ຫວຽດນາມ - ເຊຍຣາ ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຫັນເປັນລະບົບດິຈິຕອລ

10:46 | 19/03/2022

ຍ​ສ​ໝ - ໃນ​ທ່າມ​ກາງວາ​ລະ​ການ​ຢ້ຽມ​ຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການໃນ​ຕອນ​ບ່າຍ​ວັນ​ທີ 16 ມີ​ນາ​ ທີ່​ນະ​ຄອນຫຼວງຮ່າ​ໂນ້ຍ, ທ່ານ ​ຈູ​ລິວ​ມາ​ດາ​ບີ​ໂອ ປະ​ທາ​ນາ​ທິບໍ​ດີສາ​ທາ​ລະ​ນະ​ລັດເຊຍ​ຣາ​ລີ​ອອນ ມາ​ຢ້ຽມ​ຢາມ​ສະ​ຖ​າ​ບັນ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ຫວຽດ​ນາມ (VAAS).

VinFast ຈະເປັນບໍລິສັດຜູ້ຜະລິດລົດຍົນໄຟຟ້າແຫ່ງທຳອິດໃນໂລກທີ່ນໍາໃຊ້ເຕັກໂນໂລຊີລະບຸຕຳແໜ່ງໃນທົ່ວໂລກ VinFast ຈະເປັນບໍລິສັດຜູ້ຜະລິດລົດຍົນໄຟຟ້າແຫ່ງທຳອິດໃນໂລກທີ່ນໍາໃຊ້ເຕັກໂນໂລຊີລະບຸຕຳແໜ່ງໃນທົ່ວໂລກ
ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

ໃນ​ທ່າມ​ກາງວາ​ລະ​ການ​ຢ້ຽມ​ຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການໃນ​ຕອນ​ບ່າຍ​ວັນ​ທີ 16 ມີ​ນາ​ ທີ່​ນະ​ຄອນຫຼວງຮ່າ​ໂນ້ຍ, ທ່ານ ​ຈູ​ລິວ​ມາ​ດາ​ບີ​ໂອ ປະ​ທາ​ນາ​ທິບໍ​ດີສາ​ທາ​ລະ​ນະ​ລັດເຊຍ​ຣາ​ລີ​ອອນ ມາ​ຢ້ຽມ​ຢາມ​ສະ​ຖ​າ​ບັນ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ຫວຽດ​ນາມ (VAAS).

ທ່ານ ເຊຍ​ຣາ​ລີ​ອອນ​ຈູ​ລິວ​ມາ​ດາ​ບີ​ໂອ ມີ​ຄຳ​ເຫັນ​ເນັ້ນ​ໜັກ​ວ່າ ເຊຍ​ຣາ​ລີ​ອອນ ປະ​ທັບ​ໃຈ​ໃນ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດ​ກະ​ສິ​ກຳ. ບັນ​ພື້ນ​ຖານ​ສາຍ​ພົວ​ພັນ​ທີ່​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ກໍ​ຄື​ທ່າ​ແຮງ​ທີ່​ສາ​ມາດ​ຍົກ​ສູງ​ຂຶ້ນກວ່າ​ເກົ່າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ຮ່ວມ​ມື​ທັງ​ສອງ​ຝ່າຍ, ເຊຍ​ຣາ​ລີ​ອອນ ຫວັງ​ໃຫ້​ຫວຽດ​ນາມ​ສະ​ໜັບ​ສະ​ໜູນ, ແບ່ງ​ປັນ​ປະ​ສົບ​ການ​ໃນ​ຂົງ​ເຂດ​ນີ້.

ຫວຽດນາມ - ເຊຍຣາ ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຫັນເປັນລະບົບດິຈິຕອລ
ຫວຽດນາມ - ເຊຍຣາ ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຫັນເປັນລະບົບດິຈິຕອລ.ພາບ​: baoquocte.vn

ໃນ​ໂອ​ກາດ​ນີ້, ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຊຸກ​ຍູ້​ການ​ຮ່ວມ​ມືລະ​ຫວ່າງເຊຍ​ຣາ​ລີ​ອອນ ແລະ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ຫວຽດ​ນາມ​ໃນ​ຂົງ​ເຂດ​ການ​ປູກ​ຝັງ.

ໃນ​ວັນ​ທີ 16 ມີ​ນາ ເຊັ່ນ​ດຽວ​ກັນ, ທ່ານ ​ຈູ​ລິວ​ມາ​ດາ​ບີ​ໂອ ປະ​ທາ​ນາ​ທິບໍ​ດີສາ​ທາ​ລະ​ນະ​ລັດເຊຍ​ຣາ​ລີ​ອອນ ຍັງ​ໄດ້​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ກຸ່ມ​ບໍ​ລິ​ສັດ FPT, ແລກ​ປ່ຽນ​ກັນ​ກ່ຽວ​ກັບ​ທີດ​ທາງ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຫັນ​ເປັນ​ດິ​ຈິ​ຕອ​ລ. ພ້ອມ​ກັນ​ນັ້ນ, ທ່ານ ຈາ​ກັອບຈູ​ຊູ​ຊ໊າ​ຟ​ຟ້າ, ລັດ​ຖະ​ມົນ​ຕີ​ປະ​ຈຳ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ຕາ​ໜ້າ​ລັດ​ຖະ​ບານ​ເຊຍ​ຣາ​ລີ​ອອນ ແລະ ປະ​ທານ​ສະ​ພາ​ບໍ​ລິ​ຫານ FPT ທ່ານ ເຈືອງ​ຢາ​ບິ່ງ ໄດ້​ເຊັນ​ລົງ​ນາມ​ການ​ຕົກ​ລົງ​ຮ່ວມ​ມື​ຊຸກ​ຍູ້​ການ​ຫັນ​ເປັນ​ດິ​ຈີ​ຕອ​ລ​ແຫ່ງ​ຊາດ ແລະ ກໍ່​ສ້າງອັບ​ຮົມ​ບຸກ​ຄະ​ລາ​ກອນ​ທາງ​ດິ​ຈິ​ຕອ​ລ​ໃຫ້​ແກ່​ເຊຍ​ຣາ​ລີ​ອອນ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.