ລາວ ກຽມຈັດການແຂ່ງຂັນ ດອກປີກໄກ່ເບຍລາວ ອິນເຕີ ຊີຣີ 2019

00:54 | 13/05/2019

ສປປ ລາວ ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່ຊີງ​ແຊັມ​ນາໆຊາດ ປະ­ຈຳ​ປີ 2019 ຫຼື ລາຍ­ການ​ດອກ​ປີກ​ໄກ່ ເບຍ​ລາວ ອິນ​ເຕີ​ເນ​ເຊິນ​ນອລ ຊີ​ຣີ 2019 ເພື່ອ​ເປັນ​ການ​ສະ​ສົມ​ຄະ­ແນນ​ລະ­ດັບ​ໂລກ “ເວີ​ລ​ແລັງ​ກິງ” ຈັດ​ຂຶ້ນ​ວັນ​ທີ 19-24 ກຸມ­ພາ ທີ່​ຈະ​ມາ​ເຖິງຢູ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເຊດ​ຖາ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ.

ລາວ ກຽມຈັດການແຂ່ງຂັນ ດອກປີກໄກ່ເບຍລາວ ອິນເຕີ ຊີຣີ 2019

ລາວກຽມຈັດດອກປີກໄກ່ເບຍລາວ ອິນເຕີ ຊີຣີ 2019

ທ່ານ ບຸນ​ຍະ​ແສງ ນະ​ຊຽງ​ຄຳ ຮອງ​ເລ­ຂາ­ທິ­ການ​ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວໃຫ້​ສຳ­ພາດ​ວັນ​ທີ 22 ມັງ­ກອນ 2019 ວ່າ: ວັນ​ທີ 21 ມັງ­ກອນ ຜ່ານ​ມາ ສະ­ຫະ­ພັນ​ດອກ​ປີກ​ໄກ່​ສາ­ກົນໄດ້​ແຈ້ງ​ໃຫ້​ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວເຊິ່ງ​ຕາງ­ໜ້າ ສປປ ລາວ ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່ຊີງ​ແຊັມ​ນາໆຊາດປະ­ຈຳ​ປີ 2019 ຫຼື ລາຍ­ການ​ດອກ​ປີກ​ໄກ່ເບຍ​ລາວອິນ​ເຕີ​ເນ​ເຊິນ​ນອລ ຊີ​ຣີ 2019 ເພື່ອ​ເປັນ​ການ​ສະ​ສົມ​ຄະ­ແນນ​ລະ­ດັບ​ໂລກ “ເວີ​ລ​ແລັງ​ກິງ” ຈັດ​ຂຶ້ນ​ວັນ​ທີ 19-24 ກຸມ­ພາ ທີ່​ຈະ​ມາ​ເຖິງຢູ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເຊດ​ຖາ, ເມືອງ​ສີ​ສັດ­ຕະ​ນາກ, ນະ­ຄອນ­ຫຼວງ​ວຽງ​ຈັນ.

ສະ­ຫະ­ພັນ​ດອກ​ປີກ​ໄກ່​ສາ­ກົນໄດ້​ປິດ​ຮັບ​ສະ­ໝັກ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ດັ່ງ­ກ່າວ​ເປັນ​ທາງ​ການພາຍ­ຫຼັງ​ທີ່​ໄດ້​ແຈ້ງ​ການ​ແຕ່​ທ້າຍ​ປີ 2018 ເຊິ່ງ​ມີ​ນັກ­ກີລາ​ດອກ​ປີກ​ໄກ່ 14 ປະ­ເທດຈາກ​ທົ່ວ​ໂລກ 150 ກວ່າ​ຄົນໃນ​ລະ­ດັບ​ທອບ 100 ອັນ​ດັບ​ຂອງ​ໂລກແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ແຂ່ງ­ຂັນປະ­ກອບ​ມີ ສປປ ລາວ ໄທ ສສ ຫວຽດ­ນາມ ມາ​ເລ​ເຊຍ ສິງ­ກະ­ໂປ ອົດ​ສະ​ຕາ​ລີ ຍີ່­ປຸ່ນ ອິນ​ເດຍ ສ ອາ​ເມ​ຣິ​ກາ ອັງ­ກິດ ກາ​ນາ​ດາ ຊູ​ແອັດ ເດັນ​ມາກ ແລະ ອິນ​ໂດ​ເນ​ເຊຍ ການ​ແຂ່ງ­ຂັນ​ມີ​ການ​ຊີງ​ໄຊ 5 ລາຍ­ການ ຄື: ປະ­ເພດ​ທີມ​ຄູ່​ຍິງ-ຊາຍ ທີມ​ຄູ່​ປະ­ສົມ ແລະ ດ່ຽວ​ຍິງ-ຊາຍ.

ສຳ­ລັບ​ນັກ­ກີ­ລາ​ດອກ​ປີກ​ໄກ່​ທີມ​ຊາດ​ລາວມີ​ອັນ​ດັບ​ເວີ​ລ​ແລັງ​ກິງ​ປັດ­ຈຸ­ບັນອັນ​ດັບ 500 ຂອງ​ໂລກຈະ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ດັ່ງ­ກ່າວ 30 ຄົນ ຍິງ 6 ຄົນປັດ­ຈຸ­ບັນທຸກ​ຄົນ​ໄດ້​ເລີ່ມ​ເກັບ​ຕົວ​ເຝິກ­ຊ້ອມ​ຢູ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເຊດ​ຖາ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.