ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ

15:26 | 29/08/2021

ຍສໝ - ຕອນເຊົ້າວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສະຖານທີ່ແຍກປ່ຽວ ຢູ່ຂັ້ນຕາແສງສໍາລັບ F0 ແລະ F1 ຢູ່ຖູດຶກ, ນະຄອນໂຮ່ຈີມິນ.

ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19 ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19
ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19
undefined
ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ

ຈຸດທີ່ໄປແມ່ນບັນດາສະຖານທີ່ແຍກແຍກປ່ຽວລວມສູນ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ Thach My Loi , ເມືອງຖູດຶກ, ຈຸດຮັບປະກັນຊີວິດສັງຄົມສຸກເສີນ ຂອງຕາແສງ Cat Lai ແລະ ເຂດແຍກປ່ຽວ F1 ຂອງພະນັກງານຂອງບໍລິສັດ Tan Cang Sai Gon, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ນະຄອນຕ້ອງຍາດແຍ່ງໃຊ້ເວລາທີ່ດີທີ່ສຸດ ໃນຂະນະທີ່ປະຕິບັດການແຍກຫ່າງສັງຄົມຟ ເພື່ອກວດຫາ F0, ຕ້ອງກວດເປັນວົງກວ້າງ, ກວດໃຫຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ເພື່ອຈັດປະເພດ, ມີແຜນການປິ່ນປົວທີ່ເໝາະສົມສຳຫຼັບ F0.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຕ້ອງຮັບປະກັນຊີວິດສັງຄົມ, ປະຊາຊົນຕ້ອງໄດ້ເຂົ້າເຖິງການດູແລການແພດໂດຍໄວທີ່ສຸດ. ນະຄອນຕ້ອນສ້າງຕັ້ງສູນບັນຊາການ ແລະ ສຸກສາລາເຄື່ອນທີ່ໃນທັນທີ, ບໍ່ພຽງແຕ່ສໍາລັບພະຍາດໂຄວິດ -19 ເທົ່ານັ້ນ ແຕ່ຍັງສໍາລັບພະຍາດອື່ນນຳອີກ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກໍາລັງປະກອບອາວຸດ ຕ້ອງເພີ່ມທະວີການລະດົມປະຊາຊົນ, ຊ່ວຍປະຊາຊົນ, ຮັບຟັງຄວາມຄິດ, ຄວາມມຸ້ງຫວັງ ແລະ ການສ່ອງແສງຂອງປະຊາຊົນຢ່າງທັນການ ແລະ ຮຽກຮ້ອງໃຫ້ປະຊາຊົນເຂົ້າຮ່ວມ ໃນການຕໍ່ສູ້ກັບພະຍາດລະບາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.