​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ໂລ​ວາ​ກີ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ປະ​ເທດ​ Slovakia

10:12 | 06/09/2023

ຍສໝ - ວັນທີ 7 ມິຖຸນາ 2023, ລັດຖະບານ ສະໂລວາກີ ໄດ້ຕົກລົງຮັບຮອງເອົາ ຊາວ ສະໂລວາກີ ເຊື້ອຊາດ ຫວຽດນາມ ແມ່ນຊົນເຜົ່າສ່ວນໜ້ອຍທີ 14 ຂອງປະເທດ Slovakia.

ມາຮອດປັດຈຸບັນ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ ແມ່ນປະຊາຄົມຊາວ ຫວຽດນາມ ທີ 2 ໃນໂລກ (ຖັດຈາກ ເຊັກໂກ) ທີ່ໄດ້ຮັບການຮັບຮອງວ່າ ເປັນຊົນເຜົ່າສ່ວນໜ້ອຍຂອງປະເທດປະຈຳຖິ່ນ. ເນື່ອງໃນໂອກາດນີ້, ວັນທີ 25 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ ກໍ່ໄດ້ຈັດພິທີຊົມເຊີຍປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ.

​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ໂລ​ວາ​ກີ ໄດ້​ຮັບ​ການ​ຮັບ​ຮອງວ່າ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ປະ​ເທດ​ Slovakia
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ເລຖີ້ທູ່ຮັງ ​ໄດ້​ກ່າວ​ຄຳ​ປາ​ໄສ​ຊົມ​ເຊີຍ. (ພາບ: ຄະນະກຳມະການລັດກັບ NVNONN)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຫງວຽນ ຕວັນ ໄດ້ເນັ້ນໜັກວ່າ ເລື່ອງ ລັດຖະບານ ສະໂລວາກີ ຮັບຮອງເອົາປະຊາຄົມຊາວ ຫວຽດນາມ ເປັນຊົນເຜົ່າສ່ວນໜ້ອຍນັ້ນ ເປັນການພິສູດໃຫ້ເຫັນບົດບາດຂອງປະຊາຄົມຊາວ ຫວຽດນາມ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງ ສະໂລວາກີ, ຜ່ານນັ້ນ ກໍໍ່ຈະປະກອບສ່ວນຊຸກຍູ້ການພັດທະນາອັນດີງາມຂອງການພົວພັນມິດຕະພາບ ຫວຽດນາມ - ສະໂລວາກີ ຕື່ມອີກ. ທ່ານເອກອັກຄະລັດຖະທູດ ຖືວ່າ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ ເວົ້າສະເພາະ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດອື່ນໆໃນໂລກເວົ້າລວມ ຍາມໃດກໍມານະພະຍາຍາມສ້າງສາ ແລະ ພັດທະນາປະຊາຄົມໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ໂດຍອຳນາດການປົກຄອງປະເທດປະຈຳຖິ່ນໄດ້ຮັບຮູ້ ແລະ ຕີລາຄາສູງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.