ຊາວຫວຽດນາມ ຢູ່ ຕ່າງປະເທດ ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ບົດທີ 1: ດີໃຈນຳບ້ານເກີດເມືອງນອນ

10:50 | 26/10/2021

ຍສໝ - ໂດຍຫ່າງໄກຈາກບ້ານເກີດເມືອງນອນແຕ່ເຫິງນານ, ໃນບ້ານເພິ່ນເມືອງທ່ານ ບັງເອີນໄດ້ແຕະຂວັນຂອງບ້ານເກີດເມືອງນອນ. ນີ້ແມ່ນຜະລິດຕະພັນ Made in Viet Nam, ບັນດາຮູບເງົາ, ບົດຄວາມ, ບົດຂ່າວ ແລະ ຊື່ສຽງຂອງປະເທດໃນເວທີສາກົນ. ປະເທດຂອງພວກເຮົາ ກຳລັງຂຽນປະຫວັດສາດໜ້າໃໝ່. ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ ຢາກເວົ້າວ່າ: "ດີໃຈນຳບ້ານເກີດເມືອງນອນ!".

ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ
ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ
ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ພົບຂວັນບ້ານເກີດເມືອງນອນອີກຄັ້ງ

“ເວລານັ້ນ, ຢູ່ຮ້ານແຟຊັນໃນລອນດອນ (ອັງກິດ), ຂ້າພະເຈົ້າໄປຊື້ເຄື່ອງ ແລະ ໄດ້ເຫັນຜ້າແພໄໝທີ່ສວຍງາມ ແລະ ຫຼູຫຼາ. ແລະ ມັນເບິ່ງຄືວ່າມີສະເໜ່ບາງຢ່າງທີ່ພິເສດ ແລະ ທີ່ຈະບັນຍາຍອອກມາໄດ້ສຳລັບຂ້າພະເຈົ້າ. ເບິ່ງໃກ້ໆ, ຂ້າພະເຈົ້າຮູ້ສຶກແປກປະຫຼາດ, ເພາະວ່າຢູ່ເທິງຜ້າພັນຄໍມີຄໍາວ່າ "Made in Viet Nam". ມັນແມ່ນຮູບພາບບ້ານເກີດເມືອງນອນຂອງຂ້າພະເຈົ້າ, ໄດ້ຂ້າມໄປເຄິ່ງທາງໜ່ວຍໂລກ ແລະ ມາເຫັນຢູ່ທີ່ນີ້, ຄວາມສວຍງາມກໍ່ບໍ່ນ້ອຍກວ່າຜະລິດຕະພັນໃດໃນໂລກ” - ທ່ານນາງ ຮວ່າງຮ່າຍຮ່າ, ປະທານສະຫະພັນຍິງຂອງບັນດາປະເທດລາຊະອານາຈັກອັງກິດ - ຫວຽດນາມ) ເລົ່າຄືນສູ່ຟັງ.

ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ: ສົ່ງຄວາມເຊື່ອໝັ້ນກັບຄືນສູ່ປະເທດຊາດ

ທ່ານ​ນາງ ຮວ່າງຮ່າຍຮ່າ, ປະທານສະມາຄົມແມ່ຍິງບັນດາປະເທດ ອັງກິດ - ຫວຽດນາມ.

ທ່ານນາງ ຮ່າຍຮ່າ ເວົ້າວ່າ ນາງອາໄສຢູ່ລອນດອນ, ເປັນບ່ອນເຕົ້າໂຮມບັນດາຜະລິດຕະພັນ ແລະ ສິນຄ້າຈາກທົ່ວໂລກ. ຢູ່ບັນດາຫ້າງສັບພະສິນຄ້າໃຫຍ່ຄື Asda ແລະ Tesco, ເຂົາເຈົ້າລ້ວນແຕ່ຂາຍອາຫານຫວຽດນາມ ເຊັ່ນ: ເຂົ້າປຸ້ນ, ເຝີ, ເຂົ້ົ້າຂຽບປາກໝໍ້... ຂອງຫວຽດນາມ. ໂດຍສະເພາະ, ຢູ່ຕາມລະບົບຮ້ານຂາຍຍ່ອຍຂອງຍີ່ຫໍ້ຊັ້ນສູງ, ທ່ານນາງ ມັກຈະຊອກເຫັນຜ້າພັນຄໍໄໝ, ຜະລິດຕະພັນໄມ້ໄຜ່ ທີ່ເຮັດດ້ວຍມື ຂອງຫວຽດນາມ.

ທ້າວ ເລແຫັງ, ເຈົ້າຂອງຮ້ານສັບພະສິນຄ້າຂາຍຍ່ອຍເຄື່ອງໃຊ້ຂອງສອຍໃນຄົວເຮືອນຢູ່ Liberec (ສາທາລະນະລັດເຊັກ) ກ່າວວ່າ ໃນສາທາລະນະລັດເຊັກ, ເຈົ້າສາມາດຊອກຫາສິນຄ້າທຸກຊະນິດ, ເຊັ່ນ: ເຄື່ອງໃຊ້ໃນຄົວເຮືອນ, ຜ້າໄໝ, ເຄື່ອງປັ້ນດິນເຜົາ, ເສື້ອຜ້າ, ໝາກໄມ້, ເຂົ້າໜົມ ແລະ ປະເພດອາຫານຫວຽດນາມອື່ນໆອີກຫຼາຍຢ່າງ. ພິເສດ, ເຊັກໂກ ນິຍົມ ແລະ ໄວ້ວາງໃຈໃນການບໍລິໂພກຜະລິດຕະພັນກາເຟ G7.

ນາງ ມາຍຝ້າມ - ຊາວຫວຽດນາມ ທີ່ອາໄສຢູ່ໃນເມືອງ Auckland (ນິວຊີແລນ) ແບ່ງປັນວ່າ ມີສິນຄ້າຫວຽດນາມຫຼາຍຢ່າງຢູ່ໃນນິວຊີແລນ. ນາງຮູ້​ສຶກດີໃຈ ແລະ ພູມໃຈຫຼາຍ ເພາະວ່າຄຸນະພາບຂອງຜະລິດຕະພັນຫວຽດນາມໄດ້ຮັບຄວາມໄວ້ວາງໃຈຈາກບໍລິສັດຕ່າງປະເທດ ແລະ ໄດ້ຮັບການຕ້ອນຮັບຈາກຕະຫຼາດລະດັບສາກົນຊັ້ນສູງ.

ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ: ສົ່ງຄວາມເຊື່ອໝັ້ນກັບຄືນສູ່ປະເທດຊາດ
ບັນດາຜະລິດຕະພັນຜ້າໄໝ ຢູ່ງານວາງສະແດງ Top Drawer ທີ່ Olympia London, ລາຊະອານາຈັກ ອັງກິດ. ພາບ: TTXVN

“ເມື່ອມີຄວາມຕ້ອງການຊື້, ຂ້າພະເຈົ້າມັກເລືອກຜະລິດຕະພັນຂອງຫວຽດນາມ, ສໍາລັບຂ້າພະເຈົ້ານັ້ນກໍ່ແມ່ນໜຶ່ງວິທີທີ່ສະແດງເຖິງຄວາມຮັກຊາດ ແລະ ສະແດງຄວາມພາກພູມໃຈຂອງຊາດ. ຂ້າພະເຈົ້າມັກຈະສະແດງໃຫ້ໝູ່ເພື່ອນຕ່າງປະເທດຮູ້ກ່ຽວກັບເຄື່ອງຫັດຖະກຳຂອງຫວຽດນາມ ແລະ ສົ່ງເສີມໃຫ້ເຂົາເຈົ້ານຳໃຊ້ມັນ” ນາງ ຮ່າຍຮ່າ ກ່າວ.

ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ, ປີ 2020, ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19, ການສົ່ງອອກຂອງຫວຽດນາມ ຍັງເຕີບໂຕໃນທາງບວກ, ວົງເງິນການຄ້າຄາດຄະເນ ເກືອບ 281,5 ຕື້ໂດລາ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.

ໂຄງປະກອບການສົ່ງອອກ ສືບຕໍ່ປັບປຸງໄປໃນທິດທາງບວກ, ຫຼຸດປະລິມານການສົ່ງອອກວັດຖຸດິບ, ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງ ແລະ ຜະລິດຕະພັນອຸດສາຫະກຳ, ເຂົ້າຮ່ວມໃນຂະແໜງການຜະລິດ ແລະ ການສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ...

ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ປີ 2020, ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ຍັງ​ຄົງມີການ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ, ວົງ​ເງິນ​ການ​ຄ້າ ຄາດ​ວ່າບັນລຸ​ເກືອບ 281,5 ຕື້ USD, ​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບ​ໃສ່​ປີ​ 2019.

ເຂດພາກບ້ານເກີດທີ່ໜ້າຢູ່ດໍາລົງຊີວິດ

ການກັບຄືນມາຫວຽດນາມ ຫຼັງຈາກຫ່າງຈາກບ້ານເກີດເມືອງນອນ ຫຼາຍກວ່າ 40 ປີ ຂອງ ປ້າ ເຈືນຖິຮົ່ງເມີຍ (ຄົນຫວຽດນາມຢູ່ປະເທດ ມາຣົກ) ບໍ່ອາດກັ້ນນໍ້າຕາແຫ່ງຄວາມຕື້ນຕັນໃຈຂອງນາງ ກ່ຽວກັບການປ່ຽນແປງຂອງບ້ານເກີດເມືອງນອນ.

ປ້າກ່າວວ່າ “ເມື່ອຂ້າພະເຈົ້າມາຮອດບ້ານເກີດ, ຂ້າພະເຈົ້າ ບໍ່ຈື່ສະຖານທີ່ຂ້າພະເຈົ້າເຄີຍຢູ່ອາໄສ. ຕອນຂ້າພະເຈົ້າອອກໄປ, ເຮືອນນ້ອຍ, ຕ່ຳ ແຕ່ດຽວນີ້ມີຕຶກອາຄານຫຼາຍຊັ້ນ ແລະ ຖະໜົນທີ່ທັນສະໄໝ, ບໍ່ນ້ອຍໜ້າກວ່າເມືອງຕ່າງປະເທດ”.

ຢູ່ຖະໜົນ ເລດ້າຍແຮ່ງ (ຮ່າໂນ້ຍ), ບ່ອນທີ່ປ້າເກີດ ແລະ ເຕີບໃຫຍ່, ເຮືອນທີ່ປ້າໄດ້ຜູກພັນມາເປັນເວລາຫຼາຍທົດສະວັດນັ້ນ ກາຍເປັນສິ່ງແປກປະຫຼາດ ເພາະວ່າມັນໃຫຍ່ ແລະ ກວ້າງຂວາງຫຼາຍ.

ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ: ສົ່ງຄວາມເຊື່ອໝັ້ນກັບຄືນສູ່ປະເທດຊາດ
ມຸມໜຶ່ງຂອງນະຄອນ ຍາຈາງ.

“ຊີວິດຂອງໝູ່ເພື່ອນ, ຄອບຄົວ, ແລະ ຍາດພີ່ນ້ອງ ໄດ້ຮັບການຍົກສູງຫຼາຍຢ່າງ. ຫຼາຍຄົນມີເຮືອນສູງຫຼາຍຊັ້ນ ພ້ອມສິ່ງອຳນວຍຄວາມສະດວກທີ່ທັນສະໄໝ. ລູກຫຼານໄດ້ຮຽນວິທະຍາໄລ ແລະ ມະຫາວິທະຍາໄລ. ຄາວທີ່ພວກຂ້າພະເຈົ້າອາໄສຢູ່ຫວຽດນາມແຕ່ກ່ອນ, ຄອບຄົວຂອງພວກຂ້າພະເຈົ້າ ຕ້ອງກິນເຂົ້າກັບມັນຕົ້ນ, ມັນດ້າງ ແຕ່ດຽວນີ້ຂ້ອຍໄດ້ກີນຢໍ່ຈືນ, ເຂົ້າປຸ້ນຊີ້ນປີ້ງ, ຊີ້ນແບ້, ໄກ່, ອາຫານທະເລ…” - ປ້າ ຮົ່ງເມີຍ ແບ່ງປັນ.

ທ່ານ ສຈ. ປອ. ຝ່ານວັນງານ (Sao Paulo, Brazil) ເລົ່າວ່າ ລາວໄດ້ອອກຈາກຫວຽດນາມໃນປີ 1957. ທຸກຄັ້ງທີ່ລາວກັບມາ, ລາວກໍ່ຮູ້​ສຶກແປກໃຈກັບການປ່ຽນແປງຂອງບ້ານເກີດເມືອງນອນ.

ຕາມທ່ານ ສຈ. ປອ. ຝ່ານວັນງານ ແລ້ວ, ຕອນລາວອອກຈາກບ້ານເກີດເມືອງນອນໃນປີ 1957, ລາວຈື່ຈໍານວນມະຫາວິທະຍາໄລ ແລະ ວິທະຍາໄລ ແມ່ນຍັງມີໜ້ອຍ ນັບຂໍ້ມືກໍ່ໄດ້. ແຕ່ປະຈຸບັນນີ້ ຈຳນວນມະຫາວິທະຍາໄລມີເຖິງ 460 ແຫ່ງ. ໂຮງຮຽນຫຼາຍແຫ່ງ ມີຖັນແຖວຄູອາຈານສິດສອນແມ່ນບັນດາສາດສະດາຈານຄົນຫວຽດນາມ ທີ່ມີລະດັບວິຊາສະເພາະສູງຈາກບັນດາມະຫາວິທະຍາໄລທີ່ມີຊື່ສຽງຢູ່ຕ່າງປະເທດ. ຫຼາຍຄອບຄົວຫວຽດນາມ ສົ່ງລູກຫຼານໄປຮຽນຢູ່ເອີຣົບ ແລະ ອາເມລິກາ.

ອ້າຍ ເລແຫັ້ງ (Liberec, ສາທາລະນະລັດເຊັກ) ແບ່ງປັນວ່າ: “ຊີວິດທາງດ້ານຈິດໃຈ, ສາສະໜາ ແລະ ຄວາມເຊື່ອຢູ່ຫວຽດນາມປະຈຸບັນ ແມ່ນອຸດົມສົມບູນ ແລະ ຫຼາກຫຼາຍ. ໃນແຕ່ລະປີ, ມີປະມານ 8,000 ງານບຸນໃຫຍ່ນ້ອຍ. ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບງານບຸນວິຫານຮຸ່ງ ທີ່ໜ້າຈັບໃຈ ແລະ ສັກສິດ. ໃນງານບຸນ, ບັນດາລູກຫຼານທີ່ມາຈາກຕ່າງປະເທດ ໄດ້ຖະຫວາຍທູບທຽນໃຫ້ແກ່ປະເທດຊາດ, ມ່ວນຊື່ນກັບກິດຈະກໍາວັດທະນະທໍາພິເສດ ເຊັ່ນ: ພິທີແຫ່ກ້ຽວ, ການສະແດງຕຸກກະຕາໃນນໍ້າ.

ນາງ ຫງວຽນໝີ່, ຊາວຫວຽດນາມຢູ່ເມືອງ Milano (ປະເທດອີຕາລີ) ແບ່ງປັນຄວາມໃນໃຈວ່າ: “ຄົນທີ່ມີລາຍຮັບສູງຢູ່ຫວຽດນາມ ມັກໄປທ່ອງທ່ຽວຕ່າງປະເທດ, ເປີດວິໄສທັດໃໝ່... ນອກນັ້ນຍັງມີງານບຸນທີ່ນໍາເຂົ້າມາໃໝ່ຢູ່ໃນປະເທດ ເຊັ່ນ: Halloween, Carnival... ຜົນປະໂຫຍດທາງດ້ານວັດຖຸ, ວັດທະນະທຳ ແລະ ຈິດໃຈທັງໝົດຂອງມວນມະນຸດ ໃນປະຈຸບັນລ້ວນແຕ່ມີຢູ່ໃນຫວຽດນາມ, ສຳລັບຊາວຫວຽດນາມທຸກຄົນ”.

ເອກອ້າງທະນົງໃຈໃນຮູບຮ່າງຂອງຫວຽດນາມ

“ເຖິງວ່າຈະມີການຕິດຕາມຢ່າງໃກ້ຊິດ, ແຕ່ເມື່ອຂ້າພະເຈົ້າໄດ້ຍິນວ່າ ຫວຽດນາມໄດ້ຮັບ 192/193 ບັດເລືອກຕັ້ງ ແລະ ໄດ້ຖືກເລືອກໃຫ້ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝ້ນຄົງສະຫະປະຊາຊາດ ໄລຍະ 2020-2021, ຂ້າພະເຈົ້າ ຍັງຮູ້ສຶກເອກອ້າງທະນົງໃຈ ແລະ ມີຄວາມສຸກ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມໄດ້ສະແດງຕົນເປັນປັດໄຈຮັກສາຄວາມໝັ້ນຄົງໃຫ້ກັບພາກພື້ນ ແລະ ໃນໂລກ. ພວກເຮົາມີທີ່ຕັ້ງທີ່ໜ້າເອກອ້າງທະນົງໃຈ,” ທ່ານ ຫງວຽນກວັກຮຸ່ງ, ນັກຄົ້ນຄ້ວາຂັ້ນສູງຂອງສູນຍຸດທະສາດລັດເຊຍ ຢູ່ ອາຊີ, ສະຖາບັນເສດຖະກິດ, ສະຖາບັນບັນດິດວິທະຍາ ລັດເຊຍ. (ມົດສະກູ, ລັດເຊຍ) ກ່າວ.

ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ: ສົ່ງຄວາມເຊື່ອໝັ້ນກັບຄືນສູ່ປະເທດຊາດ
ທ່ານ ຫງວຽນກວັກຮຸ່ງ, ນັກຄົ້ນຄ້ວາຂັ້ນສູງຂອງສູນຍຸດທະສາດລັດເຊຍຢູ່ອາຊີ, ສະຖາບັນເສດຖະກິດ, ສະຖາບັນບັນດິດວິທະຍາ ລັດເຊຍ.

ຕາມ ທ່ານ ຮຸ່ງ ແລ້ວ, ຫວຽດນາມ ໄດ້ປະສົບຜົນສຳເລັດ ໃນການຮັບຜິດຊອບໜ້າທີ່ເປັນປະທານສະພາຄວາມໝ້ນຄົງສະຫະປະຊາຊາດ ແລະ ບັນດາເປົ້າໝາຍທີ່ໄດ້ວາງອອກ. ສິ່ງທີ່ພົ້ນເດັ່ນ ແລະ ປະທັບໃຈທີ່ສຸດແມ່ນສອງຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງວາລະສຳມະນາເປີດ ກ່ຽວກັບການປະຕິບັດຕາມກົດບັດສະຫະປະຊາຊາດ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ສຳລັບເດືອນເປີດສາກ ສະເຫຼີມສະຫຼອງວັນຄົບຮອບ 75 ປີຂອງການສ້າງຕັ້ງອົງການສະຫະປະຊາຊາດ (1945-2020) ແລະ ວາລະປະຊຸມກ່ຽວກັບການເພີ່ມທະວີການຮ່ວມມື ລະຫວ່າງ ສະຫະປະຊາຊາດ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້.

ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນ ໄດ້ພົບປະແລກປ່ຽນກັບພວກຂ້າພະເຈົ້າດ້ວຍສຽງເວົ້າທີ່ຕື່ນເຕັ້ນ ແລະ ສາຍຕາທີ່ສົດໃສປະກາຍແຈ້ງເມື່ອເວົ້າເຖິງການພັດທະນາຊີວິດຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ຊື່ສຽງຂອງປະເທດຊາດໃນເວທີສາກົນ.

ໃນລະຫວ່າງປີເປັນປະທານອາຊຽນຂອງຫວຽດນາມ 2020, ຫຼາຍບັນຫາ ແລະ ເຫດການ “ທໍາອິດ” ໄດ້ຮັບການສ້າງຂຶ້ນ ເພື່ອເຮັດສໍາເລັດໜ້າທີ່ໃນສະພາບການລະບາດຂອງພະຍາດ.

ທ່ານ ຫງວຽນກວັກຮຸ່ງ ແບ່ງປັນຄວາມໃນໃຈວ່າ: "ຂ້າພະເຈົ້າເລົ່າກ່ຽວກັບຜົນງານຂອງຫວຽດນາມ ຕໍ່ກັບເພື່ອນຮ່ວມງານສາກົນ, ເຂົາເຈົ້າກໍ່ສະແດງຄວາມນັບຖືຊົມເຊີຍ ແລະ ຄວາມດີໃຈຕໍ່ກັບຜົນສໍາເລັດຂອງຫວຽດນາມໃນເວທີສາກົນ".

ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນ ໄດ້ພົບປະແລກປ່ຽນກັບພວກຂ້າພະເຈົ້າດ້ວຍສຽງເວົ້າທີ່ຕື່ນເຕັ້ນ ແລະ ສາຍຕາທີ່ສົດໃສປະກາຍແຈ້ງເມື່ອເວົ້າເຖິງການພັດທະນາຊີວິດຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ຊື່ສຽງຂອງປະເທດຊາດໃນເວທີສາກົນ. ມີຄົນຢືນຢັນວ່າ: ຄວາມສຸກ ແລະ ຄວາມເອກອ້າງທະນົງໃຈນັ້ນ ໄດ້ເພີ່ມແຮງບັນດານໃຈ ແລະ ພະລັງງານອັນລໍ້າຄ່າໃຫ້ກັບບັນດາຄົນທີ່ຢູ່ໄກບ້ານຄືຂ້າພະເຈົ້າ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.