ຫວຽດນາມ ປະກອບສ່ວນຊຸກຍູ້ບົດບາດຂອງ NPT ທີ່ມີຕໍ່ຄວາມໝັ້ນຄົງໃນທົ່ວໂລກ | |
ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19 |
ຊີວິດໃໝ່
ພວກຂ້າພະເຈົ້າໄດ້ໄປຮອດບ້ານຂອງອ້າຍ ແທກໂມນີ (ອາຍຸ 40 ປີ), ບ້ານ ເຕີນງ້າຍ, ຕາແສງ ເລືອງຮ່ວາອາ, ເມືອງເຈົາແທັ່ງ, ແຂວງ ຈາວິງ ເວລາປະມານ 6 ໂມງແລງ. ໃນເຂດຊຸມຊົນທີ່ຫາກໍສ້າງໃໝ່ໆ, ເຮືອນຫຼັງຂອງອ້າຍ ແທກໂມນີ ມີເນື້ອທີ່ປະມານ 100 ຕາລາງແມັດ, ແມ່ຂອງອ້າຍ ນີ ພວມເບິ່ງໂທລະພາບ, ເມຍຂອງອ້າຍ ນີ ພວມຢູ່ໃນເຮືອນຄົວແຕ່ງເຂົ້າແລງໃຫ້ຄອບຄົວ. ລູກສາວຫລ້າຂອງອ້າຍ ນີ ພວມຫຼິ້ນຢູ່ຮ້ານເຊິ່ງເປັນບ່ອນເຮັດວຽກຂອງພໍ່.
ອ້າຍ ແທກໂມນີ ເປີດຮ້ານຕັດຜົມໃນເຮືອນຫຼັງຫາກໍສ້າງໃໝ່ຂອງຕົນ ທີ່ບ້ານ ເຕີນງ້າຍ, ຕາແສງ ເລືອງຮ່ວາອາ, ເມືອງເຈົາແທັ່ງ, ແຂວງ ຈາວິງ |
ໂດຍໄດ້ຮູ້ວ່າ, ເຮືອນຫຼັງຂອງຄອບຄົວອ້າຍ ນີ ກໍາລັງດໍາລົງຊີວິດຢູ່ແມ່ນຫາກໍສ້າງໄດ້ສອງເດືອນຜ່ານມາ ດ້ວຍຄ່າໃຊ້ຈ່າຍເກືອບ 900 ລ້ານດົ່ງ. ເຮືອນຫຼັງນີ້ທັງເປັນບ່ອນດໍາລົງຊີວິດຢູ່ຂອງຄອບຄົວທີ່ມີສາມລຸ້ນຄົນ ແລະ ທັງເປັນຮ້ານຕັດຜົມຂອງຄອບຄົວເພິ່ນ.
ອ້າຍ ແທກໂມນີ ໃຫ້ຮູ້ວ່າ: ແຕ່ກ່ອນ, ເພິ່ນມີຮ້ານແຫ່ງໜຶ່ງຢູ່ໃນເມືອງ. ກ່ອນທີ່ການລະບາດຂອງພະຍາດ Covid-19 ເກີດຂຶ້ນ, ເພິ່ນຕ້ອງຈ້າງຄົນງານສອງສາມຄົນເພື່ອຊ່ວຍວຽກ. ແຕ່ຮອດປັດຈຸບັນ, ເມື່ອປຸກເຮືອນໃໝ່ແລ້ວ, ອ້າຍໄດ້ຍ້າຍກັບຄືນໄປເຮືອນ, ທັງຜົວເມຍເຮັດວຽກນຳກັນ. ແຕ່ລະເດືອນ, ເຂົາເຈົ້າມີລາຍຮັບທີ່ໝັ້ນຄົງແຕ່ 3 – 5 ລ້ານ, ເພື່ອຊໍາລະຄ່າໃຊ້ຈ່າຍປະຈໍາວັນ ແລະ ໃຫ້ລູກໄປໂຮງຮຽນ.
ບໍ່ຄືກັບເຮືອນຫຼັງໃຫຍ່ຂອງອ້າຍ ແທກໂມນີ ທີ່ໄດ້ກໍ່ສ້າງຢູ່ນອກຕົວເມືອງ, ເຮືອນຂອງອ້າຍ ກຽນທ໋າຍຫວູ (ຕາແສງ 8, ນະຄອນ ຈາວິງ, ແຂວງ ຈາວິງ) ພັດແມ່ນເຮືອນຫຼັງທີ່ມີຂະໜາດນ້ອຍໆ ແລະ ເປັນລະບຽບຮຽບຮ້ອຍ ເຊິ່ງໄດ້ຕັ້ງຢູ່ຖະໜົນນ້ອຍໆ. ຈາກປະຕູເຂົ້າສູ່ເຮືອນ, ແທ່ນບູຊາພໍ່ແມ່ແມ່ນໄດ້ເຮັດດ້ວຍຫີນການິດ. ນີ້ແມ່ນວຽກງານທີ່ໄດ້ຊ່ວຍໃຫ້ຜົວເມຍເພິ່ນເລີ່ມແຕ່ສອງຝ່າມືເປົ່າ ແລ້ວກໍສາມາດກໍ່ສ້າງເຮືອນ, ລ້ຽງດູລູກຊາຍອາຍຸ 11 ປີໄດ້ສຶກສາຮ່ຳຮຽນ. ດ້ວຍປະສົບການໃນອາຊີບເປັນເວລາດົນຫຼາຍປີ, ປັດຈຸບັນມີຫຼາຍໂຄງການຂອງເອກະຊົນຢູ່ເຂດ ຈາວິງ ລ້ວນແຕ່ເອີ້ນອ້າຍ ຫວູ ມາເຮັດ.
ກັບມາຈາກຄວາມຮັກແພງ
ໂດຍເມື່ອເຫັນຊີວິດການເປັນຢູ່ໃນປັດຈຸບັນ, ບໍ່ຫຼາຍຄົນທີ່ຮູ້ໄດ້ວ່າ, ແຕ່ກ່ອນ, ອ້າຍ ແທກໂມນີ; ກຽນທ໋າຍຫວູ ເປັນຜູ້ທີ່ເຄີຍຖືກໂທດກັບຄືນມາ.
ປີ 2011, ຍ້ອນຂາດການໄຕ່ຕອງ, ໂມໂຫ ອ້າຍ ແທກໂມນີ ຖືກກາຍເປັນຜູ້ທີ່ຖືກໂທດໜັກ. ເພິ່ນຖືກຕັດສິນລົງໂທດຈຳຄຸກເປັນເວລາ 10 ປີ ແລະ ປະຕິບັດໂທດຢູ່ຄ້າຍຄຸມຂັງແຫ່ງໜຶ່ງຢູ່ແຂວງ ບິງເຢືອງ. ຍ້ອນການດັດສ້າງທີ່ດີ, ປີ 2015 ເພິ່ນໄດ້ຮັບການອະໄພຍະໂທດ.
ອ້າຍ ແທກໂມນີ ແບ່ງປັນວ່າ: ໃນເວລາຢູ່ໃນຄ້າຍຄຸມຂັງ, ປະມານ 4 ຫາ 5 ເດືອນ ແມ່ຂອງຂ້າພະເຈົ້າຈະມາຢາມເທື່ອໜຶ່ງ, ເຖິງແມ່ນວ່າຈະຢູ່ໄກກໍຕາມ. "ພະຍາຍາມດັດສ້າງ, ເຮັດວຽກໃຫ້ດີ ເພື່ອກັບຄືນສູ່ຄອບຄົວ", ແມ່ຂອງຂ້າພະເຈົ້າເວົ້າແຕ່ແນວນັ້ນ ແຕ່ສໍາລັບຂ້າພະເຈົ້າມັນເປັນກໍາລັງໃຈທີ່ຍິ່ງໃຫຍ່. ລູກສາວນ້ອຍຂອງຂ້າພະເຈົ້າທີ່ມີອາຍຸ 3 ເດືອນ ກໍຊ່ວຍໃຫ້ຂ້າພະເຈົ້າຕ້ອງມານະພະຍາຍາມທຸກໆມື້.
ຫຼັງຈາກການອະໄພຍະໂທດໄດ້ກັບຄືນທ້ອງຖິ່ນແລ້ວ, ອ້າຍ ແທກໂມນິ ເມື່ອໃດກໍມີປົມດ້ອຍຕໍ່ຕົນເອງ, ຖືກຍາດພີ່ນ້ອງຫຼີກໄກ, ເພື່ອນບ້ານກໍຍັງບໍ່ໄດ້ເຫັນອົກເຫັນໃຈ. ແຕ່ຍ້ອນໄດ້ຮັບການຊ່ວຍເຫຼືອຂອງກໍາລັງຕໍາຫຼວດຮາກຖານ ແລະ ອໍານາດການປົກຄອງທ້ອງຖິ່ນ, ເພິ່ນໄດ້ແນະນໍາກູ້ຢືມເງິນເພື່ອເຮັດທຸລະກິດ ແລະ ພັດທະນາເສດຖະກິດ. ເພິ່ນໄດ້ໃຫ້ກູ້ຢືມເງິນດ້ວຍຍອດຈຳນວນທຶນແມ່ນ 35 ລ້ານດົ່ງ. ດ້ວຍອາຊີບຕັດຜົມທີ່ໄດ້ຮຽນແຕ່ຕອນອາຍຸ 15 ປີ, ອ້າຍ ນີ ໄດ້ເປີດຮ້ານຕັດຜົມຢູ່ຄຸ້ມ 1, ຕາແສງ 7, ນະຄອນຈາວິງ. ໃບຫນ້າທີ່ເປັນມິດ, ນິໄສໃຈຄໍແມ່ນດຸຫມັ່ນ, ຍາດພີ່ນ້ອງຮູ້ເຫັນໄດ້ການປ່ຽນແປງຂອງເພິ່ນ, ດັ່ງນັ້ນເຂົາເຈົ້າມາສະຫນັບສະຫນູນນັບມື້ນັບຫຼາຍຂຶ້ນ. ພາຍຫຼັງປະມານ 3 ປີ, ເພິ່ນໄດ້ຊໍາລະເງິນກູ້ໝົດ ແລະ ເລີ່ມມີທຶນສະສົມ.
ທ່ານ ພັນຕີ ຫວໍເຕີນດາດ ແລະ ອ້າຍ ກຽນທ໋າຍຫວູ ກໍາລັງ ແລກປ່ຽນ, ແບ່ງປັນຂໍ້ມູນກັບນັກຂ່າວ |
ຍ້ອນເຮັດໃຫ້ເກີດອຸບັດຕິເຫດໃນຂະນະທີ່ເຂົ້າຮ່ວມການຈະລາຈອນ, ກຽນທ໋າຍຫວູ ຖືກຈັບເຂົ້າຄຸກໃນປີ 2005 ເວລາທີ່ເພິ່ນຍັງເປັນໄວໜຸ່ມ. ທີ່ຄ້າຍຄຸມຂັງ ໝີເຟືອກ (ຕຽນຢ່າງ), ຫວູ ປະຕິບັດບັນດາຂໍ້ກໍານົດເປັນຢ່າງດີ, ສະນັ້ນຈຶ່ງໄດ້ຮັບການອະໄພຍະໂທດ, ຫຼຸດໂທດຈຳຄຸກເປັນ 20 ເດືອນ. ເວລາເຊື່ອມໂຍງເຂົ້າກັບຊຸມຊົນຄືນໃໝ່, ຫວູ ໄດ້ເຮັດວຽກຮັບຈ້າງບ່ອນນີ້ບ່ອນນັ້ນເພື່ອຫາຢູ່ຫາກິນ. ປີ 2009, ຫວູ ໄດ້ແຕ່ງງານ, ປັດຈຸບັນມີລູກຊາຍຜູ້ໜຶ່ງອາຍຸ 11 ປີ.
ຫວູ ເລົ່າວ່າ : “ບັນດາຜູ້ຄຸມຄ້າຍຄຸມຂັງ ໝີເຟືອກ (ຕຽນຢ່າງ) ຮັກນ້ອງຫຼາຍ. ພະນັກງານສ້າງເງື່ອນໄຂໃຫ້ນ້ອງມີເວລາຮຽນ, ເຮັດວຽກ ສະນັ້ນນ້ອງຈຶ່ງໄດ້ຄືໃນມື້ນີ້".
ທ່ານພັນຕີ ຫວໍເຕີນດາດ, ຕຳຫຼວດ ຕາແສງ 8, ນະຄອນ ຈາວິງ, ແຂວງ ຈາວິງ, ຕໍາຫຼວດເຂດທີ່ອ້າຍ ຫວູ ດໍາລົງຊີວິດ ໄດ້ແບ່ງປັນວ່າ: “ພວກເຮົາຈົ່ງເອົາໃຈເຂົາມາໃສ່ໃຈເຮົາເພື່ອເຂົ້າໃຈສິ່ງທີ່ເຂົາເຈົ້າຕ້ອງຜ່ານຜ່າ ແລະ ຄວາມຫັວງຂອງເຂົາເຈົ້າຢາກອອກສູ່ສັງຄົມຄືແນວໃດ. ຈາກນັ້ນ ເຮົາກໍເບິ່ງເຂົາຢູ່ທີ່ຕັ້ງຂອງຜູ້ເປັນອ້າຍ, ເປັນລູກ, ເປັນຫລານ ໃນຄອບຄົວ, ເພື່ອໃຫ້ມີວິທີລົມກັນທີ່ດີທີ່ສຸດ.”
ທ່ານພັນຕີ ຫວໍເຕີນດາດ ຍັງໃຫ້ຮູ້ຕື່ມອີກວ່າ, ເມື່ອລົງໄປຢ້ຽມຢາມຢູ່ທ້ອງຖິ່ນ, ທໍາອິດແມ່ນໃນບົດບາດເປັນຜູ້ຄຸ້ມຄອງດ້ານປະຊາກອນຢູ່ທ້ອງຖິ່ນ; ທີສອງ ກໍເໝືອນຄືຜູ້ເປັນອ້າຍໃນຄອບຄົວ, ການລົມກັນ, ຕັກເຕືອນຈະງ່າຍກວ່າ. ເມື່ອເຮົາມີຄວາມຈິງໃຈ ເຂົາເຈົ້າກໍຈະຫຼຸດຜ່ອນຄວາມມີປົມດ້ອຍ, ແບ່ງປັນງ່າຍຂຶ້ນ. ໃນເວລາທີ່ເຂົ້າໃຈບັນຫາແລ້ວຈຶ່ງສາມາດສູ້ຊົນພັດທະນາ. ໂດຍຂຶ້ນກັບບຸກຄົນ, ແຕ່ລະສະພາບການເພື່ອມີວິທີໜູນຊ່ວຍ, ສຶກສາ.
ໂດຍແລກປ່ຽນກັບນັກຂ່າວ, ການນຳຕຳຫຼວດນະຄອນ ຈາວິງ ໃຫ້ຮູ້ວ່າ, ໃນເວລາທຳອິດ, ເມື່ອອ້າຍໂມນີ ກັບຄືນທ້ອງຖິ່ນກໍພົບຄວາມຫຍຸ້ງຍາກຫຼາຍຢ່າງ. ຕໍາຫຼວດຕາແສງໄດ້ປະສານກັບອຳນາດການປົກຄອງທ້ອງຖິ່ນຊ່ວຍເພິ່ນເຮັດສໍາມະໂນຄົວຄືນໃໝ່, ໜູນຊ່ວຍການກູ້ຢືມເງິນສຳລັບຮູບການເຊື່ອມຕົວຊຸມຊົນຄືນໃໝ່ເພື່ອໃຫ້ລາວພັດທະນາເສດຖະກິດ.
ເນື່ອງໃນໂອກາດວັນຊາດ 2022, ແຂວງ ຈາວິງ ມີ 5 ກໍລະນີທີ່ມີເງື່ອນໄຂຢ່າງຄົບຖ້ວນໄດ້ຮັບການພິຈາລະນາສະເໜີເພື່ອອະໄພຍະໂທດພິເສດກ່ອນເວລາກຳນົດຕາມກົດໝາຍກໍານົດໄວ້. ເຂົາເຈົ້າເປັນຜູ້ທີ່ປະຕິບັດຂໍ້ກໍານົດຂອງສະຖານທີ່ກັກຂັງ, ຄ້າຍຄຸມຂັງ ຊົ່ວຄາວເປັນຢ່າງດີ, ກັບໃຈດ້ວຍຄວາມຈິງໃຈ, ລາຍງານດ້ວຍຄວາມສັດຊື່, ສະກັດກັ້ນ ແລະ ຕ້ານບັນດາການກະທໍາທີ່ລະເມີດຢ່າງຕັ້ງໜ້າ; ມີສະຕິ, ເປັນແບບຢ່າງ, ຫ້າວຫັນໃນການອອກແຮງງານ, ສໍາເລັດຕາມການກຳນົດ ແລະ ຄາດໝາຍທີ່ໄດ້ມອບໝາຍ; ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມສິນທຳ, ມີສະຕິຊ່ວຍເຫຼືອ ແລະ ພ້ອມກັບນັກໂທດຜູ້ອື່ນຝຶກຝົນຫຼໍ່ຫຼອມ, ສຶກສາຮໍ່າຮຽນ, ພະຍາຍາມໃຫ້ກ້າວໜ້າກວ່າອີກ...
ຫອມມາລາ