ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19

07:07 | 27/08/2021

ຍສໝ - ຕອນເຊົ້າວັນທີ 22 ສິງຫາ, ຄະນະຜູ້ແທນຄ້າຍທະຫານປ້ອງກັນຊາຍແດນ Ia O ຂອງກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງຢ່າລາຍ ໄດ້ພົບປະກັບຜູ້ຕາງໜ້າກຳລັງປ້ອງກັນຊາຍແດນ ລາຊະອານາຈັກກຳປູເຈຍ ເພື່ອປຶກສາຫາລືກ່ຽວກັບສະພາບການຈຳນວນໜຶ່ງ ທີ່ກ່ຽວຂ້ອງເຖິງ ການສົມທົບກັນປ້ອງກັນຄວາມສະຫງົບຢູ່ຊາຍແດນ; ການປ້ອງກັນ ແລະ ຄວບຄຸມ COVID-19; ການສະໜອງອຸປະກອນ ເພື່ອສົມທົບກັນໜູນຊ່ວຍໜ່ວຍງານຂອງປະເທດກໍາປູເຈຍ ໃນການປ້ອງກັນ ແລະ ຄວບຄຸມການລະບາດ COVID-19.

ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19 ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19
ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ

ຄະນະຜູ້ແທນຂອງຄ້າຍທະຫານປ້ອງກັນຊາຍແດນ Ia O ໄດ້ພົບປະກັບຄະນະຜູ້ແທນຂອງຄ້າຍທະຫານ 707, ຕໍາຫຼວດຊາຍແດນ ແລະ ທະຫານຊາຍແດນຂອງລາຊະອານາຈັກກໍາປູເຈຍ ເພື່ອແລກປ່ຽນສະຖານະການຈໍານວນໜຶ່ງ ທີ່ກ່ຽວຂ້ອງກັບການປະສານສົມທົບວຽກງານປ້ອງກັນຊາຍແດນ ແລະ ການປ້ອງກັນຕ້ານພະຍາດ COVID-19; ປ້ອງກັນການເຂົ້າ - ອອກເມືອງທີ່ຜິດກົດໝາຍ; ມອບວັດຖຸອຸປະກອນເພື່ອໜູນຊ່ວຍບັນດາໜ່ວຍງານຂອງກໍາປູເຈຍ ໃນການປ້ອງກັນການລະບາດຂອງພະຍາດ COVID-19.

ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19
ກຳລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາປູເຈຍ ເພີ່ມທະວີການປະສານສົມທົບໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19

ການນຳຄ້າຍທະຫານປ້ອງກັນຊາຍແດນ Ia O ຍັງໄດ້ສະເໜີໃຫ້ພາກສ່ວນຕ່າງໆ ເຫັນດີເປັນເອກະພາບ ໃນການຮັກສາການຈັດຕັ້ງປະຕິບັດສົນທິສັນຍາລວມ, ສົມທົບກັນເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດ ບົນຈິດໃຈເຄົາລົບອະທິປະໄຕຊາຍແດນຂອງສອງປະເທດ. ບັນດາຄ້າຍທະຫານ ຂຶ້ນກັບກອງບັນຊາການປ້ອງກັນຊາຍແດນ ແຂວງຢ່າລາຍ ໄດ້ກຽມພ້ອມທີ່ຈະໜູນຊ່ວຍ ແລະ ອຳນວຍຄວາມສະດວກ ໃນການຊື້ອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ, ພ້ອມທັງແຈ້ງໃຫ້ບັນດາຄ້າຍທະຫານກຳປູເຈຍ ໄປຮັບຢູ່ທີ່ເສັ້ນຊາຍແດນ ເພື່ອແນໃສ່ແບ່ງເບົາສ່ວນໜຶ່ງຂອງຄວາມຫຍຸ້ງຍາກ ກັບໜ່ວຍງານປ້ອມຄ້າຍທະຫານຊາຍແດນຂອງກໍາປູເຈຍ ບົນຈິດໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄວາມສາມັກຄີ, ມິດຕະພາບ ແລະ ຄວາມເຫັນອົກເຫັນໃຈກັນ.

ສອງຝ່າຍເຫັນດີເປັນເອກະພາບທຸກເນື້ອໃນການແລກປ່ຽນ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງປະເທດ ແລະ ສອງກອງທັບພ້ອມກັນເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ໃນການຄຸ້ມຄອງປົກປັກຮັກສາຊາຍແດນ; ການປ້ອງກັນອາດຊະຍາກຳ; ປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ບໍ່ໃຫ້ແຜ່ລະບາດຂ້າມຊາຍແດນ; ຮ່ວມກັນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.