ສານອວຍພອນປີໃໝ່ຫວຽດນາມ 2019 ຂອງທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ

00:54 | 14/05/2019

ຍສໝ - ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ 2019, ທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ໄດ້ສົ່ງສານອວຍພອນປີໃໝ່ໄປຍັງ ບັນດາເພື່ອນຜູ້ອ່ານຫນັງສືພິມເທີ່ຍດ້າຍທຸກໆທ່ານ ຢູ່ໃນປະເທດ ແລະ ທົ່ວໂລກ, ຊາວຫວຽດນາມຢູ່ຕ່າງແດນ ແລະ ບັນດາປະເທດເພື່ອນມິດ.

ສານອວຍພອນປີໃໝ່ຫວຽດນາມ 2019 ຂອງທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ

ທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ໄດ້ອ່ານສານອວຍພອນປີໃໝ່ ແກ່ບັນດາເພື່ອນຜູ້ອ່ານຫນັງສືພິມເທີ່ຍດ້າຍທຸກໆທ່ານຢູ່ໃນປະເທດ ແລະ ທົ່ວໂລກ, ຊາວຫວຽດນາມຢູ່ຕ່າງແດນ ແລະ ບັນດາປະເທດເພື່ອນມິດ

ຮຽນບັນດາທ່ານທີ່ຮັກແພງ ແລະ ນັບຖື!

ເນື່ອງໃນໂອກາດປີໃຫມ່ປະຈໍາຊາດຫວຽດນາມ, ໃນນາມປະທານສະຫະພັນອົງການມິດຕະພາບຫວຽດນາມ, ຂ້າພະເຈົ້າຂໍຝາກຄໍາສະບາຍດີອັນສາມັກຄີມິດຕະພາບ ແລະ ຄໍາອວຍພອນທີ່ດີທີ່ສຸດໄປຍັງບັນດາເພື່ອນຜູ້ອ່ານຫນັງສືພິມເທີ່ຍດ້າຍທຸກໆທ່ານຢູ່ໃນປະເທດ ແລະ ທົ່ວໂລກ, ຊາວຫວຽດນາມຢູ່ຕ່າງປະເທດ ແລະ ບັນດາປະເທດເພື່ອນມິດ.

ປີ 2018 ຜ່ານມາ, ປີທີ່ມີຫລາຍເຫດການເຊິ່ງມີການປ່ຽນແປງຢ່າງໄວວາເຊິ່ງເຮັດໃຫ້ສະພາບແວດລ້ອມທາງດ້ານການເມືອງ, ຄວາມປອດໄພ, ເສດຖະກິດຂອງພາກພື້ນ ແລະ ໂລກ ທີ່ບໍ່ມີຄວາມຫມັ້ນຄົງ. ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງນັ້ນ, ວຽກງານການພົວພັນຕ່າງປະເທດໄດ້ບັນລຸຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈ, ໃນນັ້ນມີການປະກອບສ່ວນທີ່ສໍາຄັນຂອງວຽກງານການພົວພັນຕ່າງປະເທດດ້ານປະຊາຊົນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມເຊິ່ງເປັນກໍາລັງຫລັກແຫຼ່ງ.

ມີຄະນະຜູ້ແທນເກືອບ 70 ຄະນະໄດ້ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ແລະ ໄດ້ຕ້ອນຮັບຄະນະຜູ້ແທນຕ່າງປະເທດເກືອບ 1.400 ຄະນະທີ່ມາຈາກຫຼາຍປະເທດໂດຍມີບັນດາກິດຈະກໍາການແລກປ່ຽນ, ການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນກິດຈະກໍາທີ່ເປັນຫນ້າຕື່ນເຕັ້ນເພື່ອສະເຫຼີມສະຫຼອງບັນດາເຫດການທີ່ຍິ່ງໃຫຍ່ໃນການພົວພັນລະຫວ່າງຫວຽດນາມກັບຫຼາຍປະເທດ, ການພົວພັນຕ່າງປະເທດດ້ານປະຊາຊົນເຊິ່ງໄດ້ຊ່ວຍໃຫ້ການເພີ່ມທະວີສາຍພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື, ເພີ່ມທະວີຄວາມໄວ້ວາງໃຈ, ຄວາມສາມັກຄີ, ມິດຕະພາບກັບປະຊາຊົນບັນດາປະເທດ, ເພີ່ມທະວີ ແລະ ການພັດທະນາສາຍພົວພັນເພື່ອນມິດສາກົນຂອງຫວຽດນາມໃນໂລກ.

ການມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ການເປັນເຈົ້າການຂອງບັນດາອົງການຈັດຕັ້ງສັນຕິພາບ, ມິດຕະພາບຫວຽດນາມຢູ່ບັນດາເວທີປາໄສຫຼາຍຝ່າຍໄດ້ປະກອບສ່ວນເຂົ້າໃນການຍົກສູງບົດບາດ, ຕໍາແຫນ່ງສາກົນຂອງຫວຽດນາມ. ການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸຫຼາຍຮ້ອຍລ້ານໂດລາສະຫະລັດ, ເຊິ່ງປະກອບສ່ວນອັນມີຄວາມໝາຍໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາເສດຖະກິດ - ສັງຄົມຂອງປະເທດ.

ນີ້ແມ່ນຜົນງານທີ່ມາຈາກຄວາມພະຍາຍາມຢ່າງໃຫຍ່ຫຼວງ, ຄວາມທົນທານໜຽວແໜ້ນ, ມີຄວາມທຸ້ມເທ ແລະ ຈິດໃຈສ້າງສັນ, ການຕັດສິນໃຈໃນການແກ້ໄຂຄວາມຫຍຸ້ງຍາກຂອງພະນັກງານຜູ້ທີ່ເຮັດໜ້າທີ່ວຽກງານການພົວພັນຕ່າງປະເທດດ້ານປະຊາຊົນຢູ່ທົ່ວປະເທດ ແລະ ຫມູ່ເພື່ອນຈໍານວນຫຼວງຫຼາຍ, ຄູ່ຮ່ວມງານຂອງສະຫະພັນມິດຕະພາບທັງຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ. ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຜູ້ນໍາອາວຸໂສ ແລະ ພະນັກງານທັງຫມົດໃນລະບົບສະຫະພັນມິດຕະພາບຂັ້ນສູນກາງ ແລະ ທ້ອງຖິ່ນ, ຊາວຫວຽດນາມຢູ່ຕ່າງປະເທດ ແລະ ບັນດາປະເທດເພື່ອນມິດກ່ຽວກັບການປະກອບສ່ວນທີ່ມີຄຸນຄ່າສໍາລັບຄວາມສໍາເລັດໂດຍລວມຂອງສະມາຄົມມິດຕະພາບໃນໄລຍະຜ່ານມາ.

ສະຖານະການໃນໂລກ, ພາກພື້ນໃນປີ 2019 ໄດ້ຄາດວ່າຈະສືບຕໍ່ມີຄວາມສັບສົນ, ທີ່ບໍ່ສາມາດຄາດຄະເນໄດ້, ສົ່ງຜົນກະທົບໃນຫລາຍດ້ານຕໍ່ທຸກປະເທດ, ລວມທັງມີປະເທດຫວຽດນາມ. ສິ່ງສະດວກ ແລະ ຄວາມຫຍຸ້ງຍາກ, ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆທີ່ຕ້ອງການໃຫ້ພວກເຮົາຕ້ອງສຸມໃສ່ໃນການພະຍາຍາມຢ່າງເຕັ່ມທີ່, ເປັນເຈົ້າການ, ການນໍາໃຊ້ຄວາມຄິດສ້າງສັນທາງດ້ານການພົວພັນຕ່າງປະເທດຂອງທ່ານປະທານ ໂຮ່ຈິມິນ ກ່ຽວກັບຄວາມສັນຕິພາບ, ສອດຄ່ອງປອງດອງກັນດີ, ຊື່ສັດ, ມະນຸດສະທໍາ ແລະ ຄວາມເປັນທໍາ, ຖືສັດເພື່ອເຮັດໄດ້ດີໃນວຽກງານທາງດ້ານການພົວພັນຕ່າງປະເທດເປັນຕົ້ນຄື: ຄວາມສາມັກຄີມິດຕະພາບ, ການຮ່ວມມືດ້ານປະຊາຊົນ; ວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຂໍ້ມູນການຕ່າງປະເທດ.

ເພື່ອຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ, ພວກເຮົາຕ້ອງສ້າງລະບົບສະຫະພັນມິດຕະພາບທີ່ເຮັດວຽກຢ່າງມີປະສິດທິຜົນ,ເປັນມືອາຊີບ. ກໍາລັງແຮງຂອງພວກເຮົາແມ່ນຈິດໃຈຂອງຄວາມສາມັກຄີ, ເປັນຄວາມເອກະພາບ, ການຮ່ວມມືຢ່າງໃກ້ຊິດ, ການປະສານງານຢ່າງເປັນລະບົບລະຫວ່າງບັນດາຫນ່ວຍງານຂອງສະຫະພັນມິດຕະພາບ, ລະຫວ່າງສະມາຄົມມິດຕະພາບກັບອົງການຈັດຕັ້ງສາມາຊິກ ແລະ ລະຫວ່າງສະຫະພັນມິດຕະພາບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ດ້ວຍເປົ້າຫມາຍດັ່ງກ່າວ, ພວກເຮົາຈະມີການກະກຽມຢ່າງຕັ້ງໜ້າ ແລະ ຈັດຕັ້ງປະຕິບັດຢ່າງປະສົບຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງສະມາຄົມມິດຕະພາບໃນປີນີ້.

ຂ້າພະເຈົ້າເຊື່ອໝັ້ນ ແລະ ມີຄວາມມຸ່ງຫວັງວ່າ, ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ການຮ່ວມມື ແລະ ສະຫນັບສະຫນູນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມງານສາກົນ ແລະ ໂດຍສະເພາະແມ່ນຄວາມຕັ້ງຕໍ່ຢ່າງສຸດໃຈ, ມີຄວາມທຸ້ມເທ, ຄວາມພະຍາຍາມຂອງບັນດາພະນັກງານຜູ້ທີ່ເຮັດວຽກຢູ່ໃນລະບົບສະຫະພັນມິດຕະພາບ, ພວກເຮົາຈະສ້າງຜົນສໍາເລັດອັນໃຫມ່ໃນຫຼາຍດ້ານໃນປີ 2019, ປະກອບສ່ວນຢ່າງຕັ້ງຫນ້າຕໍ່ການສ້າງສາ, ການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຫວຽດນາມ.

ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ທຸກທ່ານ ແລະ ບັນດາຫມູ່ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ, ມີຄວາມສຸກ. ອວຍພອນໃຫ້ວຽກງານການພົວພັນຕ່າງປະເທດດ້ານປະຊາຊົນຂອງພວກເຮົາຈົ່ງປະສົບຜົນສໍາເລັດອັນດີງາມ!

ຫງວຽນ ເຟືອງ ງາ

ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.