| ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ມົງໂກນ ຢ່າງຈົບງາມ | |
| ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບ ປະທານອົງການກວດກາແຫ່ງລັດ ສປປ.ລາວ |
![]() |
| ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ. (ພາບ: vov) |
ຕອນຄ່ຳວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອາຟະລິກາໃຕ້, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້. ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບການນຳບັນດາປະເທດຢູ່ນອກກອງປະຊຸມສຸດຍອດ G20.
ທີ່ການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ຝລັ່ງ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (ອີຢູ) (EVFTA) ໃຫ້ມີປະສິດທິຜົນ, ສະເໜີໃຫ້ ຝລັ່ງ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການ ເອີລົບ (ອີຊີ) ຍົກເລີດ “ບັດເຫຼືອງ” IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເປັນສຳຄັນ ແລະ ຕີລາຄາສູງບົດບາດນຳໜ້າຂອງ ເຢຍລະມັນ ໃນສະຫະພາບ ເອີລົບ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງເລື່ອງຖືເປັນສຳຄັນການພົວພັນສາມັກຄີ, ຮ່ວມມືມິດຕະພາບໃນສະພາບການໂລກ ແລະ ພາກພື້ນໃນປະຈຸບັນ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ, ການສົ່ງອອກຂະແໜງກະສິກຳເພື່ອຜະລິດ ແລະ ສົ່ງອອກຢູ່ກັບທີ; ສ້າງລະບຽບການເປີດປະຕູໃຫ້ແກ່ບັນດາຜະລິດຕະພັນ ເຂົ້າສານ, ໝາກລິນຈີ່, ໝາກມັນກອນ ຂອງ ຫວຽດນາມ ທີ່ສົ່ງໄປຍັງ ອີຢິບ ໃຫ້ສຳເລັດໂດຍໄວ.
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ທານນາຍກລດຖະມນຕ-ຟາມມນຈງ-ສນສດບນດາການເຄອນໄຫວຢ-g20-ແລະ-ບນດາການເຄອນໄຫວ-2-ຝາຍຢ-ອາຟະລກາໃຕ-ຢາງຈບງາມ-1443742.vov
| ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ຍສໝ - ໃນຕອນເຊົ້າວັນທີ 6 ມັງກອນ 2024, ພາຍຫຼັງການເຈລະຈາຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ. |
| ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໄດ້ໄປຢ້ຽມຢາມງານວາງສະແດງພາບຖ່າຍກ່ຽວກັບການພົວພັນສອງປະເທດ ຍສໝ - ວັນທີ 6 ມັງກອນ 2024, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພ້ອມ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ໄດ້ໄປຢ້ຽມຢາມງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ໂດຍສຳນັກຂ່າວສານ ຫວຽດນາມ ປະຕິບັດ. |
ຕາມ vovworld.vn
