ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ.
ຍສໝ - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບ ຫວຽດນາມ ໄດ້ສ້າງປະກົດການວັດທະນະທຳ ແລະ ຈິດໃຈ, ດ້ວຍຈຳນວນຜູ້ໄປນະມັດສະການພະທາດ 15 ລ້ານກວ່າເທື່ອຄົນຢູ່ 9 ແຫ່ງຕ່າງກັນໃນທົ່ວປະເທດ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນານີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານ ແລະ ບັນດາເພື່ອນຮ່ວມງານ ຂອງທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ຍສໝ - ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ.
Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để trao đổi về tình hình quan hệ song phương và đánh giá về một số vấn đề khu vực, quốc tế mới nổi gần đây.
ຍສໝ - ວັນທີ 6 ເມສາ, ຕາມຄຳຮຽກຮ້ອງຂອງຝ່າຍມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ຕີລາຄາບັນດາບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ເພື່ອໃຫ້ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນໂລກຕ້ອງມີຄວາມສາມັກຄີ, ຈິນຕະນາການບຸກທະລຸ, ຍຸດທະສາດຢ່າງແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ການກະທຳທີ່ຂ້ຽວຂາດ.
ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.
ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍພັນລະຍາໄດ້ເປັນປະທານງານລ້ຽງຂອງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອລ້ຽງຕ້ອນຮັບຄະນະການທູດເນື່ອງໃນໂອກາດປີໃໝ່ສາກົນ 2025 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ຕອນເຊົ້າວັນທີ 14 ມັງກອນນີ້, ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Mikhail Vladimirovich Mishustin ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-15 ມັງກອນ 2025, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ແຕ່ວັນທີ 09-10 ມັງກອນ 2025.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ເປັນເອກະພາບ, ຄວາມມານະພະຍາຍາມຮ່ວມ ແລະ ຄວາມພ້ອມຈິດພ້ອມໃຈກັນຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ວຽກງານປົກປ້ອງສິດທິມະນຸດ ແລະ ການສຶກສາສິດທິມະນຸດຈະນັບມື້ນັບບັນລຸໄດ້ໝາກຜົນດີ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນສຸດຍອດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ G20 ຢູ່ ບຣາຊິນ ແລະ ໄປຢ້ຽມຢາມ ສາທາລະນະລັດ Dominican ຢ່າງເປັນທາງການ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ.
ຍສໝ - ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ກາຕາ ຢ່າງຈົບງາມ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບ ກາຕາ ແລະມີຄວາມໝາຍພິເສດດັ່ງລຸ່ມນີ້.
ຍສໝ -ວັນທີ 2 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບການປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງ ເປັນປະທານກອງປະຊຸມ ປີ 2024 ຂອງຄະນະກໍາມະການ ເພື່ອປຶກສາຫາລືກ່ຽວກັບຮ່າງໂຄງການດໍາເນີນງານຂອງລັດຖະບານປະຕິບັດຂໍ້ສະຫຼຸບເລກທີ 91-KL/TW ລົງວັນທີ 12 ສິງຫາ 2024 ຂອງກົມການເມືອງ ວ່າດ້ວຍການສືບຕໍ່ປະຕິບັດມະຕິເລກທີ 29-NQ/TW ລົງວັນທີ 4 ພະຈິກ 2013 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI “ກ່ຽວກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ-ກໍ່ສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ ແລະເຊື່ອມໂຍງເຂົ້າກັບສາກົນ”.
ຕອນບ່າຍວັນທີ 3 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ, ອົງການກວດກາແຫ່ງລັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນແລ້ວ, ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນຫວຽດນາມ ນຳໜ້າໂດຍທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ຟ້າມທິແທັງຈາ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສອນໄຊ ສີພັນດອນ - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ.
ຍສໝ - ໃນການປະຊຸມຂ່າວພາຍຫຼັງການໂອ້ລົມເຈລະຈາໃນວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ຄາດວ່າ ໃນຖ້ຽວການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ບັນດາເຫດການໃນຂອບເຂດກອງປະຊຸມ WEF Davos 2024.