ກ່​ວາ 2 ລ້ານ USD ເພື່​ອ​ໜູນ​ຊ່ວຍ​ການຫຼຸດ​ຜ່ອນ​ອັດ​ຕາເສຍຊີວິດຂອງແມ່ທີ່​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ຫວຽດ​ນາມ​ລົງ

21:00 | 27/09/2021

ຍ​ສ​ໝ - ນັ້ນ​ແມ່ນຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ໂຄງ​ການ “ບໍໍ່ປະ​ໃຫ້​ຜູ້​ໃດ​ຖືກ​ຕົກຢູ່​ທາງຫຼັງ: ບັນ​ດາ​ການ​ແຊກ​ແຊງ​, ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ສະ​ພາບ​ການ​ເສຍ​ຊີ​ວິດ​ຂອງ ​​ຜູ້​ເປັນແມ່ທີ່​ແມ່ນ​ຊົນ​ເຜົ່າ​ສ່ວນໜ້ອຍ ຢູ່ ຫວຽດ​ນາມ”.

ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້. ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້.
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ
ກ່​ວາ 2 ລ້ານ USD ເພື່​ອ​ໜູນ​ຊ່ວຍ​ການຫຼຸດ​ຜ່ອນ​ອັດ​ຕາເສຍຊີວິດຂອງແມ່ທີ່​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ຫວຽດ​ນາມ​ລົງ
ສ້າງ​ເຄືອ​ຂ່າຍ​ຜະດຸງຄັນ ຢູ່ບັນ​ດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ຫ່າງ​ໄກ​ສອກຫຼີກ (ພາບ: TTXVN)

ໂຄງ​ການ “ບໍໍ່ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ: ບັນ​ດາ​ການ​ແຊກ​ແຊງ​, ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ສະ​ພາບ​ການ​ເສຍ​ຊີ​ວິດ​ຂອງ​​ຜູ້​ເປັນແມ່ທີ່​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່ ຫວຽດ​ນາມ” ໂດຍ​ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ (UNFPA) ປະ​ຈຳ ຫວຽດ​ນາມ, ບໍ​ລິ​ສັດ​ການ​ຢາ​ຊີ​ວະ​ສາດ ນາໆຊາດ Merck Sharp & Dohme-MSD HH ແລະ ກອງ​ທຶນ MSD ສຳລັບ​ຜູ້​ເປັນ​ແມ່ ລົງ​ນາມ, ເລີ່ມ​ດຳ​ເນີນ​ດ້ວຍ​ຈຳ​ນວນ​ເງິນ​ອຸປະຖຳ​ກ່​ວາ 2 ລ້ານ USD ໃນ​ໄລ​ຍະ​ເວ​ລາ 3 ປີ (ນັບ​ແຕ່​ເດືອນ ມິ​ຖຸ​ນາ ປີ 2021).

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ Naomi Kitahara ຫົວ​ໜ້າ​ຜູ້​ຕາງ​ໜ້າ UNFPA ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ​ຫຼາຍ​ພໍ​ສົມ​ຄວນ​ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບການ​ເກີດ​ລູກ - ການເພດ​ສຳ​ພັນຂອງ​ປະ​ຊາ​ຊົນ ​ໃນ 20 ປີ​ຜ່ານ​ມາ, ແລະ​ແມ່ນ​ໜຶ່ງ​ໃນ 6 ປະ​ເທດ​ອັນ​ໜຶ່ງ​ດຽວ​ໃນ​ໂລກ ທີ່ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດສະວັດ ເລກ​ທີ 5 ((MDG5) ກ່ຽວ​ກັບ​ການຫຼຸດ​ຜ່ອນ​ສະ​ພາບ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ເປັນ​ແມ່ ​ເມື່ອ​ປີ 2015.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງມີຄວາມ​ຄົງຄ້າງຄວາມ​ຜິດ​ດ່ຽງ ແລະ ບໍ່​ມີ​ຄວາມ​ສະ​ເໝີ​ພາບໃນ​ການ​ສຳ​ຜັດ, ນຳ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃນ​ການ​ເກີດ​ລູກ - ການ​ເພດ​ສຳ​ພັນ ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ, ບັນ​ດາ​ເຂດ​ພາກ.

ທ່ານ​ນາງ Naomi Kitahara ໄດ້​ເນັ້ນ​ໜັກ​ວ່າ: ເລື່ອງ​ລົງ​ນາມ​ເລີ່ມ​ດຳ​ເນີນ​ໂຄງ​ການນີ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ UNFPA ໃນ​ການ​ສືບ​ຕໍ່​ໜູນ​ຊ່ວຍລັດ​ຖະ​ບານ ຫວຽດ​ນາມ ຮັບ​ປະ​ກັນ​ສິດ ແລະ ການ​ຄັດ​ເລືອກ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ພ້ອມ​ທັງ​ຮັບ​ປະ​ກັນ​ການ​ສະ​ໜອງ​ບັນ​ດາ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃນ​ການ​ເກີດ​ລູດ - ການເພດ​ສຳ​ພັນ ທີ່​ມີ​ຄຸນ​ນະ​ພາບ ເພື່ອຕ້ານສະ​ພາບ​ການ​ເສຍ​ຊີ​ວິດ​ຂອງ​ແມ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ຫວຽດ​ນາມ ໃນ​ປີ 2030.

ຕາມ UNFPA ຫວຽດ​ນາມ ແລ້ວ, ເປົ້າ​ໝາຍ​ຂອງ​ໂຄງ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ສຳ​ຜັດ​ກັບ​ການ​ນຳ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃນ​ການ​ເກີດ​ລູກ - ການ​ເພດ​ສຳ​ພັນຢ່າງ​ຮອບ​ດ້ານ, ມີ​ຄຸນ​ນະ​ພາບ, ມີ​ຄວາມ​ສາ​ໝັກ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ການ​ຊ່ວຍສຸກເສີນ​ໃນ​ການ​ປະສູດ ຢູ່​ບັນ​ດາ​ເຂດ​ພູ​ສູງ, ສ້າງ​ເຄືອ​ຂ່າຍ​ຜະດຸງຄັນ ຢູ່ບັນ​ດາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ຫ່າງ​ໄກ​ສອກຫຼີກ.

ໂຄງ​ການ​ຈະ​ປະ​ສົມ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ເຂົ້າ​ໃນ​ໂຄງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ການ​ເກີດ​ລູກ - ການ​ເພດ​ສຳ​ພັນ ໃນ​ປັດ​ຈຸ​ບັນ​.

ໂຄງ​ການ​ຈະ​ປະ​ຕິ​ບັດ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ສຶກ​ສາ​ສຸ​ຂະ​ພາບ​ຕາມ​ທິດ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ແລະ ລະ​ບົບ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເກີດ​ລູດ​ຢ່າງ​ປອດ​ໄພ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

UNFPA ຈະ​ສົມ​ທົບ​ກັບ​ກະ​ຊວ​ງ​ສາ​ທາ​ລະ​ນະ​ສຸກ, ພະ​ແນກ​ສາ​ທາ​ລະ​ນະ​ສຸກ ປະ​ຕິ​ບັດ​ໂຄງ​ການໃນ 6 ແຂວງ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ໄລ​ຍະ​ແຕ່ ວັນ​ທີ 1 ກັນ​ຍາ ປີ 2021 ຫາ​ວັນ​ທີ 30 ກັນ​ຍາ ປີ 2024.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.