![]() |
|
|
|
|
|
ປີ 2002, ໄດ້ປະຖິ້ມປະລິນຍາຝຣັ່ງ ແລະ ຄວາມທະເຍີທະຍານຂອງໄວຫນຸ່ມ, ນາງ ຫງວຽນທິແທ່ງຮ່າ ໄດ້ອອກຈາກບ້ານເກີດເມືອງນອນໄປຍັງໄຕ້ຫວັນເພື່ອເຮັດວຽກເປັນກຳມະກອນຢູ່ບໍລິສັດຜະລິດຊິບເຄິ່ງຊັກນຳໄຟຟ້າຢູ່ນະຄອນ Kaohsiung. ສາມປີຕໍ່ມາ, ນາງໄດ້ແຕ່ງງານກັບສາມີຊາວໄຕ້ຫວັນທີ່ໃຈດີ, ຫຼັງຈາກນັ້ນໄດ້ປະຖິ້ມວຽກງານຂອງນາງຊົ່ວຄາວເພື່ອໃຫ້ເກີດລູກສອງຄົນ. ໃນຊ່ວງເວລານັ້ນ, ຄວາມຢາກຮູ້ຂອງນາງຍັງກະຕຸ້ນນາງ. ໄດ້ຮັບການຊຸກຍູ້ຈາກຜົວ ແລະ ຄອບຄົວ, ນາງໄດ້ຕັດສິນໃຈສືບຕໍ່ການສຶກສາປະລິນຍາໂທດ້ານປະຫວັດສາດທີ່ມະຫາວິທະຍາໄລ Chenggong (ໃຕ້ໜານ) - ເປັນຈຸດປ່ຽນເສັ້ນທາງທີ່ເປີດການເດີນທາງເປັນເວລາຊາວປີຂອງການອຸທິດຕົນເພື່ອອາຊີບການສຶກສາ. |
![]() |
ທ່ານນາງປອ. ຫງວຽນທິແທ່ງຮ່າ ໄດ້ອຸທິດຕົນໄປສອນພາສາຫວຽດນາມຢູ່ໄຕ້ຫວັນເປັນເວລາ 20 ປີ.
|
ປີ 2011, ທ່ານນາງ ຮ່າ ໄດ້ເຂົ້າເປັນອາຈານສອນພາສາຫວຽດນາມ ຢ່າງເປັນທາງການຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ Pingtung. ໃນເວລານັ້ນ, ພາສາຫວຽດນາມຢູ່ໄຕ້ຫວັນຍັງມີລັກສະນະໃໝ່, ຕົ້ນຕໍແມ່ນສອນເປັນຂະໜາດນ້ອຍ, ມີເອກະສານກະແຈກກະຈາຍ ແລະ ບໍ່ມີຫຼັກສູດທີ່ເປັນເອກະພາບ. ຮອດປີ 2015, ເມື່ອລັດຖະບານໄຕ້ຫວັນປະຕິບັດນະໂຍບາຍ “ທິດພາກໃຕ້ໃໝ່”, ຄວາມຮຽກຮ້ອງຕ້ອງການຮ່ຳຮຽນຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງເຂັ້ມແຂງເພື່ອຮັບໃຊ້ການຮ່ວມມືກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ແນວໃດກໍ່ຕາມ, ການຮຽນ-ການສອນບໍ່ສອດຄ່ອງກັນ: ແຕ່ລະໂຮງຮຽນ ແລະ ຄູສອນແຕ່ລະຄົນໃຊ້ວິທີການຂອງຕົນເອງ, ເຮັດໃຫ້ເກີດຄວາມແຕກຕ່າງໃນການປະເມີນຄວາມສາມາດຂອງນັກຮຽນ. ຕໍ່ໜ້າຄວາມເປັນຈິງດັ່ງກ່າວ, ກະຊວງສຶກສາໄຕ້ຫວັນໄດ້ຕັດສິນໃຈຮຽບຮຽງຫຼັກສູດພາສາຫວຽດນາມທີ່ເປັນເອກະພາບຂອງໂຮງຮຽນປະຖົມ ແລະ ມັດທະຍົມ ແລະ ໄດ້ເຊື້ອເຊີນທ່ານນາງ ຫງວຽນທິແທງຮ່າ ເຂົ້າຮ່ວມຄະນະກວດກາບັນດາເນື້ອໃນວິຊາການ. ໃນໄລຍະຫຼາຍເດືອນຂອງການເຮັດວຽກຢ່າງບໍ່ຢຸດຢັ້ງ, ນາງ ແລະ ບັນດາຜູ້ຊ່ຽວຊານໄດ້ກວດກາຄືນແຕ່ລະບົດຮຽນ, ແຕ່ລະໂຄງປະກອບໄວຍາກອນ, ແຕ່ລະບົດສົນທະນາ, ເພື່ອຮັບປະກັນໃຫ້ຫຼັກສູດພາສາທັງຖືກຕ້ອງ, ໃກ້ຊິດກັບວັດທະນະທຳຫວຽດນາມ, ເໝາະສົມກັບແນວຄິດຂອງນັກສຶກສາໄຕ້ຫວັນ. |
ທ່ານນາງ ປອ. ຫງວຽນທິແທ່ງຮ່າ ໄດ້ເຂົ້າຮ່ວມຄະນະປະເມີນຫຼັກສູດພາສາຫວຽດທີ່ເປັນເອກະພາບສຳລັບໂຮງຮຽນປະຖົມ ແລະ ມັດທະຍົມໃນໄຕຫວັນ.
|
ຊຸດປຶ້ມມີ18 ຫົວ, ນັບແຕ່ຊັ້ນ 1 ຫາ 9, ຖືວ່າເປັນປຶ້ມແບບຮຽນພາສາຫວຽດນາມ ຢ່າງເປັນລະບົບ ແລະ ໄດ້ມາດຕະຖານຊຸດທຳອິດຢູ່ໄຕ້ຫວັນ, ໄດ້ເປີດໂອກາດໃຫ້ນັກຮຽນໄຕ້ຫວັນນັບພັນຄົນໄດ້ຮຽນພາສາຫວຽດນາມ ຢ່າງເປັນລະບົບ. ຈາກທີ່ນີ້, ພາສາຫວຽດນາມ ມີທີ່ຕັ້ງໃນລະບົບການສຶກສາຂອງໄຕ້ຫວັນຢ່າງເປັນທາງການ - ບໍ່ແມ່ນ “ວິຊາທີ່ນອກກົດລະບຽບ” ແຕ່ກາຍເປັນພາສາແລກປ່ຽນ, ເຊື່ອມໂຍງ ແລະ ມໍລະດົກວັດທະນະທຳ. |
![]() |
|
ພາຍຫຼັງການເຮັດວຽກກັບກະຊວງສຶກສາຂອງໄຕ້ຫວັນເພື່ອສຳເລັດຫຼັກສູດພາສາຫວຽດນາມທີ່ເປັນເອກະພາບຂອງໂຮງຮຽນປະຖົມ ແລະ ມັດທະຍົມ, ທ່ານນາງ ຮ່າ ຖືວ່ານີ້ແມ່ນພຽງແຕ່ຈຸດເລີ່ມຕົ້ນຂອງການເດີນທາງຍາວນານຂອງພາສາຫວຽດນາມ ຢູ່ໄຕ້ຫວັນ. ປຶ້ມແບບຮຽນໄດ້ຊ່ວຍໃຫ້ນັກຮຽນມັດທະຍົມປາຍມີພື້ນຖານອັນໜັກແໜ້ນໃນການຮຽນ, ແຕ່ໃນໄລຍະການສອນຢູ່ມະຫາວິທະຍາໄລ ແລະ ສູນພາສາຕ່າງປະເທດ, ນາງໄດ້ຮັບຮູ້ຊ່ອງຫວ່າງອັນໃຫຍ່ຫຼວງຄື: ນັກຮຽນ, ຄົນເຮັດວຽກ, ແມ່ນແຕ່ບັນດາຄອບຄົວຫຼາຍວັດທະນະທຳທີ່ຢາກຮຽນພາສາຫວຽດນາມ ກໍ່ບໍ່ມີອຸປະກອນທີ່ເໝາະສົມ. ປື້ມແບບຮຽນທີ່ມີຢູ່ສ່ວນຫຼາຍແມ່ນໄດ້ລວບລວມດ້ວຍວິທີທາງວິຊາການ, ທິດສະດີຢ່າງໜັກແໜ້ນ, ບໍ່ໃກ້ຊິດກັບແນວຄິດ ແລະ ການອອກສຽງຂອງຜູ້ເວົ້າພາສາຈີນແທ້ໆ. ສະນັ້ນ, ນາງ ຮ່າ ຈຶ່ງຕັດສິນໃຈຮວບຮວມປື້ມຊຸດຂອງຕົນເອງ - ທັງທົດລອງວິທີການສອນທີ່ຄ່ອງຕົວກວ່າ ແລະ ຊ່ວຍໃຫ້ຜູ້ຮຽນເຫັນວ່າພາສາຫວຽດບໍ່ຍາກ, ແມ່ນແຕ່ "ງ່າຍຂຶ້ນຍິ່ງຮຽນຫຼາຍຂຶ້ນ". ຈາກນັ້ນ, ປີ 2017, ປຶ້ມຫົວເລື່ອງ “ພາສາຫວຽດນາມ ງ່າຍຂຶ້ນຍິ່ງຮຽນຫຼາຍຂຶ້ນ” ໄດ້ເກີດມີການອອກແບບທີ່ມີຊີວິດຊີວາ, ສຸມໃສ່ເຂົ້າໃນສະພາບການສື່ສານ ແລະ ວັດທະນະທຳຫວຽດນາມ, ຊ່ວຍໃຫ້ຜູ້ຮຽນບໍ່ພຽງແຕ່ເວົ້າຖືກເທົ່ານັ້ນ ຫາກຍັງເວົ້າຖືກດ້ວຍຈິດໃຈຊາວຫວຽດນາມ. |
|
|
ຊຸດປຶ້ມ “ພາສາຫວຽດນາມ ງ່າຍຂຶ້ນຍິ່ງຮຽນຫຼາຍຂຶ້ນ” ແລະ ປຶ້ມ “ໄວຍະກອນຫວຽດນາມ ການນຳໃຊ້ໃນພາກຕົວຈິງ” ໄດ້ຮຽບຮຽງໂດຍນາງ ຮ່າ.
|
ປະຈຸບັນ, ປຶ້ມແບບຮຽນນີ້ໄດ້ຖືກນຳໃຊ້ຢູ່ມະຫາວິທະຍາໄລ ແລະ ສູນພາສາຫຼາຍແຫ່ງຢູ່ໄຕໜານ, Kaohsiung, ກາຍເປັນເອກະສານອ້າງອີງທີ່ສຸດຂອງຜູ້ໃຫຍ່ຮຽນພາສາຫວຽດ. ປີ 2024, ນາງໄດ້ຕີພິມ ແລະ ປັບປຸງບັນດາເນື້ອໃນໃໝ່, ເພີ່ມທະວີບັນດາຫົວຂໍ້ກ່ຽວກັບເຕັກໂນໂລຢີ, ການທ່ອງທ່ຽວ ແລະ ການແລກປ່ຽນສາກົນ ເພື່ອນຳຫວຽດນາມ ເຂົ້າໃກ້ຊີວິດທັນສະໄໝ. ປຶ້ມຊຸດໃໝ່ທີ່ພິມຈຳໜ່າຍໃໝ່ເພື່ອແນໃສ່ຊ່ວຍໃຫ້ນັກຮຽນບໍ່ພຽງແຕ່ນຳໃຊ້ພາສາຫວຽດນາມໃນຊີວິດປະຈຳວັນເທົ່ານັ້ນ ຫາກຍັງເຂົ້າຮ່ວມການສອບເສັງວິຊາພາສາຫວຽດນາມຕາມມາດຕະຖານຂອງກະຊວງສຶກສາອີກດ້ວຍ. ປະຈຸບັນ, ສອງລະດັບ A1 ແລະ A2 ໄດ້ຮັບການພິມຈຳໜ່າຍ, ເປີດກວ້າງທິດທາງໃໝ່ໃຫ້ແກ່ການສອນ ແລະ ຮຽນພາສາຫວຽດນາມ ດ້ວຍລັກສະນະວິຊາຊີບ, ມີວິທີການ, ເປັນລະບົບ. |
![]() |
ຊຸດປຶ້ມ “ພາສາຫວຽດນາມ ງ່າຍຂຶ້ນຍິ່ງຮຽນຫຼາຍຂຶ້ນ” ໄດ້ນາງ ຮ່າ ໃຊ້ໃນຂະບວນການສອນ.
|
ຄຽງຄູ່ກັນນັ້ນ, ປີ 2018, ນາງໄດ້ຈັດພິມປື້ມ “ໄວຍາກອນຫວຽດນາມ ການນຳໃຊ້ໃນພາກຕົວຈິງ”, ເຊິ່ງໄດ້ຮັບການຕີລາຄາຈາກບັນດານັກວິຊາການເປັນ “ປື້ມເຂັມທິດ” ສຳລັບຄູອາຈານ ແລະ ນັກຮຽນ. ວຽກງານຫຼີກລ້ຽງແບບການສອນທາງທິດສະດີໜັກໜ່ວງ, ແນໃສ່ໃຫ້ພາສາສື່ສານທີ່ມີປະສິດທິຜົນ, ໃກ້ຊິດ ແລະ ຄ່ອງຕົວ - ສິ່ງທີ່ນັກຮຽນຫວຽດນາມ ຢູ່ຕ່າງປະເທດຕ້ອງການທີ່ສຸດ. ບໍ່ຢຸດຢັ້ງ, ນາງ ຮ່າ ຍັງໄດ້ເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາໂຄງການທົດສອບຄວາມສາມາດພາສາຫວຽດນາມ IVPT ຂອງມະຫາວິທະຍາໄລ ແທງກົງ ໃຫ້ຄ້າຍຄືກັບລະບົບ TOEFL ຫຼື TOPIK - ຊ່ວຍໃຫ້ນັກສຶກສາຕີລາຄາຕາມມາດຕະຖານສາກົນ. |
![]() |
|
ສຳລັບນາງ ຮ່າ, ການສອນພາສາແມ່ນກົງກັບວັດທະນະທຳການສອນ. ໃນຫ້ອງຮຽນຂອງນາງ, ນັກສຶກສາບໍ່ພຽງແຕ່ໄດ້ຮຽນຄຳສັບ ແລະ ໄວຍາກອນເທົ່ານັ້ນ, ຫາກຍັງກີນເຝີ, ເຂົ້າຈີ, ໄດ້ຮັບຟັງບົດເລື່ອງກ່ຽວກັບຊຸດເສື້ອຍາວ ແລະ ກາຢາວພື້ນເມືອງ "ໝາກນ້ຳເຕົ້າອີຍ, ກະລຸນາຮັກໝາກຟັກຄືກັນ". ນາງໄດ້ນຳເອົາເຝີມາຈາກຫວຽດນາມ ເພື່ອໃຫ້ນັກສຶກສາໄດ້ສຳຜັດກັບລົດຊາດທີ່ແທ້ຈິງຂອງບ້ານເກີດເມືອງນອນ. ນັກສຶກສາ ຕະຫຽນຈຸງ, ນັກສຶກສາວິຊາພາສາຫວຽດນາມ ຢູ່ມະຫາວິທະຍາໄລໃຕ້ໜານ, ແບ່ງປັນວ່າ “ນາງ ຮ່າ ເຂົ້າໃຈຄວາມຫຍຸ້ງຍາກທີ່ຊາວໄຕ້ຫວັນມີໃນການອອກສຽງ, ດັ່ງນັ້ນ, ນາງມັກໃຊ້ພາສາໄຕ້ຫວັນເພື່ອອະທິບາຍ. ຍ້ອນແນວນັ້ນ, ມັນງ່າຍກວ່າສໍາລັບພວກເຮົາທີ່ຈະຈື່ຈໍາ. ນອກຈາກນັ້ນ, ນາງຍັງເລົ່າເລື່ອງປະຫວັດສາດ ແລະ ວັດທະນະທຳຫວຽດນາມຫຼາຍຢ່າງ, ເຮັດໃຫ້ການຮຽນຮູ້ມີຄວາມສົນໃຈຫຼາຍ”. |
![]() |
ນາງ ຮ່າ ປຸງແຕ່ງເຝີດ້ວຍຕົນເອງ ເພື່ອຊ່ວຍໃຫ້ນັກຮຽນສຳຜັດອາຫານ ແລະ ວັດທະນະທຳຫວຽດນາມ.
|
ຄວາມເອົາໃຈໃສ່ຂອງທ່ານນາງໄດ້ເຮັດໃຫ້ນັກສຶກສາຫຼາຍຄົນບໍ່ພຽງແຕ່ຮຽນພາສາຫວຽດນາມເທົ່ານັ້ນ ຫາກຍັງຮັກຊາດ ຫວຽດນາມ - ປະເທດທີ່ມີພາສາທີ່ຕົນພວມຄົ້ນພົບ. ຫລາຍຄົນ, ພາຍຫຼັງຮຽນຈົບແລ້ວ, ໄດ້ເລືອກເອົາ ຫວຽດນາມ ເປັນຈຸດໝາຍທ່ອງທ່ຽວ, ຝຶກງານ ຫຼື ການຮ່ວມມືດ້ານທຸລະກິດ. ເມື່ອດຳລົງຊີວິດ ແລະ ເຮັດວຽກຢູ່ໄຕ້ຫວັນເກືອບ 20 ປີ, ທ່ານນາງປອ. ຫງວຽນທິແທງຮ່າ ບໍ່ພຽງແຕ່ແມ່ນຄູສອນພາສາຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຜູ້ກໍ່ສ້າງຮາກຖານ, ຊີ້ນຳ ແລະ ເຜີຍແຜ່ຄຸນຄ່າຂອງພາສາຫວຽດນາມ ໃນຊີວິດໂຮງຮຽນ. ປຶ້ມທີ່ນາງເຂົ້າຮ່ວມໃນການກວດກາ ແລະ ຮຽບຮຽງບໍ່ພຽງແຕ່ຮັບໃຊ້ຜູ້ຮຽນເທົ່ານັ້ນ, ຫາກຍັງເປັນຂົວຕໍ່ວັດທະນະທຳເພື່ອຊ່ວຍໃຫ້ຊາວໄຕ້ຫວັນເຂົ້າໃຈປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໄດ້ດີຂຶ້ນ. “ຂ້າພະເຈົ້າຫວັງວ່າຜູ້ຮຽນຮູ້ສຶກວ່າພາສາຫວຽດບໍ່ແມ່ນເລື່ອງຍາກ, ແຕ່ແມ່ນພາສາທີ່ສວຍງາມ, ໄດ້ນຳເອົາລົມຫາຍໃຈຂອງຊີວິດ ແລະ ຈິດວິນຍານຂອງຫວຽດນາມ”, ນາງ ຮ່າ ແບ່ງປັນ |
|
ບົດຄວາມ: Pham Ly ປະຕິບັດ: Mai Anh |








