| ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື ຫວຽດນາມ - MERCOSUR 2025 | |
| ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 |
![]() |
| Với chủ đề "Logistics Việt Nam - vươn mình tiến vào kỷ nguyên mới", Diễn đàn 2025 vừa là sự kiện nối tiếp chuỗi hoạt động thường niên, vừa thể hiện khát vọng nâng tầm ngành logistics trong giai đoạn chuyển mình mạnh mẽ - Ảnh minh họa |
ເວທີປາໄສ Logistics ຫວຽດນາມ ແມ່ນເຫດການປະຈຳປີແຖວໜ້າຂອງຂະແໜງອຸດສາຫະກຳ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ, ດ້ວຍເປົ້າໝາຍຊຸກຍູ້ການພັດທະນາການບໍລິການ logistics, ເພີ່ມທະວີການເຊື່ອມຕໍ່ logistics ກັບອຸດສາຫະກຳການຜະລິດ ແລະ ນຳເຂົ້າ – ສົ່ງອອກ, ພ້ອມນັ້ນກໍ່ແມ່ນສະຖານທີ່ປຶກສາຫາລື, ແລກປ່ຽນ, ປັບປຸງບັນດາຂໍ້ມູນຂ່າວສານທີ່ສຳຄັນຂອງຂະແໜງ Logistics ພາຍໃນ ແລະ ສາກົນ.
ດ້ວຍຫົວຂໍ້ “Logistics ຫວຽດນາມ - ກ້າວເຂົ້າສູ່ຍຸກໃໝ່”, ເວທີປາໄສ 2025 ທັງແມ່ນເຫດການສືບຕໍ່ການເຄື່ອນໄຫວປະຈຳປີ ແລະ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາເພື່ອຍົກສູງຂະແຫນງອຸດສາຫະກຳ logistics ໃນໄລຍະການຫັນປ່ຽນຢ່າງເຂັ້ມແຂງ. ເວທີປາໄສສ້າງກາລະໂອກາດໃຫ້ບັນດາອົງການຄຸ້ມຄອງ, ນັກຊ່ຽວຊານ, ນັກທຸລະກິດປຶກສາຫາລື ແລະ ສະເໜີບັນດາມາດຕະການແກ້ໄຂໃນການພັດທະນາອຸດສາຫະກຳ, ຊຸກຍູ້ການປັບປຸງບັນດາອົງການຄຸ້ມຄອງ, ຢືນຢັນບົດບາດສຳຄັນຂອງການຂົນສົ່ງໃນພື້ນຖານເສດຖະກິດແຫ່ງຊາດ.
ເວທີປາໄສຈະດຳເນີນໄປໃນສອງມື້. ວັນທີ 28 ພະຈິກ 2025, ຈະດຳເນີນການສຳຫຼວດພາກພື້ນຢູ່ທ່າກຳປັ່ນ ແລະ ສູນຂົນສົ່ງສິນຄ້າຢູ່ນະຄອນດ່ານັງ. ເປົ້າໝາຍຂອງການສໍາຫຼວດແມ່ນເພື່ອແນະນໍາທ່າແຮງສໍາລັບການຂົນສົ່ງແລະການພັດທະນາພື້ນຖານໂຄງລ່າງໃນຂົງເຂດເຫຼົ່ານີ້. ຕອນເຊົ້າວັນທີ 29 ພະຈິກ 2025, ກອງປະຊຸມຄົບຄະນະຈະດຳເນີນໄປຢ່າງເປັນທາງການໂດຍມີການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ກອງປະຊຸມມີລັກສະນະທົ່ວໄປ ແຕ່ສະແດງໃຫ້ເຫັນຄວາມສຳຄັນຂອງຫວຽດນາມ ໃນຂອບເຂດຂອງເວທີປາໄສ.
ຕອນບ່າຍວັນດຽວກັນ, ກອງປະຊຸມສຳມະນາກ່ຽວກັບ “ຊອກຫາກາລະໂອກາດສຳລັບການຂົນສົ່ງຢູ່ພາກກາງ” ຈະດຳເນີນໄປ. ກອງປະຊຸມຕອນບ່າຍຈະເນັ້ນໜັກເຖິງຄວາມສຳຄັນຍຸດທະສາດຂອງການພັດທະນາພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການຄ້າຂອງພາກກາງ, ພ້ອມກັນນັ້ນ, ຊຸກຍູ້ການເປັນເຈົ້າຕົນເອງສົມທົບກັບບັນດາປະເທດໃນພາກພື້ນເຊັ່ນ: ໄທ ແລະ ລາວ ເພື່ອເປີດແລວທາງເສດຖະກິດ, ເຊື່ອມຕໍ່ບັນດາການເຄື່ອນໄຫວ logistics ກັບສິນຄ້າຕົວຈິງ, ສ້າງພື້ນຖານເຊື່ອມຕໍ່ພາກພື້ນແບບຍືນຍົງ.
ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ການຄັດເລືອກນະຄອນ ດານັງ ເປັນສະຖານທີ່ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ແມ່ນມີຄວາມໝາຍຍຸດທະສາດ. ດ້ວຍທີ່ຕັ້ງສູນກາງຢູ່ພາກກາງ, ດານັງ ແມ່ນຈຸດໃຈກາງຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເຊື່ອມຕໍ່ຫວຽດນາມ ກັບ ລາວ, ໄທ ແລະ ມຽນມາ, ທັງແມ່ນປະຕູສູ່ທະເລຕາເວັນອອກຂອງອະນຸພາກພື້ນແມ່ນ້ຳຂອງ. ພິເສດ, ພາກກາງແມ່ນຂົງເຂດທີ່ມີທ່າແຮງທີ່ບໍ່ທັນໄດ້ຮັບການຂຸດຄົ້ນຢ່າງພຽງພໍ, ພິເສດແມ່ນຂົງເຂດ logistics. ການລົງທຶນຍົກລະດັບທ່າກຳປັ່ນ ລຽນຈຽວ, ເປີດກ້ວາງທ່າກຳປັ່ນ ຕຽນຊາ, ພ້ອມດ້ວຍເຄືອຂ່າຍຄວາມໄວສູງ ເໜືອ-ໃຕ້, ສະໜາມບິນສາກົນ ດານັງ ະກາຍເປັນສູນ logistics ແລະ ຂົນສົ່ງສິນຄ້າສາກົນໃນໄລຍະຈະມະເຖິງ.
| ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ຍສໝ - ນັບແຕ່ວັນທີ 26-27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ດ້ວຍການເຄື່ອນໄຫວວັດທະນະທຳ ແລະ ບັນເທີງຫຼາຍຢ່າງ. |
| ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມງານວາງສະແດງອຸດສາຫະກຳປ້ອງກັນຊາດຢູ່ ຕວັກກີ 2025 ຍສໝ - ງານວາງສະແດງ IDEF ປີນີ້ ຈັດຂຶ້ນແຕ່ວັນທີ 22 – 27 ກໍລະກົດ |
ມີງດຶກ
