ຊາວຫວຽດນາມ ຢູ່ ຕ່າງປະເທດ ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ

07:15 | 28/10/2021

ຍສໝ - ຄົນຫວຽດນາມມີອຸປະນິໄສ: ເຮັດວຽກຢູ່ໄກ, ມັກເກັບເອົາຜົນສໍາເລັດອັນລ້ຳຄ່າທີ່ສຸດຂອງເຂົາເຈົ້າເພື່ອກັບຄືນບ້ານ... ເມື່ອປະເທດຕ້ອງການຕໍ່ສູ້ກັບພະຍາດລະບາດ ແລະ ສັດຕູ; ຕ້ອງການປົກປັກຮັກສາມໍລະດົກ, ອະນາໄມສິ່ງແວດລ້ອມ, ຕ້ອງການປະດິດສ້າງ ແລະ ຮັບເອົາຄວາມສິ່ງຍອດຢ້ຽມອັນໃໝ່ຂອງມວນມະນຸດ... ນ້ຳໃຈກະຕັນຍູຕໍ່ພໍ່ແມ່ຂອງພີ່ນ້ອງຈະຖືກນໍາກັບມາເພື່ອອຸທິດໃຫ້ກັບປະເທດຊາດ.

ບົດທີ 2: ໃນອ້ອມແຂນຂອງແມ່ ບົດທີ 2: ໃນອ້ອມແຂນຂອງແມ່
ບົດທີ 1: ດີໃຈນຳບ້ານເກີດເມືອງນອນ ບົດທີ 1: ດີໃຈນຳບ້ານເກີດເມືອງນອນ

ບັນດາໂຄງການຂອງນ້ຳໃຈ

ມີມື້ໜຶ່ງພວກເຮົາໄດ້ພົບກັບຊາວຫວຽດນາມຢູ່ຕ່າງປະເທດ ຫງວຽນຈິຢຸ້ງ ໃນເດືອນພຶດສະພາ 2020. ລາວມີຮູບຊົງຈ່ອຍ ແລະ ເວົ້າຄ່ອຍ. ລາວໄດ້ແນະນຳສວນທີ່ຖືກອອກແບບຕາມແນວຄວາມຄິດຂອງສາມພາກເໜືອ - ກາງ - ໃຕ້ ຈຳລອງ ທີ່ມີໂອ່ງນ້ຳຈັດລຽນຢູ່ກ້ອງຕົ້ນໄມ້ເກົ່າແກ່, ເຮືອນບູຮານເຫວ້, ເຮືອນຮ້ານ ໄຕ່ຫງວຽນ, ໂຕະ ແລະ ຕັ່ງ, ດອກບົວ... ສວນດັ່ງກ່າວເປັນພື້ນທີ່ນິເວດວິທະຍາປະດິດສ້າງທາງດ້ານວັດທະນະທໍາ, ການສຶກສາ, start up, ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ. ລາວໄດ້ຕັ້ງຊື່ວ່າ ສວນບົ່ມກ້າຄວາມຝັນຫວຽດນາມ... ປະຈຸບັນ, ແຕ່ລະປີ, ສວນໄດ້ຮັບແຂກປະມານ 2.000 ເທື່ອຄົນທີ່ເປັນນັກຮຽນຮຸ້ປັນຍາຊົນ ແລະ ນັກວິທະຍາສາດ ເຂົ້າມາປຶກສາຫາລືກ່ຽວກັບຂໍ້ລິເລີ່ມ ໃນການນຳໃຊ້ຢູ່ຫວຽດນາມ. ຈາກສວນແຫ່ງນີ້, ໄດ້ມີຫຼາຍໂປຼແກມນຳໃຊ້ເຂົ້າໃນຕົວຈິງ ເພື່ອຊ່ວຍໃຫ້ຫວຽດນາມພັດທະນາຫຼາຍຂຶ້ນ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ນັກທຸລະກິດ ຫງວຽນຈິຢຸ້ງ.

ໂດຍປະຕິບັດຕາມຄວາມມຸ່ງຫວັງ ທີ່ຈະສົ່ງເສີມຄຸນຄ່າອັນດີ ຢູ່ບ້ານເກີດເມືອງນອນຂອງລາວ, ນອກເໜືອໄປຈາກໂຄງການ ສວນບົ່ມກ້າຄວາມຝັນຫວຽດນາມ, ໃນປີ 1988, ທ່ານ ຫງວຽນຈິຢຸ້ງ ໄດ້ສ້າງເຄືອຂ່າຍເຊື່ອມຕໍ່ຍີ່ປຸ່ນ - ຫວຽດນາມ JAVINET ເພື່ອສະໜັບສະໜູນວິສາຫະກິດພາຍໃນປະເທດ ດ້ານເຕັກໂນໂລຢີ, ຜູ້ຊ່ຽວຊານ, ຮູບແບບ, ປະສົບການການຜະລິດ… ຄືລະບົບຈິນຕະນາການ Kaizen, 5S... ດ້ວຍເຄືອຂ່າຍນີ້, ວິສາຫະກິດຫຼາຍແຫ່ງ ສາມາດປັບປຸງກຳລັງຄວາມສາມາດຂອງເຂົາເຈົ້າ ແລະ ມີໂອກາດສົ່ງອອກ.

ກໍ່ຄືກັບເລື່ອງທີ່ກ່າວມາຂ້າງເທິງ, ທ່ານ ປອ. ຫງວຽນແທ່ງໝິ້ - ຊາວຫວຽດນາມອາໄສຢູ່ປະເທດການາດາ ໄດ້ກັບຄືນປະເທດເພື່ອເລີ່ມຕົ້ນທຸລະກິດ ໃນຕອນອາຍຸ 60 ປີ ດ້ວຍຄວາມປາຖະໜາທີ່ຈະປະກອບສ່ວນປັບປຸງຊີວິດຊາວກະສິກອນ ຢູ່ໃນບ້ານເກີດເມືອງນອນຂອງຕົນ. ບໍລິສັດ RYNAN Technologies ຂອງລາວ ຢູ່ ຈາວີງ, ທຳການຜະລິດຝຸ່ນອັດສະລິຍະ, ຊັອບແວອັດສະລິຍະ ທີ່ວັດແທກຄວາມເຄັມຂອງນໍ້າ, ຄວບຄຸມການຫົດນ້ຳ ແລະ ລະບາຍອອກ, ປະເມີນມົນລະພິດສິ່ງແວດລ້ອມ. ເຕັກໂນໂລຍີໃໝ່ນີ້ ຖືກພິຈາລະນາໂດຍຜູ້ຊ່ຽວຊານວ່າ ໄດ້ປະກອບສ່ວນໃດສ່ວນໜຶ່ງໃນການຟື້ນຟູພື້ນຖານກະສິກໍາ ຂອງບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກນໍ້າເຄັມຢູ່ເຂດທົ່ງພຽງແມ່ນໍ້າຂອງ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ທ່ານ David ເຢືອງ ຖ່າຍຮູບນໍາ ທ່ານ ປະທານາທິບໍດີ ສະຫະລັດອາເມລິກາ Joe Biden.

ທ່ານ David ເຢືອງ, ຄົນອາເມລິກາ ເຊື້ອສາຍຫວຽດນາມ, ໄດ້ລົງທຶນໃສ່ໂຄງການຈັດການຂີ້ເຫຍື້ອແຂງ ໃຫ້ແກ່ນະຄອນໂຮ່ຈີມິນ ເປັນເວລາຫຼາຍກວ່າ 10 ປີ, ປະກອບສ່ວນງຽບໆໃນການປັບປຸງສະພາບແວດລ້ອມການດຳລົງຊີວິດຂອງນະຄອນ.

ຕາມສະຖິຕິຂອງຄະນະກຳມະການຊາວຫວຽດນາມຢູ່ຕ່າງປະເທດແລ້ວ, ມີ 365 ໂຄງການລົງທຶນໂດຍຊາວຫວຽດນາມຢູ່ຕ່າງປະເທດ ຢູ່ 27 ແຂວງ/ນະຄອນ ໃນທົ່ວປະເທດ.

ທ່ານ Peter ຮົ່ງ - ຮອງປະທານຜູ້ປະຈໍາການພ້ອມທັງເປັນເລຂາທິການສະມາຄົມນັກທຸລະກິດຫວຽດນາມຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ການລົງທຶນຢູ່ຫວຽດນາມ ໄດ້ຢັ້ງຢືນຄຸນຄ່າຫຼາຍຢ່າງ, ນັ້ນແມ່ນບ້ານເກີດເມືອງນອນ, ຄວາມມານະພະຍາຍາມ ແລະ ຫົວຄິດປະດິດສ້າງ. ທ່ານຖືວ່າການມີພາສາລວມ ແລະ ວັດທະນະທໍາອັນດຽວກັນ ມີໂອກາດປະສົບຜົນສໍາເລັດ 50% ສໍາລັບວິສາຫະກິດ. ຍິ່ງໄປກວ່ານັ້ນ, ປະຈຸບັນ, ລັດຖະບານ ໄດ້ ແລະ ພວມສ້າງຫຼາຍກົນໄກເອື້ອອຳນວຍໃຫ້ແກ່ການລົງທຶນຢູ່ຫວຽດນາມ.

“ໝາກຝັກ” ຮັກແພງຊ່ວຍເຫຼືອກັນ

ໃນຕອນບ່າຍຂອງວັນທີ 29 ມັງກອນ 2021, ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ ການາດາ, ເຊື້ອສາຍແຂວງ ຫາຍເຢຶ່ອງ, ປະທານສະພາບໍລິຫານບໍລິສັດ ດ້າຍເຊີນ - ທ່ານ ຫງວຽນຫ່ວາຍບັກ ໄດ້ຮັບໂທລະສັບ ຈາກການນໍາຄະນະກໍາມະການປະຊາຊົນແຂວງ ຫາຍເຢຶ່ອງ ແຈ້ງຂໍ້ມູນກ່ຽວກັບສະຖານະການການລະບາດຂອງ Covid-19 ໃນທ້ອງຖິ່ນ. ຄວາມຫຍຸ້ງຍາກແມ່ນຂາດສະຖານທີ່ແຍກປ່ຽວລວມສູນ, ສ້າງໂຮງໝໍພາກສະໜາມ ແລະ ຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກ ທ່ານ ຫງວຽນຫວ່າຍບັກ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ນັກທຸລະກິດ ຫງວຽນຫວ່າຍບັກ

ພາຍຫຼັງ 5 ນາທີ ຂອງການສົນທະນາພາຍໃນ, ທ່ານ ຫງວຽນຫວ່າຍບັກ ໄດ້ເຫັນດີ. ໃນທັນທີ, ສໍານັກງານຂອງໂຮງຮຽນວິຊາຊີບ ຊັ້ນກາງ ຫວຽດນາມ - ການາດາ (ແຂວງ ຫາຍເຢຶ່ອງ) ທີ່ເປັນເຈົ້າຂອງໂດຍບໍລິສັດ ດ້າຍເຊີນ ໄດ້ກາຍເປັນສະຖານທີ່ແຍກປ່ຽວລວມສູນ ສໍາລັບຄົນງານຂອງບໍລິສັດ Poyul Electronics ຫວຽດນາມ ຈໍາກັດ. ທ່ານ ຫງວຽນຫວ່າຍບັກ ເວົ້າວ່າ: “ໃນຖານະເປັນນັກທຸລະກິດ, ທຸກການຕັດສິນໃຈຕ້ອງໄດ້ລະມັດລະວັງ. ເຖິງແນວໃດກໍ່ຕາມ, ສຸຂະພາບ ແລະ ຊີວິດຂອງຄົນເຮົາ ແມ່ນສໍາຄັນທີ່ສຸດ. ຂ້ອຍບໍ່ຈຳເປັນຕ້ອງຊັ່ງຊາພິຈາລະນາເລື່ອງນີ້".

ຕໍ່ມາ, ທ່ານ ຫງວຽນຫວ່າຍບັກ ໄດ້ຮຽກຮ້ອງໃຫ້ໝູ່ເພື່ອນ ຊ່ວຍກອບກູ້ເອົາຜະລິດຕະພັນກະເສດ ແລະ ໜູນຊ່ວຍຊາວກະສິກອນຢູ່ບາງຕາແສງ, ເມືອງ ໃນແຂວງຫາຍເຢືອງ ດ້ວຍເງິນ 1 ຕື້ດົ່ງ. ໄລຍະຕໍ່ມາ, ລາວໄດ້ຊ່ວຍເຫຼືອເງິນ ແລະ ວັດຖຸອຸປະກອນໃຫ້ແຂວງ ນິງທ້ວນ, ບັກນິງ ແລະ ບັກຢາງ ຢ່າງຕໍ່ເນື່ອງ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ.

ຕາມຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ ຢູ ຕ່າງປະເທດແລ້ວ, ໄລ່ຮອດເດືອນ ກັນຍາ 2021, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ອຸປະຖຳເງິນເກືອບ 60 ຕື້ດົ່ງ ແລະ ເຄື່ອງອຸປະກອນການແພດເປັນຈຳນວນຫຼວງຫຼາຍໃຫ້ແກ່ກອງທຶນວັກຊີນ COVID-19. ພົ້ນເດັ່ນແມ່ນ ບັ້ນຮົບ “ຮ່ວມແຮງຮ່ວມໃຈເພື່ອຫວຽດນາມ” ແລະ “ວັກຊີນ 10 ພັນ ໂດຮ ໃຫ້ແກ່ຫວຽດນາມ” ທີ່ໄດ້ປຸກລະດົມໂດຍເກືອບ 30 ອົງການ, ສະມາຄົມ, ຄະນະ ຊາວ ຫວຽດນາມ ອາໄສ ຢູ່ຝະລັ່ງ, ອາເມລິກາ, ການາດາ..., ດ້ວຍຈຳນວນເງິນທຽບເທົ່າກັບ ວັກຊີນ 10 ພັນ ໂດຮ (ປະມານ 180,000 ໂດລາສະຫະລັດ).

"ແບ່ງປັນໄຟ" ພ້ອມກັບບ້ານເກີດເມືອງນອນ

ໃນກາງປີ 2014, ຈີນ ໄດ້ລຸກລ້ຳຖານຂຸດເຈາະໃນເຂດທະເລຂອງຫວຽດນາມ ຢ່າງຜິດກົດໝາຍ. ວັນທີ 15 ມິຖຸນາ 2014, ຢູ່ນະຄອນຫຼວງ ເບີລິນ (ເຢຍລະມັນ), ມີເພື່ອນມິດຫວຽດນາມ ແລະ ສາກົນປະມານ 7.000 ຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ແລະ ເດີນຂະບວນຕໍ່ຕ້ານພຶດຕິກຳນີ້.

ໃນຂະນະນັ້ນ, ຊາວຫວຽດນາມຢູ່ເຢຍລະມັນ, ສາທາລະນະລັດເຊັກ, ອົດສະຕາລີ ແລະ ຝຣັ່ງ ຈຳນວນຫຼວງຫຼາຍກໍ່ໄດ້ເດີນຂະບວນປະທ້ວງ. ທຸກຄົນໃສ່ຊຸດສີແດງ ເພື່ອສະແດງເຖິງສີຂອງທຸງຊາດ. ປະຊາຊົນໄດ້ຖືປ້າຍ, ທຸງ, ປ້າຍຂໍ້ຄວາມ, ປ້າຍຄຳຂວັນ ແລະ ນ້ຳໃຈແບ່ງປັນໄຟ ກັບບ້ານເກີດເມືອງນອນເພື່ອປະທ້ວງ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ທ້າວ ເຈິ່ນທັ໊ງ, ຊາວຫວຽດນາມ ຢູ່ອາເມລິກາ.

ກ່ຽວກັບຄວາມຮັກຕໍ່ທະເລ, ໝູ່ເກາະ ແລະ ຄວາມຕັດສິນໃຈຕໍ່ສູ້ ແລະ ປົກປັກຮັກສາອະທິປະໄຕຂອງປະເທດນັ້ນ, ເລື່ອງທີ່ນັບຖືທີ່ສຸດ ແມ່ນການສະສົມແຜນທີ່ຮວ່າງຊາ ໂດຍ ທ້າວ ເຈິ່ນທັ໊ງ, ຊາວຫວຽດນາມ ຢູ່ອາເມລິກາ. ການສະສົມປະກອບມີ 150 ແຜນທີ່ ແລະ Atlas. ໃນນັ້ນ ມີ 3 Atlas ແມ່ນຂອງສາທາລະນະລັດປະຊາຊົນຈີນ, ຄະນະຜູ້ແທນຝ່າຍສາສະໜາ London ແລະ ແຜນທີ່ທິດຕາເວັນຕົກ 80 ແຜ່ນ ທີ່ພິມເຜີຍແຜ່ໂດຍ 50 ຜູ້ຈັດພິມ. ຈຸດລວມຂອງແຜນທີ່ເຫຼົ່ານີ້ ແມ່ນມັນສະແດງໃຫ້ເຫັນຢ່າງຊັດເຈນວ່າພາກໃຕ້ຂອງປະເທດຈີນ ພຽງແຕ່ໄປຮອດເກາະ Hainan, ສ່ວນໝູ່ເກາະສອງແຫ່ງ ຮ່ວາງຊາ - ເຈື່ອງຊາ ແມ່ນຂື້ນກັບຫວຽດນາມ. ນອກຈາກນັ້ນ, ຍັງມີແຜນທີ່ 50 ແຜ່ນຂອງຮວ່າງຊາ ແລະ 20 ແຜນທີ່ບູຮານຂອງບັນດາປະເທດສະແດງໃຫ້ເຫັນວ່າ ຮວ່າງຊາ - ເຈື່ອງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ. ທ້າວ ເຈິ່ນທັ໊ງ ໄດ້ມອບສິ່ງທັງໝົດເຫຼົ່ານັ້ນ ໃຫ້ສະຖາບັນຄົ້ນຄ້ວາພັດທະນາເສດຖະກິດ-ສັງຄົມຂອງນະຄອນດານັງ.

ເມື່ອຊື້ໄດ້ແຜນທີ່ທີ່ລ້ຳຄ່າ, ລາວໄດ້ກວດເບິ່ງ ແລະ ບັນທຶກຂໍ້ມູນຢ່າງລະອຽດ, ເຮັດຂອບ, ຫໍ່ມັນດ້ວຍເຈ້ຍແຜ່ນໃສເພື່ອປົກປັກຮັກສາມັນ. ຕັ້ງແຕ່ນັ້ນມາ, ລາວ ໄດ້ເລີ່ມແນະນຳໃຫ້ປະຊາຊົນຫວຽດນາມ ແລະ ຕ່າງປະເທດຮູ້ກ່ຽວກັບຮວ່າງຊາ ແລະ ເຈື່ອງຊາ ແມ່ນ ຢູ່ ໃນດິນແດນຫວຽດນາມ. ຮູບພາບທັງໝົດຂອງການສະສົມນີ້ຖືກບັນທຶກໄວ້ໃນເວັບໄຊ http://www.ivce.org/ ຂອງສະຖາບັນວັດທະນະທຳ ແລະ ການສຶກສາຫວຽດນາມ ຢູ່ອາເມລິກາ.

ທ່ານ ເຈິ່ນດຶກແອັງເຊີນ - ຮອງຜູ້ອໍານວຍການສະຖາບັນຄົ້ນຄ້ວາພັດທະນາເສດຖະກິດ - ສັງຄົມຂອງນະຄອນດານັງ ໄດ້ຢືນຢັນວ່ານີ້ເປັນແຜນທີ່ອັນລ້ຳຄ່າ, ເຊິ່ງພວມມີຄວາມຈໍາເປັນທີ່ສຸດສໍາລັບການຄົ້ນຄວ້າ ແລະ ຕໍ່ສູ້ເພື່ອປົກປ້ອງອະທິປະໄຕທະເລ ແລະ ໝູ່ເກາະ.

ປົກປັກຮັກສາຈິດວິນຍານ ຂອງບ້ານເກີດເມືອງນອນ

ນັກສະຖາປະນິກ ຫງວຽນງາ (ຊາວຫວຽດນາມຢູ່ປະເທດຝຣັ່ງ) ມີຫຼາຍຄົນໄດ້ກ່າວເຖິງກ່ຽວກັບໂຄງການປົກປັກຮັກສາ ແລະ ປັບປຸງຂົວລອງບຽນ. ໂຄງການນີ້ປະກອບດ້ວຍ 5 ລາຍການ. ສ້ອມແປງເປັນຂົວຄົນຍ່າງ ແລະ ພິພິທະພັນຄວາມຊົງຈໍາຂອງສະຕະວັດທີ 20. ການຟື້ນຟູຂົວສູ່ສະພາບເດີມ, ສ້າງພື້ນທີ່ 12,500 m2 ເພື່ອສະແດງເຖິງຄວາມຊົງຈໍາຂອງການຕໍ່ສູ້ປົກປັກຮັກສາປະເທດຊາດ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ຂົວລອງບຽນ

ຈຸດເດັ່ນອັນທີສອງ ແມ່ນຖະໜົນອາຊີບສິລະປະ. ໃນນັ້ນ, ຂົວລອຍ (ສະພານລອຍ) ທີ່ປິດ 130 ແຫ່ງ ຈະຖືກເປີດເປັນ 130 ຮ້ານ ເພື່ອແນະນຳໝູ່ບ້ານອາຊີບຫວຽດນາມ 100 ແຫ່ງ ແລະ ໝູ່ບ້ານອາຊີບສາກົນ 30 ແຫ່ງ. ໂດຍຕັ້ງ ຢູ່ ເທິງສະພານລອຍແມ່ນສວນຫ້ອຍທີ່ເຊື່ອມຕໍ່ກັບຂົວລອງບຽນໄປຫາສະຖານີຮ່າງກໍ໋, ເພື່ອໃຫ້ນັກທ່ອງທ່ຽວສາມາດເດີນທາງໄປທ່ຽວ ແລະ ຊົມທິວທັດໄດ້.

ອັນທີສາມ, ເດີ່ນກາງແມ່ນໍ້າແດງ ຈະກາຍເປັນສວນສາທາລະນະສູນກາງ (Centre Park). ນີ້ຈະກາຍເປັນປອດຂອງນະຄອນ, ເປັນສະຖານທີ່ນັດພົບຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ຫຼື ຈັດບັນດາເຫດການສາກົນທີ່ສໍາຄັນ. ຢູ່ທີ່ນີ້ມີຫໍພິພິທະພັນກະສິກໍາລະດັບຊາດ, ເຂດປູກມອນລ້ຽງມ້ອນ, ຕ່ຳຫູກທໍໄໝ, ພື້ນທີ່ສະແດງດົນຕີກາງແຈ້ງ...

ປະເພດທີສີ່ແມ່ນທາດດອກບົວ 9 ຊັ້ນ ເປັນຫໍພິພິທະພັນສິລະປະຍຸກສະໄໝ ແລະ ກໍ່ເປັນຜົນງານທີ່ເປັນສັນຍາລັກຂອງດອກໄມ້ປະຈຳຊາດ ຫວຽດນາມ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ນັກສະຖາປະນິກ ຫງວຽນງາ

ປະເພດທີຫ້າ ແມ່ນຫໍພິພິທະພັນວັດຖຸບູຮານຫວຽດນາມ ຢູ່ ໃນທາດນໍ້າ ຮ່າງເດົ່າ. ຮັກສາສະພາບຂອງທາດນໍ້າ, ວາງສະແດງຕາມຫົວຂໍ້ ແລະ ຕາມລໍາດັບຍຸກສະໄໝ.

ທ່ານນາງ ງາ ເວົ້າວ່າ: ຂ້າພະເຈົ້າຕ້ອງຂາຍທັງຊັບສິນຂອງຕົນ ເພື່ອປະຕິບັດໂຄງການ. ແຕ່ຂ້າພະເຈົ້າໄດ້ໃຊ້ເວລາເຄິ່ງຊີວິດຂອງຕົນ ຕິດຕາມມັນ, ສະນັ້ນຂ້າພະເຈົ້າບໍ່ຢຸດ. ປັດຈຸບັນ, ທີມຈັດຕັ້ງປະຕິບັດໂຄງການ ໄດ້ສ້າງສໍາເລັດການສຶກສາຄວາມເປັນໄປໄດ້ກ່ອນ.

“ໂຄງການຂຸດຄົ້ນຂົວລອງບຽນ ເພື່ອກາຍເປັນຫໍພິພິທະພັນປະຫວັດສາດຍຸກສະໄໝໄລຍະໃກ້, ລິເລີ່ມໂດຍ ນັກສະຖາປະນິກ ຫງວຽນງາ ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ແລະ ມີຄຸນຄ່າມະນຸດສາດ, ຕ້ອງໄດ້ຮັບການພັດທະນາ ແລະ ປະຕິບັດ” - ທ່ານປະລິນຍາໂທ, ສະຖາປະນິກ ລາກີມເງີນ (ຜູ້ອຳນວຍການສະຖາບັນແຜນຜັງກໍ່ສ້າງຮ່າໂນ້ຍ).

ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ
ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ
ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.