ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ | |
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ |
ພາບປະກອບ |
- ຮຽນທ່ານ, ພວກເຮົາສາມາດເບິ່ງໄດ້ຄືແນວໃດກ່ຽວກັບສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ?
ຄວາມຈະເລີນຮຸ່ງເຮືອງແມ່ນການພັດທະນາຄວາມອຸດົມສົມບູນທາງດ້ານຊັບສິນ, ວັດຖຸສິ່ງຂອງຂອງສັງຄົມໜຶ່ງ. ແຕ່ຄວາມຮັ່ງມີນີ້ຕ້ອງໄປຄຽງຄູ່ກັບລະດັບຄວາມສີວິໄລ, ຊີວິດດ້ານວັດທະນະທໍາທີ່ເໝາະສົມ; ການກະຈາຍຄວາມສະເໜີພາບ, ຄວາມກົມກຽວກ່ຽວກັບສິດຜົນປະໂຫຍດລະຫວ່າງບັນດາກຸ່ມສະມາຊິກໃນສັງຄົມ; ຄວາມກົມກຽວລະຫວ່າງບັນດາຄຸນຄ່າການດຳລົງຊີວິດຂອງຊົນຊາດ ແລະ ປະຊາຄົມສາກົນ.
ຊຸມຊົນນັ້ນຮູ້ວິທີມຸ່ງໄປສູ່ການສ້າງບັນດາຄຸນຄ່າທີ່ມີກຽດ. ພ້ອມກັນນັ້ນ ເຂົາເຈົ້າກໍ່ໄດ້ຮັບຄວາມນັບຖື ຍ້ອນຮູ້ສ້າງສາ ແລະ ການປົກປ້ອງຄວາມຈະເລີນຮຸ່ງເຮືອງນັ້ນ. ຄວາມຈະເລີນຮຸ່ງເຮືອງໝາຍເຖິງການພັດທະນາດ້ວຍໂຄງສ້າງເສດຖະກິດ ແລະ ສັງຄົມໃໝ່, ບໍ່ຄືກັບການເຕີບໂຕແບບດ້ານດຽວ. ຄວາມຈະເລີນຮຸ່ງເຮືອງຍັງຕ້ອງເປັນວິວັດການໜຶ່ງ ແລະ ວິທີການສ້າງອອກ ແລະ ນຳໃຊ້ບັນດາຜົນສຳເລັດເຫຼົ່ານັ້ນຢ່າງສີວິໄລ, ມີປະຊາທິປະໄຕ, ຍຸຕິທຳ. ໝາຍຄວາມວ່າສັງຄົມນັ້ນມີກຳລັງຄວາມສາມາດໃນການປະດິດຄິດສ້າງ, ເປັນເຈົ້າການໃນການພັດທະນາ, ຄວາມກ້າວໜ້າຂອງຕົນເອງ.
- ມີບັນດາຄວາມຕ້ອງການໃດແດ່ເພື່ອສ້າງສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງ, ຮຽນທ່ານ?
ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ມີຄວາມຕ້ອງການພື້ນຖານ 4 ຢ່າງ. ທີໜຶ່ງ, ສັງຄົມນັ້ນຕ້ອງມີຄວາມເຫັນດີເຫັນພ້ອມ. ຄວາມເຫັນດີເຫັນພ້ອມສູງທີ່ສຸດກ່ຽວກັບລະບົບມູນຄ່າການພັດທະນາພື້ນຖານ. ຈິດໃຈນີ້ໄດ້ຖືກປ່ຽນໄປສູ່ຄວາມຄາດຫວັງກວມລວມ, ສະເໝີຕົ້ນສະເໝີປາຍຂອງປະຊາຄົມທັງໝົດ.
ທີສອງແມ່ນ ອໍານາດການປົກຄອງຮັບພາລະໜ້າທີ່ພາລະກຳຂອງການຈັດຕັ້ງການພັດທະນາເພື່ອບັນລຸຄວາມຄາດຫວັງນັ້ນດ້ວຍວິໄສທັດທີ່ຍາວນານ ແລະ ກວ້າງຂວາງ. ຈາກນັ້ນ, ມີການວາງແຜນກຳນົດເປັນບັນດາຍຸດທະສາດໃຫຍ່, ວິທະຍາສາດ, ຈະແຈ້ງລ່ຽນໄຫຼເພື່ອໃຫ້ທົ່ວສັງຄົມສາມາດຮັບຮູ້ ແລະ ເຂົ້າຮ່ວມໄດ້ງ່າຍ.
ທີສາມ, ທິດສະດີຫຼັກຂອງຍຸດທະສາດການພັດທະນານີ້ ຕ້ອງໄດ້ມີການເຊື່ອມຊຶມ ແລະ ຈັດຕັັ້ງປະຕິບັດຄື: “ມໍລະດົກມີຄວາມສໍາຄັນກວ່າຊັບສິນ”. ສັງຄົມທີ່ຈະເລີນຮຸ່ງເຮືອງສ້າງອອກເປັນບັນດາມໍລະດົກ, ມີຄວາມເອກອ້າງ ແລະ ໄດ້ຮັັບຄວາມເຄົາລົບຈາກໝູ່ເພື່ອນຕໍ່ກັບມໍລະດົກນັ້ນ. ແລະສຸດທ້າຍ ແມ່ນຊຸມຊົນນັ້ນກໍ່ຕ້ອງມີຄຸນນະທາດລວມເພື່ອປະເຊີນໜ້າກັບສິ່ງທ້າທາຍ, ຮູ້ແບ່ງປັນຄວາມຮັກກັບມະນຸດ. ການປະສົມອັນກົມກຽວລະຫວ່າງຄຸນນະທາດຂອງຊົນຊາດ ແລະ ຍຸກສະໄໝ.
- ເມື່ອພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງແລ້ວ ສັງຄົມນັ້ນຈະມີຄວາມຜາສຸກ, ຮຽນທ່ານ?
ເມື່ອພິຈາລະນາຈາກຄອບຄົວອອກໄປຫາສັງຄົມແລ້ວ, ການລໍາ້ລວຍບໍ່ແນ່ນອນວ່າຈະແມ່ນຄວາມຜາສຸກ. ແຕ່ຄວາມຈະເລີນຮຸ່ງເຮືອງ ແມ່ນຕ້ອງນຳຄວາມຜາສຸກມາສູ່ຊຸມຊົນ ແລະ ບັນດາບຸກຄົນໃນຊຸມຊົນນັ້ນ. ຄວາມຜາສຸກຂອງສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງບໍ່ຄືກັນກັບຄວາມສຸກຂອງສ່ວນບຸກຄົນ.
ຄວາມຜາສຸກຢູ່ໃນສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງ ແມ່ນບໍ່ພຽງແຕ່ເປັນບັນດາສິດທາງທຳມະຊາດ, ສິດພື້ນຖານ (ຕົວຢ່າງ: ສິດທິໃນການມີຊີວິດ, ສິດໃນການປາກເວົ້າ ແລະ ການສະແດງອອກຄວາມຄິດເຫັນຂອງຕົນເອງ) ຂອງແຕ່ສ່ວນລະບຸກຄົນໄດ້ຮັບການຮັບປະກັນ ເຊິ່ງແຕ່ໃນນັ້ນ ມະນຸດ ໄດ້ຮັບຄວາມຮັກແພງ ແລະ ເຄົາລົບເຊິ່ງກັນແລະກັນ; ທຸກຄົນກໍ່ລ້ວນແຕ່ມີຄວາມຄາດຫວັງທີ່ໃນການອຸທິດສ່ວນໃຫ້ກັບສັງຄົມ.
ມະນຸດ ໃນສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງດໍາລົງຊີວິດດ້ວຍຄວາມຮັບຜິດຊອບຕໍ່ກັນ ແລະ ຕໍ່ກັບປະຊາຄົມ. ສັງຄົມນັ້ນມີຄວາມພາກພູມໃຈແລະເຊີດຊູຕົນເອງໃດໜຶ່ງທີ່ແນ່ນອນ. ປະຈຸບັນມີບັນດາປະເທດທີ່ຮັ່ງມີ ແຕ່ກໍ່ຍັງເຕັມໄປດ້ວຍຄວາມສ່ຽງ. ມີບັນດາປະເທດທີ່ມີເນື້ອທີ່ດິນກວ້າງຂວາງ, ປະຊາກອນມີໜ້ອຍ, ການດໍາລົງຊີວິດຊ້າ, ສະພາບແວດລ້ອມທາງດ້ານນິເວດວິທະຍາທໍາມະຊາດຫຼາຍ. ເຂົາເຈົ້າຮູ້ສຶກມີຄວາມສຸກແຕ່ຊັບສິນ, ເຄື່ອງໃຊ້ສອຍ ແລະ ຄວາມຮູ້, ຄວາມຄິດປະດິດສ້າງຍັງບໍ່ເຂົ້າເຖິງລະດັບຄວາມຈະເລີນຮຸ່ງເຮືອງ. ໂດຍທົ່ວໄປແລ້ວ, ຄວາມຈະເລີນຮຸ່ງເຮືອງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້, ເປັນແກ່ນສານ ແລະ ເປັນພື້ນຖານຂອງຄວາມຜາສຸກ.
- ຮຽນທ່ານ, ຖ້າພິຈາລະນາຕາມບັນດາເນື້ອໃນ ແລະ ນິຍາມທີ່ໄດ້ກ່າວມາຂ້າງເທິງນັ້ນ, ຮູບລັກສະນະຂອງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກທີ່ພວກເຮົາພວມສູ້ຊົນນັ້ນຈະເປັນແນວໃດ?
ຂ້າພະເຈົ້າຄິດວ່າ ເມື່ອຄົ້ນຄວ້າມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສາມາດເຫັນໄດ້ຢ່າງງ່າຍດາຍວ່າ ພັກ ແລະ ລັດ ພວມກໍານົດທິດທາງແຫ່ງການພັດທະນາປະເທດຕາມເນື້ອໃນເຫຼົ່ານີ້. ຖ້າໃນປີ 2045, ລາຍຮັບບັນລຸຢູ່ລະດັບສູງ, ສະພາບແວດລ້ອມໄດ້ຮັບການປົກປ້ອງ, ປະຊາທິປະໄຕໃນສັງຄົມໄດ້ຮັບການສົ່ງເສີມ; ພື້ນຖານວັດທະນະທຳ, ຄຸນທາດຄົນຫວຽດນາມໄດ້ຮັບການບຳລຸງ ແລະ ປຸກລຸກ; ລັດແຫ່ງອຳນາດກົດໝາຍ, ກົດໝາຍໄດ້ຮັບການປະຕິບັດຖືກຕ້ອງ ແລະ ເຂັ້ມງວດ…ແມ່ນສັງຄົມຂອງພວກເຮົາຈະບັນລຸຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.
ກໍ່ຕ້ອງເອົາໃຈໃສ່ວ່າ ພວມຢູ່ສະພາບທຸກຍາກທີ່ສູ້ຊົນເພື່ອກາຍເປັນຮັ່ງມີແມ່ນເປັນເລື່ອງຍາກຢູ່ແລ້ວ, ແຕ່ຈາກຄວາມຮັ່ງມີໄປສູ່ຄວາມຜາສຸກ, ຕາມຄວາມຄິດຂອງຂ້າພະເຈົ້າແລ້ວ ມັນເປັນເລື່ອງທີ່ຍາກຫຼາຍ.
- ສະນັ້ນພວກເຮົາມີຄວາມຄ້າຍຄືກັນກັບປະເທດອື່ນໆທີ່ມີພື້ນຖານອຸດສາຫະກໍາພັດທະນາຄືໃນປະຈຸບັນ?
ຂ້າພະເຈົ້າບໍ່ມັກການປຽບທຽບ, ແຕ່ຂ້າພະເຈົ້າບໍ່ຄິດແນວນັ້ນ. ບໍ່ຄວນປະຕິບັດຕາມຮູບແບບສະເພາະໃດໆໜຶ່ງ, ແຕ່ສິ່ງສໍາຄັນແມ່ນຕ້ອງສ້າງສາໄດ້ລະບົບມູນຄ່າສະເພາະ. ຄວາມຮັ່ງມີສາມາດຖືກກຳນົດໄດ້ງ່າຍດາຍຕາມມາດຖານລວມ, ແຕ່ຄວາມສຸກຂອງສັງຄົມໜຶ່ງ, ປະຊາຄົມໜຶ່ງແມ່ນມີທັງມາດຕະຖານສາກົນລວມ ພ້ອມທັງກໍ່ມີບັນດາປັດໄຈສະເພາະຂອງແຕ່ລະຊົນຊາດ, ແຕ່ລະປະເທດ. ສິ່ງນັ້ນແມ່ນຂື້ນກັບບັນດາປັດໄຈດ້ານສັງຄົມ, ວັດທະນະທໍາ, ມູນເຊື້ອ, ປະຫວັດສາດສະເພາະຂອງຊົນຊາດ, ປະເທດຊາດນັ້ນ. ແລະໂດຍສະເພາະແມ່ນສອດຄ່ອງກັບຈຸດເວລາປະຫວັດສາດຂອງແຕ່ລະຊົນຊາດ.
ດັ່ງນັ້ນ, ເມື່ອພວກເຮົາບັນລຸໄດ້ຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ, ພວກເຮົາ ກໍ່ຈະມີຄວາມເພິ່ງພໍໃຈ ກັບບັນດາເງື່ອນໄຂຂອງການດໍາລົງຊີວິດປະຈໍາວັນ, ລະດັບການພັດທະນາ ແລະ ຄວາມສີວິໄລລວມຂອງມະນຸດຊາດ ພ້ອມທັງມີຄວາມເພິ່ງພໍໃຈກ່ຽວກັບຄວາມຕ້ອງການດ້ານວັດທະນະທໍາ, ຈິດໃຈທີ່ມີລັກສະນະສີສັນວັດທະນະທໍາຂອງຊົນຊາດ ແລະ ປະຫວັດສາດຂອງປະເທດພວກເຮົາ; ເໝາະສົມກັບຄວາມຕ້ອງການ ແລະ ຈຸດເວລາປະຫວັດສາດຂອງພວກເຮົາ. ທ່ານ ປອ. ເລດຶກທີ້ງ ຫົວໜ້າກົມຄຸມຄອງເສດຖະກິດການຮ່ວມມື ແລະ ການພັດທະນາຊົນນະບົດ - ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ. |
- ຂໍໃຫ້ທ່ານອະທິບາຍຢ່າງຈະແຈ້ງຕື່ມກ່ຽວກັບສອງປັດໄຈ ລັກສະນະສີສັນ ແລະ ຈຸດເວລາປະຫວັດສາດ?
ແຕ່ລະປະຊາຄົມ, ຜ່ານວິວັດການປະຫວັດສາດພັດທະນາແມ່ນໄດ້ປະກົດຕົວບັນດາທັດສະນະຄະຕິ, ທິດສະດີປັດຊະຍາຂອງການຢູ່ລອດໂດຍອີງໃສ່ພູມສາດ, ດິນຟ້າອາກາດ, ດິນ, ວິທີການອອກແຮງງານ, ທຳການຜະລິດ; ການພົວພັນກັບໂລກພາຍນອກ (ຕົວຢ່າງ: ຂະບວນການຕໍ່ສູ້ເພື່ອປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ຫຼື ການຮ່ວມມືທາງດ້ານການຄ້າ) ຈາກນັ້ນ, ຊຸມຊົນນັ້ນໄດ້ສ້າງເປັນລັກສະນະສີສັນວັດທະນະທໍາຂອງຊົນຊາດ ແລະ ມູນເຊື້ອສະເພາະຂອງຕົນເອງ.
ລັກສະນະສີສັນຊົນຊາດໝາຍເຖິງລັກສະນະ, ຄວາມງາມ ແລະ ຄຸນລັກສະນະພິເສດ, ເຊິ່ງເປັນເອກະລັກສະເພາະເພື່ອຈຳແນກກັບຊົນຊາດ, ປະເທດອື່ນໆໃນໂລກ, ເປັນບັນດາຄຸນລັກສະນະພິເສດທີ່ບໍ່ສາມາດປະສົມເຂົ້າກັນໄດ້. ຄົນເຮົາມັກເວົ້າກັນວ່າ ການສູນເສຍເງິນແມ່ນຍັງບໍ່ມີຄວາມສູນເສຍຫຍັງເລີຍ, ແຕ່ການສູນເສຍລັກສະນະສີສັນ ແມ່ນສູນເສຍທຸກສິ່ງທຸກຢ່າງ.
ໝາຍຄວາມວ່າ ພວກເຮົາຕ້ອງສ້າງບັນດາເປົ້າໝາຍການພັດທະນາໂດຍອີງໃສ່ບັນດາຄຸນຄ່າລວມ ແລະໂດຍສະເພາະແມ່ນບັນດາຄຸນຄ່າສະເພາະ. ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ວາງອອກບັນດາເປົ້າໝາຍການພັດທະນາໄລຍະຍາວແມ່ນອີງໃສ່ບັນດາປັດໄຈກ່ຽວກັບມາດຕະຖານລວມຂອງໂລກ ພ້ອມທັງທີ່ຄໍານຶງເຖິງລັກສະນະສີສັນວັດທະນະທໍາຂອງຫວຽດນາມ.
ກ່ຽວກັບດ້ານຈຸດເວລາ, ພວກເຮົາຈໍາເປັນຕ້ອງສ້າງຄຸນຄ່າທີ່ເປີດ ແລະ ມີຄວາມພໍດ້າມພໍດີ. ບໍ່ອາດຖືຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກຂອງຊ່ວງເວລານີ້ເປັນຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງ 30, 50 ປີຕໍ່ມາ! ແຕ່ອະດີດ ແລະ ປະຫວັດສາດ ມີພຽງແຕ່ຄັ້ງດຽວ ບໍ່ສາມາດເຮັດຫຍັງຄືນໄດ້ອີກ. ໂອກາດແມ່ນຫາຍາກທີ່ສຸດ ສະນັ້ນການຕັ້ງເປົ້າໝາຍ, ການສວຍໃຊ້ໂອກາດເປັນສິ່ງທີ່ເຮົາຕ້ອງຄິດໄລ່ ແລະ ຄິດໃຫ້ຮອບຄອບ.
- ຕາມທ່ານແລ້ວ, ເພື່ອສ້າງສາປະເທດຊາດພັດທະນາຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ, ພວກເຮົາຄວນຈະເລີ່ມຄືແນວໃດ?
ຄວາມຄາດຫວັງມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ ເຊິ່ງຊົນຊາດ, ປະເທດໃດໜຶ່ງ ກໍ່ມີຄວາມຄາດຫວັງເຊັ່ນດຽວກັນ. ພຽງແຕ່ແຕກຕ່າງຢູ່ບ່ອນວ່າຄົນເຮົາຕັ້ງເປົ້າໝາຍ ແລະ ວິທີບັນລຸເປົ້າໝາຍນັ້ນເທົ່ານັ້ນ. ໃຫ້ເລີ່ມຕົ້ນດ້ວຍຄວາມເຫັນດີເຫັນພ້ອມຂອງສັງຄົມກ່ຽວກັບເປົ້າໝາຍ, ຄວາມຄາດຫວັງ, ກ່ຽວກັບທັດສະນະ, ວິທີການສ້າງ (ເວົ້າອີກຢ່າງໜຶ່ງ ນັ້ນເປັນທິດສະດີປັດຊະຍາການພັດທະນາ) ສັງຄົມໃນອະນາຄົດ.
ທ່ານ ປອ. ເລດຶກທີ້ງ - ຫົວໜ້າກົມຄຸມຄອງເສດຖະກິດການຮ່ວມມື ແລະ ການພັດທະນາຊົນນະບົດ - ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ. |
ຜ່ານພິຈາລະນາແລ້ວ, ແນວຄວາມຄິດ ແມ່ນຂອງຄົນໜຶ່ງ ຫຼື ກຸ່ມຄົນໜຶ່ງ, ແຕ່ການເຮັດໃຫ້ຄວາມຄິດສົມບູນແບບ ແລະ ປະຕິບັດແນວຄວາມຄິດສຳເລັດຜົນແມ່ນປະຊາຊົນ. ສໍາລັບພວກເຮົາແລ້ວ, ຈິດໃຈສູ້ຊົນເພື່ອຄວາມອີ່ມໜຳສຳລານ, ຄວາມຜາສຸກກໍ່ມີມາເປັນເວລາດົນນານແລ້ວ.
ປະຈຸບັນ, ພັກ, ລັດ ປາດຖະໜາໃຫ້ສິ່ງດັ່ງກ່າວກາຍເປັນຄວາມຄາດຫວັງລວມ, ເຕີບໃຫຍ່ຈົນກາຍເປັນກຳລັງໜູນ, ເປັນພະລັງງານກວມລວມ, ເຊື່ອມຊຶມ, ການກະຕຸ້ນ, ການຊັກຈູງທົ່ວສັງຄົມ. ພວກເຮົາຈໍາເປັນຕ້ອງກໍານົດໂດຍອີງໃສ່ 3 ກຳລັງໜູນຕົ້ນຕໍເພື່ອປຸກລຸກ ແລະ ປະຕິບັດຄາດຫວັງນີ້.
- ທ່ານ ສາມາດໃຫ້ຮູ້ກຳລັງໜູນ 3 ຢ່າງນີ້ແມ່ນຫຍັງ?
ທີໜຶ່ງ, ຕ້ອງປຸກລຸກເຈດຈຳນົງບືນຕົວຂຶ້ນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ພີ່ນ້ອງທັງພາຍໃນ ແລະ ຕ່າງປະເທດ. ໃນສະໄໝ ເຈິ່ນ ໄດ້ມີຈິດໃຈສະຫງ່າຜ່າເຜີຍຂອງດົງອາ. ການປະຕິວັດເດືອນສິງຫາມີຄວາມຄາດຫວັງ, ເຈດຈຳນົງອັນແຮງກ້າແມ່ນຢາກມີຄວາມເປັນເອກະລາດແຫ່ງຊາດ. ສົງຄາມຕໍ່ຕ້ານກັບສະຫະລັດອາເມລິກາແມ່ນຄວາມຄາດຫວັງທີ່ຈະປົດປ່ອຍປະເທດຊາດ... ປະຈຸບັນນີ້ພວກເຮົາຕ້ອງເອີ້ນຊື່ຄວາມປາຖະໜາ, ເຈດຈຳນົງເພື່ອຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກ... ທີສອງ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຄວາມສາມັກຄີຊົນຊາດ. ປະເທດຂອງພວກເຮົາມີຄວາມງາມ, ຄວາມອຸດົມສົມບູນຂອງວັດທະນະທໍາພັນປີຂອງ 54 ຊົນເຜົ່າທີ່ມີຈິດໃຈສາມັກຄີ, ໂອບອ້ອມອາລີ, ເມດຕາຈິດ. ກຳລັງໜູນທີສາມ ແມ່ນກຳລັງຄວາມຄິດປະດິດສ້າງຂອງປະຊາຊົນ. ປະຊາຊົນພວກເຮົາມີຄວາມປະດິດຄິດສ້າງ. ໃນການຜະລິດ, ຕ້ານໄພພິບັດທາງທໍາມະຊາດ, ໃນສົງຄາມ, ໃນວິທະຍາສາດເຕັກນິກ.
- ຈາກກຳລັງໜູນພື້ນຖານສາມຢ່າງນີ້, ພວກເຮົາຄວນກໍານົດທິດທາງແນວໃດ, ຮຽນທ່ານ?
ກ່ອນອື່ນໝົດ, ພວກເຮົາຕ້ອງກໍ່ຮ່າງສ້າງຕົວບັນດາ ທິດສະດີປັດຊະຍາການພັດທະນາພື້ນຖານ ແລະ ສ້າງຄວາມເຫັນດີເຫັນພ້ອມຂອງສັງຄົມ. ກຳລັງແຮງທີ່ໃຫຍ່ທີ່ສຸດຢູ່ທີ່ນີ້ແມ່ນການເຕົ້າໂຮມພະລັງງານໂດຍຜ່ານການຮ່ວມມືຂອງປະຊາຄົມ ແລະ ຈໍາກັດການຂາດຄວາມໄວ້ວາງໃຈໃນ "ເພື່ອນຮ່ວມກົມກອງ". ຕໍ່ໄປແມ່ນ ຕ້ອງຖືສໍາຄັນວົງການສິ່ງທີ່ຍອດ. ພວກເຮົາໄດ້ລົມກັນກ່ຽວກັບເລື່ອງນີ້ຫຼາຍແລ້ວ ແຕ່ກໍ່ຕ້ອງຫັນເປັນແຜນນະໂຍບາຍ ແລະ ບັນດາການປະຕິບັດຕົວຈິງອັນແຮງກ້າ, ແທດຈິງ. ການກໍານົດທິດທີສາມແມ່ນ “ປະກາຍແຈ້ງທົ່ວທຸກບ່ອນ” ຂ້າພະເຈົ້າໝາຍເຖິງເອົາຈາກບົດຮຽນຂອງບັນດາເພື່ອນຍີ່ປຸ່ນ ເຊິ່ງໝາຍຄວາມວ່າຕ້ອງເອົາໃຈໃສ່ໃນການພັດທະນາການສຶກສາໃຫ້ຫຼາຍກວ່າອີກ.
- ຂໍຮຽນທ່ານໃຫ້ຮູ້ກ່ຽວກັບວິທີການຈັດຕັ້ງປະຕິບັດບັນດາກໍານົດທິດທາງ, ທິດສະດີປັດຊະຍາເຫຼົ່ານີ້?
ພວກເຮົາຕ້ອງປະຕິບັດກົດບັນຍັດໃຫ້ສົມບູນແບບ ເຊິ່ງມີເປົ້າໝາຍຫຼັກແມ່ນມຸ່ງໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງສັງຄົມ. ທໍາອິດແມ່ນກົດບັນຍັດນັ້ນຮັບປະກັນສິດທໍາມະຊາດ, ສິດພື້ນຖານ ແລະ ຄວາມຜາສຸກຂອງມະນຸດ.ໃຫ້ເປັນຢ່າງດີ ຕ້ອງຫຼຸດຜ່ອນເທື່ອລະກ້າວ ແລະ ກ້າວໄປສູ່ການລົບລ້າງບັນດາກົດບັນຍັດ, ນະໂຍບາຍ ທີ່ມີຄວາມ ອາຍັດ (extractive) ແລະ ເພີ່ມທະວີກົດບັນຍັດໃຫ້ມີຄວາມກົມກຽວ (inclusive).
ທີສອງແມ່ນກົດບັນຍັດນັ້ນສາມາດສ້າງໄດ້ພື້ນຖານເສດຖະກິດພາກລັດ, ເສດຖະກິດຄຸນສົມບັດ. ໝາຍຄວາມວ່າພັດທະນາເສດຖະກິດແຕ່ບໍ່ຖືເບົາສິດຜົນປະໂຫຍດສາທາລະນະ, ສະຫວັດດີການສັງຄົມ. ພ້ອມກັນນັ້ນ ເສດຖະກິດຕ້ອງໄດ້ຄວບຄຸມ ແລະ ໄປຄຽງຄູ່ກັບການພັດທະນາທາງດ້ານຄຸນສົມບັດ, ວັດທະນະທຳ ແລະ ສັງຄົມ.
"ເນື້ອແທ້ຂອງວິທີການນີ້ພຽງແຕ່ເສັ້ນທາງໃຫຍ່ເສັ້ນໜຶ່ງ, ເຊິ່ງໃນນັ້ນການກໍານົດທິດທາງການພັດທະນາຂອງລັດໄປຄຽງຄູ່ກັບຄວາມມຸ່ງຫວັງ, ສິດຜົນປະໂຫຍດຂອງປະຊາຊົນ. ຖ້າບໍ່ໄປຮ່ວມກັນ, ຫຼືບໍ່ມີຄວາມກະຈ່າງແຈ້ງ ຫຼື ຂາດຄວາມເຫັນດີເປັນເອກະພາບ, ແຫຼ່ງກໍາລັງຈະກະແຈກກະຈາຍ ແລະ ອ່ອນແອລົງ. ສຽງເວົ້າຂອງປະຊາຊົນບໍ່ຄ່ອຍໄດ້ຮັບການຮັບຟັງ. ແລະຍິ່ງໄປກວ່ານັ້ນເຂົາເຈົ້າບໍ່ຫຼືບໍ່ຕ້ອງການເວົ້າອີກຕໍ່ໄປ, ບໍ່ຄິດອີກ ແລະ ບໍ່ປະກອບສ່ວນອີກຕໍ່ໄປ. ດັ່ງນັ້ນ, ຈະຂາດຄວາມເຫັນດີເປັນເອກະພາບ, ຄວາມຮູ້ສຶກ ແລະ ພື້ນທີ່ໃຫ້ການປະດິດຄິດສ້າງ, ຈິດໃຈເສຍສະຫຼະຂອງບັນດາສະມາຊິກໃນສັງຄົມແມ່ນຍາກທີ່ຈະເກີດຂຶ້ນໄດ້" - ທ່ານ ປອ. ເລດຶກທີ້ງ. |
ກ່ອນໜ້ານີ້, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຄີຍໄດ້ເວົ້າວ່າ “ກົດບັນຍັດ, ກົດບັນຍັດ ແລະ ກົດບັນຍັດ”. ຕ້ອງມີການປະຕິຮູບ ແລະ ການປະຕິຮູບຢ່າງເຖິງຖອງ.
- ຕາມທ່ານແລ້ວ, ຕ້ອງເຮັດຫຍັງໃຫ້ດີທີ່ສຸດເພື່ອໃຫ້ໄດ້ຄວາມເຫັນດີເຫັນພ້ອມນີ້?
“ມອບສິດ” ໃຫ້ປະຊາຊົນ, ລວມທັງສິດໃນການຕັດສິນໃຈ ແລະ ການກະທຳ. ຂ້າພະເຈົ້າບໍ່ມັກປານໃດກຸ່ມຄໍາທີ່ວ່າ "ປະຊາຊົນໄປຕາມພັກ" ເຊິ່ງພັກແລະປະຊາຊົນຕ້ອງເປັນອັນໜຶ່ງອັນດຽວກັນ, ຍິ່ງໄປກວ່ານັ້ນ ພັກຕ້ອງປະຕິບັດຕາມຄວາມມຸ່ງມາດປາຖະໜາຂອງປະຊາຊົນ.
ພັກ ແລະ ລັດປະເທດພວກເຮົາ ໄດ້ມີຫຼາຍແຜນນະໂຍບາຍ, ແນວທາງໄດ້ສະແດງອອກໃນລັດຖະທຳ ມະນູນ ແລະ ບັນດາເອກະສານການພັດທະນາປະເທດຊາດກ່ຽວກັບການສ້າງສາສັງຄົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ແຕ່ພວກເຮົາຕ້ອງຈັດຕັ້ງປະຕິບັດຢ່າງແຮງກ້າມີ, ວິທະຍາສາດ, ມີຄວາມຈະແຈ້ງລ່ຽນໄຫຼ, ແທດຈິງ, ເຖິງຖອງກວ່າເກົ່າ.
ມີຫຼາຍວຽກງານທີ່ຕ້ອງໄດ້ເຮັດ, ແຕ່ສິ່ງທີ່ສໍາຄັນທີ່ສຸດແມ່ນການມອບສິດໃຫ້ແກ່ປະຊາຊົນ. ອໍານາດການປົກຄອງ, ໂດຍສະເພາະແມ່ນອໍານາດການປົກຄອງຂັ້ນຮາກຖານ ເຊິ່ງເປັນໜ່ວຍງານທີ່ພົວພັນໂດຍກົງກັບປະຊາຊົນ, ຕ້ອງເປັນຕົວແທນຂອງສິດຜົນປະໂຫຍດ, ສຽງເວົ້າ ແລະ ບົດບາດຂອງປະຊາຊົນ. ເວົ້າລວມແລ້ວ, ປະຊາຄົມສັງຄົມໃດໜຶ່ງ ກໍ່ສາມາດພັດທະນາຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກໄດ້ ຖ້າເຂົາເຈົ້າມີສິດເພື່ອປະຕິບັດສິ່ງນັ້ນຢ່າງແທ້ຈິງ ແລະ ຮອບດ້ານ.
- ສະນັ້ນ ເພື່ອໃຫ້ສັງຄົມທໍາມະດາໜຶ່ງກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ ຕ້ອງມີບຸລຸດຜູ້ມີຊື່ສຽງ, ຜູ້ນໍາທີ່ມີຄວາມປີຊາສາມາດ ເພື່ອຊັກຈູງໃຫ້ມີການເລີ່ມຕົ້ນ ແລະ ປຸກລຸກ, ຮຽນທ່ານ?
ຕາມຂ້າພະເຈົ້າແລ້ວ, ໝາຍຄວາມວ່າບໍ່ຕ້ອງຮີບຮ້ອນ, ຈົ່ງໃຫ້ມີການຈິນຕະນາການຄືນໃໝ່ໃນທຸກຂົງເຂດ, ແງ່ມູມຂອງການພັດທະນາ, ສຳຄັນກວ່ານັ້ນແມ່ນການສ້າງບັນດາພື້ນຖານ, ໂດຍສະເພາະ ແມ່ນ ກົດບັນຍັດ ແລະ ນະໂຍບາຍ. ແລະກໍ່ບໍ່ຕ້ອງຕັ້ງຄວາມຄາດຫວັງຫຼາຍເກີນໄປຈາກການປະກົດຕົວຂອງ "ວິລະບຸລຸດ ຫຼື ວິລະຊົນ" ໃດໜຶ່ງເພື່ອ "ແບກຫາບ" ພາລະສຳຄັນໃນການນໍາສັງຄົມໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກ. ຕ້ອງຖືນັ້ນແມ່ນພາລະກິດຂອງປະຊາຊົນ. ສະມາຊິກພັກ, ບັນດານຜູ້ນຳຂອງປະເທດເປັນບັນດາແບບຢ່າງຂອງການຮ່ວມເດີນທາງ ແລະ ມີໜ້າທີ່ທີ່ຈະສ້າງແຮງບັນດານໃຈໃຫ້ສັງຄົມ, ຄວາມທະນົງອົງອາດຂອງຊົນຊາດເພື່ອຮ່ວມກັນສ້າງສາ ແລະ ປະຕິບັດສໍາເລັດຜົນເປົ້າໝາຍໃຫ້ແກ່ປະເທດໜຶ່ງ, ຊົນຊາດທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ. ລັດຮ່ວມເດີນທາງກັບປະຊາຊົນ ຈຶ່ງຈະໄປນໍາກັນໄດ້ໄກ ແລະ ມີຄວາມທົນທານ.
ຂໍຂອບໃຈທ່ານ!
ໄຊພອນ