ຕາມໜັງສືພິມ ຂ່າວສານຫວຽດນາມ ແລ້ວ, ໃນຕົ້ນເດືອນກໍລະກົດ 2025, ຢູ່ດ່ານຊາຍແດນສາກົນ ມິດຕະພາບ, ບັນຍາກາດການເຂົ້າ-ອອກຂອງຫວຽດນາມ ແມ່ນຄຶກຄື້ນແຕ່ 7 ໂມງຫາ 8 ໂມງຂອງທຸກໆວັນ. ເຖິງວ່າການສັນຈອນຂອງຜູ້ໂດຍສານຈະສູງກໍ່ຕາມ, ແຕ່ບໍ່ມີສະພາບການບຽດຍາດ ຫຼື ຊຸກຢັນ; ປະຊາຊົນໄດ້ລຽນແຖວຢູ່ໃນເສັ້ນທາງທີ່ຖືກຕ້ອງ, ເປັນລະບຽບຕາມຄຳສັ່ງຂອງກຳລັງປ້ອງກັນຊາຍແດນ.
ຕາມສະຖານີປ້ອງກັນຊາຍແດນສາກົນ ມິດຕະພາບ ແລ້ວ, ໃນແຕ່ລະມື້, ມີຜູ້ໂດຍສານນັບພັນຄົນປະຕິບັດລະບຽບການອອກ ແລະ ເຂົ້າເມືອງ. ສະຖິຕິແຕ່ຕົ້ນປີ 2025 ຮອດປະຈຸບັນ, ໜ່ວຍງານໄດ້ແຫ້ໄຂລະບຽບການໃຫ້ປະຊາຊົນໄດ້ 1,24 ລ້ານກວ່າຄົນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການອອກ ແລະ ເຂົ້າເມືອງດ້ວຍໜັງສືຜ່ານແດນບັນລຸ 430.000 ກວ່າຄົນ (ເພີ່ມຂຶ້ນ 5,8%), ໃນຂະນະທີ່ການອອກ ແລະ ເຂົ້າເມືອງໂດຍເອກະສານເດີນທາງບັນລຸ 810.000 ກວ່າຄົນ (ເພີ່ມຂຶ້ນ 22,5%). ຜູ້ໂດຍສານສ່ວນໃຫຍ່ແມ່ນພົນລະເມືອງຈີນ ແລະ ຫວຽດນາມ ດ້ວຍຈຸດປະສົງໄປຢ້ຽມຢາມພີ່ນ້ອງ, ທ່ອງທ່ຽວ ແລະ ເຮັດວຽກງານ.
![]() |
ບັນດາຜູ້ໂດຍສານໄດ້ລຽນແຖວປະຕິບັດລະບຽບການອອກ - ເຂົ້າເມືອງຢູ່ດ່ານຊາຍແດນສາກົນ ມິດຕະພາບ (ລ້າງເຊີນ) ຕາມລະບຽບ. ພາບ: ສຳນັກຂ່າວສານ ຫວຽດນາມ. |
ພິເສດ, ແຕ່ເດືອນ ເມສາ 2025, ເສັ້ນທາງທ່ອງທ່ຽວ “ສອງມື້, ໜຶ່ງຄືນ” ລະຫວ່າງ ລ້າງເຊີນ (ຫວຽດນາມ) ແລະ ປິງຊ່ຽງ (ຈີນ) ໄດ້ເປີດຢ່າງເປັນທາງການ ດ້ວຍໃບໜັງສືເດີນທາງ, ຈັດຕັ້ງໂດຍພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ລ້າງເຊີນ ສົມທົບກັບອຳນາດການປົກຄອງປະຊາຊົນນະຄອນ ປິງເຊີນ. ເສັ້ນທາງທ່ອງທ່ຽວແຫ່ງນີ້ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ, ຊື້ເຄື່ອງ ແລະ ຄົ້ນພົບວັດທະນະທຳເຂດຊາຍແດນ.
ທ່ານ ພັນຕີ ຈິ້ງວັນບາກ , ຮອງຫົວໜ້າສູນປ້ອງກັນດ່ານຊາຍແດນສາກົນ ມິດຕະພາບ ໃຫ້ຮູ້ວ່າ, ຂະບວນການຄວບຄຸມແມ່ນດຳເນີນໄປຢ່າງຄົບຊຸດ, ປິດລ້ອມ, ຖືກຕາມລະບຽບການ. ຕາມນັ້ນແລ້ວ, ເມື່ອຜູ້ໂດຍສານຈາກພາຍໃນໄປເຖິງດ່ານຊາຍແດນ, ຢູ່ barie ເລກ 2, ກຳລັງປ້ອງກັນຊາຍແດນຈະກວດກາເອກະສານ, ພາຫະນະຂົນສົ່ງໃນເບື້ອງຕົ້ນ ແລະ ຊີ້ນຳຍ້າຍໄປເຂດທີ່ເຮັດລະບຽບ ການອອກ ແລະ ເຂົ້າເມືອງ. ພາຍຫຼັງໄດ້ປະຕິບັດຕາມລະບຽບການທີ່ຈຳເປັນແລ້ວ, ຜູ້ໂດຍສານໄດ້ເຄື່ອນຍ້າຍໄປຍັງ barie ເລກ 1 (ເຂດຫຼັກ 1116) ເພື່ອອອກສູ່ປະເທດຈີນ; ຢູ່ທີ່ນີ້, ກຳລັງປ້ອງກັນຊາຍແດນຈະກວດສອບເອກະສານຄືນໃໝ່ ແລະ ນີ້ແມ່ນຂະບວນການຄວບຄຸມຂັ້ນສຸດທ້າຍ, ຮັບປະກັນບໍ່ມີຄວາມຜິດພາດ.
ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແລ້ວ, ການສ້າງຕັ້ງ ເຂດອ້ອມທ່ອງທ່ຽວຊາຍແດນ ຫວຽດນາມ - ຈີນ” ໄດ້ກາຍເປັນຕົວຈິງເທື່ອລະກ້າວ. ສິ່ງດັ່ງກ່າວບໍ່ພຽງແຕ່ຮຽກຮ້ອງໃຫ້ມີການຮ່ວມມືຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງຮຽກຮ້ອງບັນດານະໂຍບາຍເປີດປະຕູທີ່ມີຄວາມຄ່ອງຕົວຈາກສອງລັດຖະບານ, ໃນນັ້ນມີ: ການອຳນວຍຄວາມສະດວກກ່ຽວກັບລະບຽບການອອກ - ເຂົ້າເມືອງ, ການປະສານງານກວດກາຄວບຄຸມເຂດຊາຍແດນ; ພັດທະນາທາງລົດໄຟ, ລົດເມທ່ອງທ່ຽວລະຫວ່າງສອງປະເທດ ແລະ ໂດຍສະເພາະແມ່ນລາຍການທ່ອງທ່ຽວຂອງສອງຝ່າຍໂດຍມີການເຂົ້າຮ່ວມຂອງວິສາຫະກິດທັງສອງປະເທດ.
ບໍ່ພຽງແຕ່ຢຸດຢູ່ຈຳນວນນັກທ່ອງທ່ຽວເທົ່ານັ້ນ, ບັນດາລາຍການຄືການເດີນທາງຊາຍແດນທີ່ສະຫງ່າງາມຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງສອງຊາດ. ເມື່ອການທ່ອງທ່ຽວຖືກວາງໄວ້ໃນສາຍພົວພັນວັດທະນະທຳ, ປະຫວັດສາດ, ເສດຖະກິດ ແລະ ຄວາມເຊື່ອໝັ້ນໃນການເມືອງ, ບໍ່ພຽງແຕ່ເປັນຂະແໜງການບໍລິການເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ມະນຸດແບບຍືນຍົງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອີກດ້ວຍ.
ດ້ວຍພື້ນຖານປະຫວັດສາດອັນໃກ້ຊິດ, ລະບົບຄົມມະນາຄົມຂົນສົ່ງທີ່ເຊື່ອມຕໍ່ຢ່າງແໜ້ນແຟ້ນ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊາຍແດນທີ່ອຸດົມສົມບູນ, ແລວເສດຖະກິດທ່ອງທ່ຽວ ຫວຽດນາມ - ຈີນ ໄດ້ຮັບການເປີດກ້ວາງເທື່ອລະກ້າວ.
![]() | ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນປັດໄຈສຳຄັນຂອງການພົວພັນຫວຽດນາມ-ອາເມລິກາ ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ. |
![]() | ສະຫະພັນມິດຕະພາບແຂວງ ດົ່ງນາຍ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການພັດທະນາບັນດາສະມາຄົມມິດຕະພາບສະມາຊິກ ຍສໝ - ສິ່ງດັ່ງກ່າວປະກອບສ່ວນແຜ່ຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ເວົ້າລວມ ແລະ ດົ່ງນາຍ ເວົ້າສະເພາະກັບເພື່ອນມິດສາກົນ, ພິເສດແມ່ນບັນດາປະເທດທີ່ພວມລົງທຶນຢູ່ ດົ່ງນາຍ. |
ແທັງຮັ່ງ