ຊາວຫວຽດນາມ ຢູ່ ຕ່າງປະເທດ ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ບົດທີ 2: ໃນອ້ອມແຂນຂອງແມ່

07:00 | 27/10/2021

ຍສໝ - ຊາວຫວຽດນາມ 5,3 ລ້ານຄົນ ຢູ່ຫ່າງໄກຈາກປະເທດຍ້ອນສະພາບການທີ່ແຕກຕ່າງກັນ ແລະ ມີຊີວິດທີ່ແຕກຕ່າງກັນ. ແຕ່ເມື່ອປະສົບກັບຄວາມຫຍຸ້ງຍາກ ຫຼື ເມື່ອກັບຄືນເມືອຢາມບ້ານເກີດເມືອງນອນ ກໍ່ລ້ວນແຕ່ໄດ້ຮັບການຕ້ອນຮັບດ້ວຍຄວາມພາກພູມໃຈໃນອ້ອມແຂນອັນກວ້າງ. ໂດຍໄດ້ຮັບການປົກປ້ອງໃນໄລຍະການລະບາດຂອງພະຍາດ, ໄດ້ມີການລົງທຶນ, ການສະແຫວງຫາຄວາມສຸກ, ໄດ້ມີການແຂ່ງຂັນ, ໄດ້ມິການພັດທະນາ ແລະ ໄດ້ອາບນໍ້າຢູ່ໃນທະເລຂອງບ້ານເກີດເມືອງນອນ...

ບົດທີ 1: ດີໃຈນຳບ້ານເກີດເມືອງນອນ ບົດທີ 1: ດີໃຈນຳບ້ານເກີດເມືອງນອນ
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ປົກປ້ອງເມື່ອປະສົບໄພອັນຕະລາຍ

ທ້າວ ຫຼີວັນຊວນ (ເກີດປີ 1985, ອາໄສຢູ່ໃນເມືອງ Ruseykeo, ພະນົມເປັນ, ກໍາປູເຈຍ) ໄດ້ສະແດງຄວາມຕື້ນຕັນໃຈເມື່ອໄດ້ຮັບການໜູນຊ່ວຍຈາກບ້ານເກີດເມືອງນອນ ຫວຽດນາມ ໃນເວລາທີ່ເກີດການລະບາດຂອງພະຍາດ COVID-19. ເພິ່ນໄດ້ແບ່ງປັນວ່າ: “ແຕ່ເດືອນມີນາ ຫາເດືອນກໍລະກົດ 2021, ຄອບຄົວຂອງຂ້າພະເຈົ້າໄດ້ຮັບຂອງຂວັນບັນເທົາທຸກ 4 ເທື່ອແລ້ວ. ບາງຄັ້ງກໍ່ມີເຂົ້າສານ, ໝີ່ສໍາເລັດຮູບ, ນ້ຳຢາຂ້າເຊື້ອ, ຜ້າອັດປາກ; ບາງຄັ້ງກໍ່ມີນ້ຳເຕົ້າຈ້ຽວ, ນ້ຳມັນພືດ… ປະເທດບໍ່ໄດ້ປະຖິ້ມຊາວຫວຽດນາມຢູ່ຕ່າງປະເທດຄືພວກຂ້າພະເຈົ້າ”.

ບົດທີ 2: ໃນອ້ອມແຂນຂອງແມ່

ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ແຂວງ Preah Sihanouk (ກຳປູເຈຍ) ແລະ ບັນດາຜູ້ມີໃຈບຸນໄດ້ມອບ ເງິນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອໜູນຊ່ວຍບັນດາຄອບຄົວ ເຊິ່ງມີ ເຊື້ອສາຍ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກພະຍາດໂຄວິດ-19.

ຕາມຂໍ້ມູນຈາກກະຊວງການຕ່າງປະເທດຫວຽດນາມ ແລ້ວ, ແຕ່ເດືອນກໍລະກົດ ຫາ ເດືອນສິງຫາ 2021, ຫວຽດນາມໄດ້ໜູນຊ່ວຍ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ 85.000 ໂດລາສະຫະລັດ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມຢູ່ລາວ 40.000 ໂດລາສະຫະລັດ. ລັດຖະບານ ແລະ ບັນດາອົງການ, ໝູ່ຄະນະຫວຽດນາມໄດ້ມອບເຄື່ອງໃຊ້ທີ່ຈໍາເປັນ, ອຸປະກອນການແພດໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ ແລະ ກໍາປູເຈຍ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ - 19.

ໃນບັ້ນພາຍຸຫິມະຄັ້ງປະຫວັດສາດທີ່ລັດ Texas (ສະຫະລັດອາເມລິກາ) ເດືອນກຸມພາ 2021, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Houston ໄດ້ຕັ້ງໜ້າໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງໂດຍເປີດສາຍດ່ວນ 24 ຊົ່ວໂມງເພື່ອຮັບຂໍ້ມູນຂ່າວສານ ແລະ ໜູນຊ່ວຍພໍ່ແມ່ປະຊາຊົນ. ສະຖານກົງສຸນໃຫຍ່ໄດ້ມອບຜ້າອັດປາກຫຼາຍສິບແກັດ, ໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດຢູ່ບາງບ່ອນທີ່ມີຊາວຫວຽດນາມອາໄສຢູ່ຫຼາຍ, ປະກອບສ່ວນເຂົ້າໃນການປ້ອງກັນການລະບາດ.

ພົ້ວໝາກເຟືອງບ້ານເກີດເມືອງນອນ

ພາຍຫຼັງແຕ່ງງານໄດ້ 10 ປີ, ຜົວເມຍນັກສະແດງ ດຶກຕຽນ ແລະ ນາງງາມຊຸດເສື້ອຍາວ Dallas ບີ່ງເຟືອງ (Westminster, California, USA) ຍັງບໍ່ມີລູກ. ໂດຍຜ່ານຫຼາຍວິທີແຕ່ບໍ່ປະສົບຜົນສໍາເລັດ, ໃນປີ 2019, ຜົວເມຍ ດຶກຕຽນ ໄດ້ກັບຄືນມາຫວຽດນາມ ເພື່ອເຮັດລູກຫຼອດແກ້ວ (IVF) ຢູ່ທີ່ໂຮງໝໍ ແຮ້ງຟຸກ (ນະຄອນ ໂຮ່ຈິມິນ). ໃນປີ 2020, ພວກເຂົາໄດ້ໃຫ້ກຳເນີດລູກສາວຕົວນ້ອຍ.

“ໃນຂົງເຂດ IVF, ຫວຽດນາມບໍ່ໄດ້ດ້ອຍກວ່າປະເທດອື່ນ, ລວມທັງສະຫະລັດອາເມລິກາ ແລະ ບັນດາປະເທດເອີຣົບ. ບັນດາທ່ານໝໍຫວຽດນາມມີປະສົບການຫຼາຍ ແລະ ອຸປະກອນທີ່ທັນສະໄໝເພື່ອຊ່ວຍຄົນທີ່ຢາກມີລູກຄືກັບຜົວເມຍຂ້າພະເຈົ້າ ເຊິ່ງກໍ່ຕ້ອງເຕື້ອງຫາຫວຽດນາມທຳອິດ. ຄອບຄົວຂອງຂ້າພະເຈົ້າ ໄດ້ຄົ້ນພົບຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດຢູ່ບ້ານເກີດເມືອງນອນ” - ທ້າວ ດຶກຕຽນ ໄດ້ແບ່ງປັນ - “ຄ່າໃຊ້ຈ່າຍໃນການເຮັດ IVF ຢູ່ໃນສະຫະລັດອາເມລິກາແມ່ນສູງກວ່າຢູ່ຫວຽດນາມ 3 ເທົ່າ. ມີເພື່ອນບາງຄົນຂອງຂ້າພະເຈົ້າ ກໍ່ໄດ້ກັບມາຫວຽດນາມ ແລະ ປະສົບຜົນສຳເລັດໃນການເຮັດ IVF”.

ບົດທີ 2: ໃນອ້ອມແຂນຂອງແມ່
ຄອບຄົວນັກສະແດງ ດຶກຕຽນ ແລະ ນາງງາມ ບີ່ງເຟືອງ.

ເມື່ອບໍ່ດົນມານີ້, ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນທີ່ເປັນນັກສິລະປິນ, ນັກກິລາບານເຕະໄດ້ກັບຄືນປະເທດເພື່ອສ້າງອາຊີບ. ກັບມາຫວຽດນາມໃນປີ 2014, ນັກເຕະບານ ໝາກຮົ່ງກວນ (Praha, ສ.ເຊັກໂກ) ໄດ້ເປັນນັກເຕະບານ ຂອງທີມຊາດບານເຕະຫວຽດນາມ, U23 ຫວຽດນາມ ແລະ ບັນດາສະໂມສອນທີ່ແຂ່ງຂັນຢູ່ V-League. “ຂ້າພະເຈົ້າຍາມໃດກໍ່ໄດ້ຮັບການອຳນວຍຄວາມສະດວກຈາກບັນດາອົງການ, ອົງການຈັດຕັ້ງຕ່າງ. ຂ້າພະເຈົ້າ ໄດ້ຖືສອງສັນຊາດ ຄື ສັນຊາດຫວຽດນາມ ແລະ ສັນຊາດເຊັກໂກ” - ທ້າວ ກວນ ໄດ້ແບ່ງປັນ.

ໃນປີ 2000, ນັກສິລະປິນ ບາວຈູງ ແລະ ຄອບຄົວຂອງເພິ່ນໄດ້ຍ້າຍໄປດໍາລົງຊີວິດຢູ່ສະຫະລັດອາເມລິກາ. ຢູ່ສະຫະລັດອາເມລິກາ ໄດ້ມີການສະແດງສິລະປະພຽງ 2 ມື້ຕໍ່ອາທິດ. ເມື່ອສັນຍາໝົດອາຍຸ, ນັກສິລະປິນ ບາວຈູງ ກໍ່ກັບຄືນປະເທດ. “ເມື່ອຂ້າພະເຈົ້າກັບມາຫວຽດນາມ, ຂ້າພະເຈົ້າມີອິດສະຫຼະໃນການສະແດງບັນດາກິດຈະກຳ, ລາຍການຮ້ອງເພງ, ເຂົ້າຮ່ວມໃນການສະແດງເກມໂຊ, ສະແດງຮູບເງົາ, ຂຽນບົດລະຄອນ. ຂ້າພະເຈົ້າໄດ້ຮັບການຝຶກອົບຮົມວິຊາຊີບ, ໄດ້ຮັບຄວາມຮັກແພງຈາກຜູ້ຊົມ. ຫວຽດນາມແມ່ນອູ່ສິລະປະຂອງບັນດາຜູ້ຄົນຄືພວກຂ້າພະເຈົ້າ ແລະ ຢູ່ທີ່ນີ້ຂ້າພະເຈົ້າໄດ້ທຸ່ມເທໃນການສະແດງສິລະປະ” - ນັກສິລະປິນ ບາວຈູງ ໄດ້ແບ່ງປັນ.

ສຽງຂອງຮຸ່ນພໍ່ຮຸ່ນອ້າຍທີ່ມີຄວາມອົບອຸ່ນ

ໂດຍມາດໍາລົງຊີວິດນໍາຜົວ ຢູ່ ມາຣົກ ແຕ່ປີ 1972, ປ້າ ເຈິ່ນຖິ້ຮົ່ງໄມ (ຢູ່ Meknes) ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພາະວ່າໃນເວລານັ້ນຍັງບໍ່ມີສະຖານທູດຫວຽດນາມ ປະຈຳ ມາຣົກ, ແຕ່ຫຼັງຈາກນັ້ນການດຳລົງຊີວິດຄອບຄົວຂອງເພິ່ນໄດ້ມີການປ່ຽນແປງໄປ.

ປ້າ ຮົ່ງໄມ ໄດ້ເລົ່າໃຫ້ສູ່ຟັງ: ໃນປີ 2004, ທ່ານ ນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ໄປຢ້ຽມຢາມ ມາຣົກ, ຊາວຫວຽດນາມຫຼາຍຄົນ ຢູ່ ມາຣົກ ໄດ້ພົບປະ ແລະ ໂອ້ລົມກັບ ທ່ານ ນາຍົກລັດຖະມົນຕີ ຟານວັນຂາຍ ທີ່ ໂຮງແຮມ Hilton (Rabat). ຂ້າພະເຂົ້າໄດ້ເວົ້າວ່າ,ພວກຂ້າພະເຂົ້າເຮັດວຽກດ້ວຍຄວາມລຳບາກຫຼາຍເພື່ອລ້ຽງຄອບຄົວຂອງພວກຂ້າພະເຂົ້າ. ມີເອື້ອຍນ້ອງບາງຄົນ ຕ້ອງອອກຈາກຄອບຄົວຂອງເຂົາເຈົ້າຢູ່ ມາຣົກ ເພື່ອໄປບັນດາປະເທດເອີຣົບເພື່ອເຮັດຮັບຈ້າງ... ຫຼັງຈາກທີ່ໄດ້ຮັບຟັງ, ທ່ານ ນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ສະເໜີໃຫ້ໜັງສືພິມບັນທຶກຂໍ້ສະເໜີຂອງຂ້າພະເຂົ້າ. ພາຍຫຼັງນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຄໍາໝັ້ນສັນຍາວ່າຄວາມຫຍຸ້ງຍາກຂອງຊາວຫວຽດນາມ ຢູ່ມາຣົກ ຈະໄດ້ຮັບການຊ່ວຍເຫຼືອຈາກພັກ ແລະ ລັດ.

ປີ 2018, ນັກສິລະປິນ ນີງດຶກຮວ່າງລອງ (Budapest, ຮົງກາລີ) ໄດ້ມີໂອກາດພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນເວລາຢ້ຽມຢາມຮົງກາລີ. ເຊິ່ງນັ້ນແມ່ນການສະແດງທີ່ບໍ່ອາດລືມໄດ້ຂອງເພິ່ນ. ເພິ່ນໄດ້ເລົ່າໃຫ້ສູ່ຟັງ: ໃນເດືອນພຶດສະພາ 2018, ລອງ ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນດົນຕີບູຮານຢູ່ໃນລາຍການໂທລະພາບຮົງກາລີ. ເພາະສະນັ້ນ, ໃນການຢ້ຽມຢາມທາງລັດຖະກິດຮົງກາລີຂອງຄະນະຜູ້ແທນຂັ້ນສູງຫວຽດນາມໂດຍ ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ນໍາໜ້າ, ຫ້ອງວ່າການນາຍົກລັດຖະມົນຕີຮົງກາລີ ໄດ້ເຊື້ອເຊີນ ລອງ ສະແດງສອງຜົນງານ ຫວຽດນາມ-ຮົງກາລີ ຢູ່ທີ່ ຫໍສະພາແຫ່ງຊາດຮົງກາລີ.

ບົດທີ 2: ໃນອ້ອມແຂນຂອງແມ່
ສະຖານທູດຫວຽດນາມ ປະຈຳ ມາຣົກ ໄດ້ມອບຂອງຂວັນໃຫ້ແກ່ບ້ານ ຫວຽດນາມ ທີ່ ມາຣົກ.

ພາຍຫຼັງການສະແດງ, ລອງ ໄດ້ພົບປະ ແລະ ຖ່າຍຮູບທີ່ລະນຶກກັບ ທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີຮົງກາາລີ Orban Viktor. ທ່ານນາຍົກລັດຖະມົນຕີ Orban Viktor ເວົ້າວ່າ: ຂ້າພະເຈົ້າດີໃຈຫຼາຍ ແລະ ປະຫຼາດໃຈກັບການສະແດງຂອງເຈົ້າ. ຈົ່ງຖ່າຍຮູບພ້ອມກັບພວກຂ້າພະເຈົ້າ. ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ໄດ້ຍິ້ມ ແລະ ເວົ້າວ່າ: “ຫຼານເກັ່ງຫຼາຍ, ເຈົ້າຮ້ອງເພງມ່ວນຫຼາຍ. ຈົ່ງມານະພະຍາຍາມໃນການແນະນໍາວັດທະນະທໍາຫວຽດນາມ ແລະ ເປັນຂົວຕໍ່ວັດທະນະທໍາລະຫວ່າງສອງປະເທດເດີ!”.

ຮວ່າງລອງ ໃຫ້ຮູ້ວ່າແຕ່ລະປີກໍ່ມີຄະນະຜູ້ແທນຂອງການນໍາພັກ ແລະ ລັດໄປຢ້ຽມຢາມຊາວຫວຽດນາມຢູ່ ຮົງກາລີ, ເພື່ອຊອກຮູ້, ຮັບຟັງບັນດາຄວາມຫຍຸ້ງຍາກ, ອຸປະສັກເພື່ອແກ້ໄຂ ແລະ ໃຫ້ການແນາະນໍາ. ທຸກວັນພັກບຸນເຕັດ, ທ່ານ ປະທານປະເທດ ແລະ ກະຊວງການຕ່າງປະເທດ ກໍ່ເປັນປະທານໂຄງການລະດຸບານໃໝ່ຕ້ອນຮັບຊາວຫວຽດນາມຢູ່ຕ່າງປະເທດກັບຄືນບ້ານເກີດເມືອງນອນ ເພື່ອຕ້ອນຮັບປີໃໝ່ປະຈໍາຊາດ ຫວຽດນາມ. ປີ 2019, ຮວ່າງລອງ ຍັງໄດ້ເປັນກຽດໄດ້ເຂົ້າຮ່ວມຄະນະຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມ ແລະ ມີການສະແດງທີ່ຮ່າໂນ້ຍ.

ນາງ ເລຖີ້ແຍ່ງ (ອາຍຸ 42 ປີ) ໄດ້ດໍາລົງຊິວີດ ຢູ່ ໂຕນເລສາບ ກໍາປູເຈຍ ເປັນເວລາຫຼາຍກວ່າ 23 ປີ. ແຕ່ກ່ອນ, ການດຳລົງຊີວິດຄອບຄົວຂອງເພິ່ນແມ່ນຫຍຸ້ງຍາກ, ລູກ 5 ຄົນຂອງເພິ່ນບໍ່ສາມາດໄປໂຮງຮຽນໄດ້. ເມື່ອໄດ້ປະຕິບັດຕາມຄຳ ສັ່ງການຍົກຍ້າຍເຮືອນແພ ຢູ່ ໂຕນເລສາບ, ໃນປີ 2018, ຄອບຄົວຂອງເພິ່ນ ແລະ ຄອບຄົວທີ່ມີເຊື້ອສາຍຫວຽດນາມຫຼາຍກວ່າ 20 ຄອບຄົວຢູ່ ໂຕນເລສາບ ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມຂະແມ - ຫວຽດນາມ ຢູ່ ກໍາປູເຈຍ, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໃນການຫັນປ່ຽນວິຊາຊີບ ຢູ່ ບໍລິສັດຢາງພາລາ ເຕີນບຽນ (ຫວຽດນາມ), ແຂວງ Kampong Thom.

“ປະຈຸບັນ ຜົວ ແລະລູກສີ່ຄົນຂອງຂ້າພະເຈົ້າລ້ວນແຕ່ເປັນກໍາມະກອນຂອງບໍລິສັດ. ຂ້າພະເຈົ້າເປັນແມ່ບ້ານ. ລູກຫຼ້າມີອາຍຸ 13 ປີກໍ່ໄດ້ໄປໂຮງຮຽນ. ການດຳລົງຊີວິດຂອງຂ້າພະເຈົ້າຢູ່ທີ່ນີ້ບໍ່ໄດ້ລໍາບາກກາກກໍາຄືຢູ່ ໂຕນເລສາບ. ໃນບັນດາວັນບຸນເຕັດ ບໍລິສັດ, ສະມາຄົມຂະແມ - ຫວຽດນາມ ກໍ່ໄດ້ມີການມອບຂອງຂວັນ. ຄອບຄົວຂອງຂ້າພະເຈົ້າ ເກັບທ້ອນເງິນໄດ້ຈໍານວນໜຶ່ງ. ຂ້າພະເຈົ້າດີໃຈຫຼາຍທີ່ທາງ ພັກ ແລະ ລັດ ບໍ່ໄດ້ປະຖິ້ມພວກຂ້າພະເຈົ້າ” ນາງ ເລຖີ້ແຍ່ງ ໄດ້ແບ່ງປັນ.

ໝູ່ເກາະ ແລະ ທະເລ: ເນື້ອເລືອດຂອງພວກເຮົາ

ນັກຂ່າວ ຮຸຍຖັງ (ເກີດປີ 1952, ດຳລົງຊີວິດຢູ່ Berlin, ເຢຍລະມັນ) ໄດ້ເລົ່າສູ່ໃຫ້ຟັງກ່ຽວກັບການຢ້ຽມຢາມໝູ່ເກາະ ເຈື່ອງຊາ ຂອງເພິ່ນໃນປີ 2014 ດ້ວຍຄວາມຕື້ນຕັນໃຈ ທີ່ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດໄດ້ຈັດຂຶ້ນ.

"ເມື່ອຂ້າພະເຈົ້າມີຊື່ໃນບັນຊີລາຍຊື່ ຊາວຫວຽດນາມຢູ່ຕ່າງປະເທດ ໄດ້ອອກໄປເກາະ ເຈື່ອງຊາ, ຂ້າພະເຈົ້າມີຄອງຄອຍໃນແຕ່ລະມື້. ຂ້າພະເຈົ້າໄດ້ເຂົ້າຮ່ວມຄະນະຊາວຫວຽດນາມຢູ່ຕ່າງປະເທດລວມມີ 110 ຄົນ ຈາກຫຼາຍກວ່າ 20 ປະເທດທົ່ວໂລກ. ສິ່ງທີ່ສ້າງຄວາມປະທັບໃຈ ຂ້າພະເຈົ້າທີ່ສຸດ ແມ່ນຄະນະຊາວຫວຽດນາມຢູ່ອາເມລິກາ. ເຂົາເຈົ້າມີ 7 ຄົນ ເຊິ່ງສ່ວນຫຼາຍແມ່ນບັນດາຄົນທີ່ເຄີຍເຂົ້າຮ່ວມກອງທັບ ຫຼື ອໍານາດການປົກຄອງຫວຽດນາມສາທາລະນະລັດ".

ເມື່ອຂ້າພະເຈົ້າຂຶ້ນກໍາປັ່ນເຈື່ອງຊາ HQ-571, ຂ້າພະເຈົ້າໄດ້ຢູ່ຫ້ອງດຽວກັນກັບຊາວຫວຽດນາມຢູ່ເຢຍລະມັນ, ສະຫະລັດອາເມລິກາ, ລາວ. ໃນນັ້ນມີ ທ້າວ David ຫງວຽນ (ຊາວຫວຽດນາມຢູ່ສະຫະລັດອາເມລິກາ) ເຄີຍເປັນນາຍທະຫານຂັ້ນສູງໃນກອງທັບສະຫະລັດອາເມລິກາ. ຕອນກິນເຂົ້າທ່ຽງ, David ຫງວຽນ ໄດ້ເວົ້າວ່າ ເພິ່ນເອງເປັນຜູ້ຕໍ່ຕ້ານລັດທິຫົວຮຸນແຮງ. ເພິ່ນກໍ່ໄດ້ເວົ້າອີກວ່າ: ທຸກຄັ້ງ ເມື່ອຂ້າພະເຈົ້າພົບກັບພວກກອມມູນິດ, ຂ້າພະເຈົ້າກໍ່ຕໍ່ຕ້ານ.

ບົດທີ 2: ໃນອ້ອມແຂນຂອງແມ່
ນັກຂ່າວ ຫຸຍຖັງ

ເມື່ອນອນພັກສວາຍ, ທຸກຄົນຫັນຫົວເຂົ້າໄປທາງຝາ, ໃນຂະນະທີ່ David ຫງວຽນ ຜັດກອດໝອນແລ້ວຫັນຫົວຂອງເພິ່ນໄປທາງປະຕູ. ຫຼັງຈາກມາ ເພິ່ນໄດ້ເວົ້າວ່າ: ນັ້ນກໍ່ເປັນການສະແດງໃຫ້ເຫັນວ່າ ເພິ່ນບໍ່ມີຈຸດມຸ່ງໝາຍດຽວກັນກັບທຸກຄົນໃນການເດີນທາງຄັ້ງນີ້.

ມາຮອດເກາະຈົມໃນນໍ້າ ດານາມ ບັນດານັກຮົບກອງທັບເຮືອໄດ້ມອບທຸງຊາດໃຫ້ຂ້າພະເຈົ້າທີ່ມີຮ່ອງຮອຍຂອງລົມ ແລະ ພາຍຸ. ເປັນພິເສດແມ່ນທຸງສີແດງທີ່ມີດາວສີເຫຼືອງຖືກແຂວນໄວ້ ຢູ່ເທິງເກາະ ດານາມ, ຖືກລົມພັດຈົນຂາດ ແລະ ຖືກ ຫົວໜ້າຜູ້ບັນຊາການເກາະ ປະທັບຕາ ແລະ ເຊັນຊື່ໃສ່. David ຫງວຽນ ກໍ່ຕ້ອງການທຸງ ເຊັ່ນກັນ ແລະ ບອກຂ້ອຍຂໍເອົາທຸງ. ບັນດານັກຮົບກອງທັບເຮືອ ໃຫ້ຮູ້ວ່າ ທຸງໃໝ່ແມ່ນມີຫຼາຍ ແຕ່ທຸງເກົ່າມີພຽງແຕ່ເທົ່ານັ້ນ, ແຕ່ David ຫງວຽນ ຍັງຕ້ອງການທຸງສີແດງທີ່ມີດາວສີເຫຼືອງ ເຊິ່ງໄດ້ປະທັບຕາ ແລະ ເຊັນຊື່ໃສ່ ຂອງເກາະ ດານາມ. ການນຳໜ່ວຍງານ ຢູ່ເທິງເກາະໄດ້ຕອບສະໜອງຕາມຄວາມຕ້ອງການຂອງ David ຫງວຽນ ທີ່ໄດ້ປ່ຽນທຸງທີ່ພວມ ແຂວນຢູ່ເທິງເກາະລົງມາ, ປະທັບຕາ ແລະ ເຊັນຊື່ໃສ່ ແລ້ວມອບໃຫ້ David ຫງວຽນ. David ຫງວຽນ ຖືທຸງແນບໃສ່ໜ້າເອິກຂອງເພິ່ນ, ເພິ່ນເອງມິດງຽບ, ໃບໜ້າໃຈເມີ່ລອຍຂອງເພິ່ນຄືກັບພະລັງງານທີ່ສັກສິດໄດ້ສິງເຂົ້າສູ່ຈິດວິນຍານຂອງລາວ.

ຈາກເກາະ ດານາມ ກຳປັ່ນກັບຄືນສູ່ເກາະ ຊອງຕືໄຕ. David ຫງວຽນ ໄດ້ຂໍໃຫ້ພາໄປຫຼັກໝາຍຊາຍແດນ ເຊິ່ງອໍານາດການປົກຄອງຫວຽດນາມສາທາລະນະລັດ ໄດ້ຮັບເອົາໃນປີ 1956. David ຫງວຽນ ໄດ້ກອດຫຼັກໝາຍຊາຍແດນ ແລະ ຮ້ອງໄຫ້ຢ່າງໜ້າເວດທະນາ. ເພິ່ນໄດ້ລູບແຕ່ລະຮອຍຂຽນຢູ່ເທິງຫຼັກໝາຍຊາຍແດນ, ຈົ່ມພຶມພຳຄືກັບຄົນທີ່ພວມໄຫວ້ວອນ.

ປະມານ 2-3 ໂມງເຊົ້າ David ຫງວຽນ ປຸກຂ້າພະເຈົ້າຕື່ນນອນ. ເພິ່ນໄດ້ເວົ້າວ່າ ການເດີນທາງໄປ ເຈື່ອງຊາ ຄັ້ງນີ້ ກໍ່ແມ່ນການຢາກຊອກຫາຄວາມຂີ້ສໍ້ລໍ້ລວງຂອງພັກຄອມມູນິດຫວຽດນາມຢູ່ເທິງໝູ່ເກາະໃນ ເຈື່ອງຊາ. ແຕ່ເພິ່ນຍອມຮັບວ່າ ເພິ່ນໄດ້ເຂົ້າໃຈຜິດກ່ຽວກັບລະບອບ ໃນເວລາ 40 ກວ່າປີທີ່ຜ່ານມາ, ທີ່ໄດ້ຕ້ານ ແລະ ທຳລາຍຫວຽດນາມ.

ຂ້າພະເຈົ້າບໍ່ຄິດວ່າ ຄົນໜຶ່ງທີ່ມີແນວຄິດຫົວຮຸນແຮງ, ໄດ້ນໍາໜ້າຫຼາຍຄະນະການປະທ້ວງເພື່ອຕໍ່ຕ້ານ ແລະ ທຳລາຍພັກກອມມູນິດ ແລະ ລັດຫວຽດນາມ ມາຮອດປະຈຸບັນພັດໄດ້ກອດທຸງສີແດງທີ່ມີດາວສີເຫຼືອງ, ຂຸເຂົ່າລົງຕໍ່ໜ້າຫຼັກໝາຍຊາຍແດນຮ້ອງໄຫ້ຢ່າງໄຮ້ດຽງສາຄືແນວນັ້ນ!.

ບົດທີ 2: ໃນອ້ອມແຂນຂອງແມ່
ຊາວ​ຫວຽດນາມ ອາ​ໄສ ​ຢູ່ ​ເຢຍລະ​ມັນ ​ໄດ້​ຮັບ​ທຸງ​ຊາດ​ຂອງ​ ພະນັກງານ ​ແລະ ຮັກຮົບ ​ເຈື່ອງ​ຊາ.

ໂດຍນຳຄະນະຊາວຫວຽດນາມຢູ່ຕ່າງປະເທດມາຢ້ຽມຢາມເຈື່ອງຊາ ແລະ ເຮືອນຮ້ານ DK1 ແມ່ນການເຄື່ອນໄຫວ ປະຈໍາປີ ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະກອງບັນຊາການກອງທັບເຮືອ ສົມທົບກັນຈັດຕັ້ງ, ເພື່ອສ້າງເງື່ອນໄຂໃຫ້ຊາວຫວຽດນາມຢູ່ຕ່າງປະເທດໄດ້ເຫັນປະຈັກຕາຊີວິດການດຳລົງຂອງທະຫານ ແລະ ປະຊາຊົນ ຢູ່ໝູ່ເກາະເຈື່ອງຊາ. ການເດີນທາງຄັ້ງທໍາອິດແມ່ນໄດ້ຈັດຕັ້ງໃນປີ 2012. ມາຮອດປັດຈຸບັນ, ໄດ້ມີການຈັດຕັ້ງ ໃຫ້ 8 ຄະນະ ດ້ວຍການເຂົ້າຮ່ວມຂອງຫຼາຍກວ່າ 500 ຄົນ ທີ່ເປັນຊາວຫວຽດນາມຢູ່ຕ່າງປະເທດ ທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.

ອະທິປະໄຕທະເລໝູ່ເກາະຂອງປະເທດແມ່ນບັນຫາທີ່ຊາວຫວຽດນາມຢູ່ຕ່າງປະເທດ ໄດ້ໃຫ້ຄວາມສົນໃຈທີ່ສຸດ. ສະນັ້ນ, ເມື່ອລັດໄດ້ຈັດຕັ້ງໃຫ້ເຂົາເຈົ້າໄປຢ້ຽມຢາມໝູ່ເກາະເຈື່ອງຊາ, ເຮືອນຮ້ານ DK1, ເຂົາເຈົ້າ ກໍ່ໄດ້ສະແດງຄວາມດີໃຈ, ຕື້ນຕັນໃຈເປັນພິເສດ. ຫຼາຍຄົນທີ່ບໍ່ໄດ້ຮັບຮູ້ແຫຼ່ງຂໍ້ດ້ານມູນຂ່າວສານຢ່າງພຽງພໍ ຫຼື ເຂົ້າໃຈຜິດຕໍ່ຄວາມເປັນຈິງກໍ່ໄດ້ສະແດງກິນແໜງໃຈຢ່າງເລິກເຊິ່ງ. ໂດຍໄດ້ເຂົ້າໃຈ, ໄປຢ້ຽມຢາມທະເລໝູ່ເກາະ, ເຮືອນຮ້ານ DK1, ໄດ້ເປັນພະຍານເຖິງຄວາມໝັ້ນຄົງ ແລະ ອະທິປະໄຕອັນຄົບຖ້ວນຂອງປະເທດແມ່ນຄວາມປາຖະໜາອັນໃຫຍ່ຫຼວງຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ເມື່ອໄດ້ຊົມໃຊ້ສິດຜົນປະໂຫຍດອັນຊອບທໍາ ແລະ ສັກສິດເຫຼົ່ານັ້ນ, ພໍ່ແມ່ປະຊາຊົນນັບມື້ກໍ່ຈະນັບມີຄວາມໄວ້ວາງໃຈຕໍ່ລັດ ແລະ ຮັກແພງບ້ານເກີດເມືອງນອນຫຼາຍຂຶ້ນກວ່າອີກ.

ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ
ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ
ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ໄຊພອນ

ເຫດການ
302 Found

Found

The document has moved here.