ເຮັດແນວໃດເພື່ອໃຫ້ມີຄວາມຈະເລີນຮຸ່ງເຮຶອງ ແລະ ມີຄວາມຜາສຸກ?

ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ

07:48 | 22/10/2021

ຍສໝ - ເສດຖະກິດການຕະຫຼາດບໍ່ພຽງແຕ່ແມ່ນວິທີການຈັດຕັງພື້ນຖານເສດຖະກິດທີ່ມີປະສິດທິຜົນທີ່ສຸດໃນປັດຈຸບັນຫາກຍັງ​ແມ່ນກຳລັງໜູນ, ປັດໄຈຕັດສິນກ່ຽວກັບຮູບແບບ, ໂຄງປະກອບພັດທະນາວັດທະ​ນະທຳ, ສັງຄົມ, ການເມືອງ… ຂອງມວນມະນຸດ. ເມື່ອຮັບຮູ້ຢ່າງຖືກຕ້ອງ ແລະ ດັດ​ສົມຢ່າງເໝາະ​ສົມ, ການ​ເຄື່ອນ​ໄຫວ​ຂອງມັນ​ຈະ​ສ້າງເປັນ​ລັກ​ສະ​ນະ​ສາ​ມັກ​ຄີ, ກາ​ນ​ຮ່ວມ​ມື, ກະຕຸ້ນ​ຫົວ​ຄິດ​ປະ​ດິດ​ສ້າງ, ຄວາມ​ເສ​ລີ​ດ້ານ​ແນວ​ຄິດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ, ການແບ່ງ​​ຜົນ​ປະ​ໂຫຍດ​ຢ່າງປອດ​ໄສ, ເໝາະ​ສົມ… ຖ້າ​ຫາກສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ, ເຕັມ​ໄປ​ດ້ວຍ​ສີ​ສັນໄດ້ນັ້ນ​ ຄວາມ​ວັດ​ທະ​ນາ​ຖາ​ວອນ, ຄວາມ​ຈະ​ເລີນ​ຮຸ່ງ​ເຮື່ອງ​, ຄວາມ​ຜາ​ສຸກ​ກໍ່ຈະຕາມ​ມາ.

ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ຄວາມ​ຮັ່ງ​ມີ​ກ່ຽວ​ກັບ​ຄວາມ​ປະ​ດິດ​ຄິດ​ສ້າງ ແລະ ກາ​ລະ​ໂອ​ກາດ

ຄວາມຈະເລີນຮຸ່ງເຮືອງ ແມ່ນ​ຄວາມ​ຮັ່ງ​ມີ​ດ້ານ​ວັດ​ຖຸ, ຄວາມ​ຮັ່ງ​ມີ​ດ້ານ​ວັດ​ທະ​ນະ​ທຳ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ຄິດ​ສ້າງ. ຄວາມ​ຜາ​ສຸກ​ແມ່ນ​ຄວາມເພິ່ງພໍໃຈໃນຄວາ​ມ​ຕ້ອງ​ການ​ດ້ານ​ວັດ​ທະ​ນະ​ທຳ, ​ຈິດ​ໃຈ ແລະ ວັດ​ຖຸ​ນັ້ນ. ຄວາມ​ຜາ​ສຸກ​ຂອງ​ສັງ​ຄົມ​ແມ່ນ​ບັນ​ລຸ​ໄດ້​ຄວາມ​ຈະເລີນຮຸ່ງເຮືອງ ພ້ອ​ມ​ທັ​ງແມ່ນ​ຄວາມ​ສະ​ເໝີ​ພາບ, ຄວາມ​ສະ​ຫງົບ​ສຸກ. ປະ​ຊາ​ຄົມ​ມີ​ການ​ແບ່ງ​ປັນ, ຄວາມ​ເອົາ​ໃຈ​ໃສ່, ສະ​ໜິດ​ຕິດ​ພັນ​ເຊິ່ງ​ກັນ​ແລະ​ກັນ, ມີ​ບັນ​ດາ​ຄຸນ​ຄ່າ, ເປົ້າໝາຍ​ລວມ. ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຄົມ​ພຽງ​ແຕ່ບັນ​ລຸ​ໄດ້ ເມື່ອ​ບັນ​ດາ​ສະ​ມາ​ຊິກ ລ້ວນ​ແຕ່​ມີ​ຄວາມ​ຜາ​ສຸກ​ໂດຍ​ພື້ນ​ຖານ.

ຄວາມ​ຮັ່ງ​ມີ​ກ່ຽວ​ກັບ​ຄວາມ​ສາ​ມາດ​ປະ​ດິດ​ຄິດ​ສ້າງ ແມ່ນ​ປັດ​ໄຈ​ພື້ນ​ຖານ​ຂອງ​ຄວາມ​ຈະເລີນຮຸ່ງເຮືອງທີ່ແທ້​ຈິງ. ຄວາມ​ຮັ່ງ​ມີ ແລະ ຄວາມ​ຍຸ​ຕິ​ທຳ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ, ກ່ຽວ​ກັບ​ການ​ຊົມ​ໃຊ້​ແມ່ນມາດຖານ​ຂອງ​ຄວາມ​ຜາ​ສຸກ.

ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ພາບປະກອບ

ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມ​ຜາ​ສຸກ ແມ່ນ​ບັນ​ດາ​ຂອບ​ເຂດ​ທີ່​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ - ຍຸກ​ສະ​ໄໝ. ໝາຍ​ຄວາມ​ວ່າ ​ບັນ​ດາ​ມາດຖານ​ດັ່ງ​ກ່າວ​ຕ້ອງ​ສຳພັນກັນ​ກັບ​ຄວາມ​ຕ້ອງ​ການ, ດ້ວຍ​ມາດຕະ​ຖານ​ຄຸນ​ຄ່າ​ລວມຂອງ​ປະ​ຊາ​ຄົມ​ພາຍ​ໃນ ແລະ ພາຍນອກ ຢູ່​ບັນ​ດາ​ໄລ​ຍະ​ພັດ​ທະ​ນາ - ຍຸກ​ສະ​ໄໝ​ປະ​ຫວັດ​ສາດ​ລະ​ອຽດ. ເມື່ອ​ສັງ​ຄົມ​ພວມ​ຕົກຢູ່ໃນ​ສະ​ພາບ​ການ​ອຶດ​ຫິວ, ຂາດ​ສະ​ບຽງ​ອາ​ຫານ, ເລື່ອງ​ມີ​ອາ​ຫານ​ຢ່າງ​ພຽງ​ພໍ, ໄດ້​ກິນ​ອີ່ມ​ນຸ່ງ​ອຸ່ນ ກໍ່​ແມ່ນ​ພື້ນ​ຖານ​ເພື່ອ​ກຳ​ນົດ​ຄວາມຈະເລີນຮຸ່ງເຮືອງ.

ປັດ​ຈຸ​ບັນ, ເມື່ອ​ໂລກ​ພັດ​ທະ​ນາ​ໃນ​ສະ​ພາບ​ແວດ​ລ້ອມ​ຫັນ​ເປັນໂລກາພິວັດນັ້ນ ຄວາມຈະເລີນຮຸ່ງເຮືອງ - ຄວາມ​ຜາ​ສຸກຕ້ອ​ງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຕາມ -​ ນັບ​ມື້​ນັບ​ເປັນຕົ້ນຕໍໄປຕາມ - ມາດ​ຖານ​ຄຸນ​ຄ່າ​ລວມ​ຂອງ ມວນ​ມະ​ນຸດ. ໃນ​ຍຸກ​ສະ​ໄໝ​ນີ້, ປະ​ເທດທີ່​ຈະເລີນຮຸ່ງເຮືອງ, ມີ​ຄວາມ​ຜາ​ສຸກ ຕ້ອງ​ມີ​ເສດ​ຖະ​ກິດ​ພັດ​ທະ​ນາ, ມີ​ກຳລັງ​ປະ​ດິດ​ຄິດ​ສ້າງ​ສູງ, ປະ​ຊາ​ຊົນ​ມີ​ສິດ​ເສ​ລີໃນ​ການ​ເລືອກ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ມີ​ຄວາມ​ສະ​ເໝີ​ພາບກ່ຽວ​ກັບ​ກາ​ລະ​ໂອ​ກາດ​ພັດ​ທະນາ ແລະ ຊົມໃຊ້​.

ບັນ​ດາ​ປັດ​ໄຈ​ນີ້ ແມ່ນ​ພື້ນ​ຖານທີ່ມີຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດການ​ຕະຫຼາດ, ຍ້ອນແນວ​ນັ້ນ, ມັນຈິ່ງ​ມີ​ເນື້ອ​ໃນ​ທີ່​ຄ້າຍ​ຄື​ກັນ​ກັບຫຼັກ​ການຂອງເສດ​ຖະ​ກິດ​ການ​ຕະຫຼາດ. ເສ​ດ​ຖະ​ກິດການຕະຫຼາດ​ບໍ່​ພຽງ​ແຕ່​ເພື່ອ​ເຮັດ​ໃຫ້​ສ່ວນ​ບຸກ​ຄົນ​ຮັ່ງ​ມີ, ຫຼືຄື​ມັນ​ຖືກ​ຖື​ວ່າ​ແມ່ນ​ປັດ​ໄຈຫຼັກ​ທີ່​ມີ​ຜົນ​ກະ​ທົບ​ກະຕຸ້ນ​ຄວາມໂລບມາກສ່ວນ​ຕົວ, ແຕ່ຫາກ​ຍັງ​ມີ​ລັກ​ສະ​ນະ​ຕົ້ນ​ຕໍ​ແມ່ນ​ສ້າ​ງ​ການ​ແກ້ງ​ແຍ່ງ, ແຂ່ງຂັນ​ກັນ, ຜ່ານ​ນັ້ນ ກໍ່ກາຍເປັນ​ກຳ​ລັງ​ໜູນ ການ​ພັດ​ທະ​ນາ​ຢ່າງເຂັ້ມແຂງ, ກະຕຸ້ນ​ຄວາມ​ປະ​ດິດ​ຄິດ​ສ້າງ​ຂອງ​ບັນ​ດາ​ເຈົ້າ​ຂອງ, ສ່ວນ​ບຸກ​ຄົນ, ຊຸກ​ຍູ້, ຮ່ວມ​ມື, ເຄື່ອນ​ໄຫວ​ກົນ​ໄກ ກະຈາຍ​ສິດ ແລະ ຜົນ​ປະ​ໂຫຍດ​ມຸ່ງ​ໄປ​ເຖິງ​ຄວາມ​ສະ​ເໝີ​ພາບ, ການ​ຜຸກ​ມັດ​ຄວາມ​ຮັບ​ຜິດ​ຊອບ​ການ​ກະ​ທຳ ແລະ ຄວາມ​ເຊື່ອ​ໝັ້ນ​ດ້ານ​ສັງ​ຄົມ.

ຄວາມ​ເສ​ລີ ແມ່ນປັດ​ໄຈ​ໃຫຍ່​ທີ່​ສຸດ

ຄວາມ​ມຸ່ງ​ຫວັງ​ຈະເລີນຮຸ່ງເຮືອງ ແລະ ຄວາມ​ຜາ​ສຸກ​ຂອງສັງ​ຄົມໜຶ່ງ ຈະ​ບັນ​ລຸ​ໄດ້​ພຽງ​ແຕ່ເມື່ອ​ສັງ​ຄົມ​ມີ​ຄວາມ​ເສ​ລີ. ຄວາມ​ເສ​ລີ ຕາມ​ນິ​ຍາມ ແມ່ນມີພື້ນທີ່ບໍ​ລິ​ເວນ​​ຢ່າງ​ເປັນ​ເອ​ກະ​ລາດ, ມີ​ເງື່ອນ​ໄຂ​ປະ​ຕິ​ບັດ​ຄວາມມຸ່ງຫວັງ, ຄວາມ​ເຊື່ອ​ໝັ້ນເພື່ອ​ຄວາມໄຝ່ຝັນ, ຄວາ​ມຝັກໄຝ່​ຂອງ​ຕົນ. ມະ​ນຸດ​ມີຄວາມໄຝ່ຝັນ, ຄວາ​ມຝັກໄຝ່ໃນຊີວິດ ຈຶ່ງ​ຄິດ​ເຖິງ​ຄວາມ​ຜາ​ສຸກ​ໃນ​ຂ້າງ​ໜ້າ, ຄິດ​ກ້​ວາງກ່​ວາ​ໃນ​ຂອບ​ເຂດ​ປັດ​ຈຸ​ບັນ​. ຄົນ​ໜຶ່ງ​ຢູ່ແຕ່​ໃນ​ເຮືອນ, ໃນ​ໝູ່​ບ້ານ, ໃນ​ຂອບ​ເຂດໜ້ອຍ​ໆຂອງ​ຕົນ ກໍ່​ຍາກ​ທີ່​ຈະ​ມີ​ຄວາມ​ຄາດ​ຫວັງ ແລະ ເປົ້າ​ໝາຍທີ່ຈະບິນໄປໄກ, ກ້າວຂຶ້ນ, ບືນ​ຕົວ​ຂຶ້ນ​ອອກ​ສູ່​ມະ​ຫາ​ສະ​ໝຸດ. ໃນ​ຕອນ​ນັ້ນ, ຜູ້​ຄົນ​ຈະ​ຖືກ​ຈຳ​ກັດໃນ​ບໍ​ລິ​ເວນ​ບ້ານ ຕາ​ແສງ, ເຮັດເອງ - ສະ​ໜອງ​​​ເອງ, ຖືກຈຳກັດຄວາມເສລີ ແລະ ຄວາມເປັນເຈົ້າການ.

ສຳ​ລັບ​ຊາວ​ຫວຽດ​ນາມ, ສິດ​ເສ​ລີ​​ສ່ວນຕົວ - ສັງ​ຄົ​ມ ເຄີຍ​ຄິດ​ພັນ​ກັບ​ຈິນ​ຕະ​ນາ​ການ, ຄວາມ​ຊິ້ນ​ເຄີຍ​ທີ່​ວ່າ “​ຄວາມ​ຮູ້​ບຸນ​ຄຸນ​​ເທວະ​ດາ, ​ເຈົ້າ​ຊີ​ວິດ”. ມະ​ນຸດ​ແມ່ນ​ສິ່ງ​ເລັກໆ​ນ້ອຍ​ໆ, ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງ, ໝາຍ​ຄວາມ​ວ່າ ​ອີງ​ໃສ່​ບັນ​ດາ​ອິດ​ທິ​ກຳ​ລັງ​ຢູ່ນອກ​ຕົນ, ກ່ອ​ນ​ອື່ນ​ໝົດ ແມ່ນ ຟ້າດິນ. ນັ້ນ​ແມ່ນ​ກຳ​ລັງ​ຄວາມ​ສາ​ມາດ​ທີ່​ຈຳ​ກັດ, ອ່ອນ​ແອ​ຂອງ​ມະ​ນຸດ - ຂອງ​ປະ​ຊາ​ຄົມ​ສັງ​ຄົມ ແລະ ຂອງ​ແຕ່​ລະ​ຄົນ. ສ່ວນ​ບຸກ​ຄົນ​ອ່ອນ​ແອ​ຕ້ອງ​ເອື່ອຍອີງ​ປະ​ຊາ​ຄົມ, ບໍ່​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ການ​ຜູກ​ມັດ​ຂອງ​ປະ​ຊາ​ຄົມ ເພື່​ອ​ກາຍ​ເປັນ​ສ່ວນ​ບຸກ​ຄົນ​ທີ່​ເປັນ​ເອ​ກະ​ລາດ ແລະ ເສ​ລີ. ພ້ອມ​ກັນ​ນັ້ນ ແມ່ນ​ບຸນຄຸນຂອງເຈົ້າຊີວິດ, ເສນາອາໝາດຂັ້ນເທິງ, ບຸນຄຸນທຸກຢ່າງ, ດ້ວຍຈິດໃຈທີ່ເອື່ອຍອີງ. ແລະທັງຄຸນທາດທີເປັນຂ້າທາດນຳອີກ.

ຄວາມ​ຮູ້​ບຸນ​ຄຸນ​ແມ່ນ​ຄຸນນະທາດທີ່ມີຄວາມໝາຍ, ສັດ​ຊື່​ບໍ​ລິ​ສຸດ​ອັນ​ລ້ຳ​ຄ່າ​ຂອງມວນ​ມະ​ນຸດ. ນັ້ນ​ແມ່ນ​ພື້ນ​ຖານ​ຄຸນ​ສົມ​ບັດ ເພື່​ອ​ສ້າງ​ສັງ​ຄົມ​ແຫ່ງ​ມະ​ນຸດ​ສ​ະ​ທຳ. ແຕ່​ເມື່ອສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເກີນ​ໄປ, ມັນ​ຈະ​ແຊກ​ຊືມ​ເຂົ້າ ແລະ ຄອບ​ງຳ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ແນວ​ຄິດ, ຕະຫຼອດ​ຮອດການຫັນ​​ມະ​ນຸດ​ກາຍ​ເປັນ​ສິ່ງ​ທີ່​ເອືອຍອີງ​ກ່ຽວ​ກັບ​ແບບຄຸນ​ສົມ​ບັດ, ມັນ​ຈະ​ແມ່ນ​ກຳ​ລັງ​ກີດຂວາງ​ທີ່​ຮ້າຍ​ແຮງ​ທີ່​ສຸດ.

ໃນ​ຂະ​ນະ​ນັ້ນ ຈະເຮັດໃຫ້ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງຂອງມະ​ນຸດ​ຫຼຸດລົງ, ​ມີ​ຄວາມ​ກ້າ​ຄິດ​ກ້າ​ທຳໜ້ອຍ, ຄອງຄອຍສ່ວນບຸນ, ເອື່ອຍອີງ​​ທຳ​ມະ​ຊາດ, ອີງ​ໃສ່​ສະ​ພາບ​ການ​ພາຍນອກຫຼາຍ​ເກີນ​ໄປ. ກາກ​ມາກ ເອີ້ນ​ວ່າ ເສຍ​ທາດ​ຂາດ​ຄຸນ.

ມວນ​ມະ​ນຸດ​ຖືກສູນ​ເສຍ ແລະ ຍາດ​ເອົາ​ສິດ​ກ້າ​ຄິດ​ກ້າ​ທຳ, ​ຄວາມ​ໄຝ່​ຝັນ, ​ຄວາມ​ຝັກໄຝ່ ແລະ ທັງສິດ​ໄດ້ມີຄວາມ​ຄິດ​ຢ່າງ ເອ​ກະ​ລາດ ແລະ ປະ​ດິດ​ຄິດ​ສ້າງໄດ້ຢ່າງ​ງ່າຍ​ດາຍ. ຈາກ​ນັ້ນ​ ຈະ​ເຮັດ​ໃຫ້ສູນ​ເສຍ​ສິດ​ເສ​ລີ​ດ້ານ​ແນວ​ຄິດ ແລະ ສິດການ​ກະ​ທຳ​ເອ​ກະ​ລາດ ດ້ວຍ​ຖາ​ນະ​ແມ່ນຫຼັກ​ການ​ສູງ​ສຸດ​ຂອ ການ​ດຳ​ລົງ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ.

ແລະ​ເມື່​ອໄດ້ເອື່ອຍ​ອີງ​ ແມ່ນສູນ​ເສຍ​ຄວາມ​ເສ​ລີ. ເພາະ​ສະ​ນັ້ນ, ພວກ​ເຮົາ​ຍິ່ງ​ເຂົ້າ​ໃຈ​ໄດ້​ເຖິງຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳ​​ສອນ​ຂອງ​ລຸງ​ໂຮ່: ເອ​ກະ​ລາດ - ເສ​ລີ​ພາບ - ຄວາມ​ຜາ​ສຸກ. ສຳ​ລັບ​ຊາດ​ເຮົາ, ທີ່​ຕັ້ງ​ພູ​ມີ​ສາດ​ການ​ເມືອງ ສ້າງ​ບັນ​ດາ​ຈຸດ​ພິ​ເສດ​ດ້ານ​ປະ​ຫ​ວັດ​ສາດ​ຂຶ້ນ, ສ້າງ​​ຄວາມ​ຮຽກ​ຮ້ອງ​ກ່ຽວ​ກັບ​ເອ​ກະ​ລາດ ທີ່​ມີ​ລັກ​ສະ​ນະ​ລຸ​ລ່ວງ, ຕໍ່​ເນື່ອງ ແລະ ສຳ​ຄັນ​ທີ່​ສຸດ​ຂຶ້ນ. ນັ້ນ​ແມ່ນ​ປະ​ຖົມ​ປັດ​ໄຈ, ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ຕ້ອງ​ກຳ​ນົດ​ສ້າງແມ່ນ​ເປົ້າ​ໝາຍ​ພື້ນ​ຖານ​ທຳ​ທິດທີ່​ຕ້ອງ​ບັນ​ລຸ​ໄດ້. ຄວາມເສ​ລີ​ແມ່ນ​ປະ​ຖົມ​ປັດ​ໄຈ​ຂອງ​ຄວາມ​ຜາ​ສຸກ, ທັງ​ສາມ ແມ່ນ​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້.

ຄວາມຫຼາກຫຼາຍໃນວິທີການພັດທະນາ

ໃນທຸກໄລຍະເວລາຂອງການພັດທະນາ, ປັດໄຈຕັດສິນແມ່ນວິທີການຂອງການພັດທະນາ. ປະຫວັດການພັດທະນາຂອງພວກເຮົາສະແດງໃຫ້ເຫັນວ່າວິທີການພັດທະນາໂດຍພື້ນຖານຂອງຫຼາຍພັນປີຜ່ານມາ ແມ່ນອີງໃສ່ປະສົບການ - ປະສົບການ "ເບິ່ງທ້ອງຟ້າ, ເບິ່ງດິນ, ເບິ່ງເມກ"... ເຊິ່ງການພັດທະນາໂດຍອີງໃສ່ປະສົບການໝາຍຄວາມວ່າ ແມ່ນການຖືເບົາຄວາມຂະຫຍັນຂັນເຄື່ອນ, ຄວາມຄິດປະດິດສ້າງ, ຖືຄວາມຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີບໍ່ສຳຄັນ, ງ່າຍຕໍ່ການຖືກຈຳກັດກີດຂວາງໃນພື້ນທີ່ການພັດທະນາທີ່ຄັບແຄບ, ມີຄວາມອິດສາ. ປະຈຸບັນພວກເຮົາຕ້ອງຮັບເອົາບັນດາວິທີການພັດທະນາໃໝ່ຕ່າງໆ, ໂດຍສ່ວນໃຫຍ່ແລ້ວແມ່ນອີງໃສ່ດ້ານຄວາມຮູ້ ແລະ ຄວາມຄິດປະດິດສ້າງ ເຊິ່ງບໍ່ແມ່ນອີງໃສ່ປະສົບການໄປຕະຫຼອດ.

ຢາກ​ມີ​ຄວາມ​ເສ​ລີ​ໃຫ້​ແກ່ມວນ​ມະ​ນຸດ, ສັງ​ຄົມ​ມີ​ໂຄງ​ປະ​ກອບ​ທີ່​ແຕກ​ຕ່າງ​ກັນຫຼາຍ​ຢ່າງ. ແຕ່ປັດ​ຈຸ​ບັນ, ວິ​ທີ​​ການແກ່ນ​ສານເພື່ອ​ມີ​ຄວາມ​ເສ​ລີ (ຕາມ​ຄວາມ​ໝາຍ​ກ້​ວາງ​ ແລະ ຕາມ​ຄວາມ​ໝາຍ​ເສດ​ຖະ​ກິດສາດ ທີ່​ໄດ້ກ່າວຂ້າງເທິງ) ແມ່ນ​ຕ້ອງ​ອີງ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະຫຼາດ, ຖືນີ້ແມ່ນ​ວິ​ທີ​ການ​ຊີ້​ນຳ​ເພື່ອ​ແກ້​ໄຂ​ບັນ​ຫາ. ເສດ​ຖະ​ກິດ​ການ​ຕະຫຼາດ ຊຸກ​ຍູ້​ການ​ແກ້ງ​ແຍ່ງແຂ່ງຂັນກັນ ລະ​ຫວ່າງບັນ​ດາ​ສ່ວນ​ບຸກ​ຄົນ ແລະ ເຈົ້າ​ກຳ. ກົນ​ໄກ​ແກ້ງ​ແຍ່ງ​ກະ​ຕຸ້ນ​ການ​ປະ​ດິດ​ຄິດ​ສ້າງ, ຜ່ານ​ນັ້ນ ກໍ່ຊ່ວຍ - ບັງ​ຄັບ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ ບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ ແລະ ປະ​ຊາ​ຄົມ. ມີ​ກຳ​ລັງ​ຄວາມ​ສາ​ມາດ ​ຈິ່ງເອື່ອຍ​ອີງ​ໜ້ອຍລົງ ນັ້ນ​ແມ່ນ​ປັດ​ໄຈ​ແກ່ນ​ສານ​ຂອງຄວາມ​ເສ​ລີ, ເອ​ກະ​ລາດ.

ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະ​ຫຼາດກໍ່ແມ່ນ​ເພື່ອ​ພັດ​ທະ​ນາ​ຄວາມຈະເລີນຮຸ່ງເຮືອງ ແລະ ​ຈິດ​ໃຈ. ເສດ​ຖະ​ກິດ​ການ​ຕະຫຼາດ​ບໍ່​ມີ​ຄວາມ​ໝາຍພຽງແຕ່​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ມັນ​ຍັງ​ແມ່ນ​ວິ​ທີ​, ກໍ່​ແມ່ນ​ກຳ​ລັງ​ໜູນ​ຫຼັກ​ແຫຼ່ງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສັງ​ຄົມ ມຸ່ງ​ໄປ​ເຖິງຄວາມຈະເລີນຮຸ່ງເຮືອງ, ຄວາມ​ຜາ​ສຸກ.

ວັດ​ທະ​ນະທຳ​ຢາກ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັ​ບ​ສີ​ວິ​ໄລ​ໃໝ່, ການ​ດຳ​ລົງ​ຊີ​ວິດ​ດ້ານ​ຈິດ​ໃຈ​ຢາກ​ບັນ​ລຸ​ລະ​ດັບ​ສູງ​ໃໝ່ ແມ່ນຕ້ອງ​ມີ​ຄວາມ​ເສ​ລີ​ດ້ານ​ແນວ​ຄິດ, ຄວາມ​ເສ​ລີ​ດ້ານ​ຄວາມ​ໄຝ່​ຝັນ, ຕ້ອງ​ມີ​ພື້ນທີ່​ທີ່​ມີ​ຄວາມ​ຄິດ​ປະ​ດິດ​ສ້າງ, ຕ້ອງ​ແກ່ງ​ແຍ່ງ​ແຂ່ງຂັນ ແລະ ສົມ​ທົບ​ກັນ, ເຊື່ອມ​ຕໍ່ ແລະ ຮ່ວມ​ມື​ນຳ​ກັນ… ສິ່ງນີ້ ມີ​ຄວາມ​ໝາຍ​ຄື​ກັນ​ກັບ​​ພື້ນ​ຖານ​ເສ​ດ​ຖະ​ກິດ​ໃນ​ຮູບ​ແບບ​ເສດ​ຖະ​ກິດ​ການ​ຕະຫຼາດ. ແລະໃນ​ຂະ​ນະ​ນັ້ນ, ມີ​ພຽງ​ແຕ່​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ ​ຈິ່ງ​ຂຸດ​ຄົ້ນ, ຊຸກ​ຍູ້​ບັນ​ດາ​ປັດ​ໄຈ​ທີ່ຫາກໍ່​ຍົກ​ອອກ​ມານັ້ນໄດ້.

ບົດທີ 3: ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ

ທ່ານ ຮອງ ສຈ. ດຣ. ເຈີ່ນດີ່ງທຽນ ອະດີດຫົວໜ້າສະຖາບັນເສດຖະກິດຫວຽດນາມ (ຂຶ້ນກັບສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ), ປະທານສະພາວິທະຍາສາດເສດຖະກິດຫວຽດນາມ.

ພວມກເຮົາ​ໄດ້​ມີ​ວິ​ວັດ​ການ​ດ້ານ​ປະ​ຫ​ວັດ​ສາດ, ວັດ​ທະ​ນະ​ທຳ​ສ້າງ​ເປັນຄວາມ​ຊິ້ນ​ເຄີຍແມ່ນ​ຮັບເອົາ​ຄວາມ​ຮູ້, ມີ​ຄວາມ​ຄິດ​ທີ່​ຖືກ​ຈຳ​ກັດ, ທ່ອງຂຶ້ນ​ໃຈ, ຍອມ​ຮັບ, ເພື່ອ​ສຸດ​ທ້າຍ​ເກີດເປັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ແມ່ນ​ສ່ວນ​ບຸກ​ຄົນ​ທີ່​ບໍ່​ຄວາມ​ສາ​ມາດຈິນ​ຕະ​ການ​ໄດ້. ພູມ​ປັນ​ຍາ, ຈິນ​ຕະ​ນາ​ການຖືກ​ຮັດແຄບ​ໃນຂອບເຂດ​ວັດ​ທະ​ນະ​ທຳ​ຂອງໝູ່​ບ້ານ, ຂອງ​ຄົນ​ລຸ້​ນ​ກ່ອນ, ຂອງ​ຄວາມເຊື່ອ… ສະນັ້ນ ​ບັນ​ດາ​ສ່ວນ​ບຸກ​ຄົນ​ຍາກທີ່ຈະ​ປະ​ດິດ​ສ້າງ, ປະ​ຊາ​ຄົມ​​ອ​ອ່ນ​ດ້ອຍຕໍ່ການແຊກຊຶມ, ບໍ່​ຮຳ່ຮຽນເອົາ​ສິ່ງ​ໃໝ່​. ໃນຍຸກ​ສະ​ໄໝ​ປັດ​ຈຸ​ບັນ, ສາງ​ພູມ​ປັນ​ຍາ​ຂອງມວນ​ມະ​ນຸດ​ໄດ້​ເປີດ​ກ້​ວາງ​ແບບທີ່​ບໍ່​ເຄີ​ຍ​ມີ​ມາ​ກ່ອນ ດັ່​ງ​ນັ້ນ ​ຈິນ​ຕະ​ນາ​ການ​ຕ້ອງ​ປ່ຽນ​ແປງ ເພື່ອຂຸດ​ຄົ້ນ​ໃໝ່ຢ່າງ​ທັນການ​​ກັບ​ມວນ​ມະ​ນຸດ.

ຍົກສູງວິໄສທັດຍຸດທະສາດ ແລະ ວິທະຍາສາດ

ພໍ່ແມ່ປະຊາຊົນຂອງພວກເຮົາມີຄຸນທາດໃນການແກ້ໄຂກັບສະຖານະການທີ່ຫຍຸ້ງຍາກ, ສິ່ງທ້າທາຍໃນທັນທີຢ່າງຊໍານິຊໍານານ. ໃນຊີວິດປະຈໍາວັນແມ່ນການຕ້ານກັບໄພພິບັດທໍາມະຊາດ, ການຜະລິດ, ການດໍາລົງຊີວິດຢູ່ໃນສະພາບດິນຟ້າອາກາດ, ດິນພູມມີປະເທດອັນທຸລະກັນດານ, ໂຫດຮ້າຍ. ແລະເນື່ອງຈາກວ່າມີພູມສາດດ້ານການເມືອງທີ່ມີລັກສະນະສະເພາະ ດັ່ງນັ້ນຈຶ່ງມີສັດຕູຮຸກຮານຢ່າງຕໍ່ເນື່ອງ.

ມີວັດທະນະທຳເພື່ອໃຫ້ລວຍ ແລະ ມີຄວາມຜາສຸກ

ວັດທະນະທຳເປັນເສົາຄ້ຳໜຶ່ງຂອງສັງຄົມມວນມະນຸດ. ຄວາມຜາສຸກກັບບຸກຄະລິກກະພາບເປັນຊັບສິນທີ່ນັບມື້ນັບຕ້ອງໄດ້ເຕີມເຕັມໃຫ້ຫຼາຍຂຶ້ ສໍາລັບບຸກຄົນຜ່ານແຕ່ລະລຸ້ນຄົນ, ຍາມໃດກໍ່ມີອັດຕາສ່ວນກົງຕໍ່ກັບການພັດທະນາວັດທະນະທໍາ. ຊົນຊາດຂອງພວກເຮົາມີວັດທະນະທຳທີ່ມີຄວາມອຸດົມສົມບູນ, ຫຼາກຫຼາຍ ແລະ ເຕັມໄປດ້ວຍຄຸນຄ່າຂອງຄວາມເປັນມະນຸດສະທຳ. ເຖິງແນວໃດກໍ່ຕາມ, ວັດທະນະທຳ ເໝືອນດັ່ງຕົ້ນໄມ້ແຫ່ງຊີວິດ. ມັນຈໍາເປັນຕ້ອງໄດ້ຮັບການສ້າງ ແລະ ບົວລະບັດ. ຄຽງຂ້າງການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ການໄດ້ຮັບໂພຊະນາການໃໝ່ ມັນກໍ່ຕ້ອງໄດ້ຄັດບັນດາປັດໄຈ, ລັກສະນະພິເສດທີ່ບໍ່ມີຄຸນຄ່າອອກ ຫຼື ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງຊີວິດກວ່າອີກ.

ໃນສະພາບການເຊື່ອມໂຍງ, ເສດຖະກິດການຕະຫຼາດ, ການຫັນເປັນໂລກາພິວັດ ແລະ ເຕັກໂນໂລຍີພັດທະນາຢ່າງເຂັ້ມແຂງນັ້ນ, ບັນຫາການປົກປ້ອງ ແລະ ການເສີມສ້າງລັັກສະນະສີສັນວັດທະນະທໍາແມ່ນຕິດພັນກັບການພັດທະນາ, ການເພີ່ມທະວີຄວາມສາມາດໃນການເຊື່ອມໂຍງເພື່ອເຕົ້າໂຮມສິ່ງຍອດຍິ່ງຂອງວັດທະນະທຳມວນມະນຸດເຊິ່ງແມ່ນເສັ້ນທາງດຽວເພື່ອປົກປ້ອງຄວາມຜາສຸກຂອງບຸກຄົນກໍ່ຄືຂອງຊົນຊາດ.

ສຳລັບບັນຫານີ້, ຢູ່ຫວຽດນາມ ໃນປະຈຸບັນ, ມັນຕ້ອງໄດ້ພິຈາລະນາຈາກສອງແງ່ມູມ

ທີໜຶ່ງແມ່ນ: ພວກເຮົາມີວັດທະນະບ້ານເມືອງ, ທ້ອງຖິ່ນທີ່ຫຼາກຫຼາຍ ແລະ ຍືນຍົງ. ກຳລັງແຮງນີ້ໄດ້ຊ່ວຍໃຫ້ມະນຸດມີຄວາມສາມັກຄີກັນເພື່ອຕ້ານກັບໄພທຳມະຊາດ, ໂລກລະບາດ, ສັດຕູ; ການຮ່ວມມືໃນການທຳມາຫາກິນ, ການດຳລົງຊີວິດທາງວັດທະນະທໍາ, ຈິດໃຈ... ເປັນເວລາຫຼາຍພັນປີຜ່ານມາ. ມະນຸດມີຄວາມຜູກພັນນຳກັນເພາະສິ່ງນັ້ນ, ເອກອ້າງທະນົງໃຈເພາະສິ່ງນັ້ນ. ພົນລະເມືອງຕົວເມືອງອາດມີເງື່ອນໄຂດໍາລົງຊີວິດທາງດ້ານວັດທະນະທໍາຫຼາຍທີ່ສຸດ, ລະດັບຄວາມໜາແໜ້ນຂອງພົນລະເມືອງສູງ ແຕ່ຄວາມຕິດພັນກັນ, ການເຊື່ອມຕໍ່ຂອງຊຸມຊົນຕໍ່າກວ່າບ້ານເມືອງຫຼາຍ.

ທ້ອງຖິ່ນສ້າງຄວາມເຂັ້ມແຂງເຊັ່ນ: “ເສື້ອສີຂອງທຸງຊາດ”, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າສະເພາະ… ແຕ່ໃນແງ່ມຸມອື່ນ, ມັນກາຍເປັນແນວຄິດເຫັນແກ່ສ່ວນຕົນ, ຮັກສາເດີມ, ກະແຈກກະຈາຍ, ມະຍິກມະຍ່ອຍ ໄດ້ຢ່າງງ່າຍດາຍ... ມັນຈຳກັດການຮັບເອົາວັດທະນະທຳພາຍນອກ ກໍ່ຄືການປັບຕົວ ເພື່ອໃຫ້ເໝາະສົມກັບຍຸກສະໄໝ.

ມັນສ້າງຄວາມສາມັກຄີພາຍໃນທີ່ແໜ້ນແຟ້ນ ແຕ່ພັດສ້າງໃຫ້ເກີດສິ່ງກີດຂວາງໃຫ້ກັບຂະບວນການເຊື່ອມຕໍ່ ແລະ ເຊື່ອມໂຍງ ທີ່ຍິ່ງໃຫຍ່ໄດ້ຢ່າງງ່າຍດາຍ. ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝແຫ່ງການເຊື່ອມໂຍງ, ການເປີດປະຕູ ແລະ ເສດຖະກິດຕະຫຼາດແມ່ນຕ້ອງການຮ່ວມມື, ສ້າງຄວາມປອງດອງກັບທຸກຂອບຂະໜາດ, ລະດັບທີ່ແຕກຕ່າງກັນ ເຊິ່ງຈຸດອ່ອນອັນນີ້ຈະຕ້ອງໄດ້ຮັບການປັບປຸງ. ຄວາມກົມກຽວ ແລະ ໃຈກວ້າງ ເຜື່ອແຜ່. ເປັນສິ່ງທີ່ຫາຍາກສໍາລັບປະເທດໃດໜຶ່ງ ຈະມີຄວາມ ໂອບອ້ອມອາລີ ແລະ ຖານະບົດບາດ, ລວມທັງຕໍ່ກັບສັດຕູຂອງຕົນ ຄືກັບຊາວຫວຽດນາມ. ສາມາດເວົ້າໄດ້ວ່າ ບັນດາຄຸນທາດເຫຼົ່ານີ້ພວມສ້າງທ່າໄດ້ປຽບໃນການພັດທະນາທີ່ຫາຍາກ ແລະ ແຮງກ້າໜຶ່ງບໍ່ມີສອງໃຫ້ກັບພວກເຮົາໃນຍຸກສະໄໝເປີດປະຕູ ແລະ ເຊື່ອມໂຍງທົ່ວໂລກ.

ດ້ວຍຄຸນທາດຂອງ “ເພື່ອນມິດ”, ຊາວຫວຽດນາມ, ຊົນຊາດຫວຽດນາມ ສາມາດສ້າງຄວາມຮູ້ສຶກເຫັນອົກເຫັນໃຈ, ດຶງດູດເພື່ອນມິດໄດ້ງ່າຍ, ມີຄວາມອາດສາມາດຫັນສັດຕູມາເປັນເພື່ອນມິດ, ຄູນກໍາລັງແຮງຂອງຕົວເອງ ແລະ ຂອງເພື່ອນມິດໃນການຮ່ວມມື ແລະພັດທະນາ ເປັນຫຼາຍເທົ່າ. ການຮ່ວມມືບໍ່ພຽງແຕ່ເປັນການສ້າງຜະລິດຕະພັນວັດຖຸເທົ່ານັ້ນ. ມັນຍັງຊ່ວຍພວກເຮົາ ແລະ ເພື່ອນມິດ ສາມາດຍົກສູງກຳລັງຄວາມສາມາດ , ເຕົ້າໂຮມກຳລັງແຮງຈາກທົ່ວທຸກຫົນທຸກແຫ່ງມາຫາພວກເຮົາ. ຢູ່ ຫວຽດນາມ, ຊາວພາກເໜືອມີຄວາມຈົງຮັກພັກດີ, ລະອຽດອ່ອນ ແລະ ເລິກເຊິ່ງ. ຊາວພາກໃຕ້ມີຄວາມມຸ້ງໝັ້ນໃນການກະທຳດີ, ຄວາມເຈືອຈານ, ເປັນມິດ.

ຄຸນນະທຳ, ບໍ່ແມ່ນຊົນຊາດໃດກໍ່ມີຄຸນຄ່າທີ່ເປັນໜ້າດຶງດູດໃຈຄືແນວນັ້ນ. ຄວນຂຸດຄົ້ນຄຸນທາດອັນລ້ຳຄ່າເຫຼົ່ານີ້ເພື່ອຫັນໃຫ້ກາຍເປັນພະລັງງານພັດທະນາ.

ບົດທີ 3: ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ມອບດອກໄມ້ອວຍພອນໃຫ້ແກ່ບັນດານັກທຸລະກິດໜຸ່ມ ເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ (13 ຕຸລາ).

"ຄົນ" ດີຈຶ່ງເຫັນຫົນທາງໄປສູ່ຄວາມຜາສຸກ

ປັດໄຈທີ່ສຳຄັນທີ່ສຸດຂອງທຸກປະຊາຄົມທີ່ຕ້ອງການຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກໃນຍຸກສະໄໝໂລກາພິວັດ, ເສດຖະກິດຕະຫຼາດແມ່ນກຳລັງຄວາມສາມາດທີ່ຈະສາມັກຄີພາຍໃນ ແລະ ເຊື່ອມຕໍ່, ຮ່ວມມືກັບພາຍນອກ. ໃນຄວາມຈິງແລ້ວສອງປັດໄຈນີ້ເປັນອັນດຽວ. ຄວາມແຕກຕ່າງພຽງແຕ່ຢູ່ແຕ່ລະກໍລະນີທີ່ຕ່າງກັນເຊີ່ງຈະມີສະແດງໃຫ້ເຫັນຕ່າງກັນ.

ຂ້າພະເຈົ້າຖືວ່າ ຊົນຊາດຂອງພວກເຮົາບໍ່ມີໃນຄວາມສາມັກຄີກັນແທ້. ຄວາມຈິງແລ້ວພວກເຮົາໄດ້ສະແດງຄວາມສາມັກຄີກັນຫຼາຍທີ່ສຸດ ແລະ ນໍາໃຊ້ຈິດໃຈສາມັກຄີນັ້ນເພື່ອເອົາຊະນະບັນດາສັດຕູ. ໝາຍຄວາມວ່າມີແຕ່ສາມັກຄີກັນເມື່ອ “ປະເທດຕົກຢູ່ໃນສະພາບການອັນຕະລາຍ”, ເມື່ອປະສົບກັບໄພອັນຕະລາຍ, ເມື່ອທຸກຄົນຖືກບັງຄັບໃຫ້ແບ່ງປັນເປົ້າໝາຍລວມຂອງການຢູ່ລອດ. ສຳລັບຄວາມສາມັກຄີກັນທຳມາຫາກິນ, ເພື່ອການພັດທະນາ ແມ່ນພວກເຮົາອາດຈະບໍ່ມີຄວາມເຂັ້ມແຂງແທ້ ຫຼື ມີໜ້ອຍກໍ່ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງ.

ລຸງໂຮ່ ໄດ້ເນັ້ນໜັກເຖິງຄວາມສາມັກຄີ, ເຕື້ອງເຖິງສາມເທື່ອຢູ່ໃນຫົວຂໍ້ດຽວກ່ຽວກັບກໍາລັງແຮງເພື່ອຈະເອົາຊະນະ (ສັດຕູ), ເພື່ອເອົາຊະນະໃນສົງຄາມເມື່ອຕ້ອງປະເຊີນ​​ໜ້າກັບສັດຕູທີ່ໃຫຍ່ ແລະ ກຳລັງແຮງກວ່າຫຼາຍທົບຫຼາຍເທົ່າ. ລຸງໂຮ່ ໄດ້ເຖິງຫຼາຍ ແລະ ເນັ້ນໜັກຄືແນວນັ້ນ ບໍ່ພຽງແຕ່ເພື່ອຢືນຢັນຄຸນຄ່າຂອງນໍ້າໃຈແຫ່ງຄວາມສາມັກຄີເທົ່ານັ້ນ ແຕ່ໃນນັ້ນກໍ່ຍັງມີການສັ່ງສອນ, ເປັນຫ່ວງກ່ຽວກັບຄວາມສ່ຽງຂອງນິດໄສໂດຍທຳມະຊາດທີ່ເຫັນແກ່ສ່ວນຕົວ, ກະແຈກກະຈາຍ, ຕັດແບ່ງ ທ້ອງຖິ່່ນລັດທິ, ເຊິ່ງເປັນເອກະລັກສະເພາະຂອງສັງຄົມຊາວກະເສດນ້ອຍລາຍຍ່ອຍ, ຖືກຕັດແຍກໃນຮູບແບບການຢູ່ລອດ.

ພໍ່ແມ່ປະຊາຊົນຂອງພວກເຮົາມີຄວາມເມດຕາ, ໂອບອ້ອມອາລີ, ໃຈກວ້າງຂວາງເຜື່ອແຜ່ເປັນທີ່ສຸດ. ພໍ່ແມ່ປະຊາຊົນຂອງພວກເຮົາມີຄວາມຮັກແພງກັນດີ, ສຸກທຸກມີກັນແລະກັນ. “ໝາກນ້ຳເຕົ້ົ້າຮັກແພງເອົາໝາກອຶ”... ແຕ່ການຮັກແພງກັນ, ຮັກແພງຄົນ ແລະຄວາມສາມັກຄີ, ການຮ່ວມມືແມ່ນແຕກຕ່າງກັນຫຼາຍ. ຮັກແພງກັນ, ຮັກແພງຄົນ ປົກກະຕິແມ່ນເມື່ອເຫັນຄົນອື່ນຕົກຢູ່ໃນສະພາບອັນຕະລາຍ, ມີຄວາມຫຍຸ້ງຍາກ. ສາມາດໃຫ້ຄວາມແບ່ງປັນ, ສາມາດເສຍສະລະ... ນ້ຳໃຈນັ້ນລໍ້າຄ່າຫຼາຍ, ປະກອບເປັນຄຸນລັກສະນະຂອງຊາດ. ຈຸດພິເສດຂອງຄຸນລັກສະນະນີ້ແມ່ນເປັນໄລຍະສັ້ນ, ເກີດຂຶ້ນເອງ, ຕິດພັນກັບເຫດການຊົ່ວຄາວ. ມັນບໍ່ຄ່ອຍມີໂຄງສ້າງທີ່ໝັ້ນຄົງ.

ຈຸດດີຂອງກັນເພື່ອຮ່ວມມືກາຍເປັນກໍາລັງແຮງ, ໄປນຳກັນຕະຫຼອດໄປ. ຕ້ອງຮູ້ວິທີປັບຕົວເຊິ່ງກັນ ແລະ ກັນ ເພື່ອໃຫ້ເຂົ້າກັນໄດ້. ຕ້ອງຮູ້ວິທີດັດປັບຄວາມຕ້ອງການຂອງຕົນເອງເພື່ອເຂົ້າຮ່ວມບັນດາກິດຈະກໍາລວມ, ສ້າງສາພາລະກິດລວມ ເຊິ່ງມີລັກສະນະຂອບຂະໜາດ ແລະໄລຍະຍາວ. ການຮ່ວມມືນີ້ຮຽກຮ້ອງຕ້ອງການຄວາມຈິງໃຈຂອງບັນດາຝ່າຍທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ ແລະ ມີບັນດາມາດຕາ, ຄໍາໝັ້ນສັນຍາລວມ... ການບໍ່ມີຄວາມສາມັກຄີໄດ້ສະແດງອອກຢູ່ລັກສະນະພາຍໃນ, ທ້ອງຖິ່ນລັດທິແມ່ນເນື່ອງຈາກຄວາມແຕກຕ່າງ ແລະ ຄວາມຂັດແຍ້ງດ້ານສິດຜົນປະໂຫຍດລວມທັງຈາກຄວາມແຕກຕ່າງທາງດ້ານວັດທະນະທໍາ (ດັ່ງນັ້ນ, ສິດຜົນປະໂຫຍດໃນການດໍາລົງຊີວິດ ໄດ້ຈາກເບິ່ງຈາກທັດສະນະທາງດ້ານວັດທະນະທໍາ).

ໝາຍຄວາມວ່າ ເພື່ອໃຫ້ມີຄວາມສາແຫ່ງຊາດ, ຊາດນັ້ນຕ້ອງສ້າງສັນຍາລັກ, ທິດສະດີປັດຊະຍາວັດທະນະທໍາລວມຂອງຕົນ, ເຫັນດີເປັນເອກະພາບບັນດາໂຄງສ້າງພາຍໃນທີ່ແຕກຕ່າງກັນ. ກ່ຽວກັບບັນຫານີ້, ພວກເຮົາຕ້ອງປະຕິບັດທັງໃນດ້ານວັດທະນະທຳມູນເຊື້ອ ແລະວັດທະນະ ທຳທັນຍຸກສະໄໝ. ໃນປະຫວັດສາດ ແລະ ວັດທະນະທໍາມູນເຊື້ອຂອງພວກເຮົາ ໄດ້ມີ - ແລະພວມສືບຕໍ່ໄດ້ຮັບການບຳລຸງຮັກສາ - ບັນດາຄວາມຄ້າຍຄື - ສັນຍາລັກວັດທະນະທໍາລະດັບຊາດທີ່ເປັນເອກະພາບເຊັ່ນ: ລູກພະຍານາກ, ຫຼານນາງຟ້າ ດ້ວຍໄຂ່ຮ້ອຍໜ່ວຍ. ຊາວຫວຽດນາມທຸກຄົນລ້ວນແຕ່ເປັນພີ່ນ້ອງຮ່ວມຊາດ. ພວກເຮົາຈໍາເປັນຕ້ອງຫັນໃນການສຶກສາ, ການໂຄສະນາເຜີຍແຜ່, ການຄົ້ນຄວ້າວິທະຍາສາດໃຫ້ປະກົດຜົນເປັນຈິງ...

"ເຮັດຮັງໃຫ້ນົກອິນຊີ"

ການຮຽກຮ້ອງການລົງທຶນແມ່ນຄ້າຍຄືກັບການເຮັດຮັງເພື່ອດຶງດູດນົກອິນຊີເຂົ້າມາອາໄສຢູ່ ແລະ ອອກແມ່ແຜ່ລູກ. ນົກອິນຊີແມ່ນບັນດາອົງການຈັດຕັ້ງຂະໜາດໃຫຍ່. ເຂົາເຈົ້າມາຈະນຳເອົາຕ່ອງໂສ້ການຜະລິດ, ຄຸນຄ່າ, ທີ່ຕັ້ງ. ເມື່ອເຂົາເຈົ້າປົກປ້ອງສະພາບແວດລ້ອມການດຳລົງຊີວິດຂອງເຂົາເຈົ້າແລ້ວເຂົາເຈົ້າກໍ່ປົກປ້ອງພວກເຮົາຄືກັນ. ມາຮອດປະຈຸບັນ, ພວກເຮົາໄດ້ຮຽກຮ້ອງນົກອິນຊີຢ່າງຈິງໃຈ, ແຕ່ຜືນປ່າສໍາລັບນົກອິນຊີທີ່ຈະອາໄສຢູ່ ແລະຮັງສໍາລັບນົກອິນຊີ ເພື່ອອອກໄຂ່ແມ່ນຍັງບໍ່ໄດ້ຮັບການກະກຽມເປັນຢ່າງດີ. ກຳລັງແຮງພາຍໃນຂອງພວກເຮົາກໍ່ຍັງບໍ່ຫຼາຍ, ບໍ່ໄດ້ກະກຽມກໍາລັງແຮງພາຍໃນຢ່າງພຽງພໍເພື່ອດູດຊຶມກໍາລັງແຮງ ແລະ ຄຸນຄ່າຂອງຊີວິດ ເຊິ່ງນົກອິນຊີນໍາມາໃຫ້ໄດ້ເປັນຢ່າງດີທີ່ສຸດ. ຖານະບົດບາດ ຂອງ "ນົກກະຈອກ" ຍັງເບິ່ງຄືວ່າເປັນຂີດຈຳ ກັດທີ່ຍັງບໍ່ທັນໄດ້ຂ້າມຜ່ານເທື່ອ.

ເຊິ່ງເປັນແຫຼ່ງກຳເນີດຂອງຊົນເຜົ່າອ້າຍນ້ອງທັງໝົດທີ່ອາໄສຢູ່ເທິງແຜ່ນດິນປະເທດຫວຽດນາມ. ເນື້ອໃນຂອງມັນແມ່ນຫຍັງ? ໄດ້ສະແດງໃຫ້ເຫັນໃນປະຫວັດສາດ ແລະ ຕ້ອງການສະແດງອອກໃນປະຈຸບັນຄືແນວໃດ? ມີຄຸນຄ່າສູງ, ກວມລວມເອົາວັດທະນະທຳຂອງເຂດພາກ, ຊົນຊັ້ນ; ຍືນຍົງ ແລະ ມີຄວາມດຶງດູດໃຈ. ລຸງໂຮ່ ໄດ້ເວົ້າເຖິງຈິດໃຈຄວາມສາມັກຄີພາຍໃນພັກ ເໝືອນດັ່ງກັບຄູ່ດວງຕາຂອງຄົນ. ພວກເຮົານໍາໃຊ້ເຂົ້າໃນຍຸກສະໄໝປັດຈຸບັນເພື່ອໃຫ້ເຂົ້າໃຈວ່າ: ຄວາມສາມັກຄີຊົນຊາດ ແມ່ນເພື່ອໃຫ້ມີຜູ້ຄົນເຍືອງທາງບົນເສັ້ນທາງໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກ.

ໄຊພອນ

ເຫດການ