ຢູໂດລາວ ຫວັງສ້າງຜົນງານເດັ່ນໃນຊີເກມ 2019

00:54 | 14/05/2019

ວົງ​ການ​ກີ­ລາ​ຢູ​ໂດ​ລາວ ເຄີຍ​ສ້າງ​ຜົນ­ງານ​ໂດດ​ເດັ່ນ​ມາ­ສູ່​ລາວ​ຢ່າງ​ຕໍ່​ເນື່ອງ ນັບ​ແຕ່​ຊີ­ເກມ 2007 ທີ່​ປະ­ເທດ​ໄທ​ເປັນ­ຕົ້ນ​ມາ ແຕ່​ຄັ້ງ​ຫຼ້າ​ສຸດ​ໃນ​ຊີ­ເກມ 2017 ທີ່​ມາ​ເລ​ເຊຍ ສາ­ມາດ​ຍາດ​ໄດ້​ພຽງ 1 ຫຼຽນ​ທອງ ຈາກ​ທ້າວ ຈິດ­ຕະ­ກອນ ໄຊ​ຍະ​ສານ ປະ­ເພດ​ຕໍ່­ສູ້​ຮຸ່ນ​ນ້ຳ­ໜັກ 81 ກິ​ໂລ ເນື່ອງ​ຈາກ​ເຈົ້າ­ພາບ​ຕັດ​ລາຍ­ການ​ທີ່​ຢູ​ໂດ​ລາວ ມີ​ຄວາມ​ຫວັງ​ຫຼຽນ​ອອກ​ເກືອບ​ໝົດ ແລະ ມີ​ລາຍ­ການ​ໜ້ອຍ​ທີ່​ສຸດ​ໃນ​ປະ­ຫວັດ­ສາດ ເຮັດ​ໃຫ້​ຢູ​ໂດ​ລາວ​ບໍ່​ບັນ­ລຸ​ເປົ້າ​ໝາຍ.

ຢູໂດລາວ ຫວັງສ້າງຜົນງານເດັ່ນໃນຊີເກມ 2019

ຢູໂດລາວ ຫວັງສ້າງຜົນງານເດັ່ນໃນຊີເກມ 2019

ຢ່າງ­ໃດ​ກໍ​ຕາມ ວົງ​ການ​ຢູ​ໂດ​ລາວ ກໍ​ນຳ​ເອົາ​ປະ­ສົບ​ການ​ດັ່ງ­ກ່າວ​ມາ​ແກ້​ໄຂ ແລະ ພັດ­ທະ­ນາ​ຕໍ່​ໄປ​ຈົນ​ໃນ​ທີ່​ສຸດ​ປີ 2018 ສາ­ມາດ​ຍາດ​ໄດ້ 1 ຫຼຽນ​ເງິນ ຈາກ​ນາງ ມາ​ຍຸ​ລີ ພາ­ນຸ​ວົງ ແລະ ນາງ ພອນ​ວັນ ສີ​ອຳ­ພອນ ປະ­ເພດ​ຟ້ອນ​ຄູ່​ຍິງ (ກາ​ຕະ) ໃນ​ລາຍ­ການ​ຊີງ​ແຊັມ​ອາ­ຊີ ນອກ​ນັ້ນ​ປີ 2018 ຍັງ​ສືບ­ຕໍ່​ສົ່ງ​ທ້າວ ສຸກ​ພະ​ໄຊ ສິດ­ທິ​ສານ ນັກ­ກີ­ລາ​ຄວາມ​ຫວັງ​ສູງ​ໄປ​ເຝິກ­ຊ້ອມ ແລະ ສຶກ​ສາ​ທີ່​ປະ­ເທດ​ຍີ່­ປຸ່ນ ປີ​ນີ້​ເປັນ​ປີ​ທີ 4 ເພື່ອ​ເຂົ້າ​ແຂ່ງ­ຂັນ​ຕາມ​ປະ­ເທດ​ຕ່າງໆ ແລະ ເກັບ​ຄະ­ແນນ​ສະ​ສົມ​ໃຫ້​ໄດ້​ສິດ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ໃນ​ງານ​ກີ­ລາ​ໂອ​ແລມ​ປິກ​ສາ­ກົນ​ປີ 2020 ທີ່​ປະ­ເທດ​ຍີ່­ປຸ່ນ​ເປັນ​ເຈົ້າ­ພາບປັດ­ຈຸ­ບັນ​ທ້າວ ສຸກ​ພະ​ໄຊ ສິດ­ທິ​ສານ ໄດ້​ຫາຍ​ຈາກ​ອາ­ການ​ບາດເຈັບ​ທີ່​ເຖິງ​ຂັ້ນ​ຜ່າ­ຕັດ​ຫົວ­ເຂົ່າ​ກັບ​ມາ​ເປັນ​ປົກ­ກະ­ຕິ​ແລ້ວ ແລະ ເຝິກ­ຊ້ອມ​ຢ່າງ​ຕໍ່​ເນື່ອງ​ກັບ​ຄູ​ເຝກ​ລາວ​ທີ່​ໄປ​ປະ­ຈຳ​ຢູ່​ທີ່​ນັ້ນ ແລະ ປີ 2019 ຈະ​ໄປ​ເກັບ​ຄະ­ແນນ​ໃນ​ເອີ​ຣົບ ທີ່​ປະ­ເທດ​ໂປ​ໂລຍ ອີ​ຕາ​ລີ ແລະ ເຢຍ​ລະ​ມັນ.

ທ່ານ ເຂັມ​ຊາດ ພິ­ລາ​ພັນ​ເດ​ຊ ຍັງ​ກ່າວ​ຕື່ມ​ວ່າ: ແນ່­ນອນ​ປີ 2019 ເປັນ​ທີ່​ຮູ້​ແນ່­ນອນ​ແລ້ວ​ວ່າ​ຈະ​ມີ​ງານ​ກີ­ລາ​ຊີ­ເກມ 2019 ທີ່​ປະ­ເທດ​ຟິ​ລິບ​ປິ່ນ ແລະ ຢູ​ໂດ​ລາວ​ຕັ້ງ​ຄວາມ​ຫວັງ​ຈະ​ຟື້ນ​ຟູ​ຊື່​ສຽງ​ຄືນ­ໃໝ່​ໃຫ້​ໄດ້ ເຊິ່ງ​ຊີ­ເກມ​ຄັ້ງ​ນີ້​ເຈົ້າ­ພາບ​ໄດ້​ເປີດ​ກວ້າງ​ທຸກ​ລາຍ­ການ ໂດຍ​ຈະ​ມີ​ການ​ແຂ່ງ­ຂັນ​ປະ­ເພດ​ຕໍ່­ສູ້ ແລະ ຟ້ອນ​ຄົບ​ທຸກ​ລາຍ­ການ ເຮັດ​ໃຫ້​ຄວາມ​ຫວັງ​ໃນ​ການ​ໄດ້​ຫຼຽນ​ຕ່າງໆ​ສູງ​ຂຶ້ນ ໂດຍ​ສະ­ເພາະ​ທ້າວ ສຸກ​ພະ​ໄຊ ປັດ­ຈຸ­ບັນ​ມີ​ຄວາມ​ພ້ອມ ແລະ ປະ­ສົບ​ການ​ສູງ ລວມ​ເຖິງ​ຮຸ່ນ​ອື່ນໆ​ທີ່​ເປັນ​ນັກ­ກີ­ລາ​ສືບ​ທອດ​ທີ່​ຫາ​ແຕ່​ຂຶ້ນ​ມາ​ໃໝ່ເຂົາ­ເຈົ້າ​ທຸກ​ຄົນ​ມີ​ຄວາມ​ແຂງ​ແກ່ນ​ຂຶ້ນ​ຫຼາຍພິ­ເສດ​ແມ່ນ​ການ​ຟ້ອນ​ກາ​ຕະ​ທີ່​ນັກ­ກີ­ລາ​ລາວເຄີຍ​ເປັນ​ຜູ້​ທຳ​ອິດ​ທີ່​ຍາດ​ເອົາ​ຫຼຽນ​ຄຳ​ມາ​ຄອງ​ໃນ​ຊີ­ເກມ​ທີ່​ປະ­ເທດ​ໄທຜົນ­ງານ​ຄັ້ງ​ນີ້ພວກ​ເຮົາ​ຈະ​ຕ້ອງ​ຍາດ​ເອົາ​ຄືນ​ມາ​ໃຫ້​ໄດ້.

ສຳ­ລັບ​ຢູ​ໂດ​ລາວ ແຈ້ງ​ເກີດ​ໃນ​ຊີ­ເກມ​ໂດດ​ເດັ່ນ​ທີ່​ສຸດ​ແມ່ນ​ໃນ​ຊີ­ເກມ 2007 ທີ່​ນະ­ຄອນ​ຣາ​ຊະ​ສີ­ມາ ປະ­ເທດ​ໄທ ສາມາດ​ຍາດ​ໄດ້ 2 ຫຼຽນ​ຄຳ​ຈາກ​ປະ­ເພດ​ຟ້ອນ​ກາ​ຕະ 1 ຫຼຽນ​ເງິນ ຈາກ​ປະ­ເພດ​ຕໍ່­ສູ້ ແລະ 3 ຫຼຽນ​ທອງ ຈາກ​ປະ­ເທດ​ຕໍ່­ສູ້ ຊີ­ເກມ 2009 ທີ່​ປະ­ເທດ​ລາວ​​ຍາດ​ໄດ້ 2 ຫຼຽນ​ຄຳ 5 ຫຼຽນ​ເງິນ ແລະ 4 ຫຼຽນ​ທອງ ຊີເກມ 2011 ທີ່​ອິນ​ໂດ​ເນ​ເຊຍ ຍາດ​ໄດ້ 1 ຫຼຽນ​ຄຳ 2 ຫຼຽນ​ເງິນ ແລະ 1 ຫຼຽນ​ທອງ ຊີ­ເກມ 2013 ທີ່​ມຽນ​ມາ ຍາດ​ໄດ້ 1 ຫຼຽນ​ຄຳ ແລະ 3 ຫຼຽນ​ເງິນ ຊີ­ເກມ 2015 ທີ່​ສິງ­ກະ­ໂປ ຍາດ​ໄດ້ 1 ຫຼຽນ​ເງິນ ແລະ 2 ຫຼຽນ​ທອງ ຊີ­ເກມ 2017 ທີ່​ມາ​ເລ​ເຊຍ ແມ່ນ​ຜົນ­ງານ​ຕົກຕໍ່າ​ທີ່​ສຸດ ຍາດ​ໄດ້​ພຽງ 1 ຫຼຽນ​ທອງ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.