ຫ​ໍ​ພິ​ພິ​ທະ​ພັນ​ນະ​ຄອນ​ໂຮ່​ຈີ​ມິນ ນອນ​ໃນ Top ບັນ​ດາ​ສະ​ຖ​ານ​ທີ່​ດຶງ​ດູດ​ໃຈ​ທີ່​ສູດ​ໃນ​ໂລກ

17:04 | 13/04/2023

ຍ​ສ​ໝ - ຫວ່າງ​ມໍ່ໆ​ມາ​ນີ​, Stasher - ແອບ​ ເບິ່ງສຳ​ພາ​ລະຊ່ວຍ​ແຂກ ເຊິ່ງ​ມີ​ຄູ່​ຮ່ວມ​ມື​ກັບ 250 ນະ​ຄອນ​ໃນ​ທົ່ວ​ໂລກ ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ 99 ແຫ່ງ.

ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ
ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ
ຫ​ໍ​ພິ​ພິ​ທະ​ພັນ​ນະ​ຄອນ​ໂຮ່​ຈີ​ມິນ ນອນ​ໃນ Top ບັນ​ດາ​ສະ​ຖ​ານ​ທີ່​ດຶງ​ດູດ​ໃຈ​ທີ່​ສູດ​ໃນ​ໂລກ
ພາບ​ປະ​ກອບ: Internet

ຫວ່າງ​ມໍ່ໆ​ມາ​ນີ​, Stasher - ແອບ​ ເບິ່ງສຳ​ພາ​ລະ​ຊ່ວຍແຂກ ເຊິ່ງ​ມີ​ຄູ່​ຮ່ວມ​ມື​ກັບ 250 ນະ​ຄອນ​ໃນ​ທົ່ວ​ໂລກ ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ 99 ແຫ່ງ. ຫໍ​ພິ​ພິ​ທະ​ພັນ​ພະ​ຍານຫຼັກ​ຖານ​ສົງ​ຄາມ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຢືນ​ຢູ່​ອັນ​ດັບ​ທີ 61 ແລະ ແມ່ນ​ຜູ້​ຕາງ​ໜ້າ​ອັນ​ໜຶ່ງ​ດຽວ​ຂອງ​ຫວຽດ​ນາມ ທີ່ນອນ​ໃນ Top ດັ່ງກ່າວ.

ບັນ​ຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ 99 ແຫ່ງ​ໂດຍ​ອີງ​ຕາມ​ການ​ສັງ​ລວມ​ຈາກ TripAdvisor, Google Reviews. ມາດຖານການຄັດເລືອກ ລວມ​ມີ: ຄວາມ​ສາ​ມາດ​ໃນ​ການ​ເດີນ​ທາງ​ໄປ​ມາ (ມີຫຼາຍ​ຖ້ຽວ​ບິນ​ໄປ​ມາ, ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ໃນ​ນະ​ຄອນ​ໄປ​ຍັງ​ບັນ​ດາ​ສະ​ຖານ​ທີ່​ນັດ​ພົບ​ນີ້​ມີ​ຄວາມ​ສະ​ດວກ), ມີຫຼາຍ​ບ່ອນ​ພັກ​ເຊົາ​ທີ່​ມີ​ຄຸນ​ນະ​ພາບ, ແມ່ນ​ສະ​ຖານ​ທີ່​ປອດ​ໄພ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ, ມີ​ຄວາມ​ປອດ​ໄພ​ຕໍ່​ແຂກ​ທ່ອງ​ທ່ຽວ, ມີຄວາມ​ໝັ້ນ​ຄົງ​ທີ່​ດີ ແລະ ມີ​ການເອົາ​ລົງໃນ​ສື່​ສັງ​ຄົມ​ອອນ​ໄລທີ່​ໄດ​້​ຮັບ​ການ​ນິ​ຍົມ​ຈາກຫຼາຍ​ຄົນ.

ຫ​ໍ​ພິ​ພິ​ທະ​ພັນ​ຫຼັກ​ຖານ​ສົງ​ຄາມ​ຕັ້ງ​ຢູ່​ຖະ​ໜົນ ຫວໍ​ວັນ​ເຕິນ, ເມືອງ 3, ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 4 ກັນ​ຍາ ປີ 1975. ຫໍ​ພິ​ພິ​ທະ​ພັນ​ແມ່ນ​ສະ​ມາ​ຊິກ​ຂອງ​ລະ​ບົບ​ບັນ​ດ​າ​ຫ​ໍ​ພິ​ພິ​ທະ​ພັນ​ຫວຽດ​ນາມ, ບັນ​ດາ​ຫໍ​ພິ​ພິ​ທະ​ພັນ​ເພື່ອ​ສັນ​ຕິ​ພາບ​ໂລກ ແລະ ສະ​ພາ​ສາ​ກົນ​ບັນ​ດາ​ຫໍ​ພິ​ພິ​ທະ​ພັນ.

ຫໍ​ພິ​ພິ​ທະ​ພັນ​ໄດ້​ຄົ້ນ​ຄວ້າສະເພາະ, ສະ​ສົມ, ອະ​ນຸ​ລັກ​ຮັກ​ສາ ແລະ ວາງ​ສະ​ແດງ​ບັນ​ດາຫຼັກ​ຖານ​ໂທດ​ກຳ ແລະ ຜົນ​ຕາມ​ມາ​ຂອງ​ສົງ​ຄາມ​ຮຸກ​ຮາມ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.