ພາບປະກອບ |
ຄວາມເປັນອກະລາດແມ່ນຄວາມຕ້ອງການເຊິ່ງບໍ່ມີສິ່ງໃດໆທີ່ສາມາດທົດແທນໄດ້. ມັນໄດ້ຝັງໄວ້ໃນຈິດສຳນຶກຂອງຊົນຊາດ ແລະ ຊາວຫວຽດນາມທຸກຄົນ. ແລະຕ້ອງມີເສລີພາບດ້ວຍຄວາມໝາຍອັນຄົບຖ້ວນ ແລະຈົບງາມລ້ຳເລີດທີສຸດຂອງມັນ, ພວກເຮົາຈຶ່ງມີຄວາມຜາສຸກຢ່າງສົມບູນ. ຫຼັກທິດສະດີນັ້ນໄດ້ຮັບການກັ່ນຕອງໂດຍລຸງໂຮ່, ພັກ ແລະ ລັດ ຈາກຄວາມມຸ່ງມາດປາດຖະໜາຂອງຊົນຊາດ ແລະ ອາລິຍະທຳຍຸກສະໄໝເພື່ອສະຫຼຸບສັງລວມ, ເຊີດຊູ ແລະ ຖ່າຍທອດ.
ໂດຍຜ່ານໄລຍະການປ່ຽນແປງຂອງປະຫວັດສາດ, ຜ່ານຜ່າບັນດາຂໍ້ຈໍາກັດພາຍໃນ, ປະຈຸບັນເບິ່ງຄືວ່າພວກເຮົາສາມາດບັນລຸຈຸດຫມາຍປາຍທາງສູງສຸດຂອງຄວາມປາຖະຫນານັ້ນເປັນຄັ້ງທໍາອິດ: ຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກ.
ຄວາມເປັນເອກະລາດຂອງພວກເຮົາພວມມີຄວາມຫມັ້ນຄົງ. ເສລີພາບ, ພວກເຮົາພວມມານະພະຍາຍາມເພື່ອບັນລຸຄວາມສົມບູນແບບແມ່ນການປ່ອຍພະລັງງານຂອງຊຸມຊົນ ແລະແຕ່ລະຄົນ. ນັ້ນໝາຍຄວາມວ່າ, ພວກເຮົາຕ້ອງເຮັດຈົນສຸດຄວາມສາມາດເພື່ອໃຫ້ມີລັດແຫ່ງອຳນາດກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ສຽງເວົ້າຂອງປະຊາຊົນຢູ່ໃນພື້ນທີ່ຂອງຫ້ອງການການເມືອງ. ຄວາມຕ້ອງການຂອງຊຸມຊົນແມ່ນເປົ້າໝາຍ ແລະກໍາລັງໜູນຂອງນະໂຍບາຍ, ຍຸດທະສາດມະຫາພາກ. ເລື່ອງໃຫຍ່ ຫຼື ນ້ອຍ ກໍ່ຕ້ອງມີ "ລັດ ແລະປະຊາຊົນ ເຮັດຮ່ວມກັນ". ແລະກ່ອນນັ້ນແມ່ນ "ຄວາມປາຖະຫນາດຽວກັນ", "ຄວາມຄິດດຽວກັນ, ພ້ອມກັນພິຈາລະນາ"...
ກົດບັນຍັດແຫ່ງລັດນັ້ນ, ຜູ້ມີຄວາມສັນທັດ ແລະຄຸນນະທຳ, ມີຄວາມຈິງໃຈ, ມີຄວາມຮັບຜິດຊອບ ແລະເສີມຂະຫຍາຍຖືກວຽກ, ຖືກຈຸດເວລາ. ຄົນອ່ອນແອບໍ່ຕ້ອງຢ້ານ. ສິ່ງທີ່ບໍ່ດີບໍ່ໄດ້ມາໄດ້ງ່າຍ.
ກໍ່ໃນສັງຄົມນັ້ນ, ຄຸນຄ່າດ້ານວັດທະນະທໍາມູນເຊື້ອກໍ່ໄດ້ຮັບການປົກປັກຮັກສາ ແລະ ບຳລຸງສ້າງ. ມະໂນຈິດ ແລະຄວາມສາມາດໃນການຮັບເອົາສິ່ງຍອດຢ້ຽມຂອງມະນຸດໄດ້ຮັບການເປີດກວ້າງ ແລະຍົກສຸງ.
ດ້ວຍກຳລັງບົ່ມຊ້ອນຄືໃນປະຈຸບັນ, ພວກເຮົາກ້າເຊື່ອວ່າມັນບໍ່ຍາກເກີນໄປທີ່ຈະມີບັນດາຄຸນຄ່າ, ຜົນສໍາເລັດທີ່ດີຂອງມະນຸດທີ່ມີຢູ່ ກໍ່ຄືກຳລັງຄວາມສາມາດຫົວຄິດປະດິດສ້າງບັນດາຄຸນຄ່າ, ຜົນສໍາເລັດເຫຼົ່ານັ້ນ. ພວກເຮົາກໍ່ຍັງຕ້ອງຮູ້ຈັກວິທີເພື່ອຊົມໃຊ້ມັນໃນຄວາມປິຕິຊົມຊື່ນແຫ່ງຄວາມສາມັກຄີ, ການຮ່ວມມື, ຄວາມຍຸດຕິທໍາໃນຊຸມຊົນຂອງພວກເຮົາກໍ່ຄືໃນຂະບວນການເຊື່ອມໂຍງ.
ແບບແຜນດຳລົງຊີວິດຂອງຊາວຫວຽດນາມເຮົາ: ຄອບຄົວແມ່ນແກ່ນສານ ແລະ ພື້ນຖານແຫ່ງຄວາມຜາສຸກ. ປາດຖະໜາຢາກມຸ່ງໄປສູ່ເປົ້າໝາຍອັນສູງສົ່ງຂອງຊົນຊາດ ແລະເຊື່ອມຕົວເຂົ້າໃນກະແສຂອງອາລິຍະທຳມວນມະນຸດແມ່ນຄວາມອົບອຸ່ນຈາກຄອບຄົວຍັງຄົງແມ່ນແຫຼ່ງພະລັງແຫ່ງທຳອິດ, ຍືນຍົງ ແລະ ລ້ຳຄ່າທີ່ສຸດສຳລັບຊາວ ຫວຽດນາມທຸກໆຄົນ.
ຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກເບິ່ງຄືວ່າຢູ່ໃກ້ໆ. ເພາະຄວາມຄາດຫວັງ ແລະຄວາມສາມາດບົ່ມຊ້ອນທີ່ມີຢູ່ໃນສັງຄົມແລ້ວ. ເຊິ່ງໄດ້ຖືກຂຽນໄວ້ທາງຫລັງຊື່ຂອງປະເທດ. ພວກເຮົາຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ ເພື່ອຄວາມຕັ້ງໃຈ, ພ້ອມຈິດພ້ອມໃຈກັນກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກ.
ໄຊພອນ