ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ

17:10 | 27/05/2022

ຍສໝ - ໜັງສືພິມ “The Star” ໃຫ້ຂໍ້ສັງເກດ​ວ່າ, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ໄດ້​ຢ່າງສຳ​ເລັດ​ຜົນ ​ແລະ ​ໄດ້​ມີ​ການອໍາລາ​ອັນ​ອົບ​ອຸ່ນກັບເພື່ອນ​ມິດ​ໃນ​ພາກ​ພື້ນ​ພາຍຫຼັງ​ບັນດາ​ການ​ແຂ່ງຂັນ​ລະດັບ​ສູງ.

ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ
ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ

ສື່ມວນຊົນໄດ້ລົງພິມຫຼາຍບົດຂຽນໃຫ້ຂໍ້ສັງເກດກ່ຽວກັບປະເທດເຈົ້າພາບ ຫວຽດນາມ ທີ່ໄດ້ຈັດງານມະຫາກຳລິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ແລະ ພິທີອັດທີ່ໜ້າປະທັບໃຈ ບັນລຸຜົນສຳເລັດ.

ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ

ພິທີອັດ ຊີເກມ ຄັ້ງທີ 31. ພາບ: TTXVN

ສຳນັກຂ່າວສານແຫ່ງຊາດ ມາເລເຊຍ (Bernama) ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຈັດ ຊີເກມ 31 ຢ່າງປະສົບຜົນສຳເລັດ, ເຖິງວ່ານີ້ພຽງແຕ່ ແມ່ນຄັ້ງທີ 2 ເປັນເຈົ້າພາບຈັດຕັ້ງເຫດການກິລາແຖວໜ້າພາກພື້ນ. ຜູ້ຂຽນກໍ່ມີ ຄວາມປະທັບໃຈຕໍ່ຜົນງານລະດັບສະຖິຕິຂອງບັນດານັກກິລາ ຫວຽດນາມ ເມື່ອຄວ້າໄດ້ 205 ຫຼຽນຄຳ.

ໜັງສືພິມ “The Star” ໃຫ້ຂໍ້ສັງເກດ​ວ່າ, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ໄດ້​ສຳ​ເລັດ​ຜົນ ​ແລະ ​ໄດ້​ມີ​ການອໍາລາ​ອັນ​ອົບ​ອຸ່ນກັບເພື່ອນ​ມິດ​ໃນ​ພາກ​ພື້ນ​ພາຍຫຼັງ​ບັນດາ​ການ​ແຂ່ງຂັນ​ລະດັບ​ສູງ.

ໃນຂະນະນັ້ນ, ບົດຂຽນໃນໜັງສືພິມ “New Straits Times” ກໍ່ໃຫ້ຂໍ້ສັ ງເກດຢ່າງພາວະວິໄສ ເມື່ອຖືວ່າ ປະເທດເຈົ້າພາບ ຫວຽດນາມ ໄດ້ຈັດການ ແຂ່ງຂັນດ້ວຍດີ ແລະ ບໍ່ພົບກັບບັນຫາກຳມະການທີ່ກໍ່ຄວາມໂຕ້ຖຽງກັນ, ເຊິ່ງແມ່ນສິ່ງທີ່ເຄີຍເກີດຂຶ້ນໃນ ຊີເກມ ກ່ອນນີ້.

ບູນມີ

ເຫດການ
302 Found

Found

The document has moved here.