ສອງນະຄອນຫຼວງ ລາວ-ຫວຽດນາມ ຮ່ວມ​ມື​ວຽກ​ງານ​ໂຄສະນາ​ອົບຮົມ

00:54 | 15/05/2019

ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ອົບຮົມ ນະຄອນຫຼວງ​ວຽງ​ຈັນ (ນວ) ແລະ ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ສຶກ​ສາ ນະຄອນຫຼວງ​ຮ່າ​ໂນຍ ​ສສ ຫວຽດນາມ ຈັດ​ຂຶ້ນ​ວັນ​ທີ 25 ມີນາ 2019 ທີ່​ຫ້ອງ​ວ່າການ​ປົກຄອງ ນວ.

ສອງນະຄອນຫຼວງ ລາວ-ຫວຽດນາມ ຮ່ວມ​ມື​ວຽກ​ງານ​ໂຄສະນາ​ອົບຮົມ

ສອງນະຄອນຫຼວງ ລາວ-ຫວຽດນາມ ຮ່ວມ​ມື​ວຽກ​ງານ​ໂຄສະນາ​ອົບຮົມ

ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ອົບຮົມ ນະຄອນຫຼວງ​ວຽງ​ຈັນ (ນວ) ແລະ ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ສຶກ​ສາ ນະຄອນຫຼວງ​ຮ່າ​ໂນຍ ​ສສ ຫວຽດນາມ ຈັດ​ຂຶ້ນ​ວັນ​ທີ 25 ມີນາ 2019 ທີ່​ຫ້ອງ​ວ່າການ​ປົກຄອງ ນວ ນຳ​ໂດຍ​ທ່ານ ເຂັມ​ເພັດ ແພງ​ດວງ​ຈັນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ ນວ ທ່ານ ຫງວ​​ຽນ ວັນ ຟອງ ຫົວໜ້າ​ຄະນະ​ໂຄສະນາ​ສຶກ​ສາ ນະຄອນຫຼວງ​ຮ່າ​ໂນ້ຍ ເຊິ່ງ​ມີ​ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກໍ​ຄື​ການ​ຊຸກ​ຍຸກ​ສົ່ງເສີມ​ການ​ພັດທະນາ​ວຽກ​ງານ​ຂອງ​ຕົນ ໂດຍ​ສະເພາະ​ແມ່ນ​ການ​ແລກປ່ຽນ​ຢ້ຽມຢາມ ແລະ ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ໄລຍະ​ຜ່ານ​ມາ ສອງ​ຝ່າຍ​ໄດ້​ມີ​ການ​ພົວພັນ​ແລກປ່ຽນ​ຮ່ວມ​ມື​ໃນ​ວຽກ​ງານ​ແຜນການ​ກໍ່ສ້າງ ແລະ ຄົ້ນຄວ້າ​ວິທະຍາສາດ ບົດຮຽນ ແລະ ວິຊາ​ການ​ໃນ​ຂົງເຂດ​ວຽກ​ງານ​ການເມືອງ-ແນວ​ຄິດ ວຽກ​ງານ​ວາລະສານ ແລະ ອື່ນໆ​ທີ່​ກ່ຽວຂ້ອງ ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິເສດ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ​ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ກໍ​ຄື​ສອງ​ອົງຄະ​ນະ​ພັກ ອຳນາດ​ການ​ປົກຄອງ ນະຄອນຫຼວງ​ວຽງ​ຈັນ ແລະ ນະຄອນຫຼວງ​ຮ່າ​ໂນ້ຍ ຢ່າງ​ມີ​ຜົນສຳເລັດ​ເປັນ​ກ້າວໆ.

ນອກ​ນີ້ ສອງ​ຄະນະ ຍັງ​ໄດ້​ປືກ​ສາ​ຫາລື ແລະ ເປັນ​ເອກະ​ພາບ​ສ້າງ​ບົດ​ບັນທຶກ​ການ​ຮ່ວມ​ມື​ແຕ່​ນີ້​ຮອດ​ປີ 2020 ໂດຍ​ສອງ​ຝ່າຍ​ໄດ້​ຕົກລົງ​ເຫັນ​ດີ​ໃນ​ການ​ສືບຕໍ່​ແລກປ່ຽນ​ການ​ຮ່ວມ​ມື​ພັດທະນາ​ກ່ຽວ​ກັບ​ວຽກ​ງານ​ການເມືອງ-ແນວ​ຄິດ ແລະ ທິດ​ສະ​ດີ ວຽກ​ງານ​ວາລະສານ ການ​ຜັນ​ຂະຫຍາຍ​ແນວທາງ​ນະໂຍບາຍ​ມະຕິ​ຕົກລົງ​ຂອງ​ພັກ​ໄປ​ສູ່​ປະ​ພະນັກງານ ສະມາຊິກ​ພັກ ແລະ ປະຊາຊົນ ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ການ​ຊ່ວຍ​ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ການ ແລະ ອື່ນໆ.

ໃນ​ໂອກາດ​ດັ່ງກ່າວ ຄະນະ​ຜູ້​ແທນ​ຄະນະ​ໂຄສະນາ​ສຶກ​ສາ ນະຄອນຫຼວງ​ຮ່າ​ໂນ້ຍ ກໍ​ໄດ້​ມອບ​ຄອມ​ພີວ​ເຕີ​ໂນດ​ບຸກ ຈຳນວນ 2 ໜ່ວຍ ແລະ ໄອ​ແພັດ 1 ໜ່ວຍ ລວມ​ມູນ​ຄ່າ 17 ລ້ານ​ດົງ ໃຫ້​ຄະນະ​ໂຄສະນາ​ອົບຮົມ ນວ ເພື່ອ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.