ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້.

16:53 | 24/09/2021

ຍ​ສ​ໝ - ທີ່​ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 20 ກັນ​ຍາ, ທ່ານຫວໍ​ວັນ​ຮ​ວານ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນໂຮ່​ຈີ​ມິນໃຫ້​ຮູ້​ວ່າພາຍຫຼັງ​ປະ​ຕິ​ບັດ​ສຳ​ເລັດ 2 ບ້ວງ​ເງິນ​ໜູນ​ຊ່ວຍ, ນະ​ຄອນຈະ​ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວ​ຍ​ທີ 3 ດ້ວຍ​ບັນ​ດາ​ເນື້ອ​ໃນ, ເປົ້າ​ໝາຍ, ລະ​ດັບ​ການ​ໜູນ​ຊ່ວຍແລະບາງຫຼັກ​ການ​ພື້ນ​ຖານເພື່ອ​ຮັບ​ປະ​ກັນ​ການ​ເປີດ​ເຜີຍ, ເໝາະສົມ​, ຖືກ​ຕ້ອງ​ຕາມຂໍ້ກຳນົດ​ກົດ​ໝາຍ…

VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ
ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ
ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້.
ທ່ານ ຫວໍ​ວັນ​ຮ​ວານ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: tienphong.vn)

ບັນ​ຊີລາຍ​ຊື່​ໜູນ​ຊ່ວຍບ້ວງ​ໜູນ​ຊ່ວຍ​ທີ 3 ອີງ​ໃສ່ 2 ບ້ວງ​ກ່ອນ ແລະໄດ້​ອັ​ບ​ເດດເພີ່ມຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ອີກເພື່ອ​ອັບ​ເດດ​ໃນ​ບ້ວງ​ໜູນ​ຊ່ວຍ​ທີ 3. ທຸກ​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຈະ​ໄດ້​ຮ​ັ​ບ​ການ​ເບິ່ງ​ແຍງ​ດູ​ແລບົນ​ພື້ນ​ຖານໄປແຕ່​ລະ​ຮ່ອມ, ແຕ່​ລະ​ບ້ານ, ສ​ຳ​ຜັດ​ກັບ​ປະ​ຊາ​ຊົນ​​ຢ່າງ​ໃກ້​ຊິດ​ທີ່​ສຸດປະ​ຕິ​ບັດ​ຢ່າງ​ເປີດ​ເຜີຍ, ມີ​ຄວາມ​ຍຸ​ຕິ​ທຳ, ໂປ່ງ​ໄສ, ຈຳ​ກັດ​ຂໍ້​ຜິດ​ພາດ.

ທາງ​ນະ​ຄອນ​ໄດ້​ຊີ້​ນຳ​ບັນ​ດາ​ທ້ອງ​ຖິ່ນໜູນ​ຊ່ວຍ​ຢ່າງ​ຖືກ​ຕ້ອງ, ພຽງ​ພໍ​, ສ້າງ​ບັນ​ຊີ​ລາຍ​ຊື່ຢ່າງ​ຄົບ​ຖ້ວນ, ບ​ໍ່​ຈຳ​ແນກ​ການ​ພັກ​ພາ​ອາ​ໄສຖາ​ວອນຫຼື ຊົ່ວຄາວແລະບໍ່​ປະ​ໃຫ້​ເປົ້າ​ໝາຍບໍ່​ດີ​ສວຍ​ໃຊ້​ນະ​ໂຍ​ບາຍ​ເພື່ອ​ຍາດ​ເອົາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

ບັນ​ດາ​ເປົ້າ​ໝາຍ​ຈະ​ໄດ້​ຮັບ​ກາ​ນ​ບ້ວງ​ໜູນ​ຊ່ວຍ​ທີ 3 ລວມ​ມີ: ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທຸກ​ຍາກ, ຜູ້​ທີ່ນອນ​ໃນ​ຂອບ​ເຂດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສັງ​ຄົມທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເຊິ່ງໄລ່​ຕາມ​ຫົວ​ຄົນ.

ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ແທ້​ຈິງຍ້ອນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ບໍ່​ມີ​ລາຍ​ຮັບ​ໃນ​ໄລ​ຍະ​ນະ​ຄອນ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ທີ່​ແກ່​ຍາວເຊິ່ງພວມ​ມີ​ໜ້າ​ຢູ່​ຕາ​ແສງ, ເທດ​ສະ​ບານຂອງ​ນະ​ຄອນຫຼືພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ບັນ​ດາ​ໂຮງ​ໝໍ, ຮາກ​ຖານ​ແຍກ​ຕົວ. ບັນ​ດາ​ຜູ້​ຄົນ​ທີ່​ບໍ່​ມີ​ໜ້າ​ຢູ່​ທ້ອງ​ຖິ່ນແຕ່​ພວມ​ໄດ້​ຮັບ​ການ​ປິ່ນ​ປົວຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຕາມ​ນະ​ໂຍ​ບາຍ.

ຜູ້​ຂຶ້ນ​ກັບ​ບັນ​ດາ​ກຸ່ມ​ແຮງ​ງານ​ດັ່ງ​ກ່າວລວມ​ມີພໍ່​ແມ່, ເມຍຫຼື​ຜົວແລະລູກຫຼານ, ຢູ່​ເຮືອນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ພວມ​ມີ​ໜ້າ​ຢູ່​ຕາ​ແສງ, ເທດ​ສະ​ບານຢູ່​ນະ​ຄອນ​ໂຮ່​ຈີ​ມິນຫຼື​ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວ, ປິ່ນ​ປົວ.

ຜູ້​ພັກ​ອາ​ໄສ​ຊົ່ວ​ຄາວໃນ​ບັນ​ດາ​ເຂດພັກເຊົາຢູ່​ເຮືອນ​​ເຊົ່າ, ຮ່ອມ​ທີ່ທຸກ​ຍາກ​ໃນ​ໄລ​ຍະ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ, ພວມ​ມີ​ໜ້າ​ຢູ່​ບັນ​ດາ​ຕາ​ແສງ, ເທດ​ສະ​ບານ. ນີ້​ອາດ​ຈະ​ແມ່ນ​ບັນ​ດາ​ຜູ້​ຄົນ​ທີ່​ຖືກ​ຕິດຄ້າງ​ຢູ່​ນະ​ຄອນ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ບັນ​ດາ​ຄົນ​ທີ່​ໄດ້​ຮັບ​ເງິນ​ເດືອນ​ບຳ​ນ​ານ, ການ​ໜູນ​ຊ່ວຍ, ຜູ້​ໄດ້​ຮັບ​ປະ​ກັນ​ໄພ​ສັງ​ຄົມໂດຍ​ວິ​ສາ​ຫະ​ກິດ​ຈ່າຍ​ໃນ​ເດືອນສິງ​ຫາ 2021. ກຸ່ມນີ້​ອາດ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ນ້ອຍ​ໜຶ່ງແຕ່​ຍັງ​ມ​ີ​ລາຍ​ຮັບ, ເຊິ່ງນະ​ຄອນ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກດັ່ງ​ນັ້ນ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ເຫັນ​ອົກ​ເຫັນ​ໃຈແລະແບ່ງ​ບັນ.

“ຍອດ​ຈຳ​ນວນ​ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍຫຼາຍ​ກ່​ວາ 7,3 ລ້ານ​ຄົນ. ລະ​ດັບ​ການ​ໜູນ​ຊ່ວຍ​ແມ່ນ 1 ລ້ານ​ດົ່ງ/ຄົນລວມ​ທັງ​ໝົດ​ແມ່ນປະ​ມານ 7.300 ຕື້​ດົ່ງ. ປັດ​ຈຸ​ບັນ, ທາງ​ນະ​ຄອນ​ພວມ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ເພື່ອ​ກະ​ກຽມ​ສົ່ງ​ເງິນ​ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ. ຊ້າ​ສຸດ​ແມ່ນ​ວັນ​ສຸກອາ​ທິດນີ້ຈະ​ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍທີ 3” ທ່ານ ຫວ​ໍ​ວັນ​ຮ​ວານ ​ໃຫ້​ຮູ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.