກອັກຄະລັດຖະທູດຜູ້ໃໝ່ ຂອງສະຫະພັນລັດເຊຍປະຈຳຫວຽດນາມ ເພື່ອແທນທ່ານ Konstantin Vnukov .

ກ່ອນທີ່ຈະກັບເມືອບ້ານພາຍຫຼັງກວ່າ 6 ປີທີ່ເຮັດວຽກກັບຫວຽດນາມ, ທ່ານເອກອັກຄະລັດຖະທູດ Vnukov ໄດ້ໃຫ້ສຳພາດຕໍ່ນັກຂ່າວ Sputnik, ໃນນັ້ນທ່ານເອກອັກຄະລັດຖະທູດ ໄດ້ແບ່ງປັນຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະຊາຊົນ ແລະ ປະເທດຫວຽດນາມ, ແລະ ຕີລາຄາກ່ຽວກັບແງ່ຫວັງພັດທະນາການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢູງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຫວຽດນາມ Konstantin Vnukov. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.

ຜ່ານການພົບປະກັບປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໄດ້ສັງເກດເຫັນວ່າ ຊາວຫວຽດນາມຍາມໃດກໍ່ມີນ້ຳໃຈສາມັກຄີ ແລະ ມິດຕະພາບຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນລັດເຊຍ, ພິເສດແມ່ນພາສາລັດເຊຍທີ່ສືບຕໍ່ໄດ້ຮັບຄວາມນິຍົມຢູ່ຫວຽດນາມ.

ນັກການທູດລັດເຊຍໃຫ້ຮູ້ວ່າ, ປະຫວັດການເຮັດວຽກຂອງທ່ານຢູ່ຫວຽດນາມ ກໍ່ແມ່ນຈຸດເວລາທີ່ການ ນຳຂອງສອງປະເທດຮັກສາການເຈລະຈາດ້ານການເມືອງໃນລະດັບສູງ. ປີຫວຽດນາມ - ລັດເຊຍແມ່ນເຫດການສຳຄັນທີ່ສຸດ.

ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບທ່ານ Konstantin Vnukov ໃນຕອນບ່າຍວັນທີ 11 ພະຈິກ 2020. (ພາບ: TTXVN)

ພ້ອມກັນນັ້ນໃນໄລຍະດຳລົງຕຳແໜ່ງ ຂອງທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov, ຫວຽດນາມໄດ້ກາຍເປັນປະເທດທຳອິດໃນໂລກ ທີ່ໄດ້ເຊັນສັນຍາການຄ້າເສລີກັບສະຫະພັນເສດຖະກິດເອີຣົບ ແລະ ຂໍ້ຕົກລົງນີ້ກຳລັງໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ໃນໄລຍະທີ່ພະຍາດ COVID-19 ແຜ່ລະບາດຢ່າງສັບສົນ, ມູນຄ່າການຄ້າລະຫວ່າງສອງປະເທດບໍ່ໄດ້ຫຼຸດລົງ. ຮອດປີ 2020, ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ລັດເຊຍຈະເພີ່ມຂຶ້ນ 15% ແລະ ບັນລຸ 5,7 ຕື້ USD. ໃນຂະນະນັ້ນ, ການສົ່ງອອກຂອງລັດເຊຍໄປຫວຽດນາມມີທ່າອ່ຽງເພີ່ມຂຶ້ນ.

ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ກ່າວວ່າ, ຂົງເຂດທີ່ມີຄວາມໝາຍສູງສຸດຂອງການຮ່ວມມືສອງຝ່າຍ ແມ່ນການພັດທະນາແຫຼ່ງພະລັງງານ, ສ່ວນໃຫຍ່ແມ່ນນ້ຳມັນ ແລະ ອາຍແກັສ. ພ້ອມກັນນັ້ນ, ແຫຼ່ງພະລັງງານທົດແທນ - ແສງຕາເວັນ ແລະ ລົມ, ພ້ອມທັງວິທະຍາສາດ ແລະ ເຕັກໂນໂລຢີນິວເຄຼຍກໍ່ແມ່ນຂົງເຂດໃໝ່ຂອງການຮ່ວມມື.

ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ

ຍສໝ - ປີ 2021, ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ.

ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ

ຍສໝ - ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ, ການເຈລະຈາດ້ານການເມືອງຂັ້ນສູງ ແລະການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານການຄ້າ ແລະເສດຖະກິດ, ການທະຫານ ແລະເຕັກນິກການທະຫານ, ວິທະຍາສາດ-ເຕັກໂນໂລຢີ ແລະການຮ່ວມມືດ້ານມະນຸດສະທຳແມ່ນໄດ້ເສີມກໍາລັງໜູນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.