ນັກທ່ອງທ່ຽວມົວເມົາ ພິຊິດ Fansipan , "ຫຼັງຄາເຮືອນຂອງອິນດູຈີນ"

10:06 | 04/01/2024

ຍສໝ - ຕາມ​ວາລະສານ Her World ຂອງ ສິງກະ​ໂປ​ ແລ້ວ, ໂດຍຕັ້ງ​ຢູ່​ຢ່າງ​ສະຫງົບ​ສຸກ​ຢູ່​ຮ່ອມພູ ເມື່ອງຮວາ ທີ່​ສວຍ​ງາມ, ພູ Fansipan ຂອງ​ ຫວຽດນາມ ສົມເປັນສະຖານ​ທີ່​ທ່ອງ​ທ່ຽວທີ່ຄວນໄປພິຊິດໃນໂອກາດ​ທ້າຍ​ປີ.

ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022 ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022
ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ ນັກທ່ອງທ່ຽວຈໍານວນຫຼວງຫຼາຍຈອງ tour ໄປຊາປາ, “ກິນນອນ” ຢູ່ຈອມພູ Fansipan ຖ້າ​ຫິມະ​ຕົກ

ຕາມວາລະສານ Her World ແລ້ວ, ທຳມະດາມັກເອື້ນວ່າ "ຫຼັງຄາເຮືອນຂອງອິນດູຈີນ" , Fansipan ແມ່ນຍອດພູສູງ 3,143 ແມັດ ຕັ້ງຢູ່ຢ່າງສະຫງົບສຸກຢູ່ຮ່ອມພູ ເມື່ອງຮວາ ທີ່ສວຍງາມ, ມີຊື່ສຽງກ່ຽວກັບນາຂັ້ນໄດ ແລະ ບັນດາເສັ້ນທາງຍ່າງທີ່ສຸດຍອດ.

Fansipan, ໃນ​ພາ​ສາ​ທ້ອງ​ຖິ່ນຍັງ​ມີ​ຊື່​ອີກ​ຫນຶ່ງແມ່ນ Hua Xi Pan, ມີຄວາມໝາຍວ່າ "ແຜ່ນຫີນໃຫຍ່ຕັ້ງໂດ່ງໂດ່"​. ຕາມ​ເອກະສານ​ຂອງ​ສະຖາບັນທໍລະນີສາດ ຫວຽດນາມ, ພູ​ທັງ​ໝົດ​ແມ່ນ​ຫີນ​ອ່ອນ​ທີ່​ສວຍ​ງາມ​ທີ່​ເກີດ​ຈາກ​ໃຕ້​ດິນ​ເລິກ​ ແຕ່ກວ່າ 250 ລ້ານ​ປີ​ກ່ອນ. ທັງ 4 ລະດູເມກລ້ອມ ແລະ ພູມີປະເທດທຸລະກັນດານນີ້ ໄດ້ເຮັດໃຫ້ Fansipan ປົກຫຸ້ມດ້ວຍຄວາມງາມອັນຊວນຫຼົງໄຫຼ ແລະ ເໜືອຄວາມຈິງ.

ນັກທ່ອງທ່ຽວມົວເມົາ ພິຊິດ Fansipan ,
ພິຊິດຈອມພູ Fansipan

ຄວາມທຸລະກັນດານ ໄດ້ເຮັດເປັນການເດີນທາງພິຊິດຈອມພູ Fansipan ໃຫ້ສໍາລັບຜູ້ທີ່ມັກການປີນພູ. ການເດີນທາງພິຊິດຈອມພູFansipan ຂອງນັກທ່ອງທ່ຽວໃຊ້ເວລາປະມານ 2-4 ມື້ຂຶ້ນກັບທາງເລືອກຂອງຄວາມໄວ, ເສັ້ນທາງ. ນອກການ​ຍ່າງ​ແລ້ວ,ນັກ​ທ່ອງ​ທ່ຽວ​ຍັງ​ສາມາດ​ເລືອກ​ເອົາ​ການພິຊິດຈອມພູດ້ວຍ​ກະເຊົ້າໄຟຟ້າ.

ນອກຈາກ​ການພິຊິດຈອມພູ Fansipan, ນັກທ່ອງທຽວຍັງ​ສາມາດ​ໄປ​ຊົມ​ເສັ້ນທາງ​ຫີນ​ລຽບຕາມ​ພູ, ກົກດອກ Azalea ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ, ​ເພື່ອ​ໄປໄຫວ້ບູຊາ​ວິຫານແຫ່ງຈິດວິນຍານ Fansipan, ດ້ວຍ​ບັນດາ​ກິດຈະກຳ​ທີ່​ປະດິດ​ສ້າງ​ປູຊະນີຍະສະຖານ​ບູຮານ​ຂອງ​ຫວຽດນາມ ​ໃນ​ສະຕະວັດ​ທີ 15-16. ໂດຍເຊື່ອງຢູ່ໃນທະເລເມກ ແລະໝອກ, ຮູບປັ້ນພະພຸດທະຮູບ Amitabha ແລະຮູບປັ້ນ Avalokiteshvara ຍິ່ງໄດ້ນຳເອົາຮູບຊົງອັນເກົ່າແກ່ ແລະສະຫງ່າງາມມາສູ່ສະຖານທີ່ແຫ່ງນີ້.

ວາລະສານ Her World ເນັ້ນໜັກວ່າ: “ບັນດາຮູບປັ້ນ, ວັດໃຫຍ່ໂຕມະໂຫຖານພ້ອມຮູບແຕ້ມທຳມະຊາດອັນສະຫງ່າລາສີ ເມື່ອເບິ່ງຈາກເທິງພູນັ້ນ ເຮັດໃຫ້ນັກທ່ອງທ່ຽວຢາກກັບຄືນມາອີກຄັ້ງ”.

ນອກຈາກ Fansipan ຂອງ ຫວຽດນາມ ແລ້ວ, ວາລະສານສະບັບນີ້ຍັງແນະນໍາອີກ 3 ຈອມພູໃນອາຊີຕາເວັນອອກສຽງໃຕ້ ທີ່ສາມາດໄປຄົ້ນຫາໃນທ້າຍປີ:

- ດ້ວຍລະດັບຄວາມສູງ 4,095 ແມັດຈາກລະດັບໜ້ານໍ້າທະເລ, ພູ Kinabalu - ພູທີ່ສູງທີ່ສຸດໃນ Borneo ແລະ Malaysia ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກໂລກ. ພູນີ້ດຶງດູດນັກທ່ອງທ່ຽວດ້ວຍລະບົບພືດແລະ ສັດທີ່ຫາຍາກ ແລະ ທິວທັດທໍາມະຊາດທີ່ສວຍງາມເມື່ອເບິ່ງຈາກມູມສູງ.

- ພູ Phongun Razi (ມຽນມາ) ມີຄວາມສູງເກືອບ 3.635 ແມັດ ນັກທ່ອງທ່ຽວສາມາດຊົມທິວທັດທຳມະຊາດໃນເຂດພາກເໜືອຂອງ ມຽນມາ. ການ​ເດີນ​ທາງ​ໄປ​ພິຊິດ​ຈອມພູ ​ຈະ​ເລີ່ມ​ຈາກ​ໝູ່ບ້ານ​ພູດ​ອຍ​ຫ່າງ​ໄກ​ສອກ​ຫຼີກ Putao ​ຢູ່​ຕີນ​ພູ​ຫິມະ​ໄລ.

- Rinjani ເປັນພູເຂົາໄຟທີ່ຍັງມີໄຟຢູ່ເກາະ Lombok (ອິນໂດເນເຊຍ) ໂດຍມີຄວາມສູງ 3,726m. ພູເຂົາໄຟຍັງມີໄຟຢູ່ ສະນັ້ນການເດີນທາງເພື່ອພິຊິດແມ່ນມີຄວາມຫຍຸ້ງຍາກຫຼາຍ. ແທນທີ່ນັ້ນ, ນັກ​ທ່ອງ​ທ່ຽວ​ຈະ​ສາ​ມາດໄດ້​ຊົມ​ທິວ​ທັດ​ພູເຂົາ​ໄຟ​ທີ່​ສວຍ​ງາມ...

ສົມເຟັດ

ເຫດການ
302 Found

Found

The document has moved here.