ຄວາມສະໜິດຕິດພັນຂອງວຽກງານປະຊາຄົມຢູ່ລາວ

11:01 | 30/12/2019

ຕອນບ່າຍວັນທີ 28 ທັນວາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ສົມທົບກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ຈັດຕັ້ງກອງປະຊຸມສະຫຼຸບວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ລາວ ປີ 2019 ແລະທິດທາງວຽກງານປີ 2020. ເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ.

ລາຍງານໝາກຜົນວຽກງານຊາວຫວຽດນາມ ອາໄສຢູ່ລາວ ປີ 2019, ທ່ານ ບຸ່ຍຈີ໊ແມ້ງ, ທີ່ປຶກສາທູດ, ຜູ້ປະຈໍາການຄະນະວຽກງານປະຊາຄົມສະຖານທູດ ເນັ້ນໜັກວ່າ, ໃນປີ 2019, ວຽກງານປະຊາຄົມໄດ້ປະຕິບັດ 3 ບັນຫາໃຫຍ່ໄດ້ເປັນຢ່າງດີ. ນັ້ນແມ່ນ: ປະຕິບັດ 8 ເນື້ອໃນໃນແຜນການວຽກງານປີ 2019 ເປັນຢ່າງດີ, ຄືປັບປຸງກໍາລັງຫຼັກແຫຼ່ງນໍາພາສະມາຄົມໃຫຍ່ ແລະສາຂາສະມາຄົມຢູ່ບັນດາແຂວງ; ເພີ່ມທະວີການສົມທົບກັນລະຫວ່າງບັນດາສະມາຄົມແຂວງ/ສະມາຄົມນະຄອນກັບສະມາຄົມໃຫຍ່...

ຄວາມສະໜິດຕິດພັນຂອງວຽກງານປະຊາຄົມຢູ່ລາວ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: nhandan.com.vn.

ກອງປະຊຸມໄດ້ເຫັນດີເປັນເອກະພາບບາງທິດທາງໜ້າທີ່ປີ 2020, ໃນນັ້ນສຸມໃສ່ຈັດຕັ້ງບຸນເຕັດໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ແລະບັນດາແຂວງຕ່າງໆ; ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ຈັດຕັ້ງກອງປະຊຸມໃຫຍ່ຊຸດທີ III ແລະບາງແຂວງຈັດຕັ້ງກອງປະຊຸມໃຫຍ່ຕາມອາຍຸການ...

ຄວາມສະໜິດຕິດພັນຂອງວຽກງານປະຊາຄົມຢູ່ລາວ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: nhandan.com.vn.

ສະຫຼຸບກອງປະຊຸມ, ທ່ານ ຫງວຽນບ໊າຮຸ່ງ ຖືວ່າ, ການນໍາບັນດາສະມາຄົມຕ້ອງຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມນັບແຕ່ຕົ້ນປີ 2020 ແລະໃຫ້ຮູ້ວ່າສະຖານທູດຫວຽດນາມ ປະຈໍາ ລາວ ຈະສະຫງວນການໜູນຊ່ວຍດ້ານວັດຖຸ ແລະຈິດໃຈຈົນສຸດຄວາມສາມາດຂອງຕົນ, ພິເສດແມ່ນສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ແກ້ໄຂບັນດາບັນຫາທີ່ພໍ່ແມ່ປະຊາຊົນມີຄວາມສົນໃຈ...

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.