ຫວຽດ​ນາມ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ

10:28 | 27/11/2025

ຍສໝ - ວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025.

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ເອີ​ລົບ: ຈາກ​ການ​ເຊື່ອມ​ຕໍ່​ບັນດາ​ນັກ​ຊ່ຽວຊານ, ນັກຮຽນຮູ້ ເຖິງການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.
ເຕັກ​ໂນ​ໂລຢີ​ດິ​ຈິ​ຕອນ​ໃນ​ການ​ຕິດ​ຕາມ​ກວດ​ກາ​ເຮືອ​ຫາ​ປາ: ກະແຈປ້ອງ​ກັນ​ການ​ຂຸດຄົ້ນ IUU
ຫວຽດ​ນາມ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ (ພາບ: VOV)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ກະຊວງເຕັກໂນໂລຢີ ແລະ ການສື່ສານລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດ, ຫັນເອກະສານຮ່ວມມືທີ່ໄດ້ລົງນາມແລ້ວເປັນລະອຽດ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ - ບັນດາເນື້ອໃນສຳຄັນໃນແຜນການເຊື່ອມຕໍ່ສອງພື້ນຖານເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວ ກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ຢັ້ງຢືນຄວາມພ້ອມຮ່ວມມືກັບລາວໃນການພັດທະນາແຫຼ່ງບຸກຄະລາກອນວິທະຍາສາດ - ເຕັກໂນໂລຢີ, ສ້າງລະບົບນິເວດ startup , ສູນຂໍ້ມູນ, ຊຸກຍູ້ການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນກ່ຽວກັບຄວາມປອດໄພທາງໄຊເບີ.

ສ່ວນທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍລາວໃນການໝູນໃຊ້ປັນຍາປະດິດ, ສ້າງສູນຂໍ້ມູນ, ຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ໃນຂອບເຂດເຂົ່າຮ່ວມເວທີປາໄສຄັ້ງນີ້, ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບຜູ້ຕາງໜ້າບັນດາວິສາຫະກິດໃນລະບົບນິເວດສູນການເງິນສາກົນປະຈຳ ຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນຂອງກຸ່ມບໍລິສັດ, ອົງການການເງິນໃຫຍ່ໃນພາກພື້ນ ແລະ ໂລກ ໄດ້ແບ່ງປັນກ່ຽວກັບວິໄສທັດ ແລະ ຢັ້ງຢືນຄຳໝັ້ນສັນຍາຮ່ວມມື ແນໃສ່ປະກອບສ່ວນເຂົ້າໃນການສ້າງນະຄອນ ໂຮ່ຈີມິນ ກາຍເປັນສູນການເງິນສາກົນແຖວໜ້າໃນພາກພື້ນ, ຜ່ານນັ້ນ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງຂອງປະເທດຊາດ.

ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ຫວຽດນາມ-ລາວ-ຊກຍການຮວມມທາງດານວທະຍາສາດ-ເຕກໂນໂລຢ-ຫນເປນດຈຕອນ-1444006.vov

ນັກ​ທຸລະກິດແມ່ຍິງ​ຫວຽດ​ນາມ: ບຸກ​ເບີກ​ໃນການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ນັກ​ທຸລະກິດແມ່ຍິງ​ຫວຽດ​ນາມ: ບຸກ​ເບີກ​ໃນການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຍສໝ - ​ໃນ​ສະພາບ​ການ​ນະວັດຕະກຳ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ ລະເບີດຂຶ້ນ, ບັນດາ​ນັກທຸລະກິດ​ແມ່ຍິງຫວຽດນາມ ​ໄດ້​ຢືນຢັນ​ທີ່​ຕັ້ງ​ທີ່​ສຳຄັນ​ນັບ​ມື້​ນັບ​ສູງ​ຂຶ້ນ. ແມ່ຍິງຫວຽດນາມ ພວມພິສູດໃຫ້ເຫັນວ່າເຂົາເຈົ້າບໍ່ພຽງແຕ່ເປັນພື້ນຖານດ້ານຫຼັງອັນໜັກແໜ້ນເທົ່ານັ້ນ, ຫາກຍັງເປັນກຳລັງບຸກເບີກໃນການນຳເສດຖະກິດຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ໃນຍຸກໃໝ່.

ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ເລັ່ງ​ລັດ, ປະ​ສິດ​ທິ​ຜົນ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ເລັ່ງ​ລັດ, ປະ​ສິດ​ທິ​ຜົນ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ

ຍສໝ - ໄວຂຶ້ນເພື່ອບໍ່ໃຫ້ພາດຈັງຫວະຂອງເວລາ. ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ທຸກຊັບພະຍາກອນສາມາດນໍາໃຊ້ໄດ້. ໃກ້ຊິດ​ກັບ​ປະຊາຊົນ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ທຸກ​ຄົນ​ແບ່ງປັນ​ໝາກຜົນ​ແຫ່ງ​ການ​ພັດທະນາ. ນັ້ນ​ແມ່ນ​ເສັ້ນທາງ​ແຫ່ງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຮອບດ້ານ​ທີ່​ຫວຽດນາມ ​ແມ່ນ ​ແລະ ຈະ​ປະຕິບັດ​ຢ່າງ​ໝັ້ນຄົງ.

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ