ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

06:35 | 14/04/2020

ຍສໝ - ໃນບໍລິເວນຊາຍແດນຕິດກັບປະເທດລາວ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການມອບຂອງຂວັນສະໜັບສະໜູນ ໃຫ້ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19 ເພີ່ມທະວີການປະສານສົມທົບເພື່ອປ້ອງກັນການລະບາດ ຂອງພະຍາດ COVID-19 ຢູ່ຊາຍແດນຫວຽດນາມ - ລາວ
ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19 ແຂວງເທື່ອທຽນ-ເຫ້ວ ໄດ້ມອບອຸປະກອນການແພດ ຊ່ວຍເຫຼືອທະຫານຊາຍແດນ ລາວ ເພື່ອສະກັດກັ້ນພະຍາດ COVID-19

ທ່ານພັນເອກ ເຈີນຕວນແອັງ, ຮອງຫົວໜ້າກົມບັນຊາການທະຫານຊາຍແດນ ແຂວງກວາງຈິ ໃຫ້ຮູ້ວ່າ, ດ້ວຍເສັ້ນຊາຍແດນຕິດກັບປະເທດລາວ ມີຄວາມຍາວກ່ວາ 180 ກມ, ໃນຕະຫຼອດໄລຍະຜ່ານມາ, ປະຊາຊົນຂອງທັງສອງປະເທດຢູ່ເຂດທີ່ນີ້ກໍ່ໄດ້ເພີ່ມພູນຄູນສ້າງສາຍພົວພັນອັນເປັນພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19
ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ມອບເຄື່ອງໃຊ້ປະຈໍາວັນ ໃຫ້ແກ່ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ. (ພາບ: vietnamnet)

ຮັບຮູ້ຄວາມຫຍຸ້ງຍາກ ຂອງປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ ແລະ ປະຊາຊົນທ້ອງຖິ່ນ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການປຸກລະດົມ, ຮຽກຮ້ອງການສະໜັບສະໜູນດ້ານວັດຖຸ ແລະ ຈິດໃຈ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດຊາຍແດນ ເພື່ອຄຽງບ່າຄຽງໄຫຼ່ຮ່ວມກັນເອົາຊະນະການລະບາດ ຂອງພະຍາດ Covid-19.

ໃນວັນທີ 12 ເດືອນເມສາ, ຢູ່ຫຼັກໝາຍຊາຍແດນເລກທີ 591, ພະນັກງານຄ້າຍທະຫານຊາຍແດນ ເຫອງເລີບ ໄດ້ປະສານສົມທົບກັບ ການນຳຂອງກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ມອບຂອງຂວັນ ໃຫ້ກອງຮ້ອຍ 321 (ກອງບັນຊາການທະຫານ ແຂວງສະຫວັນນະເຂດ), ຄ້າຍທະຫານຕຳຫຼວດຊາຍແດນ ລາໂກ ແລະ ປະຊາຊົນບ້ານ ອາເວຍ, ບ້ານຕາປອງ ແລະ ບ້ານໂຄກໄຣ, (ເມືອງເຊໂປ, ແຂວງສະຫວັນນະເຂດ, ປະເທດລາວ). ຈຳນວນຂອງຂວັນປະກອບມີ: ເຂົ້າສານ 3,5 ໂຕນ, ຊຸດປ້ອງກັນລະບາດຂອງພະຍາດ 50 ຊຸດ, ຜ້າບັງປາກ ຈຳນວນ 1,000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ຕຸກ, ນ້ຳດື່ມ 50 ຕຸກ, ລວມມູນຄ່າທັງໝົດປະມານ 80 ລ້ານດົ່ງ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19
ທະຫານຊາຍແດນ ຫວຽດນາມ ໄດ້ມອບເຄື່ອງໃຊ້ປະຈຳວັນ ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ລາວ. (ພາບ: vietnamnet)

ທ່ານພັນໂທ ບົວຄຳ, ຮອງຫົວໜ້າກອງຮ້ອຍ 321, ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ຢືນຢັນວ່າ, ຕໍ່ໜ້າສະພາບກການລະບາດຂອງພະຍາດ Covid-19 ຢ່າງສັບສົນ, ໜ່ວຍງານກອງທັບລາວ ກໍ່ຄື ປະຊາຊົນໃນເຂດຊາຍແດນ ຍັງປະເຊີນໜ້າກັບຄວາມຂາດເຂີນຫລາຍຢ່າງ, ໂດຍສະເພາະແມ່ນອຸປະກອນການແພດໃນການປ້ອງກັນການລະບາດຂອງພະຍາດໃຫ້ແກ່ພະນັກງານ ແລະ ປະຊາຊົນ. ດັ່ງນັ້ນ, ການເອົາໃຈໃສ່ ແລະ ໃຫ້ກຳລັງໃຈຢ່າງທັນການ ຂອງກອງບັນຊາການທະຫານຊາຍແດນ ແຂວງກວາງຈິ, ແລະ ຄ້າຍທະຫານ ເຫອງເລີບ ເຊິ່ງແມ່ນການປະຕິບັດອັນແທດຈິງ, ເຮັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນປະເທດລາວ ັມີຄວາມອຸ່ນອ່ຽນ ເພື່ອປະຕິບັດສຳເລັດໜ້າທີ່ວຽກງານຂອງຕົນ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19 ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19

ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19 ທະຫານຊາຍແດນ ແຂວງກວາງຈີ້ ມອບອຸປະກອນການແພດ ໃຫ້ທະຫານຊາຍແດນ ສປປ.ລາວ

ຍສໝ - ວັນທີ 2 ເມສາ, ຄະນະຜູ້ແທນທະຫານຊາຍແດນ ແຂວງກວາງຈີ້ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນປະກອບມີ ຜ້າບັງປາກ, ຢາວິຕາມິນ C, ຖົງມືການແພດ, ທາດລະລາຍຂ້າເຊື້ອ…ໃຫ້ພະນັກງານ, ນັກຮົບກອງຮ້ອຍ 322 ແລະ ປ້ອມຕຳຫຼວດ 92 ສປປ.ລາວ ຢູ່ຊາຍແດນ.

ຄວາມຮ ກແພງ ຫວຽດນາມ ລາວ ທ ເຂດຊາຍແດນ ໃນໄລຍະເກ ດໂລກລະບາດ ໂຄວ ດ 19 ຊຸດຮູບພາບ: ທະຫານປ້ອງກັນຊາຍແດນເປັນກຳລັງຫຼັກໃນການຕໍ່ຕ້ານການລະບາດຢູ່ເຂດຊາຍແດນ

ຍສໝ - ພາບພົດຂອງພະນັກງານ, ທະຫານປ້ອງກັນຊາຍແດນເຊິ່ງນອນ ຢູ່ ກາງແຈ້ງ, ກິນເຂົ້າດ້ວຍຄວາມຟ້າວຟັ່ງ... ໃນຂະບວນການຕໍ່ຕ້ານ COVID - 19 ໄດ້ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.