ຈະ​ມີ​ວັກ​ຊິນ​ Moderna ກັນ​ໂຄວິດ - 19ຕື່ມ​ອີກ 3 ລ້ານໂດສ ມາ​ຫວຽດ​ນາມ

15:20 | 24/07/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 19 ກໍ​ລະ​ກົດ, ທ່ານດັ້ງ​ດຶກ​ແອງຫົວ​ໜ້າ​ສະ​ຖາ​ບັນ​ອະ​ນາ​ໄພ​ພະ​ຍາດ​ຕິດ​ແປດ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ໂຄງ​ການ​ສັກ​ວັກ​ຊິນ​ເປີດ​ກ້​ວາງ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າໃນ​ອາ​ທິດນີ້ຫວຽດ​ນາມຈະ​ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19Moderna 3 ລ້ານ​ໂດ​ສໂດຍ​ລັດ​ຖະ​ບານອາ​ເມ​ລິ​ກາສະ​ໜັບ​ສະໜູນ​ຜ່ານ​ກົນ​ໄກ Covax facility.

ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້ ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້
ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຈະ​ມີ​ວັກ​ຊິນ​ Moderna ກັນ​ໂຄວິດ - 19ຕື່ມ​ອີກ 3 ລ້ານໂດສ ມາ​ຫວຽດ​ນາມ
ງວດ​ວັກ​ຊິນ​ໂດຍ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ຜ່ານ​ໂຄງ​ການ COVAX (ພາບ: ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ ຫວຽດ​ນາມ)

ນອກ​ຈາກ​ນັ້ນ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຫວຽດ​ນາມ​ຈະ​ໄດ້​ຮັບ​ວັກ​ຊິນ 100.000 ໂດ​ສ​ຈາກ​ລັດ​ຖະ​ບານຣູ​ມາ​ນີ. ຫວຽດ​ນາມພວມ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ຈີນ​ອຸ​ປະ​ຖຳ​ ​ໜູນ​ຊ່ວຍວັກ​ຊິ​ນ Sinopharm 5 ລ້ານ​ໂດ​ສ.

ແລະ​ກໍ່​ໃນ​ວັນ​ດ​ຽ​ວ​ກັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກໃຫ້​ຮູ້​ວ່າ Pfizer ໄດ້​ເຫັນ​ດີ​ເພີ່ມ​ຈຳ​ນວນ​ວັກ​ຊິນ​ກັນ​ໂຄວິດ - 19 ສະ​ໜອງ​ໃຫ້​ຫວຽດ​ນາມໃນ​ໄຕ​ມາດ​ທີ 3 ຈາກ 3 ລ້ານ​ໂດ​ສຂຶ້ນ​ເປັນ 3,5 ລ້ານ​ໂດ​ສແລະເຫັນ​ດີ​ຂາຍ​ວັກ​ຊິນ​ຕ​ື່ມ​ອີກ 20 ລ້ານ​ໂດ​ສ​ໃນ​ປີ 2021, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນ​ວັກ​ຊິນ Pfizer ຄາດ​ວ່າ​ຈະ​ຂາຍ​ໃຫ້​ຫວຽດ​ນາມຂຶ້ນ​ເຖິງ 51 ລ້ານ​ໂດສ, ເພີ່ມ​ຂຶ້ນ 20 ລ້ານ​ໂດ​ສເມື່ອ​ທຽບ​ໃສ່​​ແຜນ​ການກ່ອນນັ້ນ.

ຄາດ​ວ່າ​ໃນ​ປີ 2021 ແລະຕົ້ນ​ປີ 2022, ຫວຽດ​ນາມຈະ​ມີ​ວັກ​ຊິນ​ກັນ​ໂຄວິດ - 19 ລວມ​ທັງ​ໝົດ 175 ລ້ານ​ໂດ​ສ.

ໄລ່​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເກື​ອບ 4,3 ລ້ານ​ໂດ​ສແລ້ວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.