ເຮັດແນວໃດເພື່ອໃຫ້ມີຄວາມຈະເລີນຮຸ່ງເຮຶອງ ແລະ ມີຄວາມຜາສຸກ?

ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ

08:41 | 23/10/2021

ຍສໝ - ເພື່ອສະ​ໜອງ​ຄວາມ​ປາຖະ​ໜາໃນ​ການ​ປະ​ຕິ​ຮູບ​ປະ​ເທດຊາດນັ້ນ, ກ່ອນ​ອື່ນລັດ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ໄດ້ຄວາມ​ປາ​ຖະ​ໜາ​ນັ້ນ​ກ່ອນ. ນັ້ນຕ້ອງເປັນຄວາມໄຝ່​ຝັນອັນຍິ່ງໃຫຍ່, ຄວາມຕັ້ງໃຈອັນກ້າແກ່ນ, ການເລືອກເຟັ້ນໜຶ່ງ​ດຽວເພື່ອຄວາມຢູ່ລອດ… ແຮງ​ບັນ​ດານ​ໃຈ ແລະ ຄວາມມຸ່ງ​ໝັ້ນຕັ້ງໃຈນັ້ນ ໄດ້ຖືກຖ່າຍທອດໄປເຖິງປະຊາຊົນ ຄືກັບກະ​ບອກ​ສຽງ​ຂອງ​ລາ​ຊາກະສັດໃນນິທານພື້ນ​ບ້ານ ແທງຢອງ ເພື່ອປຸກ​ລະ​ດົມປະຊາຊົນທັງມວນ ລົບ​ລ້າງການສະ​ໜັບ​ສະ​ໜູນ​ລາ​ຊາກະ​ສັດຊ່ວຍ​ເຫຼືອ​ປະ​ເທດ​ຊາດ… ນັ້ນ​ແມ່ນ​ຈິດ​ວິ​ຍານ​ທີ່​ແທ້​ຈິງ​ໃນ​ບົດ​ຕອບ​ສຳ​ພາດ​ ຂອງ​ ປອ. ຫວູມິ່ງເຄື່ຶອງ ຕໍ່ກັບວາລະສານຍຸກສະໄໝ.

ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ
ບົດທີ 4 - ທ່ານດຣ ຫວຸມິງເຄື່ຶອງ: ຕ້ອງການຜູ້ເວົ້າຮຽກຮ້ອງເກນຜູ້ເກັ່ງກ້າ
ທ່ານ ດຣ. ຫວຸມິງເຄື່ຶອງ

- ຮຽນ​ທ່ານ, ຫວຽດນາມກຳ​ນົດ​ຄວາມ​ມຸ່ງ​ໝັ້ນ​ຕັ້ງ​ໃຈໃນ​ການ​ພັດທະນາ​ປະ​ເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ ເປັນສຸກ. ສິ່ງນັ້ນໝາຍຄວາມວ່າ ພວກເຮົາຄາດຫວັງໃນອະນາຄົດຄືແນວໃດ?

- ສັງຄົມ​ທີ່​ຖື​ວ່າ​ຈະ​ເລີ​ນຮຸ່ງ​ເຮືອງນັ້ນ ​ແມ່ນສັງ​ຄົມ​ທີ່​ບັນລຸ​ມາດຖານ​ສາມ​ຢ່າງ​ທີ່​ກ່ຽວຂ້ອງຕິດພັນນຳ​ກັນ. ອັນ​ທີໜຶ່ງ​ ແມ່ນ​ມີ​ລະ​ດັບ​ການ​ດຳ​ລົງ​ຊີວິດ ​ແລະ ຜະ​ລິ​ຕະ​ພັນ​ແຮງ​ງານທີ່​ສູງ. ໝາຍ​ເຖິງ​ມະ​ນຸດມີຄວາມສາມາດ ແລະ ເງື່ອນໄຂໃນການສ້າງຄຸນຄ່າທີ່ເໝາະ​ສົມກັບສິ່ງໃດທີ່ຕົນ​ເອງໄດ້ຮັບ. ສິ່ງນີ້ແມ່ນໄດ້​ອີງ​ໃສ່​ທີ່​ມີການພັດທະນາທາງ​ດ້ານຄວາມຮູ້, ທັກສະ ແລະ ເງື່ອນ​ໄຂ​ສົ່ງ​ເສີມ​ອື່​ນໆ, ຈາກພື້ນຖານໂຄງລ່າງໄປ​ເຖິງໂຄງ​ບົນ.

ອັນທີສອງ ​ແມ່ນ​ມີ​ຄຸນ​ນະພາ​ບການ​ດຳ​ລົງຊີວິດ​ທີ່​ດີ: ​​ສິ່ງ​ແວດ​ລ້ອມ​ສະອາດ, ​ທີ່​ພັກ​ອາ​ໄສ​ສະດວກ, ການ​ພັກ​ຜ່ອນ​ທີ່​ຫຼາກຫຼາຍ ​ແລະ ຄຸນ​ນະພາ​ບການ​ສຶກສາທີ່​ສູງ.

ອັນທີສາມ, ມະ​ນຸດຂອງສັງຄົມນັ້ນ ມີຄວາມເຊື່ອໝັ້ນໃນຕົນເອງ ແລະ ຈິດ​ໃຈ​ທີ່ເຊື່ອໃນອະນາຄົດ. ໝາຍຄວາມວ່າ, ໃນສັງຄົມທີ່ມະ​ນຸດເຮົາບໍ່ຍັງ​ເຫຼືອຄວາມຢ້ານກົວຕໍ່​ກັບຄວາມຜູກມັດ​ດ້ານຈິດວິນ​ຍານ ແລະ ຄວາມກັງວົນກ່ຽວກັບຄວາມບໍ່ສະຫງົບຂອງການ​ດຳ​ລົງຊີວິດ. ສັງລວມແລ້ວ, ສາມາດເຂົ້າໃຈຄວາມຈະເລີນຮຸ່ງເຮືອງໄດ້​ຢ່າງ​ກະ​ທັດ​ຮັດ​ວ່າ ນັ້ນແມ່ນສັງຄົມທີ່ຮັ່ງ​ມີໄປດ້ວຍວັດຖຸສິ່ງຂອງ, ເຂັ້ມແຂງທາງດ້ານຄວາມສາ​ມາ​ດ​ໃນ​ການສ້າງສັນ, ແລະ ຄວາມເຊື່ອ​ໝັ້ນ​ໃນ​ຄວາມ​ສາ​ມາດ​ໃນ​ການ​ຮັກ​ສາ ແລະ ການ​ສ້າງສາຄວາມຈະເລີນຮຸ່ງເຮືອງໃນອະນາຄົດ.

ຄວາມຜາສຸກແມ່ນນິ​ຍາມ​ທີ່​ມີ​ລັກ​ສະ​ນະ​ທີ່ເປັນເອກະລາດຢ່າງ​ແນ່ນອນ​ກັບຄວາມຈະເລີນຮຸ່ງເຮືອງ, ພິ​ເສດໃນເສັ້ນ​ທາງເດີນທີ່ຫຍຸ້ງຍາກຂອງເຜົ່າ​ຊົນ​ໜຶ່ງ. ເຜົ່າ​ຊົນໜຶ່ງ ​ອາດ​ຈະ​ຍັງ​ບໍ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແຕ່​ເຫັນ​ໄດ້ຄວາມຜາ​ສຸກ ​ຍ້ອນຮຸ້ນ​ຄົນ​ຊົນ​ຊັ້ນ​ທີ່​ກຳ​ລັງ​ອຸ​ທິດ​ຕົນ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ໃຫ້​ພາ​ລະ​ກິດ​ນຳປະ​ເທດຊາດ​ໄປ​ເຖິງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ສັງຄົມໜຶ່ງ ເຖິງ​ຍັງ​ບໍ່​ທັນ​ຮັ່ງ​ມີກໍ​ອາດມີຄວາມຜາສຸກໄດ້ເມື່ອທຸກ​ຄົນເຊື່ອໝັ້ນຊຶ່ງກັນ ແລະ ກັນ, ແລະ ມີ​ຄວາມເຊື່ອໃນຄວາມຍຸຕິທຳ ແລະ ລະ​ບອບການປົກຄອງ. ໃນປະເທດໜຶ່ງທີ່ຍັງບໍ່ທັນຂະ​ຫຍາຍ​ຕົວ, ຄວາມຮັບ​ຮູ້​ໃນ​ຄວາມຜາສຸກ ຍັງສາມາດແຜ່​ປົກ​ຄຸມ​ໄປ​ທົ່ວຖ້າຫາກວ່າ​ທຸກ​ຄົນເຫັນວ່າປະເທດຊາດ​ກຳ​ລັງມີການປ່ຽນແປງໄປແຕ່ລະວັນ ແລະ ກ້າວໄປສູ່ອະນາຄົດທີ່ສົດໃສຢ່າງ​ໄວ​ວາ.

- ຮຽນທ່ານ, ເພື່ອສ້າງສາສັງຄົມທີ່ຈະເລີນຮຸ່ງເຮືອງ, ຜາສຸກ, ຕ້ອງມີອົງປະກອບພື້ນຖານອັນໃດແດ່?

- ໃນຄວາມຄິດເຫັນຂອງຂ້າພະເຈົ້າ​ແລ້ວ ມີ 4 ກຸ່ມບັນ​ຫາໃຫຍ່ ຄື: ຕະຫຼາດການ​ຄ້າ, ລະ​ບອບ​ລະ​ບຽບ​ການ, ຄວາມສາມາດຂອງມະນຸດ ແລະ ວັດທະນະທໍາ. ຕະຫຼາດການ​ຄ້າເຄື່ອນ​ໄຫວ​ເສ​ລີ ເພື່ອກະຕຸ້ນຄວາມຄິດສ້າງສັນໃນການຮຽນຮູ້, ການຄົ້ນຄວ້າ ແລະ ທຳ​ການຜະລິດ, ທຸລະກິດ. ຊຸກ​ຍູ້ໃຫ້ມະ​ນຸດ​ທຸ້ມ​ເທ​ໃນ​ການເຮັດວຽກ. ລະ​ບອບລະ​ບຽບ​ການເພື່ອ​ຊ່ວຍ​ໜູນ, ປົກ​ປ້ອງ​ຕະຫຼາດການ​ຄ້າ ​ແລະ ມະ​ນຸດໃຫ້​ມີ​​ການ​ເຄື່ອນ​ໄຫວ​ທີ່​ສະດວກສະ​ບາຍ​ແຕ່ມີ​ຄວາມ​ຖືກຕ້ອງ, ກ້າວ​ໄປ​ສູ່​ຜົນ​ປະ​ໂຫຍ​ດລວມຂອງ​ສັງຄົມ. ການ​ສຶກສາກໍ່​ສ້າງ​ປະ​ກອບ​ໃຫ້​ມະ​ນຸດ​ມີ​ຄວາມ​ຮູ້, ທັກ​ສະ ​ແລະ ຄວາມ​ສາມາດ​ກຳ​ເອົາ​ໂອກາດ​ສ້າງເປັນ​ໝາກຜົນ. ວັດທະນະທຳ​ ຊ່ວຍ​ໃຫ້​ມະ​ນຸດ​ມີ​ຈິດ​ສຳ​ນຶກ ​ແລະ ຄຸນ​ສົມ​ບັດ​ທີ່​ມີ​ພື້ນ​ຖານ​ຈາກ​ປະຫວັດສາດ​ທີ່​ທຸກ​ຍາກ​ຂອງ​ເຜົ່າ​ຊົນ.

​ໃນ​ການ​ຄົ້ນ​ຄ້ວາມາ​ຫຼາຍ​ປີ​ຂອງ​ຂ້າພະເຈົ້າ, ບັນດາ​ປະ​ເທດ​ທີ່​ກ້າວ​ໄປ​ເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ-​ຄວາມ​ຜາ​ສຸກ​ ທີ່​ມາຈາກ​ຄວາມທຸກ​ຍາກ ​ລ້ວນ​ແຕ່​ມີ​ຜູ້ນຳພາ​ທີ່​ຮູ້​ຈັກຮ້ອງ​ໄຫ້​ຕໍ່​ໂຊກ​ຊະ​ຕາ​ຂອງ​ເຜົ່າ​ຊົນ ​ແລະ ຮັບ​ຮູ້​ກ່ຽວ​ກັບພາ​ລະ​ກິດສຳ​ຄັນ​ໃນ​ການນຳ​ພາ​​ປະ​ເທດຊາດ​ກ້າວ​ຂຶ້ນ​ເປັນພາ​ລະ​ກິດ​ປະ​ຫວັກ​ສາດ​ສຳ​ຄັນ​ໜຶ່ງ, ​ໃຫຍ່​ຫຼວງ​ທີ່​ສຸດ ແລະ ເຄັ່ງຕຶງ​ທີ່​ສຸດ, ບໍ່​ສາ​ມາດທົນ​ທານ​ຕໍ່​ການສະ​ແຫວງ​ຫາຜົນປະໂຫຍດ​, ຕ່ຳຊາມ,ໃຈ​ແຄບ​.

- ຮຽນ​ທ່ານ, ຫວຽດນາມ ຄວນເດີນ​ທາງ​ຄື​ແນວ​ໃດ​ບົນ​ເສັ້ນທາງ​ກ້າວ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​, ​ຜາ​ສຸກ?

-ຂະບວນການປະຕິຮູບ​ທີ່​ຍິ່ງ​ໃຫຍ່ຮຽກ​ຮ້ອງ​​ສາມກຳ​ລັງໜູນຫຼັກ​. ກຳລັງໜູນອັນທໍາອິດແມ່ນຄວາມນຶກ​ຄິດ ແລະ ເຈດຕະນາລົມຂອງເຜົ່າ​ຊົນ. ​ເປັນ​ແຫຼ່ງ​ຄວາມ​ກ້າຫານ​ທີ່​ຈະ​ຊ່ວຍ​ໃຫ້​ເຜົ່າ​ຊົນ​ໜຶ່ງ​ມີ​ຄວາມ​ຕັດສິນ​ໃຈ​ອັນ​ກ້າຫານ, ບໍ່ທຳມະດາ​ ແລະ ​ແຫຼ່ງພະລັງ​ອັນ​ໃຫຍ່ຫຼວງ​ຊ່ວຍເຜົ່າ​ຊົນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ອິດ​ເມື່ອຍ ​ໃນ​ການເດີນ​ທາງ​ພັດທະນາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງຍາກ, ທ້າ​ທາຍໃນ​ແຖວ​ໜ້າ. ສຳ​ລັບ​ກໍ​າ​ລັງ​ແຮງ​ນີ້, ຫວຽດນາມ​ຂອງ​ພວກ​ເຮົາ​ ມີ​ທ່າ​ແຮງ​ອັນ​ໃຫຍ່​ຫຼວງ, ອາດ​ເວົ້າ​ໄດ້​ວ່າ​ບໍ່​ມີ​ໃຜ​ທຽບ​ໄດ້. ​ເຖິງແນວ​ໃດ​ກໍຕາມ, ມັນ​ຈະ​ກາຍ​ເປັນກຳລັງໜູນທີ່​ແທ້​ຈິງ ກໍ​ຕໍ່​ເມື່ອ​ທົ່ວ​ປວງ​ຊົນພ້ອມ​ກັນ​ລຸກ​ຂຶ້ນ​ດ້ວຍ​ຄວາມ​ຄາດ​ຫວັງ​ອັນ​ແຮງ​ກ້າ, ​ເມື່ອ​ກ່ອນ​ແມ່ນ​ສັນ​ຕິ​ພາບ-​ເສລີພາບ, ປະຈຸ​ບັນເປັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ-ຜາ​ສຸກ.

ກຳລັງໜູນອັນທີສອງແມ່ນຄວາມຮັບຮູ້-ການ​ຢັ່ງ​ເຖິງ. ກຳລັງໜູນນີ້ຕິດ​ພັນ​ກັບຄວາມສາມາດໃນການຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບກົດ​ເກນ​ການ​ຂະ​ຫຍາຍ​ຕົວ ແລະ ທິດ​ທາງຍຸກສະໄໝ. ຊ່ວຍໃຫ້ຜູ້ນໍາພາມີຄວາມວິໄສທັດກ້າວ​ໄກ, ມີຄວາມຄາດ​ຫວັງອັນໃຫຍ່ຫຼວງ, ການ​ພິ​ຈາ​ລະ​ນາ​ທີ່ກວ້າງຂວາງ ເພື່ອສ້າງເປັນປັດ​ຊະ​ຍາ ແລະ ຍຸດທະສາດສັງລວມ ພ້ອມ​ຍັງກວມເອົາສະພາບການຕ່າງໆ, ການເໜັງ​ຕີງ ແລະ ສາຍ​ພົວ​ພັນລະຫວ່າງປັດໃຈຕ່າງໆໃນຂະ​ບວນ​ການຂະ​ຫຍາຍ​ຕົວ.

ກຳລັງໜູນອັນທີສາມແມ່ນຄວາມສາມາດໃນການປະ​ດິດສ້າງ. ສະແດງເຖິງການອອກແບບສະ​ຖາ​ບັນວິທະຍາສາດ ແລະ ການປະ​ດິດ​ສ້າງຍຸດທະສາດທີ່​ມີປະສິດທິພາບສູງ. ກຳລັງໜູນ​ນີ້ ​ຊ່ວຍ​ໃຫ້ເຜົ່າ​ຊົນ​ໜຶ່ງ​ມີ​ແຮງ​ຈູງ​ໃຈລຳ​ດັບ​ໜຶ່ງ​ ​ແລະ ລໍ​າດັບ​ສອງ​ທີ່​ແຂງ​ກ້າວ​ໄປ​ໜ້າ​ຢ່າງວ່ອງ​ໄວ ​ແລະ ກ້າວ​ໄກ, ສ້າງເປັນການ​ຂະ​ຫຍາຍ​ຕົວ​ທີ່​ມະ​ຫັດ​ສະ​ຈັນ​ຊຶ່ງຊາວ​ໂລກຊົມ​ເຊີຍ​.

- ດັ່ງນັ້ນ, ພວກເຮົາມີທ່າແຮງບໍ່​ແມ່ນ​ໜ້ອຍ ແຕ່ການຄົ້ນຫາ, ສົ່ງເສີມ ແລະ ກໍານົດ, ແກ້ໄຂຂ້​ຄົງ​ຄ້າງນັ້ນ ຍັງ​ມີຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ. ແຕ່ຖ້າເລືອກໄດ້ພຽງບັນຫາໜຶ່ງ​ທີ່​ຖື​ເປັນກຸນແຈສຳ​ຄັນ ທ່ານຈະ​ໃຫ້​ເປັນ​ອັນ​ໃດ?

- ທຸກກຳລັງວັງ​ຊາເຖິງວ່າຈະເປັນການສົ່ງເສີມທ່າແຮງ ຫຼື ແກ້ໄຂຕົນເອງໃຫ້ມີຄວາມສົມບູນແບບນັ້ນ ລ້ວນ​ແຕ່ນອນໃນປວງຊົນ, ເຜົ່າ​ຊົນ. ເວ​ລາ​ໃດ​ທີ່​ກຳ​ລັງ​ນັ້ນ​ໄດ້​ຖືກ​ປຸກລະດົມແລ້ວ ຊຸມ​ຊົນ, ​ສັງຄົມ​ເອງນັ້ນ ​ຈະດຳ​ເນີນ​ໄດ້​ພາ​ລະ​ກິດ, ​ແກ້​ໄຂ​ໄດ້​ພາ​ລະ​ໜ້າ​ທີ່​ຂອງ​ຕົນ. ຢາກ​ເຮັດ​ໄດ້​ຄື​ແນວນັ້ນ, ພາລະກິດນັ້ນຕ້ອງໄດ້ກໍານົດ, ໄດ້​ຮັບ​ການຕັ້ງຊື່. ແລະ ສໍາຄັນໄປ​ກວ່າ​ທຸກ​ຢ່າງ ແມ່ນ​ມີ​ແຫຼ່ງ​ພະ​ລັງ​ຊີ​ວິດ​ທີ່​ພິ​ເສດ. ບັນ​ດາຜູ້ນໍາພາຄວນ​ມີ​ການ​ຕັດ​ສິນ​ຊີ້​ຂາດຢ່າງກ້າຫານໂດຍ​ມີ​ລາຍ​ລັກ​ອັກ​ສອນ ກາຍ​ເປັນ​ຄວາມ​ຊົມ​ຊື່ນ ແລະ ແຮງ​ກະ​ຕຸ້ນ​ທາງ​ປະ​ຫວັກ​ສາດ.

ເພື່ອ​ໃຫ້​ກາຍ​ເປັນ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງການ​ຂະ​ຫຍາຍ​ຕົວ​ໃນ 3 ທົດ​ສະ​ວັດຈະ​ມາ​ເຖິງ, ພວກ​ເຮົາ​ຄວນ​ຫັນ​ຄວາມຄາດ​ຫວັງນຳ​ພາ​ປະ​ເທດ​ຊາດກາຍ​ເປັນ​ປະ​ເທດມະ​ຫາ​ອຳ​ນາດ​ໜຶ່ງ​ໃນ​ປີ 2045, ​ເມື່ອ​ຄົບຮອບ 100 ປີ​ແຫ່ງ​ການໄດ້​ຮັບ​ເອກະລາດ ກາຍ​ເປັນກຳລັງໜູນ​ປຸກ​ລະ​ດົມໜຶ່ງຂອງ​ປວງ​ຊົນ. ຖ້າ​ຫາກ​ສາມາດ​ເຮັດ​ສິ່ງນັ້ນໄດ້, ຫວຽດນາມ​ ຈະຖືກ​ຈົດ​ເຂົ້າ​​ໃນ​ປະຫວັດສາດ​ມ່ວນມະນຸດ​ເປັນເລື່ອງ​ເລົ່າ​ຂານ​ທີ່​ເຜົ່າ​ຊົນ​ສ່ວນ​ໜ້ອຍ​ຈະ​ມີ​ໄດ້. ນັ້ນແມ່ນ, ພາຍໃນຮອບ 100 ປີ, ແຕ່ປີ 1945-2045, ເປັນເວລາອັນສັ້ນໜຶ່ງ ເມື່ອທຽບກັບປະຫວັດສາດອັນຍາວນານຂອງ​ຕົນ, ປວງ​ຊົນຫວຽດນາມໄດ້ຜ່ານ​ຜ່າປະຫວັດສາດອັນໂສກເສົ້າ ແລະ ເລື່ອງ​ລາວຂອງການຢູ່ລອດ ແລະ ການຂະ​ຫຍາຍ​ຕົວ.

ບົດທີ 4 - ທ່ານ ດຣ. ຫວຸມິງເຄື່ຶອງ: ຕ້ອງການຜູ້ເວົ້າຮຽກຮ້ອງເກນຜູ້ເກັ່ງກ້າ
ທ່ານ ດຣ. ຫວຸມິງເຄື່ຶອງ

ທ່ານ ດຣ. ຫວຸມິງເຄື່ຶອງ

+ ບ້ານເກີດ: ຫາຍຟ່ອງ

+ ການງານ: ຄົ້ນຄວ້າ ແລະ ການສິດສອນຢູ່ໂຮງຮຽນ ນະໂຍບາຍລັດ ຫຼີກວາງຢ້ຽວ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ

+ ວິທະຍາຖານະ: ປະລິນຍາເອກ (ມະຫາວິທະຍາໄລ Harvard); ນາມມະຍົດ: ຮອງສາດສະດາຈານ

+ ປະຈຸບັນພວມດຳລົງຊີວິດ ​ແລະ ​ເຮັດວຽກ​ຢູ່​ສິງກະໂປ​ນັບແຕ່​ປີ 2016 ເປັນຕົ້ນມາ.

ເປັນສະມາຊິກໜ່ວຍງານໃຫ້ຄຳປຶກສາດ້ານ​ເສດຖະກິດ​ຂອງ​ນາຍົກລັດຖະມົນຕີຫວຽດນາມ

- ທ່ານມີ​ການ​ແລກ​ປ່ຽນ​ຫຍັງກ່ຽວກັບບັນຫາຜູ້ເກັ່ງກ້າສາ​ມາດຂອງພວກເຮົາ?

- ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ມີສອງຄໍາຖາມໃຫຍ່ຄື: ເຮັດ​ແນວ​ໃດ​ເພື່ອ​ຊອກຫາຜູ້ເກັ່ງກ້າ? ແລະ ສົ່ງ​ເສີມ​ຄວາມ​ສາ​ມາດຜູ້ເກັ່ງກ້າຄື​ແນວ​ໃດ? ຕອບຄໍາຖາມທໍາອິດ ແມ່ນ: ລັດຕ້ອງມີຂໍ້ຄວາມ​ກ່າວກ່ຽວກັບປັນ​ຍາ​ຊົນ​ຜູ້ເກັ່ງກ້າ. ຂໍ້ຄວາມກ່າວນັ້ນຕ້ອງກາຍ​ເປັນຂະ​ບວນ​ການໂດຍຜ່ານກົດລະ​ບຽບ ແລະ ພຶດຕິກຳຕົວ​ຈິງທີ່ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມສອດຄ່ອງ. ຕອບຄໍາຖາມທີສອງ ແມ່ນ: ກົດລະ​ບຽບ ຕ້ອງສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນ​ການ​ສ້າງຄົນທີ່ມີພອນສະຫວັນ ແລະ ເງື່ອນໄຂເພື່ອໃຫ້ເຂົາເຈົ້າອຸ​ທິດເພື່ອ​ສ່ວນ​ລວມ.

ຂໍ້ຄວາມກ່າວ​ວ່າ: ບໍ່​ໃຫ້​ເອົາ​ແນ່ນອນ​ປັດ​ໃຈ​ອັນ​ໃດ​ອື່ນນອກ​ຈາກ​ຄຸນ​ງາມ​ຄວາມ​ດີ ແລະ ຄວາມ​ກະ​ຕື​ລື​ລົ້ນ. ບໍ່ຈໍາເປັນຕ້ອງແມ່ນ​ເຈົ້າ​ຂຸນ​ມຸນ​ນາຍ, ກ​ະ​ສັດ​ລາ​ຊາ, ຄົນ​ຊັ້ນ​ສູງ ຫຼື ຜູ້​ມີ​ຜົນ​ງານ, ມີ​ຊື່​ສຽງ. ເຮົາສ້າງສະ​ພາບການ​ເຮັດວຽກທີ່ໃສສະອາດ, ມີວິທະຍາສາດ, ບໍ່ເອົາທາງລົບ, ບໍ່ຖື​ທ້ອງ​ຖິ່ນ​ດິນ​ແດນ… ສໍາລັບພວກເຂົາ. ພ້ອມ​ກັນ​ນັ້ນ, ກົນ​ໄກ​ຕ້ອງ​ຕິດ​ພັນ​ກັບພາລະ​ບົດບາດ, ຕຳ​ແໜ່​ງກັບ​ຄວາມ​ຮັບຜິດຊອບ​ທີ່​ໂປ່​ງ​ໃສ ຊຶ່ງ​ຈະ​ມີ​ສະພາບ​ແວດ​ລ້ອມເພື່ອ​ການ​ອຸທິດ​ຕົນ​ຢ່າງສຸດ​ຕົວ. ພະນັກງານຂອງພວກເຮົາດຽວ​ນີ້, ຫຼາຍຄົນມີຄວາມຮູ້, ຄວາມສາມາດ ແຕ່ເວ​ລາເລີ່ມມີຄວາມ​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ ແມ່ນສູມໃສ່ເບິ່ງແຍງຄອບຄົວ, ເບິ່ງ​ແຍງຕົນເອງ. ຜົນໄດ້ຮັບຈະຈໍາກັດ ແລະ ສໍາຄັນກວ່ານັ້ນ ແມ່ນບໍ່ສ້າງຄວາມ​ປະ​ທັບ​ໃຈໃຫ້ເພື່ອນຮ່ວມງານ, ຂັ້ນ​ລຸ່ມ​ເຮົາ. ເຂົາເຈົ້າຍັງບໍ່ທັນກາຍເປັນແວ່ນ​ແຍງໃຫ້ກັບເພື່ອນຮ່ວມງານ ແລະ ສັງຄົມໄດ້ ຈຶ່ງ​ເປັນຜົນລັບຂອງພາ​ວະຜູ້ນໍາທີ່ບໍ່ທັນສູງ. ກົນໄກການແຕ່ງຕັ້ງ ແລະ ການປະເມີນຜົນໃນປະຈຸບັນ ເຮັດໃຫ້ຜູ້ນໍາມີບູລິມະສິດຕົ້ນໆ​ໃຫ້​ແກ່​ການຮັກສາບ່ອນນັ່ງ, ເລື່ອນຕຳແໜ່ງ ຫຼື ການສະສົມຊັບສົມ​ບັດ, ແທນທີ່ຈະເປັນປະ​ມູນມໍລະດົກໃຫ້​ແກ່ຄົນ​ຮຸ້ນຫຼັງ.

ຄົນທີ່ມີພອນສະຫວັນໃນການເປັນຜູ້ນໍາ ແມ່ນຕ້ອງຮູ້ຈັດ​ຕັ້ງ​ກົງຈັກທີ່ໃຫ້​ຜະ​ລິດ​ຜູ້​ທີ່​ມີ​ພອນ​ສະ​ຫວັນ​ເກັ່ງ​ກ້າ​ອອກ​ມາ, ຜູ້ທີ່ເໝາະສົມທີ່ສຸດກັບໜ້າ​ທີ່ວຽກ​ງານ, ກັບ​ໄລ​ຍະປະຫວັດສາດນັ້ນ. ສະພາບແວດລ້ອມສໍາລັບຄົນທີ່ມີຄຸນນະທໍາ ແມ່ນກົດເກນ​ໜຶ່ງ ຊຶ່ງ​ໃນ​ນັ້ນ, ຄົນອ່ອນດ້ອຍສາມາດອຸ່ນ​ໃຈໄດ້, ຄົນບໍ່ດີບໍ່ສາມາດມີອິດທິພົນຕໍ່ສັງຄົມໄດ້. ການນໍາໃຊ້ຄົນແມ່ນບົດ​ຄວາມຂອງກົດເກນ​ລະ​ບຽບ​ການ. ບົດຄວາມນັ້ນ ແມ່ນໜຶ່ງໃນປັດໃຈສໍາຄັນຕ່າງໆທີ່ສ້າງຄວາມເຊື່ອ​ໝັ້ນໃຫ້ແກ່ສັງຄົມ ແລະ ຄູ່ຮ່ວມມື. ສ່ວນ​ທີ່​ຂ້າພະເຈົ້າໄດ້ກ່າວມາຂ້າງເທິງ: ຄວາມເຊື່ອໝັ້ນໃນສັງຄົມ ແມ່ນໜຶ່ງໃນປັດ​ໃຈປະກອບເປັນພື້ນ​ຖານວັດທະນະທໍາ ຊຶ່ງວັດທະນະທໍາແມ່ນໜຶ່ງໃນສີ່ເສົາຄໍ້າ ເພື່ອປະກອບໃຫ້ເປັນສັງຄົມທີ່ຈະເລີນຮຸ່ງເຮືອງ.

- ຮຽນ​ທ່ານ, ​ເປັນ​ລູກ​ຫຼານປະ​ເທດ​ຫວຽດນາມ, ຕໍ່ກັບ​ຄວາມມຸ້ງ​ຫວັງ​ປາດ​ຖະໜາຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ​ຜາ​ສຸກຂອງ​ປະ​ເທດ​ຊາດ, ທ່ານມີ​ຄວາມກັງ​ວົນແລະ ຄວາມ​ປາດ​ຖະໜາ​ອັນ​ໃດ ​ທີ່​ສາມາດ​ແລກ​ປ່ຽນໄດ້?

- ຂ້າພະເຈົ້າຖື​ວ່າ​ຄົນລຸ້ນ​​ພວກ​ເຮົາທຸກ​ມື້​ນີ້​ແມ່ນ​ໂຊກ​ດີ​ຫຼາຍ​. ອັນທີ​ໜຶ່ງ, ປະ​ເທດ​ຊາດ​ມີ​ສັນຕິພາບ, ສະຖຽນ​ລະ​ພາບ, ​ເຊື່ອມ​ໂຍງລວງ​ເລິກ​ກັບ​ໂລກ ​ແລະ ມີ​ສະ​ຖາ​ນະລະ​ດັບ​ໂລກທີ່​ສະ​ດວກ. ອັນທີສອງ, ຄວາມກ້າວໜ້າທີ່​ຂ້າມ​ຂັ້ນ​ຂອງການປະຕິວັດເຕັກໂນໂລຊີ 4.0, ທ່າອ່ຽງຂອງຍຸກໂລກາພິວັດ, ແລະ ການເພີ່ມຂຶ້ນຂອງທະ​ວີບອາຊີ ທີ່​ກຳ​ລັງ​ນຳມາໃຫ້ແຕ່ລະເຜົ່າ​ຊົນມີໂອກາດອັນລ້ຳຄ່າ ແລະ ຄວາມສາມາດທີ່​ອັດສະຈັນເພື່ອກາຍ​ເປັນຄວາມ​ມະ​ຫັດ​ສະ​ຈັນ​ທີ່​ຄົນ​ຮຸ້ນ​ກ່ອນບໍ່​ສາ​ມາດ​ມີ​ໄດ້. ອັນທີສາມ, ຫວຽດ​ນາມ ກຳ​ລັງ​ກ້າວ​ສູ່ເສັ້ນ​ທາງກາຍ​ເປັນ​ປະ​ເທດ​ທີ່ພັດ​ທະ​ນາ. ໄລ​ຍະເວລາ 20-25 ປີ ແມ່ນພຽງພໍສໍາລັບເຜົ່າ​ຊົນ​ໜຶ່ງທີ່ຈະເຮັດສິ່ງ​ທີ່​ມະ​ຫັດ​ສະ​ຈັນ​ຕ່າງ​ຈາກ​ທີ່​ເປັນ​ຢູ່ ແລະ ຈົດ​ບັນ​ທຶກ​ໜ້າໃໝ່ທີ່ໃສແຈ້ງ​ໃຫ້​ແກ່ປະຫວັດສາດ.

ພວກ​ເຮົາ​ຈົງຖືເອົາທັງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກ ເປັນເປົ້າໝາຍທີ່ມຸ່ງຫວັງຂອງທົ່ວປວງຊົນໃນເສັ້ນທາງຕໍ່ໜ້າ. ສິ່ງ​ທີ່ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ​ໃນ​ສ່ວນ​ຕົວ​ຂອງ​ພວກ​ເຮົາ​ແຕ່​ລະ​ຄົນທີ່​ອາດ​ຈະ​ມີ​ການປະ​ກອບ​ສ່ວນຕ່າງໆ​ທີ່​ມີ​ຄວາມ​ໝາຍ​ຕໍ່​ພາ​ລະ​ກິດ​ນີ້.

ສຳລັບສ່ວນຕົວຂ້າພະເຈົ້າແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດຍັງຄົງ​ແມ່ນ​ວ່າຈະເຮັດແນວໃດເພື່ອປະກອບສ່ວນນຳ​ພາປະເທດເຮົາ ໄປ​ເຖິງຄວາມຈະເລີນຮຸ່ງເຮືອງ, ຜາສຸກໃຫ້​ໄວ. ດ້ວຍຮູ້​ສຶກ ແລະ ຄວາມຜູກພັນອັນນີ້, ຂ້າພະເຈົ້າ ພຽງແຕ່ຫວັງວ່າຜູ້ມີສິດອຳນາດຕຳ​ແໜ່ງ ຖືວ່ານັ້ນເປັນພັນ​ທະອັນສັກສິດ ແລະ ເປັນຄວາມໂຊກດີພິເສດ ຊຶ່ງຖ້າເຮົາບໍ່ເຮັດຢ່າງສຸດໃຈນຳ​ນັ້ນກໍຈະໜ້າ​ດູ​ຕົນຫຼາຍຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ. ຂ້າພະເຈົ້າ​ຄ້ອຍ​ໃຈ​ທີ່​ເຫັນ​ການ​ນຳ​ຂອງ​ບາງ​ແຂວງ, ນະຄອນ​ຍັງບໍ່​ມີນ້ຳໃຈອັນ​ແທ້​ຈິງ ​ແລະ ລະ​ດັບການ​ທຸ້ມ​ເທ​ຂອງທົ່ວ​ປະ​ເທດ​ ໃນ​ການ​ຕ້ານ​ການ​ລະ​ບາດ​ໃຫຍ່​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ຫຼຸດຜ່ອນ​ຄວາມ​ເສັຍ​ຫາຍທີ່​ເກີດ​ຂຶ້ນ​ແກ່ຜູ້​ອອກ​ແຮງ​ງານ​ທີ່​ທຸກ​ຍາກ. ​ເບິ່ງ​ໄປ​ໃນ​ອະນາຄົດຂ້າງ​ໜ້າ, ຂ້າພະເຈົ້າມີ​ຄວາມເຊື່ອ​ໝັ້ນ​ອັນ​ແຮງ​ກ້າວ່າ​ປະ​ເທດພວກ​ເຮົາກຳ​ລັງ​ກ້າວຂຶ້ນ​ໄປ​ໜ້າ, ບໍ່​ວ່າ​ປັດ​ຈຸ​ບັນ​ກຳ​ລັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກໃນ​ລະ​ດັບ​ໃດ​ກໍ​ຕາມ.

- ຕາມ​ທ່ານ​ແລ້ວ, ເຮັດ​ແນວ​ໃດ​ເພື່ອ​ທີ່ຫວຽດນາມເຮົາ ​ມີຈິດ​ວິ​ຍານ​ແຫ່ງ​ການ​ຈຸດ​ປະ​ກາຍ​ຄວາມ​ມຸ້ງ​ຫວັງໃນ​ການ​ພັດທະນາ​ປະ​ເທດທີ່​ຈະ​ເລີ​ນຮຸ່ງ​ເຮືອງ, ​ຜາ​ສຸກ​?

- ຕ້ອງການຫຼາຍອົງປະກອບເພື່ອສ້າງຈິດວິ​ຍານນີ້. ແຕ່ກ່ອນ​ອື່ນເຮົາຕ້ອງຕອບຄໍາຖາມ: "ຜູ້ນໍາປະເທດໄດ້ມີຄວາມມຸ້ງ​ຫວັງ​ອັນ​ແທ້​ຈິງຫຼາຍ​ພໍ, ມີຄວາມຕັ້ງໃຈຫຼາຍ​ພໍ​ໃຫ້​ກັບບັນຫານີ້ ຫຼື ຍັງ?". ເມື່ອສັດຕູມາຮຸກ​ຮານປະເທດ, ປະເທດ ໄດ້ຈັດ​ເຂົ້າ​ໃນ​ສະ​ພາບ​ເສັ້ນ​ຜົມນ້ອຍໆ​ຖືກແຂວນດ້ວຍ​ສິ່ງ​ທີ່ໜັກ​ໜ່ວງ​. ໃນ​ທາງ​ເລືອກທີ່​ຈະ​ຢູ່​ລອດ, ລາ​ຊາ​ກະ​ສັດ​ໄດ້​ໃຫ້​ຄົນ​ຖືກ​ເຄື່ອງ​ຈະ​ຈາຍ​ສຽງ​ຮ້ອງ​ລະ​ດົມ​ປວງ​ຊົນ​ທັງຫຼາຍ​ຊ່ວຍ​ປະ​ເທດຊາດ. ​ເມື່ອລາ​ຊາ​ກະ​ສັດ​ມຸ້ງ​ມາດ​ປາດຖະໜາຢ່າງ​ແທ້​ຈິງ ແລະ ວອນ​ຂໍ​ໂດຍ​ທີ່​ປວງ​ຊົນ​ກໍ​ເປັນ​ໜຶ່ງ​ຈິດ​ໃຈ​ດຽວ​ປະກອບສ່ວນ​ເຂົ້າປາ​ອາ​ຫານ, ປະ​ກອບ​ເຫຼັກຫຼາເພື່ອ​ຊຸກ​ລ້ຽງ​ວິລະ​ຊົນຜູ້​ກ້າ, ​ຫຼໍ່​ມ້າ, ໝວກ, ​ເສື້ອເກາະ, ຫອກ​ແຫຼມໃຫ້​ແກ່​ນັກ​ຮົບ. ແຮງ​ບັນ​ດານ​ໃຈ, ທຸງ​ນັ້ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຫັນປ່ຽນ​ຂອງ​ທ່ວງ​ປວງ​ຊົນ. ເວ​ລານັ້ນ​ຈຶ່ງ​ສາ​ມາດ​ມີ​ສິ່ງມະຫັດສະຈັນ. ຂ້າພະເຈົ້າຄອງ​ຖ້າ​ສຳ​ນວນ​ປຸກ​ລະ​ດົມ​ຈາກ​ການ​ນຳປະເທດ "ຈົ່ງຊ່ວຍປະເທດຊາດ!" ດັງກ້ອງກັງ​ວານແຕ່​ນີ້​ໄປໜ້າເພື່ອ​ຄວາມມຸ້ງ​ຫວັງ​ປາ​ດຖະ​ຫນາ​ນີ້​ ​ໄດ້​ຮັບ​ການ​ປຸກລະ​ດົມ​, ​ໄດ້ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​.

- ຮຽນ​ທ່ານ, ເຮົາຄວນເຂົ້າໃຈຕໍ່​ກັບຄວາມເຊື່ອໝັ້ນຂອງສັງຄົມ ແລະ ກໍານົດໃຫ້ຢູ່ໃນການ​ດຳ​ລົງຊີວິດປະຈຸບັນໃນຫວຽດນາມແນວໃດ?

- ສິ່ງ​ອື່ນ​ໃດ​ໝົດແມ່ນປວງ​ຊົນແຕ່ລະຄົນໃນຊຸມຊົນຕ້ອງມີຄວາມເຊື່ອໝັ້ນໃນຕົນເອງ. ເພື່ອ​ຈະ​ມີ​ຄວາມ​ເຊື່ອໝັ້ນ​ໃນ​ຕົນ​ເອງ, ບຸກ​ຄົນນັ້ນ​ຈະ​ຕ້ອງ​ມີ​ຄວາມ​ເປັນເຈົ້າຕົນເອງ, ມີ​ອິດ​ສະ​ລະ​ໃນການສະ​ແຫວງ​ຫາ​ຄວາມ​ສຸກ, ໃນ​ແນວ​ຄວາມ​ຄິດ ແລະ ຈິດ​ໃຈ​ສ້າງ​ສັນ. ຈາກນັ້ນ, ພົນລະ​ເມືອງ​ແຕ່ລະຄົນ​ ຕ້ອງ​ມີຄວາມເຊື່ອໝັ້ນ​ຕໍ່​ປະ​ເທດ​ຊາດ, ສ່ວນ​ລວມ, ​​ໝູ່ຄະນະຂອງຕົນເອງ. ຄວາມເຊື່ອ​ໝັ້ນໄວ້ວາງໃຈນັ້ນ ຕ້ອງໄດ້ຮັບການສ້າງຂຶ້ນໂດຍຊຸມຊົນນັ້ນ. ເຖິງຢ່າງໃດກໍ່ຕາມ, ບັນຫາໃຫຍ່ທີ່ສຸດ ແມ່ນຜູ້ນໍາພາ ຕ້ອງມີຄວາມເຊື່ອໝັ້ນໃນປະຊາຊົນ. ສະມາຊິກແຕ່ລະຄົນ ຕ້ອງເຊື່ອໃນເພື່ອນຮ່ວມອຸ​ດົມ​ການ. ໃນຄວາມ​ເຊື່ອ​ໝັ້ນ​ຢູ່​ໃນ​ສັງ​ຄົມປັດຈຸບັນຍັງ​ຂ້ອນ​ຂ້ອງ​ຂ້າງ​ຕ່ຳ. ພວກເຮົາຈໍາເປັນຕ້ອງມີການດຳ​ເນີນ ແລະ ປະຕິບັດການປະຕິຮູບ ຢ່າງ​ເປັນ​ເລື່ອງ​ລາວ​ອັນ​ໃຫຍ່, ເລີ່ມຕົ້ນຈາກການ​ຫັນ​ເປັນຄວາມໂປ່ງໃສໃນ​ຂະ​ບວນ​ການ​ຕັດ​ສິນໃຈ ແລະ ພະຍາຍາມຊອກຫາຜູ້ທີ່ຄວາມ​ສາ​ມາດສໍາລັບວຽກງານ. ພວກເຮົາຕ້ອງການຜູ້ນໍາພາ​ໃຫ້ແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນທີ່ປະຊາຊົນນິຍົມນັບຖື, ປວງ​ຊົນເຄົາລົບນັບຖື.

- ຂໍຂອບ​ໃຈ​ທ່ານ!

ຄຳຮຸ່ງ

ເຫດການ