ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ

22:10 | 29/03/2021

ຍສໝ - ທ່ານລັດຖະມົນຕີ ໂຕເລີມ ໄດ້ຢືນຢັນວ່າ ການເດີນທາງຢ້ຽມຢາມຂອງທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງຂອງສະຫະພັນລັດເຊຍ ຈະປະກອບສ່ວນເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ລັດເຊຍ ໄດ້ຮັບຄວາມເລິກເຊິ່ງກວ່າເກົ່າ.

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ ສະເໜີຕົວປຶ້ມກ່ຽວກັບ 70 ປີແຫ່ງການພົວພັນຫວຽດນາມ-ລັດເຊຍ
ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

ໃນວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະພັນລັດເຊຍ ທີ່ນຳພາໂດຍທ່ານພົນເອກ Nikolai Patrushev - ເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງຂອງສະຫະພັນລັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມແຕ່ວັນທີ 15-17 ມີນາ.

ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຂອງທ່ານເລຂາທິການສະພາຄວາມໝັ້ນຄົງລັດເຊຍ ມີຄວາມໝາຍສຳຄັນຍິ່ງ, ປະຕິບັດຕາມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລັດເຊຍ (1950 - 2020).

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ

ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຂອງທ່ານເລຂາທິການສະພາຄວາມໝັ້ນຄົງລັດເຊຍ ມີຄວາມໝາຍສຳຄັນຍິ່ງ, ປະຕິບັດຕາມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລັດເຊຍ (1950 - 2020). (ພາບ: vietnamplus)

ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ມີການເຈລະຈາກັບທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ Nikolai Patrushev. ສອງຝ່າຍສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ແທດຈິງ.

ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ ໄດ້ຕີລາຄາສູງການມາຢ້ຽມຢາມຂອງທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ໃນສະພາບການຜັນແປສັບສົນຂອງການລະບາດ COVID-19, ສະແດງໃຫ້ເຫັນຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກຕໍ່ປະເທດຫວຽດນາມ ແລະ ຄວາມພະຍາຍາມຂອງທ່ານເລຂາທິການໃຫຍ່ສະພາຄວາມໝັ້ນຄົງສະຫະພັນລັດເຊຍ Nikolai Patrushev ເພື່ອຊຸກຍູ້ການຮ່ວມມືກັບຫວຽດນາມ.

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. (ພາບ: vietnamplus)

ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງສະຫະພັນລັດເຊຍ ໃນການຕໍ່ສູ້ຕ້ານກັບ COVID-19, ໃນການປິ່ນປົວຄົນເຈັບ, ແລະ ຜະລິດວັກຊີນສຳເລັດຜົນເພື່ອປ້ອງກັນພະຍາດຕ່າງໆ; ປາດຖະໜາຢາກຊຸກຍູ້ການຮ່ວມມືກັບສະຫະພັນລັດເຊຍ ໃນຂົງເຂດຄວາມໝັ້ນຄົງຂອງມະນຸດໃນສະພາບການໂລກລະບາດ COVID-19 ທີ່ສັບສົນ ກໍ່ຄື ການແບ່ງປັນການຊ່ວຍເຫຼືອຂອງລັດເຊຍ ໃນການຄົ້ນຄວ້າ ແລະ ປ້ອງກັນການລະບາດ, ໃນການຄຸ້ມຄອງພະຍາດ ແລະ ສາມາດໃຊ້ວັກຊີນປ້ອງກັນພະຍາດຢ່າງກວ້າງຂວາງໃຫ້ແກ່ປະຊາຊົນ.

ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ແລະ ທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ Nikolai Patrushev ໄດ້ເປັນສັກຂີພິຍານ ໃນພິທີລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງຕຳຫຼວດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຄະນະກຳມະການສືບສວນສະຫະພັນລັດເຊຍ.

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ ກັບ ສະ​ຫະ​ພັນ​ລັດ​ເຊຍ

ຍສໝ - ທ່ານ Dmitry Medvedev ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະສະແດງຄວາມຍິນດີຕໍ່ທ່ານ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ.

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ

ການແກ້ໄຂການພົວພັນກັບບັນດາຄູ່ຮ່ວມມືຢ່າງກົມກຽວແມ່ນສິ່ງທ້າທາຍໃຫຍ່ສຳລັບ ຫວຽດນາມ.

ຍ ແຮງການຮ ວມມ ຫວຽດນາມ ລ ດເຊຍ ໃນການຮ ບປະກ ນຄວາມໝ ນຄ ງຂອງມະນ ດ ຕ ໜ າການລະບາດຂອງພະຍາດ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ

ຍສໝ - ກິດຈະກຳທີ 5 ແມ່ນກອງປະຊຸມສໍາມະນາກ່ຽວກັບ 70 ປີແຫ່ງການພົວພັນຮ່ວມມືໃນຂົງເຂດການທະຫານຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ຄາດຄະເນວ່າຈະຈັດຕັ້ງໃນເດືອນມັງກອນ 2021.

ຄຳຮຸ່ງ

302 Found

Found

The document has moved here.