ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3

18:51 | 06/06/2022

ຕອນບ່າຍວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັັດຕັ້ງພິທີຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3 ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ທ່ານພົນໂທ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະເປັນປະທານພິທີ.

ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດສໍາເລັດໜ້າທີ່ສາກົນ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດສໍາເລັດໜ້າທີ່ສາກົນ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3
ທ່ານພົນໂທ ຫງວຽນເຕິນເກືອງ ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ນັກກິລາກອງທັບທີ່ຍາດໄດ້ຫຼຽນຄໍາທີ່ ຊີເກມ 31. ພາບ: ຈ້ອງຫາຍ.

ຜ່ານບົດລາຍງານຜົນງານຂອງຄະນະນັກກິລາກອງທັບ, ທ່ານພົນຕີ ຫງວຽນວັນເຫງ້ຍ ຮອງຫົວໜ້າກົມໃຫຍ່ເສນາທິການ ໄດ້ເນັ້ນໜັກວ່າ ທີ່ ຊີເກມ 31, ກະຊວງປ້ອງກັນປະເທດໄດ້ຈັດສົ່ງນັກກິລາ 71 ຄົນເຂົ້າຮ່ວມຄະນະນັກກິລາຫວຽດນາມ, ແຂ່ງຂັນ 21 ປະເພດກິລາ, ຍາດໄດ້ທັງໝົດ 49 ຫຼຽນ, ໃນນັ້ນມີຫຼຽນຄຳ 26 ຫຼຽນ, ຫຼຽນເງິນ 15 ຫຼຽນ, ຫຼຽນທອງ 8 ຫຼຽນ. ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງຄະນະນັກກິລາກອງທັບທີ່ ຊີເກມ 31, ທ່ານ ຖືວ່າ ຜົນງານຂອງນັກກິລາກອງທັບແມ່ນໄຊຊະນະທີ່ສະຫງ່າງາມ, ເປັນໜ້າເອກອ້າງທະນົງໃຈບໍ່ພຽງແຕ່ສໍາລັບນັກກິລາຂອງກອງທັບເທົ່ານັ້ນ ຫາກຍັງສໍາລັບນັກກິລາຂອງປະເທດຊາດອີກດ້ວຍ.

ທີ່ພິທີ, ກະຊວງປ້ອງກັນປະເທດກໍ່ຈັດຕັ້ງພິທີຍ້ອງຍໍຊົມເຊີຍໂຮງໝໍສະໜາມ ຂັ້ນ 2 ເລກ 3 ຂອງຫວຽດນາມ ທີ່ປະຕິບັດສໍາເລັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ໃນອາຍຸການປະຕິບັດງານ 2021-2022, ໂຮງໝໍສະໜາມ ຂັ້ນ 2 ເລກ 3 ໄດ້ປະຕິບັດບັນດາຊຸດອົບຮົມຕາມຄວາມຮຽກຮ້ອງຕ້ອງການຂອງຄະນະຜູ້ຕາງໜ້າຢ່າງຄົບຖ້ວນ, ພ້ອມທັງຄົ້ນຄວ້າສະພາບການ, ຈັດຕັ້ງການຜັນຂະຫຍາຍບັນດາມາດຕະການ, ແກ້ໄຂຢ່າງມີປະສິດທິຜົນ, ທັນການໃນການຜັນແປຂອງພະຍາດໂຄວິດ-19 ໃນບໍລິເວນ, ນໍາເອົາຄວາມສະຫງົບສຸກມາໃຫ້ຄະນະຜູ້ຕາງໜ້າ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.