ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ

09:35 | 29/03/2021

ຍສໝ -  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ
ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ ສະເໜີຕົວປຶ້ມກ່ຽວກັບ 70 ປີແຫ່ງການພົວພັນຫວຽດນາມ-ລັດເຊຍ
ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Nikolai Patrushev - ເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງສະຫະພັນລັດເຊຍ. (ພາບ: TTXVN)

ໃນວັນທີ 17 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Nikolai Patrushev - ເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງສະຫະພັນລັດເຊຍ ເນື່ອງໃນໂອກາດທ່ານ Nikolai Patrushev ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງສະຫະພັນລັດເຊຍ, ຖືວ່າການຢ້ຽມຢາມຂອງຄະນະສະພາປ້ອງກັນຄວາມສະຫງົບແຫ່ງສະຫະພັນລັດເຊຍ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມ ລະຫວ່າງສອງປະເທດຫວຽດນາມ - ສະຫະພັນລັດເຊຍເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງສະຫະພັນລັດເຊຍ ເວົ້າສະເພາະ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ກໍຄືໃນຂົງເຂດອື່ນໆເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານ ເລຂາທິການສະພາປ້ອງກັນຄວາມສະຫງົບແຫ່ງ ສະຫະພັນລັດເຊຍ Nikolai Patrushev ກໍຢືນຢັນວ່າ ລັດເຊຍຖືເປັນສຳຄັນ ແລະ ຍາມໃດກໍມີຄວາມຫວັງຢາກໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ລັດເຊຍສືບຕໍ່ໄດ້ຮັບການເພີ່ມທະວີພັດທະນາເປັນປົກກະຕິ, ໝັ້ນຄົງໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນຫຼາຍຢ່າງ. ພເອມທັງກໍ່ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ກ່ຽວກັບບາງບັນຫາຕົ້ນຕໍໃນການຮ່ວມມືກັບກະຊວງຕຳຫຼວດຫວຽດນາມ.

ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

ຍສໝ - ໃນ 20 ປີທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ. ໃນນັ້ນ, ມີການເຈລະຈາດ້ານການເມືອງລະດັບສູງ ແລະ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດໄດ້ຮັບການຮັກສາໄວ້.

ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ

ຍສໝ - ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ, ການເຈລະຈາດ້ານການເມືອງຂັ້ນສູງ ແລະການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານການຄ້າ ແລະເສດຖະກິດ, ການທະຫານ ແລະເຕັກນິກການທະຫານ, ວິທະຍາສາດ-ເຕັກໂນໂລຢີ ແລະການຮ່ວມມືດ້ານມະນຸດສະທຳແມ່ນໄດ້ເສີມກໍາລັງໜູນ.

ຫວຽດນາມ ລ ດເຊຍ ເພ ມທະວ ແລະ ເປ ດກວ າງການຮ ວມມ ໃນຂ ງເຂດປ ອງກ ນຄວາມໝ ນຄ ງ ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ

ການແກ້ໄຂການພົວພັນກັບບັນດາຄູ່ຮ່ວມມືຢ່າງກົມກຽວແມ່ນສິ່ງທ້າທາຍໃຫຍ່ສຳລັບ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.