ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin

16:59 | 06/04/2021

ຍສໝ - ໃນວັນທີ 05 ເມສາ 2021, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີການໂທລະສັບກັບເລຂາທິການໃຫຍ່ພັກກອມມູນິດກູບາ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີການໂທລະສັບກັບເລຂາທິການໃຫຍ່ພັກກອມມູນິດກູບາ
ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ໃນການໂອ້ລົມທາງໂທລະສັບ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ແຈ້ງຜົນສໍາຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະ ວິໄສທັດ, ຕັ້ງເປົ້າໝາຍ ແລະ ທິດທາງພັດທະນາຂອງຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຮອບດ້ານສະເໝີຕົ້ນສະເໝີປາຍລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ເປັນສຳຄັນ; ສະແດງຄວາມປາດຖະໜາວ່າ ການພົວພັນລະຫວ່າງ ສອງປະເທດຈະນັບມື້ນັບໄດ້ຮັບການພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຊື້ອເຊີນທ່ານປະທານາທິບໍດີລັດເຊຍ Vladimir Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2021.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. (ພາບ: TTXVN)

ທ່ານປະທານາທິບໍດີ Vladimir Putin ໄດ້ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ອວຍພອນທ່ານ ຫງວຽນຝູຈ້ອງ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນປະເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ຄືນໃໝ່, ອວຍພອນທ່ານ ຫງວຽນຊວັນຟຸກ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ.

ເນື່ອງໃນໂອກາດນີ້, ການນຳສອງທ່ານໄດ້ແລກປ່ຽນຈຸດຕົ້ນຕໍກ່ຽວກັບສະພາບການຂອງສອງປະເທດໃນໄລຍະມໍ່ໆມານີ້; ເນັ້ນໜັກເຖິງການພົວພັນ ສອງ ຝ່າຍລະຫວ່າງສອງ ປະເທດ ໄດ້ມີບາດກ້າວພັດທະນາຢ່າງດີງາມໃນເກືອບທຸກຂົງເຂດ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມານະພະຍາຍາມກວ່າອີກ ເພື່ອມີບັນດາມາດຕະການຢ່າງລະອຽດໃນການຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພະລັງງານ, ນ້ຳມັນອາຍແກັດ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ, ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ-19.

ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມານະພະຍາຍາມ ເພື່ອປະຕິບັດບັນດາມາດຕະການສະເພາະ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງ, ປ້ອງກັນຊາດ, ພະລັງງານ, ນ້ຳມັນ ແລະ ອາຍແກັດ, ເສດຖະກິດ, ການຄ້າ, ການສຶກສາ, ບຳລຸງສ້າງການທ່ອງທ່ຽວ ແລະ ການປ້ອງກັນລະບາດຂອງພະຍາດ ໂຄວິດ-19... ຫວຽດນາມ ແລະ ສະຫະພັນລັດເຊຍ ຈະສືບຕໍ່ປະສານສົມທົບຢ່າງມີປະສິດທິຜົນກວ່າເກົ່າ ໃນເວທີປາໄສພາກພື້ນ ແລະ ສາກົນ...

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມວັນທີ 2 ກັນຍາ, ໃນວັນທີ 1 ກັນຍາ, ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໄປທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.