ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ

18:03 | 22/06/2024

ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ” ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”
ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ທ່ານໃຫ້ຮູ້​ວ່າ: ມູນເຊື້ອ​ມິດຕະພາບ ​ແລະການ​ຮ່ວມ​ມື​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ສາຍ​ພົວພັນລະຫວ່າງ​ສອງ​ປະ​ເທດສະໜິດແໜ້ນ. ຊາວ​ຫວຽດນາມ​ຍາມ​ໃດ​ກໍ່​ມີ​ມູນເຊື້ອ ກິນນໍ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ. ໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນເດືອນມັງກອນ 1950 ແລະ ເປັນປະເທດທີ່ໄດ້ຊ່ວຍເຫຼືອ ແລະສະໜັບສະໜູນພວກເຮົາຫຼາຍຢ່າງ.

ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ

ນັກ​ຂ່າວ ຫງວຽນ​ດັງ​ຟາດ, ​ເລຂາທິການ​​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ. ພາບ: ຫງວຽນ​ດັງ​ຟາດ

ສັນ​ຍາ​ລັກ​ຂອງການໜູນ​ຊ່ວຍນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ໃຫຍ່ຫຼວງ​ໄລ​ຍະ​ສົງ​ຄາມ​ຕ້ານ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ໄລ​ຍະ​​ສ້າງ​ສາປະ​ເທດອີກດ້ວຍ ​ຄື: ​ເຂື່ອນ​ໄຟ​ຟ້າ​ຮ​ວ່າ​ບິ່ງ, ຂົວ​ແທງ​ລອງ, ຫໍ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ​ຫວຽດ​ນາມ - ໂຊ​ວຽດ. ​ໃນ​ດ້ານ​ການ​ເມືອງ​ການ​ຕ່າງປະ​ເທດ, ສອງ​ຝ່າຍກໍ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ.

​ໂຊ​ວຽດ​ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ໜູນ​ຊ່ວຍ​ຫວຽດນາມ​ ບໍາລຸງສ້າງນັກ​ຊ່ຽວຊານ. ດ້ວຍທຸກຮູບແບບແມ່ນຄາດວ່າ 60.000 ຄົນ. ຜ່ານຫຼາຍລຸ້ນຄົນ, ພະນັກງານທີ່ສຶກສາຢູ່ໂຊວຽດ ເມື່ອກັບເມືອກໍ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນຫຼາຍຂົງເຂດ, ນັບແຕ່ເສດຖະກິດ, ການທະຫານຈົນເຖິງການເມືອງ. ຄວາມຮັກແພງ​ທີ່ສະໜິດຕິດພັນກັບລັດ​ເຊຍ ​ຕ້ອງ​ເວົ້າ​ໄດ້​ວ່າ​ສວຍງາມທີ່ສຸດ.

ລັດ​ເຊຍ ​ແມ່ນ​ປະ​ເທດ​ສືບ​ທອດ ​ໂຊ​ວຽດ ເກົ່າ, ແຕ່ຍັງ​ຄົງ​ຮັກ​ສາຄວາມຮັກແພງ ແລະ ການ​ພົວ​ພັນ​ອັນດີງາມນັ້ນ​ກັບ​ຫວຽດ​ນາມ. ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ, ລວງເລິກ​ຂອງ​ການ​ພົວ​ພັນ​ຕ້ອງ​ໄດ້​ເບິ່ງ​ໃນ​ຕະ​ຫຼອດ​ໄລ​ຍະ​ການ​ພົວ​ພັນ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ ຕ້ອງ​ໄດ້​ຮັບ​ການ​ຮັບຮູ້ຕາມ​ລວງ​ເລິກ​.

ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ເຂົ້າ​ເລິກເຊິ່ງກວ່າອີກ

ທ່ານ ຫງວຽນ​ດັງ​ຟາດ ​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຄູ​ອາ​ຈານ ລັດ​ເຊຍ ແລະ ມອບກຸບ​ໃຫ້​ແກ່​ຄູ​ອາ​ຈານ. ພາບ: ຫງວຽນ​ດັງ​ຟາດ

ທ່ານ ຫງວຽນ​ດັງ​ຟາດ ​ແບ່ງປັນ​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລັດ​ເຊຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະ​ໄໝໂຊ​ວຽດ, ມາຮອດປະຈຸ​ບັນ​ມີ​ປະມານ 80.000 – 90.000 ຄົນ, ​ໃນ​ນັ້ນໄລ່ທັງ​ນັກ​ສຶກສາ. ປະຊາຊົນ​ມີ​ການ​ເຄື່ອນ​ໄຫວ​ທຸລະ​ກິດ, ການ​ຄ້າ ​ແລະ ການ​ຜະລິດ​ຫຼາຍ​ຢ່າງ, ມີ​ຄວາມ​ໝັ້ນຄົງ​ພໍ​ສົມຄວນ.

​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ການ​ຜະລິດ, ຈຳໜ່າຍ ​ແລະການ​ຄ້າ​ຂາຍສິນຄ້າ, ​ເຄື່ອງຕໍ່າແຜ່ນຕັດຫຍິບ, ອາຫານ, ​ແລະ​ສິນຄ້າ​ອື່ນໆ​ຫຼາຍ​ຢ່າງ. ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ລັດ​ເຊຍ ມີ​ຄວາມ​ເຂັ້ມ​ແຂງພໍສົມຄວນ. ພວກ​ເຂົາ​ເຈົ້າ​ໄດ້​ສ້າງ​ຕັ້ງ​ຕ່ອງ​ໂສ້​ການ​ຜະ​ລິດ ​ແລະ​ການ​ສະ​ຫນອງ​ຜະ​ລິດ​ຕະ​ພັນສໍາເລັດຮູບ​, ນັບແຕ່ສະ​ບຽງ​ອາ​ຫານ​, ເຄື່ອງ​ດື່ມ​ຈົນຮອດກາເຟ.

ບັນດາວິສາຫະກິດຫວຽດນາມ ມີຊື່ສຽງທາງດ້ານຕໍ່າແຜ່ນຕັດຫຍິບ, ດ້ວຍບັນດາໂຮງງານໃຫຍ່ທີ່ໄດ້ຮັບສັ່ງເຄື່ອງຫຼາຍຢ່າງ, ຕົວຢ່າງຄືຕັດຫຍິບຊຸດທະຫານໃຫ້ກອງທັບລັດເຊຍ.

ອາຊີບການ​ປູກ​ຜັກ​ຂອງຊາວ​ຫວຽດນາມ ກໍ່​ມີ​ຄວາມ​ເຂັ້ມ​ແຂງ, ​ໂດຍ​ມີ​ຟາມ​ໃຫຍ່,​ ຂາຍ​ຜະລິດ​ຕະພັນ​ກະ​ເສດ​ໃຫ້​ບັນດາ​ຮ້ານ​ສັບພະ​ສິນຄ້າ​ຂອງ​ລັດ​ເຊຍ. ຢູ່​ເຂດ​ນອກ​ຊານນະຄອນຫຼວງ​ມົດ​ສະ​ກູ, ມີ​ໂຮງງານ​ຂອງຊາວ​ຫວຽດນາມ​ຫຼາຍ​ແຫ່ງ​ທີ່ຜະລິດໝີ່ເຄິ່ງສຳເລັດຮູບ ​ແລະ ​ເຄື່ອງ​ດື່ມ​ ເຊິ່ງ​ບໍ່​ພຽງ​ແຕ່​ຂາຍ​ຢູ່​ຕະຫຼາດລັດ​ເຊຍ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ອ້ອມ​ຂ້າງ​ອີກ​ດ້ວຍ.

ປະຊາຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ລັດ​ເຊຍ ​ໜູນ​ຊ່ວຍບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖານ​ທູດ​ພວກ​ເຮົາ​ເປັນ​ຢ່າງ​ດີ. ພໍ່ແມ່ປະຊາຊົນເອົາໃຈໃສ່ເຖິງຊີວິດຂອງນັກຮົບເກົ່າລັດເຊຍ, ຜູ້ທີ່ຊ່ວຍພວກເຮົາໃນສົງຄາມ. ນັກທຸລະກິດທີ່ປະສົບຜົນສໍາເລັດໃນລັດເຊຍຍັງນໍາເອົາປະສົບການ ແລະການເງິນກັບເມືອລົງທຶນ ແລະດໍາເນີນທຸລະກິດໃນປະເທດ, ສ້າງຕັ້ງກຸ່ມບໍລິສັດທີ່ເຂັ້ມແຂງຫຼາຍສົມຄວນ.

ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ລັດ​ເຊຍ ​ໄດ້​ຮັບ​ການສ້າງ​ຕັ້ງ. ໃນປະຊາຄົມກໍ່​ມີ​ສະ​ມາ​ຄົມ ​ຄື​: ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ​ຫຼື​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ... ທັງ​ຫມົດ​ໄດ້ສົມທົບກັນ​ຢ່າງ​ເຂົ້າກັນເປັນຢ່າງດີ​ກັບ​ສະ​ຖານ​ທູດ​ຂອງ​ພວກ​ເຮົາ​ໃນ​ການ​ດູ​ແລ, ຮັກ​ສາ​ຄວາມ​ສາ​ມັກ​ຄີ, ສະໜິດ​ຕິດ​ພັນ, ການ​ຊ່ວຍ​ເຫຼືອ​ລະ​ຫວ່າງ​ຊາວ​ຫວຽດ​ນາມ ດ້ວຍກັນ. ທ່ານ​ຫວັງ​ວ່າ​ໃນ​ອະນາຄົດ, ລັດ​ເຊຍ​ ຈະ​ຮັບ​ຮູ້​ປະຊາ​ຄົມ​ຊາວ​ຫວຽດນາມ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື​ຢູ່​ ສ.​ເຊັກ​.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລັດ​ເຊຍ ມີ​ພື້ນ​ຖານນັ້ນ ແມ່ນຄວາມຮັກແພງທີ່ຊາວ​ລັດ​ເຊຍ ສະຫງວນໃຫ້​ຫວຽດ​ນາມ. ທ່ານເຄີຍມີເວລາຮໍ່າຮຽນ ແລະເຮັດວຽກເປັນນັກຂ່າວໃນລັດເຊຍ ເປັນເວລາດົນນານ, ບໍລິເວນເຮັດວຽກແມ່ນ ກວ້າງຂວາງ ລວມທັງ ລັດເຊຍ ແລະໂຊວຽດ ໃນເມື່ອກ່ອນ, ສະນັ້ນ ລາວໄດ້ໄປຫຼາຍບ່ອນ.

​ນັ້ນແມ່ນໄລຍະເວລາທີ່​ຍາວ​ນານ, ຄວາມສະດວກຫຼາຍ​ຢ່າງ, ດ້ວຍ​ຄວາມ​ປະ​ທັບ​ໃຈ​ໃນຕະຫຼອດໄລຍະເວລານັ້ນ​ແມ່ນ​ຄວາມ​ຮັກ​ແພງ ​ແລະອຸປະຖຳຄ້ຳຊູ​ອັນ​ໃຫຍ່​ຫຼວງ​ຂອງ​ຊາວ​ລັດ​ເຊຍ ສະຫງວນໃຫ້​ຫວຽດນາມ.

ທ່ານ​ແບ່ງປັນ​ວ່າ: ຂ້າພະ​ເຈົ້າຍັງ​ຈື່​ໄດ້​ວ່າ ປີ 1973, ​ເມື່ອ​ສັນຍາ​ປາຣີ​ ໄດ້​ຮັບ​ການ​ລົງ​ນາມ, ອາ​ເມ​ລິ​ກາ​ ໄດ້​ຍອມ​ຖອນ​ທະຫານ​ອອກ​ຈາກ​ຫວຽດນາມ, ປະຊາຊົນ​ໂຊ​ວຽດ ດີໃຈ​ຫຼາຍ. ​ໃນ​ໄລຍະ​ສົງຄາມ, ​ໄດ້​ຮັບ​ຟັງ​ຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ, ຄວາມສູນ​ເສຍ​, ຄວາມ​ຫຍຸ້ງຍາກ​ທີ່​ຫວຽດນາມ ​​ປະສົບ, ທຸກ​ຄົນ​ຢູ່​ລັດ​ເຊຍ ຮູ້ສຶກ​ເສຍ​ໃຈ ແລະກົງກັນຂ້າມ, ກັບທຸກໆຂ່າວໄຊຊະນະ, ທຸກຄົນມີຄວາມດີໃຈຫຼາຍ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.