ເຮັດແນວໃດເພື່ອໃຫ້ມີຄວາມຈະເລີນຮຸ່ງເຮຶອງ ແລະ ມີຄວາມຜາສຸກ?

ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

15:13 | 20/10/2021

ຍສໝ - ປຸກລຸກຄວາມຫວັງພັດທະນາປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກ ແມ່ນແຜນນະໂຍບາຍໃຫຍ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດຫວຽດນາມ ປຸກລະດົມ, ນີ້ບໍ່ພຽງແຕ່ແມ່ນຄວາມມຸ່ງມາດປາດຖະໜາຂອງປະເທດຊາດໃນມື້ນີ້ເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງມາດປາດຖະໜາຂອງທົ່ວຊົນຊາດໃນຕະຫຼອດໄລຍະແຫ່ງປະຫວັດສາດອັນຍາວນານຂອງປະເທດຊາດ. ພວກເຮົາຈະເຮັດແນວໃດເພື່ອຄວາມມຸ່ງມາດປາດຖະໜາດັ່ງກ່າວປະກົດຜົນເປັນຈິງ, ດ້ວຍຈິດໃຈຄວາມຮັບຜິດຊອບອັນສູງສົ່ງ, ບັນດານັກຊ່ຽວຊານ, ປັນຍາຊົນ ໄດ້ປະກອບຫຼາຍຄຳເຫັນທີ່ສຸດຈິດສຸດໃຈ ແລະ ເຕັມໄປດ້ວຍພູມປັນຍາໃຫ້ແກ່ຫົວຂໍ້ນີ້. ວາລະສານຍຸກສະໄໝ ຂໍເປັນກຽດແນະນຳໄປຍັງຜູ້ອ່ານທຸກທ່ານ.

ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ
ຫວຽດນາມ ຊ່ວຍເຫຼືອມົງໂກລີ ຮັບມືກັບພະຍາດໂຄວິດ-19 ຫວຽດນາມ ຊ່ວຍເຫຼືອມົງໂກລີ ຮັບມືກັບພະຍາດໂຄວິດ-19

ໃນວິວັດການການພັດທະນາ, ຊົນຊາດຂອງພວກເຮົາໄດ້ສ້າງຄຸນຄ່າທີ່ໜ້ານັບຖືຫຼາຍຢ່າງ, ແຕ່ພວກເຮົາຍັງບໍ່ເຄີຍມີຄວາມຈະເລີນຮຸ່ງເຮືອງ. ຄວາມຜາສຸກມີມາພຽງແຕ່ໃນແຕ່ລະຈຸດເວລາ ແລະສ່ວນຫຼາຍກໍ່ຕ້ອງຊົດໃຊ້ດ້ວຍຄວາມເຈັບປວດ, ການສູນເສຍຫຼາຍຢ່າງ. ແຕ່ປະຈຸບັນແມ່ນເປັນຈຸດເວລາທີ່ພວກເຮົາເຕົ້າໂຮມທຸກເງື່ອນໄຂເພື່ອບັນລຸຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ. ນີ້ແມ່ນຈຸດເວລາພິເສດທີ່ສຸດໃນປະຫວັດສາດຂອງຊົນຊາດ.

ເຮັດແນວໃດເພື່ອໃຫ້ມີຄວາມຈະເລີນຮຸ່ງເຮຶອງ ແລະ ມີຄວາມຜາສຸກ?
ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ

ຍັງບໍ່ເຄີຍມີຄວາມຈະເລີນຮຸ່ງເຮືອງຈັກເທື່ອ

ຕະຫຼອດໄລຍະປະຫວັດສາດຫຼາຍພັນປີ, ພື້ນຖານເສດຖະກິດຂອງພວກເຮົາແມ່ນໄດ້ອີງໃສ່ກະສິກໍາເປັນຫຼັກ. ໃນລະຫວ່າງ 90% ຂອງແຫຼ່ງສະບຽງອາຫານແມ່ນມາຈາກເຂົ້າ. ສະມັດຕະພາບ, ປະລິມານການຜະລິດ ຄິດໄລ່ຕາມພື້ນທີ່, ຄ່າແຮງງານ ແລະປະຊາກອນຂ້ອນຂ້າງຕໍ່າ. ແຫຼ່ງທັນຍາຫານຈາກທຳມະຊາດ ຫຼື ການລ້ຽງສັດ ກໍ່ມີຂ້ອນຂ້າງໜ້ອຍຫຼາຍ. ໝາຍຄວາມວ່າ ຄວາມຕ້ອງການພື້ນຖານດ້ານວັດຖຸຕໍ່າສຸດຂອງປະຊາຊົນພວກເຮົາຍັງບໍ່ທັນໄດ້ຮັບການຕອບສະໜອງ ຢ່າງພຽງພໍ.

ກ່ຽວກັບບັນດາຜະລິດຕະພັນຈາກອຸດສາຫະກໍາ ຫຼື ມູນຄ່າເພີ່ມຈາກການຄ້າກັບບັນດາຊຸມຊົນອື່ນ ພວກເຮົາກໍ່ຍັງມີໜ້ອຍ. ໂດຍພື້ນຖານແລ້ວພື້ນຖານເສດຖະກິດຂອງພວກເຮົາຍັງເປັນພື້ນຖານເສດຖະກິດກະສິກໍາ, ຫັດຖະກໍາ ເຊິ່ງມີລັກສະນະກຸ້ມຕົນເອງ. ຊັບພະຍາກອນທຳມະຊາດ ແລະຄວາມສາມາດໃນການຂຸດຄົ້ນເພື່ອກາຍເປັນແຫຼ່ງກໍາລັງເສດຖະກິດແມ່ນຍັງບໍ່ຫຼາຍ. ເມື່ອປຽບທຽບກັບຊົນຊາດອື່ນ, ປະເທດອື່ນ ໃນຈຸດເວລາດຽວກັນຂອງປະຫວັດສາດ, ພວກເຮົາຍາມໃດກໍ່ຢູ່ຕໍ່າກວ່າລະດັບສະເລ່ຍຂອງໂລກ ກໍ່ຄືໃນທະວີບ.

ຂະແໜງບູຮານຄະດີວິທະຍາ ແລະ ບັນດາຂະແໜງການສຶກສາອື່ນໆ ໄດ້ສະແດງໃຫ້ເຫັນວ່າ ເມື່ອບັນດາສູນແຫ່ງຄວາມສີວິໄລອື່ນໆ ໄດ້ມີຫຼາຍຕົວເມືອງ, ກຳແພງ, ຜະລິດຕະພັນທີ່ເຮັດຈາກ ຄຳ, ເງິນ, ເພັດ, ວັດຖຸພັນມີຄ່າຫຼາຍກວ່າ 3000 ປີກ່ອນນັ້ນ ແມ່ນພວກເຮົາຈຶ່ງມີບັນດາວັດຖຸສິ່ງຂອງປະຖົມປະຖານ, ວັດຖຸພັນທີ່ມີມູນຄ່າຕໍ່າ, ຂາດຄວາມເຕົ້າໂຮມ. ໃນສະໄໝສັກດີນາ, ຢູ່ພາກເໜືອ, ຄົນຮັ່ງ ກໍ່ມີພຽງແຕ່ໄຫນໍ້າປາ, ໄຫໝາກເຂືອດອງໜ້ອຍໜຶ່ງ ແລະ ອູ່ເຂົ້າແມ່ນມີໄວ້ສຳຮອງພຽງພໍໃຫ້ສໍາລັບພຽງແຕ່ຄົນໃນຄອບຄົວ 1-2 ລະດຸການເທົ່ານັ້ນ.

ໃນຍຸກໃກ້ສະໄໝໃໝ່, ມີພາເຂົ້າເຮັດດ້ວຍທອງແດງ, ໝໍ້ເຮັດດ້ວຍທອງແດງ, ເຄື່ອງຮ້ານບູຊາ, ຕູ້ໃສ່ຊາ. ໝາຍຄວາມວ່າ ແມ່ນເຄື່ອງໃຊ້ປະຈໍາວັນ, ຈັດໂຊ. ໄພອຶດຫິວມີຢູ່ທົ່ວທຸກບ່ອນໃນຊີວິດຂອງຄົນສະໄໝກ່ອນ ແລະ ແກ່ຍາວໃນປະຫວັດສາດ ເຊິ່ງໄດ້ເຕົ້າໂຮມເລື່ອລາວໄວ້ໃນບົດເລື່ອງ, ປຶ້ມ, ບົດກະວີ, ບົດເພງ, ແລະອື່ນ... ໃນດ້ານພື້ນຖານໂຄງລ່າງ, ພວກເຮົາບໍ່ມີພື້ນຖານອຸດສາຫະກໍາທີ່ເປັນຂອບຂະໜາດ. ລະບົບຊົນລະປະທານ, ການສັນຈອນຍັງຈຳກັດ...

ເນື່ອງຈາກຫຼາຍປັດໄຈຄອບງຳ ເພາະສະນັ້ນກຳລັງປະດິດສ້າງໃນການພັດທະນາເສດຖະກິດ ກໍ່ຍັງມີຄວາມຈຳກັດ. ຖືກະສິກໍາປູກເຂົ້າເປັນຫຼັກ ໂດຍອີງໃສ່ ຄວາຍ, ຄັນໄຖ, ຄົກໂມ້, ກະດົ້ົ້ງ, ກະຈາດ, ທຸບ, ກະເຕິ... ຈິດຕະສາດຂອງຊາວຫວຽດນາມໃນກອນຜະຫຍາໄດ້ສະແດງອອກຢ່າງຈະແຈ້ງວ່າ “ຢູ່ໄກປ່າ, ຄິດງໍ້ນຳທະເລ”.

ການແຈກຢາຍຜົນປະໂຫຍດແມ່ນອີງໃສ່ໂຄງສ້າງສັງຄົມສັກດີນາທາງຕາເວັນອອກ, ສະນັ້ນມັນບໍ່ຍຸດຕິທໍາຫຼາຍ. ລະບອບສັກດີນາລົ້ມສະຫຼາຍ, ປະຊາຊົນຂອງປະເທດເຮົາໄດ້ກ້າວເຂົ້າສູ່ໄລຍະຖືກການປົກຄອງ, ຫຼັງຈາກນັ້ນແມ່ນສົງຄາມທີ່ຮຸນແຮງຍິ່ງເຮັດໃຫ້ເກີດຄວາມອຶດຫິວ, ຄວາມທຸກຍາກ, ຫຼ້າຫຼັງ...

ໂດຍຜ່ານຜ່າໄລຍະເກື້ອກູນ ແລະຂວ້ຳບາດ, ພວກເຮົາໄດ້ເຮັດວຽກດ້ວຍຄວາມໝົກມຸ້ນ, ເກັບທ້ອນ, ມີຄວາມມານະພະຍາຍາມເປັນເວລາ 35 ປີ ແຫ່ງການປ່ຽນແປງໃໝ່. ຄ່ອຍໆກ້າວເທື່ອລະກ້າວຈຶ່ງມາຮອດປະຈຸບັນ. ເບິ່ງຄືນເພື່ອໄດ້ເຫັນວ່າ: ຊົນຊາດຂອງພວກເຮົາບໍ່ເຄີຍມີຄວາມຈະເລີນຈັກເທື່ອ. ຜົນສໍາເລັດຂອງປະເທດໃນມື້ນີ້ແມ່ນຈຸດສູງສຸດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.

ທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເວົ້າວ່າ: “ປະເທດຂອງພວກເຮົາບໍ່ເຄີຍມີພື້ນຖານເພື່ອສ້າງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ” ແມ່ນມີຄວາມຖືກຕ້ອງເໝາະສົມ. ໝາຍຄວາມວ່າ ພວກເຮົາຕ້ອງສູ້ຊົນບັນລຸຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກແມ່ນ ສິ່ງຈໍາເປັນ ແລະຖືກເວລາ. ນີ້ແມ່ນຈຸດເວລາທີ່ສຸກງອມແຫ່ງປະຫວັດສາດຊົນຊາດ ທີ່ດໍາເນີນຂະບວນການຫັນປ່ຽນທີ່ສຳຄັນຍິ່ງ.

ຈະມີຄວາມສຸກກໍຕໍ່ເມື່ອຜ່າຜ່າຄວາມໂຊກຮ້າຍຫຼາຍຢ່າງ

ຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກແມ່ນສອງນິຍາມທີ່ແຕກຕ່າງກັນ. ຄວາມຜາສຸກແມ່ນນິຍາມທີ່ໝາຍເຖິງລັກສະນະຈິດໃຈຂອງແຕ່ລະຄົນ, ຂອງຊຸມຊົນໃດໜຶ່ງທີີ່ເບັ່ງບານເມື່ອເຂົາເຈົ້າບັນລຸໄດ້ຕາມຄວາມຄາດຫວັງໃດໜຶ່ງ. ຄວາມຄາດຫວັງຂອງຄວາມຈະເລີນຮຸ່ງເຮືອງກ່ຽວກັບດ້ານພື້ນຖານວັດຖຸ, ກ່ຽວກັບດ້ານສຸຂະພາບ ເຊິ່ງແນ່ນອນວ່າແມ່ນຄວາມຄາດຫວັງພື້ນຖານແຕ່ກໍ່ບໍ່ແມ່ນທຸກຢ່າງ.

ຄົນເຮົາມີບັນດາຄວາມຄາດຫວັງທີ່ຕ່າງກັນເພື່ອຈະບັນລຸເຊັ່ນ: ຄວາມເຂົ້າໃຈ, ໄດ້ຮັບຄວາມເຄົາລົບນັບຖື, ການອຸທິດຕົນ, ຄວາມຄິດປະດິດສ້າງ ແລະ ຄວາມອິດສະຫຼະ. ແຕ່ລະຂັ້ນທີ່ບັນລຸໄດ້ນັ້ນ ກໍ່ແມ່ນແຕ່ລະເທື່ອທີ່ໄດ້ຮັບຄວາມຜາສຸກ.

ໜຶ່ງໃນນັ້ນແມ່ນເວລາທີ່ສັງຄົມນັ້ນຕອບສະໜອງຕາມຄວາມຕ້ອງການທາງຈິດໃຈລວມສູງສຸດໃນຈຸດເວລານັ້ນ. ເຂົ້າໃຈໃນຄວາມໝາຍນີ້, ຊົນຊາດຂອງພວກເຮົາມີຫຼາຍເທື່ອໄດ້ດຳລົງຊີວິດຢ່າງມີຄວາມສຸກ. ນັ້ນແມ່ນຫຼັງຈາກສົງຄາມຕໍ່ຕ້ານຂອງການປ້ອງກັນຊາດ, ຕີໄຊຊະນະສັດຕູ, ຍາດເອົາປະເທດຄືນມາ. ນັ້ນເປັນຄວາມສຸກທີ່ໄດ້ຮັບການຍອມຮັບ, ໄດ້ຮັບຄວາມເຄົາລົບ.

ແຕ່ຄວາມສຸກເຫຼົ່ານັ້ນຕ້ອງແລກດ້ວຍເລືອດ ແລະນໍ້າຕາຢ່າງຫຼວງຫຼາຍ. ລາຄາຂອງຄວາມສຸກນັ້ນແພງເກີນໄປ ແຕ່ບໍ່ມີທາງເລືອກອື່ນ. ຫຼັງຈາກໄລຍະເວລານັ້ນ ກໍ່ແມ່ນຄວາມປາດຖະໜາໃຫ້ປະເທດຊາດມີສັນຕິພາບ. ໃນຄວາມຈິງແລ້ວ ຄວາມສັນຕິພາບແມ່ນຄວາມສະຫງົບສຸກຊາຍແດນ, ແມ່ນຄວາມສະເໝີພາບທີ່ກວ້າງຂວາງສໍາລັບທົ່ວສັງຄົມ.

ແລະຫຼັງຈາກສົງຄາມຕໍ່ຕ້ານທີ່ລຳບາກ ແລະມີການສູນເສຍ, ລາຊະວົງມັກຈະ “ເອົາໃຈໃສ່ຊິວີດການເປັນຢຸ່ຂອງພໍ່ແມ່ປະຊາຊົນ”, ຍົກເວັ້ນ ແລະຫຼຸດຜ່ອນການເກັບພາສີ, ການສ້ອມແປງວັດວາອາຮາມ, ການຈັດງານບຸນຕ່າງ… ຫຼັງຈາກນັ້ນ ກົນໄກການດໍາເນີນງານ ແລະບັນດາເງື່ອນໄຂຊີວິດການເປັນຢູ່ໂດຍທໍາມະຊາດ ພັດເຮັດໃຫ້ຊີວິດກັບຄືນສູ່ສະພາບເດີມ. ໝາຍຄວາມວ່າ ພໍ່ແມ່ປະຊາຊົນກໍ່ຕ້ອງດໍາລົງຊິວີດດ້ວຍຄວາມປະຢັດມັດທະຍັດ... ຄວາມຜາສຸກຕາມຄວາມໝາຍທີ່ໄດ້ຮັບການປະດິດສ້າງ ແລະ ການປະດິດສ້າງໄດ້ປະສົບຜົນສໍາເລັດ, ຜະລິດຊັບສິນອອກມາ, ໄດ້ຊົມໃຊ້ ດ້ວຍຄວາມຍຸດຕິທຳ… ແມ່ນຍັງບໍ່ທັນໄດ້ມີຈັກເທື່ອ.

ລຳບາກໃຫ້ເຖິງທີ່ສຸດ ເພື່ອອະນາຄົດທີ່ສະໜຸກສຸກສະບາຍ

ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ໄດ້ຂຽນໄວ້ໃນ ເລື່ອງ ກອນກ່ຽວ "ຫຼືລຳບາກໃຫ້ເຖິງທີ່ສຸດ ເພື່ອອະນາຄົດທີ່ສະໜຸກສຸກສະບາຍ?" ເວົ້າເຖິງການຫັນປ່ຽນຈາກຄວາມທຸກໂສກ ມາເປັນຄວາມສຸກໃນໂລກມະນຸດ. ອາດຈະຄິດຈາກຄວາມໝາຍນີ້ເພື່ອຄິດເຖິງວິວັດການພັດທະນາຂອງຊາດຂອງພວກເຮົາ. ເປັນຫຍັງຊາດຂອງພວກເຮົາຈິ່ງຍັງບໍ່ເຄີຍມີຄວາມຈະເລີນຮຸ່ງເຮືອງ; ແລະຄວາມຜາສຸກຈຶ່ງມີພຽງແຕ່ເມື່ອຕ້ອງຜ່ານ ຄວາມສູນເສຍ, ຄວາມທຸກລະທົມຢ່າງຫຼວງຫຼາຍ? ທໍາອິດແມ່ນກ່ຽວກັບເງື່ອນໄຂທໍາມະຊາດ.

ປະເທດຂອງພວກເຮົາເປັນເຂດຮ້ອນລົມມໍລະສຸມທີ່ຂ້ຽວຂາດຫຼາຍ. ແດດຮ້ອນ, ຝົນຕົກຫຼາຍ ແລະຄວາມຊຸ່ມຕໍ່າທີ່ບໍ່ເອື້ອອຳນວຍໃຫ້ແກ່ການພັດທະນາສໍາລັບພືດ ແລະສັດຫຼາຍຊະນິດ. ອີງຕາມຜົນການຄົ້ນຄວ້າແລ້ວ, ມີຫຼາຍສາຍພັນແຕ່ວ່າ ຊີວະລັກທີ່ໜ້ອຍ ແລະນ້ອຍ. ເຖິງແນວໃດກໍ່ຕາມ, ດ້ວຍສະພາບການດັ່ງກ່າວ, ໄວຣັດ, ແມ່ພະຍາດ ທີ່ເປັນອັນຕະລາຍ, ເປັນພິດ, ກໍ່ໃຫ້ເກີດພະຍາດຫຼາຍກວ່າບ່ອນອື່ນ...

ພູມສັນຖານແມ່ນສັ້ນ, ຊັນ, ມີຄວາມສ່ຽງທີ່ຈະເກີດນໍ້າຖ້ວມໄດ້ງ່າຍ, ຄຸນລັກສະນະດິນມີໜ້ອຍ. ເຂດທົ່ງພຽງບໍ່ເອື້ອອຳ ນວຍໃຫ້ແກ່ການພັດທະນາດ້ານກະສິກຳຂອບຂະໜາດໃຫຍ່. ບໍ່ມີທົ່ງພຽງ, ທົ່ງຫຍ້າອັນກວ້າງໃຫຍ່ສໍາລັບການປູກຝັງອັນກວ້າງໃຫຍ່ ຫຼື ລ້ຽງສັດໃຫຍ່. ບໍ່ມີການຜະລິດຂອບຂະໜາດໃຫຍ່ ສະນັ້ນຈິນຕະນາການທີ່ຈະເຮັດການໃຫຍ່, ຄວາມສາມາດໃນການຮ່ວມມືຂອງຊຸມຊົນທີ່ຍິ່ງໃຫຍ່, ການສະສົມກໍາລັງແຮງອັນຍິ່ງໃຫຍ່ ກໍ່ມີຄວາມຈໍາກັດຫຼາຍຢູ່.

ພູເຂົາທີ່ທຸລະກັນດານ, ການຄົມມະນາຄົມທີີ່ຫຍຸ້ງຍາກ... ອັນທີສອງ, ໃນແງ່ຂອງພູມສາດການເມືອງ, ພວກເຮົາຢູ່ໃນທີ່ຕັ້ງເດັ່ນພິເສດ, ເຄີຍມີສັດຕູຕ່າງປະເທດລ່ວງລ້ຳ. ສົງຄາມຍາມໃດກໍ່ເປັນ ບົດເພງທີ່ເຈັບປວດແຕ່ສະຫງ່າອົງອາດ ແຫ່ງປະຫວັດສາດປະເທດຊາດ. ໂດຍຈາກຊີວິດທີ່ຍາມໃດກໍ່ຕ້ອງມີການຕໍ່ສູ້,ຍາມໃດກໍ່ປະສົບກັບຄວາມທ້າທາຍອັນເປັນຕາຍ, ຄວາມປາດຖະໜາຂອງປະຊາຊົນພວກເຮົາພຽງແຕ່ມີເຂົ້າກິນອີ່ມ, ມີເຄື່ອງນຸ່ງອຸ່ນ ແລະມີຄວາມສະຫງົບສຸກ.

ແຕ່ເຖິງວ່າສິ່ງເຫຼົ່ານັ້ນກໍ່ບໍ່ຄ່ອຍຈະບັນລຸໄດ້ ສະນັ້ນມັນພຽງແຕ່ເປັນຄວາມປາຖະໜາຊື່ໆ. ໃນເງື່ອນໄຂການດໍາລົງຊີວິດດັ່ງກ່າວ ກໍ່ເຮັດໃຫ້ຄວາມສາມາດໃນການສະສົມຊັບສິນ, ຄວາມປາຖະໜາ ທີ່ຈະບືນຕົວ, ເປີດກວ້າງການພົວພັນການຄ້າ, ຄວາມຄິດປະດິດສ້າງ ແລະຄວາມຕ້ອງການໃນການຊົມໃຊ້ແມ່ນບໍ່ມີຫຼາຍຢູ່ໃນຈິດສຳນຶກຂອງຊາດ. ດ້ວຍຄຸນລັກສະນະສະເພາະຂອງຊົນຊາດພວກເຮົາແມ່ນ ມີຄວາມເປັນເອກະລາດ, ຮັກຊາດ ແລະຈິດໃຈທີ່ບໍ່ຍອມຈໍານົນ, ອົງອາດກ້າແກ່ນ ເພາະສະນັ້ນ, ເຖິງແມ່ນວ່າຊົນຊາດພວກເຮົາແມ່ນຊົນຊາດນ້ອຍກໍ່ຕາມ, ແຕ່ພວກເຮົາ ກໍ່ສາມາດປົກປ້ອງຜືນແຜ່ນດິນ, ອະທິປະໄຕ, ວັດທະນະທໍາຂອງພວກເຮົາ ຕໍ່ທຸກສັດຕູໃຫຍ່ໄວ້ໄດ້ຢ່າງຄົບຖ້ວນ.

ໂດຍຫຼາຍຊົນຊາດທີ່ຄ້າຍຄືກັນກັບພວກເຮົາໃນເງື່ອນໄຂທໍາມະຊາດ, ລະດັບການພັດທະນາ ແຕ່ເມື່ອພວກເຂົາຕໍ່ສູ້ກັບການຮຸກຮານຈາກພາຍນອກ ແມ່ນພວກເຂົາກໍ່ຕ້ອງເສຍສະລະ, ຍອມຮັບການເສຍສິດເອກະລາດ, ຄວາມເປັນເຈົ້າຕົນເອງບໍ່ແມ່ນໜ້ອຍ. ຜືນແຜ່ນດິນອາດຖືກຢຶດ, ຖືກແບ່ງແຍກ. ຍິ່ງໄປກວ່ານັ້ນກໍ່ຍັງມີຊົນຊາດທີ່ບໍ່ມີຊື່ປະເທດນຳອີກ. ເພາະສະນັ້ນ, ຖ້າຄຸນຄ່າອັນຍິ່ງໃຫຍ່ທີ່ສຸດຂອງຊົນຊາດໃດໜຶ່ງ ແມ່ນຄວາມເປັນເອກະລາດແລ້ວ ເຊິ່ງສໍາລັບພວກເຮົາ ແມ່ນຍັງຄົບຖ້ວນຄືເກົ່າ.

ພວກເຮົາຈະປົກປ້ອງຄຸນຄ່ານັ້ນໄດ້ ພວກເຮົາກໍ່ຕ້ອງເສຍສະລະ, ມີຄວາມທຸກຍາກລຳບາກ, ຫຼ້າຫຼັງ... ເຊິ່ງກໍ່ເປັນສິ່ງທີ່ເຂົ້າໃຈໄດ້ງ່າຍ.

ຄວາມໂຫດຮ້າຍ ແລະສິ່ງທ້າທາຍເຫຼົ່ານີ້ກໍ່ຍັງໄດ້ສ້າງເປັນກຳລັງແຮງ, ຄຸນນະທາດຫຼາຍຢ່າງຂອງຊົນຊາດ ເຮົາ. ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ໃນສະພາບການທີ່ປະເທດຊາດມີຄວາມສັນຕິພາບ, ການພົວພັນສາກົນນັບມື້ນັບມີຄວາມສະດວກຂຶ້ນ. ທຸກຂົງເຂດຂອງຊີວິດ, ບັນດາເງື່ອນໄຂເບື້ອງຕົ້ນສໍາລັບການບືນຕົວຂຶ້ນເພື່ອບັນລຸໄດ້ລະດັບໃໝ່, ການຫັນເປັນຄຸນນະພາບຂອງປະເທດຊາດ... ປັດຈຸບັນພວກເຮົາພວມມີຢູ່. ນີ້ແມ່ນຈຸດເວລາທີ່ສຸກງອມແຫ່ງປະຫວັດສາດຊົນຊາດເພື່ອກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ.

ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ

ຄອບຄົວ: ບ່ອນກ້າເບ້ຍແຫ່ງຄວາມສຸກ

ໂດຍເລີ່ມຕົ້ນຈາກບັນຫາປະຈໍາວັນ, ເຊິ່ງແມ່ນວັດທະນະທໍາຄອບຄົວ. ຄົງຈະບໍ່ມີຊົນຊາດໃດ, ສິ່ງໃດທີ່ຮັກແພງສະໜິດສະໜົມ, ລ້ຳຄ່າ, ສະແດງຄວາມນັບຖືຢ່າງສູງທີ່ສຸດກ່ຽວກັບຈິດໃຈທີ່ສ່ວນຫຼາຍແມ່ນຕິດພັນກັບຄອບຄົວຄືກັບຢູ່ຫວຽດນາມພວກເຮົາ.

ຄອບຄົວທີ່ທັນສະໄໝ ເພື່ອຈະມີຄວາມສຸກຕ້ອງສູ້ຊົນໃຫ້ບັນລຸມາດຖານຈໍານວນໜຶ່ງ, ເປັນຕົ້ນຄື: ເສດຖະກິດຄອບຄົວທີ່ມີຢູ່ມີກິນ; ບັນດາສະມາຊິກໃນຄອບຄົວມີລະດັບການສຶກສາທີ່ເໝາະສົມກັບເງື່ອນໄຂຂອງຕົນເອງ; ສະມາຊິກໃນຄອບຄົວຕ້ອງເຄົາລົບເຊິ່ງກັນແລະກັນຕາມຂັ້ນ, ລຸ້ນຄົນ ແລະສາຍເລືອດ. ບັນດາສິ່ງເຫຼົ່ານັ້ນກໍ່ເປັນວັດທະນະທຳອັນລ້ຳຄ່າທີ່ຄົນສະໄໝກ່ອນໄດ້ກໍານົດໄວ້ເປັນຫຼັກແຫຼ່ງແກ່ນສານທິດສະດີ, ຂະຫນົບທຳນຽມຂອງຄອບຄົວ.

ຕໍ່ໄປແມ່ນຄອບຄົວທີ່ຈໍາເປັນຕ້ອງມິບັນດາການຕົກລົງສັນຍາ, ການເຄື່ອນໄຫວກ່ຽວກັບການດຳເນີນຊີວິດຄອບຄົວກໍ່ຄືບັນດາການຕົກລົງກັນໃນການການພົວພັນແລກປ່ຽນລະຫວ່າງຄົນໃນບັນດາການພົວພັນຄອບຄົວ. ຜ່ານນັ້ນ, ນອກຈາກການໄດ້ຊົມໃຊ້ການເຕົ້າໂຮມກັນແລ້ວ, ກໍ່ຍັງມີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະສານສົມທົບກັນ, ໜູນຊ່ວຍ, ແກ້ໄຂບັນດາບັນຫາທີ່ເກີດຂື້ນ...

ບັນດາຄອບຄົວຄືດັ່ງກ່າວຈະເປັນຄົນຊົນຊັ້ນກາງໃນສັງຄົມ. ສັງຄົມແຫ່ງຄວາມສີວິໄລ ຄືໃນປະຈຸບັນ ໄດ້ຖືກປະເມີນຜ່ານການພັດທະນາຂອງຊົນຊັ້ນນີ້. ຄົນຊົນຊັ້ນກາງໃນສັງຄົມ ຍິ່ງຫຼາຍ, ຍິ່ງຮັ່ງມີ ວັດທະນະທໍາສູງ ແມ່ນໄລຍະຫ່າງທາງສັງຄົມ ກໍ່ຍິ່ງໜ້ອຍລົງ, ພື້ນທີ່ສັງຄົມຍິ່ງສູງຂຶ້ນ.

ຄອບຄົວ, ພາສາຫວຽດນາມເອີ້ນວ່າຍ່າ. ພວກເຮົາເອງ ເອີ້ນເມຍພວກເຮົາວ່າ “ຍ່າໂຕຍ”,“ຍ່າໜໍ”. ບັນດາບຸກຄົນທີ່ມີອາຊີບທີ່ສູງສົ່ງຖືກເອີ້ນວ່າ "ຍ່າເທີ - ນັກກະວີ", "ຍ່າຢາວ - ຄູ", "ຍ່າວັນ - ນັກປະພັນ", "ຍ່າງຽນກຶ໋ວ - ນັກຄົ້ນຄວ້າ", "ຍ່າກ໊ຽນຈຸກ - ນັກສະຖາປານິກ"... ຄໍາທັກທາຍພົບປະດ້ວຍຄວາມຈິງໃຈ, ຟັງງ່າຍທີ່ສຸດຂອງແຕ່ລະຄົນໃນເວລາທີ່ແນະນໍາຕົວເຊັ່ນ: "ຂ້າພະເຈົ້າ", "ນ້ອງ", ຫຼື "ຫຼານ" ທີ່ປະສົມກັບຄຳວ່າ "ຍ່າ" ມາເປັນ "ຍ່າໂຕຍ, ຍ່າແອມ, ຍ່າເຈົ໋າ"… ກົງຈັກອຳນາດໃຫຍ່ສຸດ ເພື່ອການຈັດຕັ້ງ, ບໍລິຫານສັງຄົມ ກໍ່ໄດ້ ປະສົມກັບຄຳວ່າ "ຍ່າ".

ນັ້ນແມ່ນ "ຍ່າເນື໋ອກ - ລັດ". ຍ່າ ໄປຄຽງຄູ່ກັບ ເນື໋ອກ. “ຍ່າ” ຂຶ້ນກ່ອນ “ເນື໋ອກ” ຕາມຫຼັງ… ໃນຈິດສຳນຶກ, ວັດທະນະທຳອັນເລິກເຊິ່ງ ແລະຍືນຍົງຂອງຊົນຊາດພວກເຮົາແມ່ນຄຸນຄ່າຄອບຄົວ. ເພາະສະນັ້ນ, ຕາມຂ້າພະເຈົ້າແລ້ວ, ການສ້າງຄວາມຜາສຸກໃຫ້ກັບຄອບຄົວຈະເປັນແກນກາງ, ພື້ນຖານ, ກຳລັງໜູນ ແລະເປົ້າໝາຍຂອງທຸກໂຄງການພັດທະນາຄວາມສີວິໄລສັງຄົມຢູ່ຫວຽດນາມໃນຫຼາຍຍຸກ.

ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ

ປະຈຸບັນ, ວັດທະນະທຳສັງຄົມທີ່ມີຄຸນຄ່າກ່ຽວກັບຄວາມສວຍງາມກຳລັງຊຸດໂຊມ, ຜິດເຂວ, ຊອດກະຈາ... ດ້ວຍຫຼາຍສາເຫດ. ເພາະສະນັ້ນ, ວັດທະນະທຳຄອບຄົວດັ້ງເດີມທີ່ມີຄວາມໝັ້ນຄົງ ແລະດີງາມທີ່ສຸດຂອງຫວຽດນາມກໍ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຄືກັນ. ການເຜີຍແຜ່ຂອງວັດທະນະທໍາທີ່ຊອດກະຈາ, ຊຶ່ງສ່ວນໃຫຍ່ແມ່ນຢູ່ທາງປີ້ນຂອງມັນ; ການເພີ່ມຂຶ້ນຂອງລະດັບຊີວິດ; ການເພີ່ມຂຶ້ນຂອງບັນດາພາຫະນະການດຳລົງຊີວິດທາງວັດທະນະທໍາ, ຈິດໃຈ; ໃນທາງປີ້ນຂອງເສດຖະກິດຕະຫຼາດ ແລະການບໍລິໂພກ; ທ່າອ່ຽງຂອງການຫັນເປັນຕົວເມືອງ… ເຊິ່ງເຮັດໃຫ້ຄົນລຸ້ນໜຸ່ມບໍ່ໄດ້ຮັບການຊົມໃຊ້ບັນດາຄຸນຄ່າຂອງວັດທະນະທຳຄອບຄົວດັ້ງເດີມເປັນຢ່າງດີ.

ແລະ ເຄືອຂ່າຍອິນເຕີເນັດກໍ່ເຊັ່ນກັນ, ໃນຜົນປະໂຫຍດຫຼາຍອັນຂອງອິນເຕີເນັດນັ້ນ ກໍ່ບໍ່ແມ່ນເລື່ອງຍາກເພື່ອໃຫ້ພວກເຮົາທີ່ຈະຮູ້ເຫັນ, ມັນກໍ່ຍັງສົ່ງຜົນສະທ້ອນຕໍ່ພື້ນຖານຄຸນສົມບັດສິນທຳຂອງຄອບຄົວນຳອີກ, ຄຸນສົມບັດສິນທຳສັງຄົມໃນຫຼາຍພື້ນຖານວັດທະນະທໍາທີ່ແຕກຕ່າງກັນ. ຄວາມໂສກເສົ້ົ້າໃນຄອບຄົວຫຼາຍຢ່າງທີ່ເກີນຄວາມນຶກຝັນ ໄດ້ເກີດຂື້ນຈາກຄວາມຄິດເພີ້ຝັນຂອງການສ້າງຄວາມຮັ່ງມີທີ່ປ່ຽນຮູບ, ຜ່ານການຫຼິ້ນການພະນັນ, ຜ່ານການປ່ຽນຮູບຂອງການລົງທຶນແບບບໍ່ມີຕົວຕົນຢູ່ເຄືອຂ່າຍອິນເຕີເນັດ. ເຈັບປວດໃຈແທ້ໆ.

ແຕ່ໃນສະພາບການແຜ່ລະບາດຂອງພະຍາດ COVID-19 ຄືໃນປັດຈຸບັນ, ຢູ່ໃນຈຸດທີ່ມີການວິກິດການທີ່ສຸດຂອງໂລກ ກໍ່ຄືຢູ່ໃນຈຸດທີ່ມີການວິກິດການທີ່ສຸດຢູ່ໃນຫວຽດນາມ, ແຕ່ລະຄົນກໍ່ເຫັນໄດ້ຄຸນຄ່າອັນສູງສຸດແຫ່ງຄວາມອົບອຸ່ນຂອງຄອບຄົວ, ນ້ຳໃຈໃນການປຸ້ມລຸມຫຸ້ມຫໍ່ ແລະ ພ້ອມທັງບັນດາຄວາມສຸກຂອງການອຸທິດຕົນ. ບັນດາອົງການທີ່ມີໜ້າທີ່, ບັນດາອົງການຈັດຕັ້ງທາງດ້ານການເມືອງສັງຄົມ ກໍ່ຕ້ອງມີບັນດາຍຸດທະສາດທີ່ທັນເວລາ, ເໝາະສົມເພື່ອປົກປັກຮັກສາ, ເສີມຂະຫຍາຍວັດທະນະທຳຄອບຄົວ.

ເຮັດແນວໃດເພື່ອໃຫ້ມີຄວາມຈະເລີນຮຸ່ງເຮຶອງ ແລະ ມີຄວາມຜາສຸກ?
ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ

ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ

-ເກີດປິ 1956

-ຊ່ຽວຊານຄົ້ນຄ້ວາ ແລະສິດສອນວັດທະນະທໍາພື້ນເມືອງ ຕັ້ງແຕ່ປີ 1978 ຢູ່ມະຫາວິທະຍາໄລສັງລວມຮ່າໂນ້ຍ. (ປະຈຸບັນແມ່ນມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ).

-ໄດ້ພິມຈຳໜ່າຍຫຼາຍຜົນງານການຄົ້ນຄວ້າວິຊາສະເພາະ; ປະດິດແຕ່ງຫຼາຍຢ່າງກ່ຽວກັບວັນນະຄະດີສິລະປະ, ໜັງສືພິມ, ວັດທະນະທໍາ, ປະຫວັດສາດ.

-ມີໃບຍ້ອງຍໍ, ຫຼຽນກາ, ຫຼຽນກາລະນຶກ ຫຼາຍຢ່າງ ໃນດ້ານການສຶກສາ, ກຳມະບານ, ການພົວພັນສາກົນ, ປະດິດແຕ່ງວັນນະຄະດີ...

ໄຊພອນ

ເຫດການ