ຫວຽດນາມ - ລາວ ຮ່ວມມືພັດທະນາພາກເສດຖະກິດລວມ

00:54 | 15/05/2019

ຍສໝ - ໃນຕອນເຊົ້າວັນທີ 21 ມີນາ, ທີ່ຮ່າໂນ້ຍ, ທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຂອງພັກປະຊາຊົນປະຕິວັດລາວພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນສະຫະກອນຫວຽດນາມ.

ຫວຽດນາມ - ລາວ ຮ່ວມມືພັດທະນາພາກເສດຖະກິດລວມ

ຫວຽດນາມ - ລາວ ຮ່ວມມືພັດທະນາພາກເສດຖະກິດລວມ

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບົວສອນ ບຸບຜາວັນ ໄດ້ຢືນຢັນວ່າຫຼາຍປີຜ່ານມາ, ຫວຽດນາມ ແລະ ລາວມີສາຍພົວພັນທີ່ໃກ້ຊິດ, ຄຽງບ່າຄຽງໄລ່ກັນ, ສາຍພົວພັນຫວຽດນາມ ແລະ ລາວ ຈະໄດ້ປົກປັກຮັກສາ ແລະ ມີການຂະຫຍາຍຕົວ. ທ່ານ ບົວສອນ ບຸບຜາວັນ ເຫັນວ່າເສດຖະກິດຫວຽດນາມມີການພັດທະນາ ແລະ ມີການປ່ຽນແປງຢ່າງໄວວາ. ຜົນໄດ້ຮັບຈາກການປະຕິບັດຕົວຈິງຈະເປັນບົດຮຽນທີ່ມີຄຸນຄ່າໃນການນໍາໃຊ້ໃນລາວ, ໂດຍສະເພາະແມ່ນປະສົບການ ແລະ ບົດຮຽນຂອງການພັດທະນາເສດຖະກິດຮ່ວມມື, ສະຫະກອນຢູ່ຫວຽດນາມ.

ທ່ານ ປະທານສະຫະພັນສະຫະກອນຫວຽດນາມ ຫງວຽນຫງອກບາວ ໄດ້ໃຫ້ຮູ້ວ່າ, ສະຫະພັນສະຫະກອນຫວຽດນາມມີບົດບາດອັນເປັນຕົ້ນຕໍ່ໃນການກໍ່ສ້າງ ແລະ ພັດທະນາລະບົບສະຫະກອນ. ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ມີນະໂຍບາຍຕ່າງໆທີ່ເຫມາະສົມສໍາລັບການພັດທະນາສະຫະກອນ. ໂດຍຜ່ານການໂຄສະນາ, ອົງການຕ່າງໆໃນລະບົບການເມືອງໄດ້ຍຸ້ແຮງຄວາມດີເລີດຂອງຮູບແບບສະຫະກອນ, ຍົກສູງຄວາມຮັບຮູ້ສໍາລັບປະຊາຊົນກ່ຽວກັບຄວາມດີເລີດຂອງສະຫະກອນ.

ໂດຍສະເພາະ, ພັກ ແລະ ລັດ ໄດ້ວາງນະໂຍບາຍພັດທະນາ ແລະ ກົນໄກທີ່ເໝາະສົມເພື່ອໃຫ້ສະຫະກອນສາມາດດຶງດູດແຫຼ່ງຊັບພະຍາກອນໜຸ່ມ ແລະ ສ້າງເງື່ອນໄຂທີ່ດີທີ່ສຸດສໍາລັບພາກເສດຖະກິດລວມມີການພັດທະນາໃນສະພາບແວດລ້ອມເສດຖະກິດກໍານົດທິດທາງສັງຄົມນິຍົມ. ດັ່ງນັ້ນ, ທ່ານ ປະທານສະຫະພັນສະຫະກອນຫວຽດນາມ ຫງວຽນຫງອກບາວ ກໍ່ຄາດຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ໃນພາກເສດຖະກິດລວມ, ສະຫະກອນຈະປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນນີ້ໃນອະນາຄົດ.


ຮອດປີ 2018, ທົ່ວປະເທດຫວຽດນາມມີ 3.838 ຕາແສງທີ່ບັນລຸມາດຕະຖານຊົນນະບົດໃຫມ່. ລາຍໄດ້ສະເລ່ຍຂອງບັນດາສະຫະກອນເຊິ່ງມີການເຄື່ອນໄຫວຢ່າງປະສິດທິຜົນບັນລຸ 264 ລ້ານດົ່ງ/ປີ, ລາຍໄດ້ຂອງປະຊາຊົນຜູ້ອອກແຮງງານບັນລຸ 40 ລ້ານດົ່ງ/ຄົນ/ປີ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.